ສະມາຊິກພັກກອມມູນິດແລະພະນັກງານການນຳຕ້ອງເຂັ້ມງວດຕໍ່ຕົນເອງແລະໂຍະຍານຕໍ່ຄົນອື່ນ, ຕ້ອງສຳນຶກຢູ່ຕະຫຼອດເວລາວ່າ ຕ້ອງມີວິໄນຕໍ່ຕົນເອງ,ສຳຫຼວດກວດກາຕົນເອງ,ເຕືອນສະຕິຕົນເອງແລະກະຕຸ້ນໃຈຕໍ່ຕົນເອງ. ຄັນຊັ້ນ, ສຳລັບທ່ານສີຈິ້ນຜິງເພິ່ນໄດ້ປະພຶດຕົວແນວໃດໃນການເປັນແບບຢ່າງນຳໜ້າໃນການເຂັ້ມງວດຕໍ່ຕົນເອງ? ຂໍຍົກເລື່ອງລາວກ່ຽວກັບໃບບິນຮັບເງິນສອງໃບ.
ໃບບິນຮັບເງິນຈາກຮ້ານອາຫານທີ່ທ່ານສີຈິ້ນຜິງພ້ອມຄະນະໄດ້ຈ່າຍໃນເວລາເຄື່ອນໄຫວວຽກງານຢູ່ເມືອງລານໂຂ້ວ ແຂວງເຫີນານເມື່ອປີ 2014 ແລະຢູ່ເມືອງຢຽນຊວນແຂວງສ້ານຊີ່ເມື່ອປີ 2015.
ໃບບິນຮັບເງິນສອງໃບນີ້ແມ່ນອອກໃຫ້ໃນປີ 2014ແລະປີ2015. ເປັນໃບບິນຮັບເງິນຈາກຮ້ານອາຫານທີ່ທ່ານສີຈິ້ນຜິງພ້ອມຄະນະໄດ້ຈ່າຍໃນເວລາເຄື່ອນໄຫວວຽກງານຢູ່ເມືອງລານໂຂ້ວ ແຂວງເຫີນານເມື່ອປີ 2014 ແລະຢູ່ເມືອງຢຽນຊວນແຂວງສ້ານຊີ່ເມື່ອປີ 2015. ໃບບິນຮັບເງິນສອງໃບນີ້ໄດ້ບັນທຶກຢ່າງຈະແຈ້ງກ່ຽວກັບຜູ້ຈ່າຍເງິນ,ລາຍການ, ລາຍລະອຽດແລະຈຳນວນເງິນ. ສາມາດເວົ້າໄດ້ວ່າ: ໃບບິນຮັບເງິນສອງໃບດັ່ງກ່າວເປັນສິ່ງຢັ້ງຢືນຕົວຈິງທີ່ສະທ້ອນໃຫ້ເຫັນວ່າທ່ານສີຈິ້ນຜິງໄດ້ເປັນແບບຢ່າງນຳໜ້າໃນການເຂັ້ມງວດຕໍ່ຕົນເອງໃນດ້ານວິໄນ.
ການມີວິໄນຕໍ່ຕົນເອງຢ່າງເຂັ້ມງວດ ເວົ້າສຳລັບການຄຸ້ມຄອງພັກຢ່າງຮອບດ້ານແລະການເພີ່ມທະວີການກໍ່ສ້າງຂອງພັກແລ້ວມີຄວາມໝາຍສຳຄັນທີ່ສຸດ, ເພາະມັນເປັນເງື່ອນໄຂທີ່ຈຳເປັນໃນການຄຸ້ມຄອງພັກຢ່າງເຂັ້ມງວດ,ການເນັ້ນລະບຽບແລະປະຕິບັດຕາມວິໄນ. ສ່ວນຂໍ້ກຸນແຈກໍແມ່ນຕ້ອງອົບຮົມບົ່ມສອນຄົນດ້ວຍຄຸນສົມບັດ.
