吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເຂັ້ມງວດ​ໃນ​ການ​ຝຶກ​ຝົນ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ 2

2020-04-02 15:55:27 cri

 

ການຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ​ເປັນວຽກ​ທີ່​ຕ້ອງ​ເຮັດ​ເປັນ​ປະ​ຈຳຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ແລະ​ຮອບ​ດ້ານ . ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ມີ​ແນວ​ຄວາມ​ຄິດ​ໃໝ່,ວິ​ທີ​ການ​ໃໝ່​ແລະ​ມາດ​ຕະ​ການ​ໃໝ່​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ແລະ​ຮອບ​ດ້ານ.ຕົວ​ຢ່າງ​ເຊັ່ນ, ປາບ​ປາມ​ການ​ສໍ້​ລາດ​ບັງຫຼວງ​ທຸກ​ປະ​ການ​ບໍ່​ວ່າ​ຈະ​ເປັນ​ການ “ຕີ​ເສືອ”​​ຫຼື​ “ຕົບ​ແມງວັນ” ທີ່​ໝາຍ​ເຖິງພວກ​ສໍ້​ລາດ​ບັງຫຼວງ​ໂດຍ ບໍ່​ມີ​ເຂດ​​​ຍົກ​ເວັ້ນ, ປົກ​​ຄຸມ​ຢ່າງ​​ທົ່ວ​ເຖິງ ແລະ ປາບ​ປາມ​ປະ​ກົດ​ການ​ສໍ້​ລາດ​ບັງຫຼວງ​ທຸກ​ປະ​ການ, ຈັດ​ຕັ້ງ​ໜ່ວຍ​ກວດ​ກາ​​ສະ​ເພາະ​ກິດແລະ​ “ກວດ​ກາ​ຄືນ​ໂດຍ​ບໍ່​ແ​ຈ້ງ​ການ​ລ່ວງ​ໜ້າ”. ຖ້າ​ຢາກ​ເຮັດ​ໄດ້​ຄື​ແນວນີ້, ບາດ​ກ້າວ​ທຳ​ອິດ​ກໍ​ຄື​ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ຈາກ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ເອງ. ດ້ວຍ​ເຫດ​ນີ້, ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງບໍ່​ພຽງ​ແຕ່​ເປັນ​ວຽກ​ທີ່​ຕ້ອງ​ເຮັດ​ເປັນ​ປະ​ຈຳໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເທົ່າ​ນັ້ນ ​ຍັງ​ເປັນ​ວຽກ​ທຳ​ອິດ​ທີ່​ຕ້ອງ​ເຮັດ​ໃຫ້​ດີໃນ​ດ້ານ​ນີ້​​,ແຕ່​ວ່າ, ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ​ມັນ​ບໍ່​ແມ່ນ​ເລື່ອງ​ຈິດ​ຕະ​ນາ​ການ, ​ບໍ່​ແມ່ນ​ນາມ​ມະ​ທຳ,ແຕ່​ເປັນ​ຮູບ​ປະ​ທຳ​ແລະ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ, ເຊິ່ງ​ຕ້ອງ​ສະ​ແດງ​ອອກ​ໃນ​ດ້​ານ​ການ​​ຮ່ຳຮຽ​ນ, ການ​ດຳ​ລົງ​ຊີ​ວິດ​ແລະ​​ການ​ເຄື່​ອນ​ໄຫວ​ວຽກ​ງານ​ຕ່າງໆຂອງ​ຕົນ.

 

图片默认标题_fororder_满乾坤2

 

ທ່ານຫຼີ​ວານ​ຈຸ່ນ​ຖືກ​​ຄັດ​ເລືອກ​ໃຫ້ເປັນ “ນາຍ​ຊ່າງ​ໃຫຍ່​ດ້ານ​ການ​ຈອດ​ໂລ​ຫະ​ລົດ​ໄຟຄວາມ​ໄວ​ສູງ” ທັງ​ຖືກ​ປະ​ກວດ​ເປັນ​ບຸກ​ຄົນ​ດີ​ເດັ່ນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ປີ 2016 ທີ່​ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ຜູ້​ຈັດ​ຂຶ້ນ

 

