吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ເຂັ້ມງວດ​ໃນ​ການ​ຝຶກ​ຝົນ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ 1

2020-04-02 15:45:37 cri

 

ໃນ​ເດືອນ​ຕຸ​ລາ​ປີ 2017, ຫຼັງ​ຈາກກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ປິດ​ລົງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຊຸດ​ໃໝ່​ໄດ້​ພົບ​ປະ​ກັບ​ນັກ​ຂ່າວ​ສື່ມວນ​ຊົນ​ຈີນ​ແລະ​ຕ່າງ​ປະ​ເທດ, ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ໂອ​ກາດ​ຄັ້ງ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ກອນ​ບູ​ຮານ​ຈີນ​ມາ​ກ່າວ​ວ່າ​: “ບໍ່​ຢາກ​ໃຫ້​ຄົນ​ຍ້ອງວ່າ​ມີ​ສີ​ສົດ​ໃສ​ສວຍ​ງາມ,ຂໍ​ພຽງ​ແຕ່​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວ​ເມືອງ​ມະ​ນຸດ​ກໍ​ພໍ” ເຊິ່ງ​ຄຳ​ກອນ​ນີ້​ໄດ້​ຄັດ​ຈາກກອນ​ບູ​ຮານ​ທີ່​ແຕ່ງ​ໂດຍ ຫວາງ​ມຽນ ນັກ​ກະ​ວີ​​ແລະ​ຈິດ​ຕະ​ກອນ​ໃນສະ​ໄໝ​ລາ​ຊະ​ວົງ​ຢວນ​ຂອງ​ຈີນ(ປີ1271—ປີ1368),​ໃນ​ບົດ​ກອນ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ: ເວ​ລາ​ໃດ ດອກ​ເມີຍ​ກໍ​ບໍ່​ໄດ້​ອວດ​ອົ່ງ ​ສີ​ສົດ​​ໃສສວຍ​ງາມ​ຂອງ​ຕົນ​ເພື່ອ​​ໃຫ້​ຄົນ​ອື່ນ​ຍ້ອງ​ຍໍ​ສັນ​ລະ​ເສີນ​, ພຽງແຕ່​​ປາ​ຖະ​ໜາ​ຢາກ​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວ​ເມືອງ​ມະ​ນຸດ​ກໍ​ພໍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ກອນ​ບູ​ຮານ​ສອງ​ປະ​ໂຫຍກ​ດັ່ງ​ກ່າວ​ເພື່ອ​ສະ​ແດງ​ອຸ​ດົມ​ການ​ຂອງ​ຕົນ ເຊິ່ງ​ສ່ອງ​ແສງ​​ໃຫ້​ເຫັນທາດ​ແທ້​ທີ່​ມີ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ເປັນ​ພັກ​ໃຫຍ່​ແລະ​​ຈີນ​ໃນ​ຖາ​ນະ​ເປັນປະ​ເທດ​ໃຫຍ່, ໄດ້​ຖ່າຍ​ທອດ​​ທາດ​ແທ້​ທີ່​ຕິດ​ແທດ​ຕົວ​ຈິງ​ທີ່​ເຮັດ​ວຽກ​ຢ່າງ​ອົດ​ທົນ​ແລະ​ເຮັດ​ແທ້​ທຳ​ຈິງ, ທັງ​ໄດ້​ວາງ​ມາດ​ຕະ​ຖານ​ສູງ ສຳ​ລັບ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ໃໝ່​ໃນ​ການຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ.