ການຝຶກຝົນຫຼໍ່ຫຼອມຄຸນສົມບັດໃຫ້ກັບຕົນເອງເປັນເງື່ອນໄຂເບື້ອງຕົ້ນໃນຄວາມເປັນຄົນ, ສ່ວນການສ້າງຄຸນສົມບັດເປັນເງື່ອນໄຂເບື້ອງຕົ້ນໃນການອົບຮົມບົ່ມສອນຄົນ.ເວົ້າສຳລັບການຄຸ້ມຄອງພັກແລະກໍ່ສ້າງພັກໃນຍຸກປັດຈຸບັນແລ້ວ, ມັນເປັນເງື່ອນໄຂສຳຄັນອັນດັບໜຶ່ງໃນການເພີ່ມທະວີສະຕິພັກແລະຍົກສູງຄຸນທາດຄຸນສົມບັດຂອງ ພະນັກງານທີ່ເປັນສະມາຊິກພັກ. ສຳລັບດ້ານນີ້, ທ່ານສີຈິ້ນຜິງກໍມີທັດສະນະທີ່ດີເດັ່ນຈຳນວນຫຼາຍ,ໃນນັ້ນທ່ານກໍມີຂໍ້ຮຽກຮ້ອງຢ່າງລະອຽດ. ຕົວຢ່າງ, ທ່ານສີຈິ້ນຜິງເຄີຍກ່າວວ່າ:“ຕ້ອງຈື່ຈຳເຫດຜົນຢ່າງໜັກແໜ້ນທີ່ວ່າ ‘ເຮັດດີຍາກປານວ່າປີນພູ,ເຮັດຊົ່ວພັດງ່າຍປານພູເຈື່ອນ’, ຈົ່ງຮັກສາທັດສະນະທີ່ກ້າວໜ້າໃນການດຳລົງຊີວິດ, ມີຄຸນທາດຄຸນສົມບັດທີ່ດີແລະມີຊີວິດທີ່ສົດຊື່ນ ສະໜຸກສະໜານ ຢ່າງສະເໝີຕົ້ນສະເໝີປາຍ”.
ທ່ານສີຈິ້ນຜິງໂອ້ລົມສົນທະນາກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນໃນວົງການຕ່າງໆທົ່ວສັງຄົມໃນໂອກາດສະຫຼອງວັນຊາວໜຸ່ມຈີນເມື່ອວັນທີ 4 ພຶດສະພາປີ 2013
ສຳນວນດັ່ງກ່າວແມ່ນທ່ານສີຈິ້ນຜິງກ່າວໃນເວລາໂອ້ລົມສົນທະນາກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນໃນວົງການຕ່າງໆທົ່ວສັງຄົມໃນໂອກາດສະຫຼອງວັນຊາວໜຸ່ມຈີນເມື່ອວັນທີ 4 ພຶດສະພາ ປີ2013. ໃນຄຳເວົ້າດັ່ງກ່າວ ທ່ານສີຈິ້ນຜິງໄດ້ຍົກເອົາຄຳບູຮານຈີນຄຳໜຶ່ງຄື “ສົງຊ້ານຢູເຕິ່ງ,ສົງເອີ້ຢູເປິ່ງ” ແປວ່າ: ເຮັດດີຍາກປານວ່າປີນພູ,ເຮັດຊົ່ວງ່າຍປານວ່າພູເຈື່ອນ.ຄຳນີ້ມີຊື່ສຽງຫຼາຍໃນປະຫວັດສາດຈີນເຊິ່ງບັນທຶກໄວ້ໃນປຶ້ມ “ໂກວຢວີ”ສະໄໝຊຸນຊິວ (ກ່ອນຄສປີ 770—ກ່ອນຄສປີ476).ຄຳນີ້ໄດ້ເນັ້ນໜັກເຫດຜົນທີ່ວ່າ ເຮັດດີຍາກຫຼາຍ,ເຮັດຊົ່ວງ່າຍທີ່ສຸດ, ການສະແຫວງຫາສິ່ງທີ່ດີຍອດຍິ່ງຍາກຫຼາຍ, ການສະແຫວງຫາການປະພຶດຊົ່ວແມ່ນງ່າຍດາຍ.