ພວກ​ເຮົາ​ຈະ​ແນະ​ນຳ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​​ຜູ້ດີ​ເດັ່ນ​ຜູ້​ໜຶ່ງ ເຊິ່ງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຜູ້​ນີ້​ຊື່​ວ່າ ຫຼີ​ວານ​ຈຸ່ນ  ເພິ່ນ​ເປັນ​ຊ່າງ​ຈອດ​ໂລ​ຫະ​ຂອງ​ບໍ​ລິ​ສັດ​ລົດ​ໄຟ​ໂດຍ​ສານ​ສາງ​ຊຸ່ນ​ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ຈົ່ງ​ເຊີ​ຈີນ, ຕຳ​ແໜ່ງວຽກ​ຂອງ​ເພິ່ນ​ແມ່ນ​ຈອດ​ໂບ​ກີ(bogie), ໃນ​ນີ້ ໂບ​ກີ ເປັນ​​ເຄື່ອງອາ​ໄຫຼ່ຮອງ​ຮັບ​ນ້ຳ​ໜັກ​ແລະ​ແຮງ​ສັ່ນ​ສະ​ເທືອນ ເຊິ່ງ​ເປັນ​ເຄື່ອງ​ອາ​ໄຫຼ່​ພາກ​ສ່ວນ​ສຳ​ຄັນ​ຂອງ​ລົດ​ໄຟ. ສ່ວນ ເຕັກ​ນິກ​ການ​ຜະ​ລິດ​ໂບ​ກີ ເປັນ​ໜຶ່ງ​ໃນເຕັກ​ນິກ​ແກນ​ກາງ​ສຳ​ຄັນ 9 ຢ່າງ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ. ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ສາ​ມາດ​ແລ່ນ​ດ້ວຍ​ຄວາມ​ໄວ​ສູງ,ສ​າ​ເຫດ​ຕົ້ນ​ຕໍ​ອັນ​ໜຶ່ງ​ກໍ​ແມ່ນ​ຍ້ອນ​ເຕັກ​ນິກ​ດ້ານ​ໂບ​ກີ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ແບບ​ບຸກ​ທະ​ລຸ​ອັນ​ສຳ​ຄັນ. ທ່ານ​ຫຼີ​ວານ​ຈຸ່ນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ທົດ​ລອງ​ຜະ​ລິດ​ແລະ​ຈອດ​ໂບ​ກີ​ທີ່​ໃຊ້​ໃນ​ລົດ​ໄຟ​ໂດຍ​ສານ​ລະ​ຫວ່າງ​ຕົວ​ເມືອງ,ລົດ​ໄຟ​ຄວາມ​ໄວ​ສູງຫຼາຍ​ສິບ​ຊະ​ນິດ​ຂອງ​ຈີນ ທັງ​ໄດ້​ສະຫຼຸບແລະ​ສ້າງ​ແບບ​ແຜນ​ວິ​ທີ​ການ​ຈອດ​ໂບ​ກີ 30 ກວ່າ​ຊະ​ນິດ, ສາ​ມາດ​ບຸກ​ທະ​ລຸ​ເຕັກ​ນິກ 150 ກວ່າ​ລາຍ​ການ, ໃນ​ນັ້ນ​ມີ 27 ລາຍ​ການ​ໄດ້​ຮັບ​ສິດ​ທິ​ບັດ​ລະ​ດັບ​ຊາດ. ອາ​ໄສ​ເຕັກ​ນິກ​​ຂັ້ນ​ສຸດຍອດ​ໃນ​ການຈອດ​ໂລ​ຫະ, ທ່ານຫຼີ​ວານ​ຈຸ່ນ​ຖືກ​​ຄັດ​ເລືອກ​ໃຫ້ເປັນ “ນາຍ​ຊ່າງ​ໃຫຍ່​ດ້ານ​ການ​ຈອດ​ໂລ​ຫະ​ລົດ​ໄຟຄວາມ​ໄວ​ສູງ” ທັງ​ຖືກ​ປະ​ກວດ​ເປັນ​ບຸກ​ຄົນ​ດີ​ເດັ່ນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ປີ 2016 ທີ່​ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ຜູ້​ຈັດ​ຂຶ້ນ. ນອກ​ນີ້​ຍັງ​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ເປັນ​ຜູ້​ແທນກອງ​ປະ​ຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19, ເປັນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຜູ້​ດີ​ເດັ່ນ​ທົ່ວ​ປະ​ເທດ.