 

ຄວາມ​ຈິງ​ແລ້ວ, ​ຊາດ​ຈີນ​ເປັນ​ຊົນ​ຊາດ​ທີ່​ໃຫ້​ຄວາມ​ສຳ​ຄັນເປັນ​ພິ​ເສດ​ຕໍ່​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​​ຂອງ​ຕົນ​ເອງ​. ໃນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ທີ່​ດີ​ງາມ ກໍ​ໃຫ້​ຄວາມ​ສຳ​ຄັນ​ແລະ​ເນັ້ນ​ໜັກ​​ເປັນພິ​ເສດ​ຕໍ່​ການ​​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ເອງ. ຈີນ​ມີ​ຄຳ​ບູ​ຮານ​ວ່າ: “ຊິວ​ເຊີນ,​ສີ​ເຈ່ຍ,​ຈື້​ໂກ,​ຜິງ​ທຽນ​ເຊ້ຍ” ແປ​ວ່າ ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ, ຄຸ້ມ​ຄອງ​ຄອບ​ຄົວ​ໃຫ້​ດີ, ບໍ​ລິ​ຫານ​ບ້ານ​ເມືອງ​ໃຫ້​​ຈະ​ເລີນຮຸ່ງເຮືອງ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ​ແລະ​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ.ໃນ​ນີ້, ກາ​ນ​​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່ຕົນ​ເອງ​ເປັນ​ອັນ​ດັບ​ໜຶ່ງ, ແລະ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ​ຕໍ່​ຊີ​ວິດ​ສັງ​ຄົມ, ພຶດ​ຕິ​ກຳ​ສັງ​ຄົມ​ແລະ​ການ​ພັດ​ທະ​ນາ​ສັງ​ຄົມ​ໃນ​ທຸກ​ມື້​ນີ້.

 

ຕົວ​ຢ່າງ​ເຊັ່ນ: ຫຼັງ​ຈາກກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທົ່ວ​ປະ​ເທດ​ຈີນ​ໄດ້​ດຳ​ເນີນ​ບັ້ນ​ສຶກ​ສາ​ອົບ​ຮົມ​ໃນ​ຫົວ​ຂໍ້ “3 ເຂັ້ມ​ງວດ 3 ຕິດ​ແທດ​ຕົວ​ຈິງ” (ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ, ​ໃຊ້​ສິດ​​ອຳ​ນາດ​ຢ່າງ​ເຂັ້ມ​ງວດ ແລະ ປະ​ຕິ​ບັດ​ຕາມ​ວິ​ໄນ​ຢ່າງ​ເຂັ້ມ​ງວດ; ວາງ​ແຜນ​ວຽກງານ​ຕ້ອງ​ຕິດ​ແທດ​ຕົວ​ຈິງ, ສ້າງ​ພາ​ລະ​ກິດ​ຕ້ອງ​ຕິດ​ແທດ​ຕົວ​ຈິງ ແລະ ​ຕ້ອງ​ເປັນ​ຄົນທີ່ຊື່ສັດ​​ໜັກ​ແໜ້ນ), ໃນ​ນີ້, ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ​ກໍ​ຖືກວາງ​ໄວ້​ຢູ່​ໃນ​ອັນ​ດັບ​ໜຶ່ງ​ເຊັ່ນ​ກັນ. ຢາກ​ເປັນ​ເຈົ້າ​ໜ້າ​ທີ່​ການ​ນຳຕ້ອງ​ປະ​ພຶດ​ຕົວ​​ຕາມຫຼັກ​ການ​​ຂອງຄວາມ​ເປັນ​ຄົນ, ​ເປັນ​ຄົນ​ຕ້ອງ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ​ສາ​ກ່ອນ. ​ໃນ​ສະ​ໄໝ​ບູ​ຮານ, ຄຳ​ວ່າ  ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ ເວົ້າ​ສຳ​ລັບ​ໃນ​ທຸກ​ມື້​ນີ້​ແລ້ວ, ກໍ​ໝາຍ​ເຖິງ ​ການ​ມີ​ອຸ​ດົມ​ຄະ​ຕິ​ແລະ​ຝຶກ​ຝົນຫຼໍ່ຫຼອມ​ສະ​ຕິ​ພັກ.

 

ທັດ​ສະ​ນະ​ຕ່າງໆ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ, ບໍ່​ພຽງ​ແຕ່​ເປັນ​ການ​ສືບ​ທອດ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​ເທົ່າ​ນັ້ນ, ສິ່ງ​ສຳ​ຄັນ​ກວ່າ​ນັ້ນ​​ມັນ​ມີ​ລັກ​ສະ​ນະ​ຍຸກ​ສະ​ໄໝ, ຄວາມ​ຮຽກ​ຮ້ອງ​ຂອງ​ຍຸກ​ສະ​ໄໝ​ແລະ​ເນື້ອ​ໃນ​ທີ່​ຖືກ​ຕ້ອງ​ຕາມ​ຍຸກ​ສະ​ໄໝ​ຢ່າງ​ຈະ​ແຈ້ງ ເຊິ່ງ​ເປັນ​ການ​ສົມ​ທົບ​ກັນແບບ​ກາຍ​ອິນ​ຊີ​ລະ​ຫວ່າງ​ປະ​ຫວັດ​ສາດ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ໃນ​ປັດ​ຈຸ​ບັນ ແລະ​ເປັນ​ເອ​ກະ​ພ​າບ​ຢ່າງ​ສັດ​ຈະ​ວິ​ພາກ​ລະ​ຫວ່າງ​ມູນ​ເຊື້ອ​ກັບ​ຄວາມ​ເປັນ​ທັນ​ສະ​ໄໝ. ກ່ຽວ​ກັບ​ເລື່ອງ​ນີ້​,ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ເຫັນວ່າ:

 

“ດັ່ງ​ຄຳກອນ​ບູ​ຮານ​ໄດ້​ກ່າວ​​ໄວ້ວ່າ: ‘ບໍ່​​ຢາກ​ໃຫ້ຄົນ​ຍ້ອງວ່າ​ມີ​ສີ​ສົດ​​ໃສສວຍ​ງາມ,ຂໍ​ພຽງ​ແຕ່​ສົ່ງ​ກິ່ນ​ຫອມ​ໄປ​ທົ່ວ​ເມືອງ​ມະ​ນຸດ​ກໍ​ພໍ’. ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ຢາກ​ເພີ່ມ​ທະ​ວີ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອ​ງ​ຕົນ​ແມ່ນ​ມີຫຼາຍ​ວິ​ທີ, ໃນ​ນັ້ນ ວິ​ທີ​ສຳ​ຄັນ​ທີ່​ສຸດ​ກໍ​ຄື ເຊື່ອມ​ຊຶມ​ສິ່ງຍອດ​ຍິ່ງ​ຈາກວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ, ຮຽນ​ນຳ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ, ​ບໍ່​ວ່າ​ຢູ່​ບ່ອນ​ໃດ​,ເວ​ລາ​ໃດ,​ເມື່ອພົບ​ເຫັນ​ຄົນ​ທີ່​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ​ກໍ​ຈະ​​ຮ່ຳ​ຮຽນ​ເອົາເປັນແບບ​ຢ່າງ,​ເພີ່ມ​ທະ​ວີ​​ຄວາມເຂັ້ມ​ງວດ​ຕໍ່​ຕົນ​ເອງ​ດ້ວຍ​ມາດ​ຕະ​ຖານ​ທີ່​ເຂັ້ມ​ງວດ​ແລະ​​ຮັບ​ເອົາ​ການ​​ຕິ​ຊົມກວດ​ກາ​​ຈາກ​ຜູ້​ອື່ນ​ແລະປະ​ຕິ​ບັດ​ຕາມ​ລະ​ບຽບ​ວິ​ໄນ”

 