ປຶ້ມບັນທຶກປະຫວັດສາດທີ່ຊື່ວ່າ “ຈິ້ນຊູ”ໄດ້ບັນທຶກເລື່ອງລາວເລື່ອງໜຶ່ງ,ຄື ໃນສະໄໝລາຊະວົງຈິ້ນຕາເວັນຕົກຂອງຈີນ(ປີ266—ປີ316),ມີຄົນໜຶ່ງຊື່ວ່າ: ໂຈ່ວຊູ, ມີເທື່ອໜຶ່ງ, ລາວຖາມຊາວບ້ານດຽວກັນວ່າ: ບ້ານເກີດພວກເຮົາກໍໄດ້ຮັບຜົນເກັບກ່ຽວທີ່ອຸດົມສົບບູນຢູ່ສູ່ປີ, ເປັນຫຍັງພວກເຈົ້າຈຶ່ງຍັງເຮັດໜ້າຫຍຸ້ງຄືແບບນີ້? ຊາວບ້ານບອກວ່າ: ເຖິງວ່າບ້ານເຮົາໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນຢ່າງລຽນຕິດໃນຫຼາຍໆປີກໍຕາມ,ແຕ່ບ້ານເຮົາປະສົບກັບ 3 ໄພຮ້າຍກາດໄດ໋, ໃນປ່າມີເສືອ, ໃນນ້ຳມີມັງກອນ, ໃນເມືອງມີມະນຸດຄືເຈົ້າຜູ້ຊື່ໂຈ່ວຊູ ຫັ້ນນ່າ. ຖ້າວ່າ 3 ໄພຮ້າຍດັ່ງກ່າວບໍ່ຖືກກຳຈັດ, ທົ່ວສັງຄົມກໍຈະບໍ່ມີຄວາມສະຫງົບເລີຍ. ໂຈ່ວຊູໄດ້ຍິນຊາວບ້ານເວົ້າແນວນັ້ນ, ກໍເວົ້າວ່າ, ໄດ້, ຊັ້ນຂ້ອຍຊິກຳຈັດ 3 ໄພຮ້າຍໃຫ້ໝົດ. ເວົ້າສຸດ, ໂຈ່ວຊູກໍເຂົ້າໄປໃນປ່າຍິງເສືອໃຫ້ຕາຍ, ແລ້ວໂດດລົງນ້ຳສູ້ກັບມັງກອນເປັນເວລາ 3 ມື້3 ຄືນເຕັມໆ. ຊາວທ້ອງຖິ່ນໃຜໆກໍຄິດວ່າ ໂຈ່ວຊູ ຕາຍໄປແລ້ວ,ກໍເລີຍພາກກັນມ່ວນຊື່ນຕີຄ້ອງຄີກອງ ແລະ ຈູດໝາກກະໂພກເພາະດີໃຈຈົນຫາອັນປຽບບໍ່ໄດ້. ຫຼັງຈາກ 3 ມື້3 ຄືນຜ່ານໄປ, ໂຈ່ວຊູກັບເມືອບ້ານແລ້ວເຫັນຊາວບ້ານທັງຫຼາຍພາກັນຕີຄ້ອງຕີກອງແລະຈູດໝາກກະໂພກຢ່າງເບີກບານມ່ວນຊື່ນ ລາວຈຶ່ງຖາມເຖິງສາເຫດວ່າແມ່ນເປັນຍ້ອນຫຍັງ? ພວກຊາວບ້ານກໍບອກວ່າ: ໂອ, ເມື່ອໄດ້ຍິນວ່າເຈົ້າເສຍຊີວິດແລ້ວ, ຄົນທັງຫຼາຍດີໃຈທີ່ສຸດຈິ່ງພາກັນສະຫຼອງດ້ວຍການຕີຄ້ອງຕີກອງແລະຈູດ ໝາກກະໂພກ. ຮອດເວລານັ້ນ, ໂຈ່ວຊູຈິ່ງເຂົ້າໃຈຢ່າງແທ້ຈິງວ່າ ຕົນເອງເປັນ 1 ໃນ 3 ໄພຮ້າຍນັ້ນເອງ. ລາວກໍຄິດໃນໃຈວ່າ ເສືອຂ້ອຍໄດ້ຂ້າແລ້ວ, ມັງກອນກໍໄດ້ຂ້າແລ້ວ, ຊັ້ນຂ້ອຍໂຈ່ວຊູກໍຕ້ອງກັບຈາກຄົນຊົ່ວມາເປັນຄົນດີ. ໂຈ່ວຊູກໍໄດ້ເດີນທາງໄປ ໂຊຢາງ ທີ່ເປັນລາຊະທານີຂອງລາຊະວົງຈິ້ນຕາເວັນຕົກ ເພື່ອໄປຢ້ຽມຢາມລູ້ຈີ່ແລະລູ້ຢູນ ເຊິ່ງເປັນນັກວັນນະຄະດີສອງຄົນທີ່ມີຊື່ສຽງທີ່ສຸດຂອງລາຊະວົງຈິ້ນຕາເວັນຕົກ.ສອງທ່ານນີ້ເປັນຄົນບ້ານດຽວກັນກັບໂຈ່ວຊູ, ແຕ່ວ່າໂຈ່ວຊູບໍ່ໄດ້ພົບລູ້ຈີ່ ເພາະເພິ່ນບໍ່ຢູ່ເຮືອນ, ແລ້ວລາວກໍໄປຫາລູ້ຢູນ. ລາວຖາມລູຢູນວ່າ ຕົນເອງກໍອາຍຸຫລາຍພໍສົມຄວນແລ້ວ, ຍັງຊິປ່ຽນແປງມາເປັນຄົນດີໄດ້ຫລືບໍ່? ທ່ານລູຢູນກໍເວົ້າວ່າ, ເຈົ້າບໍ່ເຄີຍໄດ້ຍິນຄົນບູຮານເພິ່ນເວົ້າບໍວ່າ ຕອນເຊົ້າໄດ້ຍິນສັດຈະທຳ,ຕອນແລງກໍສາມາດຕາຍໄປໄດ້. ໝາຍຄວາມວ່າ, ຖ້າວ່າ ຕອນເຊົ້າເຈົ້າໄດ້ຍິນຄຳຄົມທີ່ເປັນສັດຈະທຳແລ້ວ, ຕອນແລງ ເຈົ້າກໍຈະປ່ຽນແປງຄວາມຜິດພາດໄດ້, ຊັ້ນເຈົ້າກໍຈະສາມາດປ່ຽນຈາກຄົນຊົ່ວກັບມາເປັນຄົນດີໄດ້. ແຕ່ນັ້ນມາ, ໂຈ່ວຊູກໍໄດ້ປ່ຽນແປງຄວາມຜິດພາດຂອງຕົນ, ປະຖິ້ມຄວາມຊົ່ວແລະເຮັດເຮັດດີ, ໃນທີ່ສຸດກໍໄດ້ກາຍເປັນຜູ້ເກັ່ງກ້າອາດຫານແລະມີຄວາມຈົ່ງຮັກພັກດີຕໍ່ຊາດເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍ.
ເລື່ອງລາວຂອງໂຈ່ວຊູໄດ້ສອນໃຫ້ເຮົາຮູ້ວ່າ: ການປະພຶດຕົວທີ່ດີແມ່ນຍາກປານວ່າປີນພູ, ແຕ່ການປະພຶດຕົວທີ່ຊົ່ວກໍງ່າຍປານວ່າພູເຈື່ອນ, ແຕ່ຖ້າວ່າເຮົາມີຄວາມຕັດສິນໃຈຢ່າງແທ້ຈິງໃນການປ່ຽນແປງຄວາມຜິດພາດຂອງຕົນ ກໍຈະສາມາດບັນລຸເປົ້າໝາຍຊີວິດທີ່ຕົນຕັ້ງໄວ້.