 

ທ່ານຫຼີ​ວານ​ຈຸ່ນ​ມີ​ຄຳ​ຄົມ​ວ່າ: ພັດ​ທະ​ນາ​ເຕັກ​ນິກ​ໃຫ້​ເຖິງ​ຂັ້ນ​​ສຸດຍອດ, ຖື​ຜະ​ລິດ​ຕະ​ພັນ​ທຸກ​ອັນ​ເປັນ​ສິ​ລະ​ປະ​ກຳ. ຕາມ​ເພິ່ນ​ເຫັນ​ວ່າ: ໂບ​ກີ​ກໍ​ປຽບ​ເໝືອນ​ຂ​າ​ສອງ​ເບື້ອງ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ ເຊິ່ງ​ພົວ​ພັນ​ເຖິງ​ຄວາມ​ໄວ​ແລະ​ຄວາມ​ປອດ​ໄພ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ເວ​ລາ​​ລົດແລ່ນ.ໃນ​ທຸກ​ມື້​ນີ້, ຄວາມ​ໄວ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ຂອງ​ຈີນ​ໄດ້​ບັນ​ລຸ​ເຖິງ 300ກວ່າ​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ເທົ່າ​ກັບ​ຄວາມ​ໄວ​ບິນ​ຂຶ້ນ​ສູ່​ທ້ອງ​ຟ້າ​ຂອງ​ເຮືອ​ບິນ, ສະ​ນັ້ນ, ໃນ​ການ​ແລ່ນ​ລົດ​ດ້ວຍ​ຄວາມ​ໄວ​ສູງ​ຄື​ແນວ​ນີ້, ຮອຍ​ຈອດ​ແຕ່​ລະ​ບ່ອນ​ຈະ​ບໍ່​ໃຫ້​ມີ​​ການ​ຜຸ​ຜ່ອຍ​ຢ່າງ​ເດັດ​ຂາດ, ແມ່ນ​ແຕ່​ເສດ​ເຫຼັກ​ຈອດ​ໜ້ອຍ​ດຽວ​ກໍ​ຈະສ້າງ​ຄວາມ​ສ່ຽງ​ຕໍ່​ຄວາມ​ປອດ​ໄພ​ໃນ​ການ​ແລ່ນ​ລົດ​ຂອງ​ລົດ​ໄຟ​ທົ່ວ​ຂະ​ບວນ. ນີ້​​ຈຶ່ງຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ທຸກ​ອັນ​ໃຫ້​ເປັນ​ສິ​ລະ​ປະ​ກຳ​​ທີ່​ຈົບ​ງາມ​ປາ​ນີດດ້ວຍ​ຈິດ​ໃຈ​​​ທີ່ຮອບ​ຄອບຂອງ​ຊ່າງສີ​ມືທີ່​ມີ​ຈັນ​ຍາ​ບັນ​ສູງ.

 

ແຕ່​ວ່າ ພວກ​ເຮົາ​ກໍ​ຮູ້​ດີ​ວ່າ ສິ​ລະ​ປະ​ກຳ​ແມ່ນ​ວັດ​ຖຸ​ເພື່ອ​ນຳ​ມາ​ວາງ​ສະ​ແດງ​ໃຫ້​ຄົນ​ທັງຫຼາຍ​ໄດ້​ຊື່ນ​ຊົມ, ແຕ່​ວ່າ ໃນ​ຄວາມ​ເປັນ​ຈິງ​ແລ້ວ, ເຄື່ອງ​ອາ​ໄຫຼ່​ທີ່​ທ່ານຫຼີ​ວານ​ຈຸ່ນ​ຈອດ​ເຫຼົ່າ​ນີ້, ຄົນ​ທັງຫຼາຍ​ຈະບໍ່​​ມີ​ໂອ​ກາດ​​ໄດ້ເຫັນ, ​ຄັນ​ຊັ້ນ,ເປັນ​ຫຍັງ​ເພິ່ນ​ຍັງ​ວາງ​ມາດ​ຕະ​ຖານ​ທີ່​ເຂັ້ມ​ງວດໃຫ້​ກັບ​ຕົນ​ເອງ? ທ່ານຫຼີ​ວານ​ຈຸ່ນ​ຕອບ​ວ່າ: ເຮັດ​ແນວ​ນີ້​ບໍ່​ແມ່ນ​ເພື່ອ​ຢາກ​ໄດ້​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ, ແຕ່​ເປັນ​ຈັນ​ຍາ​ບັນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃຫ້​ດີ​ດ້ວຍ​ຄວາມ​ຕັ້ງ​ໃຈ​​ແລະ​ມີ​ຄວາມລະ​ອຽດ​ປາ​ນີດ​ ເຊິ່ງ​ເປັນຄວາມ​ຮັບ​ຜິດ​ຊອບ​ຢ່າງ​ໜຶ່ງ.