ຄວາມ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ເອົາ​ສຳ​ນວນ​ຄຳ​ໜຶ່ງຄື “ຈ້ຽນ​ສຽນ​ຊື​ສີ”,ແປ​ວ່າ, ພົບ​ເຫັນ​ຄົນ​ທີ່​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ​ກໍ​​ຮ່ຳ​ຮຽນ​ເອົາເປັນແບບ​ຢ່າງ​ນຳ. ເຊິ່ງ ຄຳ​ນີ້​ແມ່ນ​ມາ​ຈາກ​ປະ​ໂຫຍກ​ໜຶ່ງ​ທີ່​ບັນ​ທຶກ​ໄວ້​ໃນ​ປຶ້ມ “ລຸນຢ​ວີ,ລີ​ເຢິນ”​ຂອງ​ຂົງ​ຈື້ ຄື “​ຈ້ຽນ​ສຽນ​ຊື​ສີ​ຢ່ຽນ,ຈ້ຽນ​ປູ້​ສຽນ​ເອີ​ເນ້​ຈື້​ສິງ​ເຢ” “ຈ້ຽນ​ສຽນ​ຊື​ສີ” ​ໃນ​ຄວາມ​ຈິງ​ແລ້ວ​ແມ່ນ​ເນັ້ນ​ໜັກເຖິງ​ມາດ​ຕະ​ຖານ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ ຄື ​ເມື່ອ​ພົບ​ເຫັນ​ຜູ້​ທີ່​ມີ​ທັງ​​ຄວາມ​ຮູ້ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ ແລ້ວ​ກໍ​ຄວນ​ຮ່ຳ​ຮຽນ​ເອົາເປັນ​ແບບ​ຢ່າງ​ນຳ. ຄັນ​ຊັ້ນ, ຖ້າ​ພົບ​ເຫັນ​ຄົນ​ບໍ່​ດີ​ທີ່​ບໍ່​ມີ​ຄຸນ​ສົມ​ບັດ​​ເດ, ເຮົາ​ຄວນ​ເຮັດ​ແນ​ວ​ໃດ? ເຮົາ​ຄວນ​ພິ​ຈາ​ລະ​ນາ​ຄືນ​ຕໍ່​ຕົນ​ເອງວ່າ ຕົນ​ເອງ​ໄດ້​ມີ​ການ​ປະ​ພຶດ​ທີ່​ບໍ່​ດີ​ໃນ​ລັກ​ສະ​ນະ​ຄ້າຍ​ຄື​ກັນ​ກັບ​ຄົນ​ນັ້ນຫຼື​ບໍ່? ສະ​ນັ້ນ​ຈິ່ງວ່າ  ເມື່ອ​ພົບ​ເຫັນ​ຄົນ​ທີ່​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຄຸ​ນ​ສົມ​ບັດ ກໍ​ຮ່ຳ​ຮຽນ​​​ເອົາເປັນ​ແບບ​ຢ່າງ​ນຳ,ເມື່ອ​ພົບ​ເຫັນ​ຄົນ​ບໍ່​ດີ​ທີ່​ບໍ່​ມີ​ຄຸນ​ສົມ​ບັດ​ກໍ​ຄວນ​ທົບ​ທ​ວນ​ຕົນ​ເອງ​ຄືນ, ຄວາມ​ຈິງ​ແລ້ວ ມັນ​ເປັນ​ຂອດ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ຕົນ.

 