ຄັນຊັ້ນ, ຍ້ອນຫຍັງ,ທ່ານສີຈິ້ນຜິງຈິ່ງເນັ້ນໜັກວ່າ ສະມາຊິກພັກກອມມູນິດຈີນໃນຍຸກໃໝ່ຕ້ອງເຂັ້ມງວດໃນການຝຶກຝົນຕົນເອງໃຫ້ມີຄຸນສົມບັດ? ກໍແມ່ນຍ້ອນວ່າ ໃນຍຸກໃໝ່, ພັກກອມມູນິດຈີນກຳລັງຜະເຊີນໜ້າກັບສິ່ງທ້າທາຍໃນຍຸກສະໄໝທີ່ບໍ່ເຄີຍມີມາກ່ອນ, ສ່ວນຈີນກຳລັງມຸ້ງໜ້າກ້າວເດີນໄປສູ່ການບັນລຸເປົ້າໝາຍສູ້ຊົນ “2 ເຫດການສຳຄັນ 100 ປີ”ຢ່າງບໍ່ຢຸດຢັ້ງ, ຍິ່ງເຖິງເວລາອັນສຳຄັນໃນລັກສະນະນີ້, ສະມາຊິກພັກກອມມູນິດທຸກຄົນຍິ່ງຄວນເຂັ້ມງວດຕໍ່ຕົນເອງ, ຍຶດໝັ້ນອຸດົມຄະຕິຂອງຕົນແລະມີວິໄນຕໍ່ຕົນເອງຢູ່ສະເໝີແມ່ນແຕ່ຢູ່ຜູ້ດຽວຫຼືເລື່ອງເລັກໆນ້ອຍໆກໍຕາມ.
ວັນທີ 5 ມັງກອນປີ 2018, ໃນເວລາປະກອບຄຳເຫັນໃນພິທີເປີດຊຸດສຳມະນາເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງກ່າວວ່າ: ສະມາຊິກພັກ-ພະນັກງານ ຕ້ອງປະຕິບັດຫຼັກການ “3 ເຂັ້ມງວດ 3 ຕິດແທດຕົວຈິງ” (ເຂັ້ມງວດໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດຂອງຕົນ, ເຂັ້ມງວດໃນການໃຊ້ສິດອຳນາດ ແລະ ເຂັ້ມງວດໃນການປະຕິບັດຕາມວິໄນ; ວາງແຜນວຽກງານຕ້ອງຕິດແທດຕົວຈິງ, ສ້າງພາລະກິດຕ້ອງຕິດແທດຕົວຈິງ ແລະ ຕ້ອງເປັນຄົນທີ່ຊື່ສັດໜັກ ແໜ້ນ) ໃຫ້ສາມາດເຊື່ອມສານເຂົ້າກັບການດຳລົງຊີວິດ, ການປະຕິບັດໜ້າທີ່ການງານທັງໝົດຂອງຕົນເພື່ອສ້າງໃຫ້ເປັນນິດໄສແລະເປັນສະຕິຕື່ນຕົວຢ່າງສູງ. ສະນັ້ນ ຈິ່ງມີຂໍ້ຮຽກຮ້ອງຢ່າງສູງຕໍ່ສະມາຊິກພັກກອມມູນິດໂດຍ ສະເພາະແມ່ນພະນັກງານການນຳຂອງພັກຄື:
ໜຶ່ງ: ຕ້ອງເອົາໃຈໃສ່ການເປັນແບບຢ່າງຂອງການນຳໃຫ້ກັບຂັ້ນລຸ່ມ.
ສອງ: ຕ້ອງເອົາໃຈໃສ່ຫຼັກການການນຳໃຊ້ຄົນ. ຖ້າວ່າໃຊ້ຄົນທີ່ມີຄວາມຍຸຕິທຳແລະເປັນທຳ, ກໍຈະສາມາດສ້າງແບບແຜນທີ່ດີແລະສາມາດເຕົ້າໂຮມພະລັງທາງບວກໄດ້. ກົງກັນຂ້າມ, ຖ້າໃຊ້ຄົນທີ່ບໍ່ເຂັ້ມງວດຕໍ່ຕົນເອງ,ບໍ່ຊື່ສັດບໍລິສຸດ,ແລະເປັນຄົນທີ່ໂລບມາກໂລພາສະແຫວງຫາແຕ່ຜົນປະໂຫຍດສ່ວນຕົວ, ກໍເຮັດໃຫ້ປະຊາຊົນຜິດຫວັງ, ເຮັດໃຫ້ແບບແຜນການນຳພາຂອງພັກເສຍຫາຍ.