 

ທ່ານຫຼີ​ວ້ານ​ຈຸ່ນ ເປັນ​ຊ່າງ​ສີ​ມືຂັ້ນ​ຍຸດຍອດ​ຂອງ​ຊ​າດ​ໃຫຍ່​ທີ່​ບໍ່​​ລົດ​ລະ​ຄວາມ​ພະ​ຍາ​ຍາມຈັກ​ເທື່ອ, ເພິ່ນ​ກຳ​ລັງ​ໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ​ຢູ່​ປະ​ເທດ​ຈີນ​ຍັງ​ມີ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ຈຳ​ນວນຫຼວງຫຼາຍ​​ທີ່​ມີ​ການ​ປ​ະ​ພຶດ​ຄືທ່ານຫຼີ​ວານ​ຈຸ່ນ ​ດ້ວຍ​ການ​ຍຶດ​ໝັ້ນ​ການ​ສູ້​ຊົນ​ແລະ​ປະ​ດິດ​ສ້າງ​ໃໝ່​ຢູ່​ຕາ​ມ​ຕຳ​ແໜ່ງວຽກ​ງານ​ຂອງ​ຕົນ​ຢ່າງ​ງຽບໆ​, ເຂົາ​ເຈົ້າ​ໄດ້​ໃຊ້​ການ​ກະ​ທຳ​ຕົວ​ຈິງ​​ເປັນ​ສິ່ງ​ທີ່​ສະ​ທ້ອນໃຫ້​ຮູ້​ວ່າ: ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ​ນັ້ນ​ຈຸດ​ປະ​ສົງ​ແມ່ນ​ເພື່ອ​ສ້າງ​ຄ່າ​ນິ​ຍົມ, ຝຶກ​ຝົນ​ໃຫ້​ຕົນ​ເອງ​ເປັນ​ຜູ້​ທີ່​ມີ​ມະ​ໂນ​ທຳ​ແລະ​ມີ​ອຸ​ດົມ​ຄະ​ຕິ, ​ແຕ່​ຖ້າ​ເວົ້າ​ສຳ​ລັບ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ແລ້ວ, ກໍ​ແມ່ນ​ເພື່ອ​ສ້າງ​ໃຫ້​ມີ​ສະ​ຕິ​ພັກ.

 

ກ່ຽວ​ກັບ​ເລື່ອງ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ, ​ທ່ານ​ສີ​ຈິ້ນ​ຜິງມີ​ຄວາມ​ເຫັນ​ວ່າ:

 

“ຕ້ອງ​​ສຳ​ນຶກ​ຢູ່​ຕະຫຼອດ​ເວ​ລາ​ວ່າ ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ພັກ​ແລະ​ຖືກ​ຕ້ອງ​ຕາ​ມ​ມາດ​ຕະ​ຖານ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ,ຕ້ອງ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ​ທີ່ ‘ບໍ່ຕຳໜິ​ແລະ​ຮຽກ​ຮ້ອງ​ໃຫ້​ຄົນ​ອື່ນສົມ​ບູນ​ແບບ​ເກີນ​ໄປ, ​ແຕ່​ຕ້ອງ​ສຳຫຼວດກວ​ດ​ກາ​ຕົນ​ເອງ​ຢູ່ສະ​ເໝີ’, ເວ​ລາ​ໃດ​ກໍ​ຕ້ອງ​ມີ​ວິ​ໄນ​ຕໍ່​ຕົນ​ເອງ,​​ສຳຫຼວດກວ​ດາ​ຕົນ​ເອງ,ເຕືອນ​​ສະ​ຕິ​ຕົນ​ເອງ​ແລະກ​ະ​ຕຸ້ນ​ໃຈ​ຕໍ່ຕົນ​ເອງ”