ໃນ​ສະ​ໄໝ​ເຈົ້າ​ຈັກ​ກະ​ພັດ​ເຈ່ຍ​ຈິ້ງ​ປີ​ທີ 5 ​ຂອງລາ​ຊະ​ວົງ​ມິງ​ ຄື​ປີ 1522, ຢູ່​ນະ​ຄອນ​ຢູ​ນິງ ຄື ເມືອງ​ຢູ​ນານ​ແຂວງ​ເຫີ​ນານ​ໃນ​ປັດ​ຈຸ​ບັນ, ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ທີ່​ຕັ້ງ​ພູມ​ສາດ​ທີ່​ສຳ​ຄັນ​ທີ່​ສຸດ​ເປັນ​ສູນ​ກາງ​​ການຄົມ​ມະ​ນາ​ຄົມ​ແຫ່ງ​ໜຶ່ງ. ໃນ​ເວ​ລາ​ນັ້ນ, ກົມມະ​ຫັດ​ໄທຂອງ​ລາ​ຊະ​ສຳ​ນັກ​​ຂັ້ນສູນ​ກາງ​ໄດ້​ຄັດ​ເລືອກ​ຂຸນ​ນາງ​ຜູ້​ໜຶ່ງ​ຊື່​ວ່າ ຫວາງ​ຢູ​ເສ​ຂອງ​ເມືອງ​ຢູ​ນິງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເຈົ້າ​ຄອງ​ນະ​ຄອນ​ຢູ​ນິງ. ເມື່ອ​ລາ​ຊະ​ສຳ​ນັກ​ປະ​ກາດຄຳ​ສັ່ງ​ແຕ່ງ​ຕັ້ງ​ຕຳ​ແໜ່ງ​ນີ້​​ແລ້ວ, ປະ​ຊາ​ຊົນ​ທັງຫຼາຍ​ກໍ​ດີ​ໃຈ​ທີ່​ສຸດ​ພາ​ກັນ​ເວົ້າ​ວ່າ ເທື່ອ​ນີ້ ກົມມະ​ຫັດ​ໄທ​ເລືອກ​ຖືກ​ຄົນ​ແລ້ວ ເພາະ​ໄດ້​ເລືອກ​ຜູ້​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ແທ້​ຈິງ​ໄປ​ດຳ​ລົງ​ຕຳ​ແໜ່ງ​ເຈົ້າ​ຄອງ​ນະ​ຄອນ. ແຕ່​ກໍ​ມີ​ບາງ​ຄົນ​ເປັນ​ຫ່ວງວ່າ ລາ​ຊະ​ວົງ​ພວກ​ເຮົາ​ມີ​ຂໍ້​ກຳ​ນົດວ່າ, ​ຜູ້​ໃດ​ເຮັດ​ໄດ້​ດີ​ຈະ​ໄດ້​ເລື່ອນ​ຊັ້ນ​ຕຳ​ແໜ່ງ, ຜູ້​ໃດ​ເຮັດ​ບໍ່​ດີ​ກໍ​ຈະຕ້ອງ​ປົດອອກ​ຈາກ​ຕຳ​ແໜ່ງ. ຄັນ​ຊັ້ນ, ເມື່ອ​ຫວາງ​ຢູ​ເສ​ມີ​ຄວາມ​ສາ​ມາດ​ສູງ​ປານ​ນີ້,ລາວ​ຈະ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ນະ​ຄອນ​ຢູ​ນິງ​ພຽງ​ບໍ່​ເທົ່າ​ໃດ​ປີ​ກໍ​ຈະ​ຍ້າຍ​ໄປ​ດຳ​ລົງ​ຕຳ​ແໜ່ງ​ສູງກວ່າ, ຄັນ​ລາວ​ຈາກ​ໄປ​ແລ້ວ​ຊິ​ເຮັດ​ຈັ່ງ​ໃດ? ​ຕໍ່​ກັບ​ເລື່ອງ​ນີ້, ມີ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ​ຜູ້​ໜຶ່ງ​ຊື່​ວ່າ ເຫີ​ຖັງ ໄດ້​ຂຽນ​ບົດ​ຄວາມ​ບົດ​ໜຶ່ງໂດຍ​ລະ​ບຸ​ວ່າ: ບໍ່​ຕ້ອງ​ກັງ​ວົນ, ໃນ​ເມື່ອ​ໃຜໆ​ເຫັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທັງ​ມີ​ຄຸນ​ສົມ​ບັດ​ກໍ​ຮ່ຳ​ຮຽນ​ເອົາ​ເປັນ​ແບບ​ຢ່າງ​ນຳ, ຄັນ​ຊັ້ນ, ພວກ​ເຮົາ​ຊິ​ຄາດ​ຄະ​ເນ​ໄດ້​ແນວ​ໃດ​ວ່າ ຜູ້​ທີ່​ຈະ​ມາ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເຈົ້າ​ຄອງ​ນະ​ຄອນ​ຢູ​ນິງ​ຄົນ​ໃໝ່​ຈະບໍ່​ດີສ່ຳຫວາງ​ຢູ​ເສ? ດ້ວຍ​ເຫດ​ນີ້, ​ຈຶ່ງບໍ່​ຕ້ອງ​​ເປັນຫ່ວງດອກ, ພວກ​ເຮົາ​ຈົ່ງ​ຊົ​ມ​ໃຊ້​ຄວາມ​ສົມ​ບູນ​ພູນ​ສຸກ​ທີ່​ຂຸນ​ນາງ​ຄົນ​ໃໝ່​ສ້າງ​ຂຶ້ນ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໄລ​ຍະ​ທີ່​ເພິ່ນ​ບໍ​ລິ​ຫານ​ທ້ອງ​ຖິ່ນ​ເຮົາ​ກໍ​ແລ້ວ​ກັນ​.

