ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາແສງເຈ່ຍມຽນແຂວງກຸ້ຍໂຈ່ຕັ້ງຢູ່ເຂດພູເຢ້ລ້ຽງ ຫຼື ພູດວງຈັນ, ເປັນໜຶ່ງໃນ 20 ຕາແສງທີ່ທຸກຍາກທີ່ສຸດຂອງແຂວງກຸ້ຍໂຈ່. ຢູ່ຕາແສງເຈ່ຍມຽນມີຮ່ອມພູສູງເລິກ, ການຄົມມະນາຄົມເຄີຍເປັນອຸປະສັກຕໍ່ການພັດທະນາເສດຖະກິດສັງຄົມ ແລະ ເປັນຂໍ້ຫຍຸ້ງຍາກໃນການລຶບລ້າງຄວາມທຸກຍາກ.
ນັບແຕ່ປີ 2016 ເປັນຕົ້ນມາ, ພະແນກຄົມມະນາຄົມ ແລະ ຂົນສົ່ງແຂວງກຸ້ຍໂຈ່ ກໍຄືອົງການທີ່ກ່ຽວຂ້ອງໄດ້ຊ່ວຍເຫຼືອຕາແສງເຈ່ຍມຽນ, ປັບປຸງ ແລະ ຂະຫຍາຍເສັ້ນທາງທຸກລະດັບ, ເຊິ່ງໄດ້ສ້າງເສັ້ນທາງໃຫ້ແກ່ປະຊາຊົນທີ່ອາໄສຢູ່ເຂດພູເຢ້ລ້ຽງເພື່ອອຳນວຍຄວາມສະດວກໃນການເດີນທາງໃນເຂດພູດອຍ ກໍຄື ເພື່ອໃຫ້ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີ.
ຄຳເຫັນ
0