 

ສຳ​ນວນ​ດັ່ງ​ກ່າວແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່ທ່ານ​ປາ​ໄສ​ໃນ​ກອງ​ປ​ະ​ຊຸ​ມ​ວຽກ​ງານ​ການ​ຈັດ​ຕັ້ງ​ທົ່ວ​ປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 28 ມິ​ຖຸ​ນາ​ປີ 2013. ໃນ​ຄວາມ​ເວົ້າ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາສຳ​ນວນ​ອຳ​ມະ​ຕະ​ໃນ​ສະ​ໄໝ​ບູ​ຮານ​ຈີນ​ຄື  “ຢ​ວີ​ເຢີນ​ປູ້​ສິວ​ເປີ້ຍ,ຈຽນ​ເຊີນ​ໂຢ້​ປູ້​ຈີ”ແປ​ວ່າ ບໍ່​​ຕຳໜິ​ແລະ​ຮຽກ​ຮ້ອງ​ໃຫ້​ຄົນ​ອື່ນສົມ​ບູນ​ແບບ​ເກີນ​ໄປ, ​ແຕ່​ຕ້ອງ​ສຳຫຼວດກວ​ດ​ກາ​ຕົນ​ເອງ​ຢູ່ສະ​ເໝີ. ເຊິ່ງ​ຄຳ​ນີ້​ມາ​ຈາກ​ປຶ້ມ “ຊ່າງ​ຊູ” ທີ່​ເປັນ​ປຶ້ມ​ຕຳ​​ລາ​ອຳ​ມະ​ຕະ​ໃນ​ປັດ​ຊະ​ຍາ​ຂົງ​ຈື້. ຕາມ​ທັດ​ສະ​ນະ​ຂອງ​ຄົນ​ເຮົາ​ໃນ​ຍຸກ​ປັດ​ຈຸ​ບັນ​ແລ້ວ, ຄວາມ​ໝາຍ​ຕົ້ນ​ຕໍ​ຂອງ​ຄຳ​ດັ່ງ​ກ່າວ​ກໍ​ຄື ຕ້ອງ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ​ແລະ ​ໂຍະ​ຍານ​ຕໍ່​ຄົນ​ອື່ນ. ຄວາມ​ຈິງ​ແລ້ວ, ການ​ທີ່​ເຂັ້ມ​ງວດ​ຕໍ່​ຕົນ​ເອງ​ແລະ​ໂຍະ​ຍານ​ຕໍ່​ຄົນ​ອື່ນ, ບໍ່​ວ່າ​ສຳ​ລັບ​ໃຜ​ຜູ້​ໃດ​ກໍ​ຕາມ​ກໍ​ແມ່ນ​ສິ່ງ​ທີ່​ເຮັດ​ໄດ້​ຍາກ​ທີ່​ສຸດ.  ​​ຢູ່ຈີນ​ມີເລື່ອງ​ປະ​ຫວັດ​ສາດ​ເລື່ອງ​ໜຶ່ງ​ທີ່​ບັນ​ທຶກ​ໄວ້​ໃນ​ປຶ້ມ 《​ຊົ້ງ​ສື·​ລ​ວີ​ເມີງ​ເຈີ້ງ​ຈ້ວນ》ແປ​ວ່າ “ປະ​ຫ​ວັດ​ສາດ​ລາ​ຊະ​ວົງ​ຊົ້ງ, ປະ​ຫວັດ​ລ​ວີ​ເມີງ​ເຈີ້ງ”.