 

ທ່ານ​ຜູ້​ຟັງ, ທີ່ດວງ​ມະ​ນີ​ເລົ່າ​ສູ່​ຟັງ​ຜ່ານ​ມາ​ເປັນ​ເລື່ອງ​ລາວ​ທີ່​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ​ຈີນ ທັງ​ເປັນ​ເລື່ອງ​ລາວ​ທຳ​ມະ​ດາ​ເລື່ອງ​ໜຶ່ງ ເຊິ່ງ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ທັດ​ສະ​ນະ​ຄະ​ຕິ“ຈ້ຽນ​ສຽນ​ຊື​ສີ”​​ແປ​ວ່າ ເມື່ອ​ເຫັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທັງ​ມີ​ຄຸນ​ສົມ​ບັດ​ກໍ​ຮ່ຳ​ຮຽນ​ເອົາ​ເປັນ​ແບບ​ຢ່າງ​ນຳ​ນັ້ນໄດ້​ຝັງ​ເລິກ​​ເຂົ້າ​ໃນ​ຈິດ​ໃຈ​​ຂອງປະ​ຊາ​ຊົນ​ມາ​ແຕ່​ດົນ​ແລ້ວ.

 

ເວົ້າ​ສຳ​ລັບ​ເລື່ອງ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸ​ກ​ໃໝ່, ບົດ​ບາດ​ທີ່​ກະ​ຕຸກ​ຊຸກ​ຍູ້​ທາງບວກ​ແລະ​ບົດ​ບາດ​ທີ່​ເປັນ​ແບບ​ຢ່າງ​ທີ່​ດີ​ແມ່ນ​ມີ​ຄວາມ​ສຳ​ສຳ​ຄັນຫຼາຍ, ສ່ວນ​ຄະ​ຕິ​ເຕືອນ​ໃຈ​ຈາກ​ແບບ​ຢ່າງ​ດ້ານ​ລົບ​ແລະ​ການ​ພິ​ຈາ​ລະ​ນາ​ຕົນ​ເອງ​ຄືນ​ໃໝ່​ກໍ​ມີ​ຄວາມ​ສຳ​ຄັນ​ເຊັ່ນ​ກັນ ທັງ​ໝົດ​ເລົ່າ​ນີ້​ລ້ວນ​ແຕ່​ເປັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຂອງ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ, ສ່ວນ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ ກໍ​ເປັນ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ໃນ​ການສ້າງລະ​ບົບ​ນິ​ເວດ​ທາງການ​ເມືອງ​ພາຍ​ໃນ​ພັກ​ທີ່​ບໍ​ລິ​ສຸດ​ຜຸດ​ຜ່ອງ.