ສາມ: ຕ້ອງຈັດຕັ້ງປະຕິບັດການຮັບປະກັນຈາກດ້ານລະບຽບການໃຫ້ເປັນຮູບປະທຳ. ຜ່ານຈາກຄວາມພະຍາຍາມມາຫຼາຍປີ, ໂດຍສະເພາະແມ່ນນັບຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ໃນດ້ານການກໍ່ສ້າງພັກ ແລະການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ, ພັກກອມມູນິດຈີນໄດ້ສ້າງໃຫ້ມີລະບຽບການຢ່າງເປັນລະບົບ. ປັດຈຸບັນ, ສິ່ງທີ່ຄວນເຮັດນັ້ນກໍຄື: ບູລະນະລະບຽບການທີ່ມີປະສິດທິຜົນຍາວນານແລະປັບປຸງພື້ນຖານຂອງພັກໃຫ້ໝັ້ນຄົງນັ້ນໃຫ້ສົມບູນຍິ່ງຂື້ນ, ຍັງຕ້ອງຈັດຕັ້ງປະຕິບັດຕົວຈິງໃຫ້ເປັນຮູບປະທຳ, ພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດແລະຮອບດ້ານໃຫ້ຂະຫຍາຍຕົວເຂົ້າສູ່ທັງລວງເລິກແລະລວງກວ້າງ.
ຄົນບູຮານຈີນເຄີຍກ່າວໄວ້ວ່າ: ຕ້ອງຝຶກຝົນຫຼໍ່ຫຼອມຄຸນສົມບັດໃຫ້ແກ່ຕົນເອງແລ້ວຈິ່ງຈະສາມາດເປັນຜູ້ນຳໃນການບໍລິຫານບ້ານເມືອງໄດ້. ໃນທຸກມື້ນີ້, ພັກກອມມູນິດຈີນໄດ້ນຳພາປະຊາຊົນຈີນມຸ້ງໜ້າໄປສູ່ເປົ້າໝາຍສູ້ຊົນໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ, ກ່ອນອື່ນໝົດ,ສິ່ງທີ່ຕ້ອງເຮັດໃຫ້ໄດ້ນັ້ນກໍຄື ປັບປຸງພື້ນຖານໃຫ້ໝັ້ນແກ່ນ, ຂໍກຸນແຈກໍແມ່ນເຂັ້ມງວດໃນການຝຶກຝົນຄຸນສົມບັດໃຫ້ແກ່ຕົນເອງ. ນີ້ເປັນສິ່ງທີ່ຈຳເປັນຕ້ອງເຮັດໃນຕະຫຼອດຊີວິດສຳລັບສະມາຊິກພັກກອມມູນິດຈີນທຸກຖ້ວນໜ້າໂດຍສະເພາະແມ່ນສະມາຊິກພັກທີ່ເປັນພະນັກງານການນຳ. ດັ່ງທີ່ທ່ານສີຈິ້ນຜິງໄດ້ຍົກເອົາກອນບູຮານຈີນມາເວົ້າວ່າ: “ບໍ່ຢາກໃຫ້ຄົນຍ້ອງວ່າມີສີສົດໃສສວຍງາມ,ຂໍພຽງແຕ່ໄດ້ສົ່ງກິ່ນຫອມໄປທົ່ວເມືອງມະນຸດກໍພໍ” ເຊິ່ງທ່ານສີຈິ້ນຜິງຍົກເອົາຄຳກອນບູຮານຈີນສອງປະໂຫຍກນີ້ກໍເປັນການວາງມາດຕະຖານສູງສຳລັບສະມາຊິກພັກກອມມູນິດໃນການຝຶກຝົນຄຸນສົມບັດໃຫ້ແກ່ຕົນເອງຢ່າງເຂັ້ມງວດ, ນີ້ຄວນເປັນສິ່ງທີ່ມີຄ່າທີ່ສະມາຊິກພັກກອມມູນິດຄົນໜຶ່ງຕ້ອງຊອກສະແຫວງຫາຕະຫຼອດການ.
ຄຳເຫັນ
0