 

ລ​ວີ​ເມີງ​ເຈີ້ງ  ເປັນຜູ້​ຊ່ວຍ​ຜູ້ປົກ​ຄອງ ເຊິ່ງ​ເທົ່າ​ກັບ​ຕຳ​ແໜ່ງ​ເປັນ​ຮອງ​ອັກ​ຄະ​ເສ​ນາ​ບໍ​ດີໃນ​ລາ​ຊະ​ວົງ​ຊົ້ງ(​ປີ960—​ປີ1279). ໃນ​ມື້​ທຳ​ອິດ​ທີ່​ເພິ່ນ​ເດີນ​ທາງ​ໄປ ພະ​ລາ​ຊະ​ວັງເພື່ອເຂົ້າ​ເຝົ້າ​ເຈົ້າ​ຊີ​ວິດ, ກໍ​ໄດ້​ຍິນ​ເສ​ນາ​ບໍ​ດີ​ຄົນ​ໜຶ່ງ​ເວົ້າ​ດ້ວຍ​ສ​ຽງ​ດັງວ່າ ​ຄົນ​ນັ້ນ​ເປັນ​ຮອງ​ອັກ​ຄະ​ເສ​ນາ​ບໍ​ດີ​ພຸ້ນ​ຫວະ?  ລ​ວີ​ເມີງ​ເຈີ້ງ​ໄດ້​ຍິນ​ເຕັມ​ຫູ, ແຕ່​ເພິ່ນ​​ທຳ​ທ່າ​ເຮັດ​ຄື​ບໍ່​ໄດ້​ຍິນ​ຫຍັງເລີຍ ​ແລ້ວ​ຍ່າງ​​ຕໍ່​ໄປ​ປານ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ. ໝູ່​ຮ່ວມ​ທາງ​ຮູ້​ສຶກ​ຄຽດ​ແຄ້ນ​ໂມ​ໂຫ​ແທນ ກໍ​ເລີຍ​ເວົ້າ​ກັບ​ລ​ວີ​ເມີງ​ເຈີ້ງວ່າ, ໄປ​ຖາມ​ເບິ່ງ​ດຸ ວ່າ​ຄົນ​ນັ້ນ​ຊື່​ຫຍັງ​ແທ້? ລ​ວີ​ເມີງ​ເຈີ້ງ​ກໍ​ບອກວ່າ ຢ່າ​ສູ່​ໄປ​ຖາມ​ເດັດ​ຂາດ,ຄັນ​ໄປ​ຖາມ​ແທ້, ເຮົາ​ກໍ​ບໍ່​ສາ​ມາດ​ລືມ​ຊື່​ນັ້ນ​ຕະຫຼອດ​ໄປ. ຄັນ​ບໍ່​ຖາມ, ເລື່ອງ​ມັນ​ກໍ​ແລ້ວ​ໄປ. ລ​ວີ​ເມີງ​ເຈີ້ງ​ບໍ່​ໄດ້​ຖາມ, ເພິ່ນ​ກໍ​ບໍ່​ຮູ້​ວ່າ ຜູ້​ນັ້ນ​ແມ່ນ​ໃຜ​, ​ແລ້ວເລື່ອງ​ນີ້​ກໍ​ຜ່ານ​ໄປ.

 