 

图片默认标题_fororder_满乾坤1b

 

图片默认标题_fororder_满乾坤1

 

ວັນ​ທີ 10 ມີ​ນາ​ປີ 2018, ທ່ານ​ສີ​ຈິ້ນ​ຜິງ​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​​ແທນກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13

 

ວັນ​ທີ 10 ມີ​ນາ​ປີ 2018, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ຂອງ​ຄະ​ນະ​ຜູ້​​ແທນກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ​ ລະ​ບົບ​ນິ​ເວດ​ທາງ​ການ​ເມືອງ​ຄື​ກັນ​ກັບ​ລະ​ບົບ​ນິ​ເວດ​ທຳ​ມະ​ຊາດ, ຫາກ​ບໍ່​​ມີ​ສະ​ຕິ​ລະ​ວັງ​ຕົວແມ່ນ​ແຕ່​ໜ້ອຍ​ດຽວ​ກໍ​ຈະ​ຖືກ​ມົນ​ລະ​ພິດ​ໄດ້. ສ່ວນ​ເມື່ອ​ໃດ​ບັນ​ຫາ​ເກີດ​ຂຶ້ນ​ແລ້ວ​ຢາກ​ຈະ​ປົວ​ແປງ​ຟື້ນ​ຟູ​ຄືນ​ໃໝ່​ກໍ​ຈະ​ຕ້ອງ​​​ເສຍສິ່ງ​ຕອບ​ແທນ​ຢ່າງ​ໃຫຍ່ຫຼວງ. ນີ້​ເຮັດ​ໃຫ້​ດວ​ງ​ມະ​ນີ​ຄິດ​ພໍ້ບົດ​ກອນ​ຂອງ​ທ່ານ​ຫວາງ​ຢາງ​ມິງ ນັກ​ຄິດ​ແລະ​ນັກ​ປັດ​ຊະ​ຍາ​ທີ່​ມີ​ຊື່​ສຽງ​ຂອງ​ສະ​ໄໝ​ລາ​ຊະ​ວົງ​ມິງ​ຂອງ​ຈີນ​ທີ່​ລະ​ບຸ​ໄວ້​ວ່າ ທຸກ​ຄົນ​ຕ່າງ​ມີ​ເຂັມ​ທິດ​ຂອງ​ຕົນ​ເອງ​ສຳ​ລັບ​ຈຳ​ແນກ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ, ​ພື້ນ​ຖານ​ຂອງທຸກ​ສິ່ງ​ວັດ​ຖຸ​ແລະ​ປາ​ກົດ​ການ​ແມ່ນ​ຕັດ​ສິນ​ຊີ້​ຂາດ​ຢູ່​ນຳ​ທີ່​ໃຈ. ທີ່​ນີ້, ຄຳ​ວ່າ “ໃຈ” ໝາຍ​ເຖິງ​ມະ​ໂນ​ທຳ, ທັງ​ເປັນ​ຄຸນ​ທາດ​ຄຸນ​ສົມ​ບັດ​ຂອງ​ຄົນ. ຄຸນ​ທາດ​​ຄຸນ​ສົມ​ບັດແລະ​ສະ​ຕິ​ພັກ, ອຸ​ດົມ​ຄະ​ຕິ​ເປັນປັດ​ຊະ​ຍາ​ດ້ານ​ຈິດ​ໃຈ ​ທັງ​ເປັນ​ພື້ນ​ຖານ​ຂອງ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ. ຖ້າ​ບໍ່​ມີ​ພື້ນ​ຖ​ານ​ອັນ​ນີ້​ກໍ​ຈະ​ເຮັດ​ໃຫ້​ຄົນ​ມີຈິດ​ໃຈ​ອ່ອນ​ແອ, ຫຼົງ​ທິດ​ທາງ, ເສຍ​ມະ​ໂນ​ທຳ,ຈົນ​ເຖິງ​ຂັ້ນ​ເສຍ​ທາດ​ຂາດ​ຄຸນ​ໃນ​ດ້ານ​ວິ​ຊາ​ການ​ແລະ​ຄຸນ​ສົມ​ບັດ. ເປັນ​ຄົນ​ຕ້ອງ​ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ສົມ​ບັດ, ພວກ​ເຮົາ​ຕ້ອງ​ຖື​ເລື່ອງ​ນີ້​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ແລະ​ບາດ​ກ້າວ​ທຳ​ອິດ​ໃນ​ຊີ​ວິດ​ຂອງ​ຄົນ​ເຮົາ.

 

ຄຳ​ເຫັນ

0