ຍັງ​ອີກ​ເລື່ອງ​ໜຶ່ງ. ພາຍຫຼັງ​ລ​ວີ​ເມີງ​ເຈີ້ງ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ຊ່ວຍ​​ຜູ້​ປົກ​ຄອງ​ແລ້ວ, ມີ​ອຳ​ນາດ​ສູງຫຼາຍ. ຕອນ​ນັ້ນ​ມີ​ເສ​ນາ​ບໍ​ດີ​ຜູ້​ໜຶ່ງ​ຢາກ​ເອົາ​ໃຈ​ລ​ວີ​ເມີງ​ເຈີ້ງ ຈິ່ງ​ໄດ້​ມອບ​ແວ່ນ​ທອງ​​ອັນ​ໜຶ່ງ​ໃຫ້​ເພິ່ນ​ເພື່ອ​ເປັນ​ຂອງ​ຂວັນ, ທັງ​ບອກວ່າ ແວ່ນ​ອັນ​ນີ້​ເປັນ​ແວ່ນ​ປະ​ເສີດ ເຊິ່ງ​ສາ​ມາດ​ແຍງ​​​ເຫັນສັບ​ພະ​ສິ່ງ​ໃນຂອບ​ເຂດ​ລັດ​ສະ​ໝີ 200 ລີ້(ເທົ່າ​ກັບ100 ກິ​ໂລ​ແມັດ). ລ​ວີ​ເມີງ​ເຈີ້ງ​ກໍ​ເວົ້າ​ວ່າ ໃບ​ໜ້າ​ຂ້ອຍ​ນີ້ນ່າ, ໃຫຍ່​ສົມ​ຄວນ, ແຕ່​ໃຫຍ່​ສຸ​ດ​ກໍ​ ສ່ຳ​ຈານ​ເທົ່າ​ນັ້ນ, ຊິ​ຈຳ​ເປັນ​ອີ່​ຫຍັງ​ທີ່​ຕ້ອງ​ການ​ແວ່ນ​ແຍງ​ທີ່​ສາ​ມາດ​ແຍງ​ເຫັນ​ສິ່ງ​ຂອງ​ໃນ​ຂອບ​ເຂດລັດ​ສະ​ໝີ 200 ລີ້​? ຂ້ອຍ​ບໍ່​ຕ້ອງ​ການ​ໃຊ້​ແວ່ນ​ແຍ​ງ​ໃຫຍ່​ປານ​ນັ້ນ​ດອກ. ຄື​ແນວ​ນີ້ຫຼະ, ເພິ່ນ​ໄດ້​ປະ​ຕິ​ເສດ​ຂອງ​ຂວັນ​ດັ່ງ​ກ່າວ.

 

ສອງ​ເລື່ອງ​ລາວ​ກ່ຽວ​ກັບ​ທ່ານ​ລ​ວີ​ເມີງ​ເຈີ້ງ​ດັ່ງ​ກ່າວ​ນີ້, ເລື່ອງ​ໜຶ່ງ​ແມ່ນ​ກ່ຽວ​ກັບ​ການ​​ໂຍະ​ຍານ​ຕໍ່​ຜູ້​ອື່ນ, ອີກ​ເລື່ອງ​ໜຶ່ງ​ແມ່ນ​ເວົ້າ​ກ່ຽວ​ກັບ​ການ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ, ສອງ​ເລື່ອງ​ນີ້​ເປັນ​ພຽງ​ເລື່ອງ​ທຳ​ມະ​ດາ​ໃນ​ຕະຫຼອດ​ຊີ​ວິດ​ຂອງ​ທ່ານ​ລ​ວີ​ເມີງ​ເຈີ້ງ​ເທົ່າ​ນັ້ນ, ລ້ວນ​ແຕ່​ໄດ້​ບັນ​ທຶກ​ໄວ້​ໃນ​ປຶ້ມ “ປະ​ຫ​ວັດ​ສາດ​ລາ​ຊະ​ວົງ​ຊົ້ງ, ປະ​ຫວັດ​ລ​ວີ​ເມີງ​ເຈີ້ງ”.ສາ​ມາດ​ເຫັນ​ໄດ້​ວ່າ,ການ​ທີ່ບໍ່​​ຕຳ​ໜິ​ແລະ​ຮຽກ​ຮ້ອງ​ໃຫ້​ຄົນ​ອື່ນສົມ​ບູນ​ແບບ​ເກີນ​ໄປ, ​ແຕ່​ຕ້ອງ​ສຳຫຼວດກວ​ດ​ກາ​ຕົນ​ເອງ​ຢູ່ສະ​ເໝີ. ເວົ້າ​ສຳ​ລັບ​ການ​ຝຶກ​ຝົນຫຼໍ່​ຫຼອມຄຸນ​ສົມ​ບັດ​ແລ້ວ, ເປັນ​ມາດ​ຕະ​ຖານ​ທີ່​ຍາກ​ທີ່​ສຸດ​ທີ່​ຈະ​ບັນ​ລຸ​ໄດ້. ຄົນ​ຜູ້​ໜຶ່ງ​ຫາກ​ສາ​ມາດ​ເຮັດ​ໄດ້​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ, ​ກໍ​ອາດເວົ້າ​ໄດ້​ວ່າ ​ສຸດຍອດແລ້ວ​ໃນ​ດ້ານ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ.

ຄຳ​ເຫັນ

0