ເນື່ອງໃນໂອກາດວັນກຳມະກອນສາກົນປີ 2019, ທ່ານສີຈິ້ນຜິງໄດ້ສົ່ງຈົດ ໝາຍຕອບຄືນນັກສຳມະນາກອນລະດັບປະລິນຍາຕີຕົວແບບຜູ້ອອກແຮງງານຂອງສະຖາບັນການພົວພັນແຮງງານຈີນ, ໂດຍສະເໜີອອກວ່າການອອກແຮງງານເປັນສິ່ງທີ່ີມີກຽດທີ່ສຸດ ສູງສົ່ງທີ່ສຸດ ຍິ່ງໃຫຍ່ທີ່ສຸດ ແລະສວຍງາມທີ່ສຸດ. ໃນຈົດ ໝາຍດັ່ງກ່າວມີສອງປະໂຫຍກ ຄື: “ສັງຄົມນິຍົມກຳເນີດເກີດຂຶ້ນຈາກການເຮັດແທ້ທຳຈິງ” “ຍຸກໃໝ່ກໍກຳເນີດເກີດຂຶ້ນຈາກການເຮັດແທ້ທຳຈິງເຊັ່ນກັນ”. 2 ປະໂຫຍກນີ້ເປັນການລະດົມຂົນຂວາຍ ແລະ ຄຳຮຽກຮ້ອງທີ່ດີທີ່ສຸດຕໍ່ການປະຕິບັດຕົວຈິງ. ກ່ຽວກັບເລື່ອງນີ້,ທ່ານສີຈິ້ນຜິງກ່າວວ່າ:
“ໜ້າທີ່ປະຫວັດສາດທີ່ສູ້ຊົນເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ມີກຽດສະຫງ່າຢ່າງສູງແຕ່ມີຄວາມລຳບາກຫຼາຍ, ຕ້ອງການໃຫ້ຊາວຈີນທຸກເຊັ່ນຄົນຮ່ວມກັນສຸມຄວາມພະຍາຍາມຢ່າງບໍ່ລົດລະ, ສະນັ້ນຈຶ່ງເວົ້າວ່າ “ເວົ້າແຕ່ປາກເປົ່າລ້າໆເປັນການກີດຂວາງການພັດທະນາຂອງປະເທດ, ການເຮັດແທ້ທຳຈິງຈະສ້າງສາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ”. ຊາວພັກກອມມູນິດຈີນຮຸ່ນພວກເຮົານີ້ຕ້ອງສືບທອດອະດີດ ແລະ ເປີດອະນາຄົດອັນໃໝ່,ສ້າງສາພັກເຮົາໃຫ້ດີ, ສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດ, ພວກເຮົາຕ້ອງສ້າງສາປະເທດພວກເຮົາໃຫ້ດີ, ພັດທະນາຊົນຊາດພວກເຮົາໃຫ້ດີ, ຕ້ອງສືບຕໍ່ກ້າວເດີນໄປສູ່ເປົ້າໝາຍປະຫວັດສາດທີ່ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງເດັດດ່ຽວໜ້ຽວແໜ້ນ.”
ທ່ານສີຈິ້ນຜິງໄປຊົມງານວາງສະແດງທີ່ມີຫົວຂໍ້ວ່າ “ເສັ້ນທາງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ” ເມື່ອວັນທີ 29 ພະຈິກປີ 2012
ສຳນວນດັ່ງກ່າວແມ່ນທ່ານສີຈິ້ນຜິງກ່າວໃນເວລາໄປຊົມງານວາງສະແດງທີ່ມີຫົວຂໍ້ວ່າ “ເສັ້ນທາງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງ” ເມື່ອວັນທີ 29 ພະຈິກປີ 2012. ໃນນີ້, ທ່ານສີຈິ້ນຜິງໄດ້ນຳໃຊ້ສຳນວນອະມະຕະປະໂຫຍກ ໜຶ່ງ, ຄື “ເວົ້າແຕ່ປາກລ້າໆເປັນການກີດຂວາງການພັດທະນາຂອງປະເທດ, ການເຮັດແທ້ທຳຈິງເປັນການສ້າງບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ” ເຊິ່ງປະໂຫຍກນີ້ເຄົ້າເດີມມາຈາກປື້ມ “ຢື້ຈື່ລູ້” ທີ່ເປັນຜົນງານຂອງທ່ານກູ້ຢຽນອູ ນັກຄິດທີ່ມີຊື່ສຽງໃນທ້າຍລາຊະວົງໝິງ ຕົ້ນລາຊະວົງຊິ່ງ. ໃນປື້ມ “ຢື້ຈື່ລູ້”ໄດ້ກ່າວເຖິງປາກົດການຊະນິດໜຶ່ງ, ຄື: ໃນສະໄໝເວີ້ຍຈິ້ນ ລາຊະວົງເໜືອແລະລາຊະວົງໃຕ້(ປີ220-589)ຂອງຈີນ, ໃນສັງຄົມມີຄວາມນິຍົມການເວົ້າເຖິງທິດສະດີປັດຊະຍາແບບປາກເປົ່າ, ປະຊາຊົນເວົ້າເຖິງທັດສະນະຂອງເຫຼົາຈື ແລະ ຈ່ວງຈື ທີ່ເປັນປັດຊະຍາສາສະໜາເຕົາ, ສຳລັບເລື່ອງທີ່ກ່ຽວພັນເຖິງແຜນການພັດທະນາປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັ້ນບໍ່ໄດ້ເວົ້າເຖິງແມ່ນແຕ່ໜ້ອຍ. ຫຼັງຈາກລາຊະວົງຊົ້ງ(ປີ960—1279), ມີຄົນກຸ່ມໜຶ່ງຄົ້ນຄວ້າສະເພາະແຕ່ ສະຕິ ແລະ ຊີວິດ, ສະແຫວງຫາສັດຈະທຳ ແລະ ຄຳຕອບຈາກຈິດໃຈພາຍໃນຂອງຄົນ,ແຕ່ຫາກໄດ້ປະຖິ້ມຄວາມຮູ້ທີ່ເປັນຮູບປະທຳ. ເຊິ່ງພາໃຫ້ເກີດຜົນກະທົບຢ້ອນຫຼັງ ຄື: ເສນາອາມາດບໍ່ເຮັດວຽກຕົວຈິງ, ເຈົ້າໜ້າທີ່ຂັ້ນຕ່າງໆກໍບໍ່ປະຕິບັດວຽກງານໃຫ້ເປັນຮູບປະທຳອີກແລ້ວ. ມີແຕ່ຈຸ້ມຫົວລົມກັນເພື່ອສະແດງຄວາມເຫັນທີ່ບໍ່ຕິດແທດກັບຄວາມຈິງ, ໃນທີ່ສຸດໄດ້ເຮັດໃຫ້ປະເທດກ້າວໄປສູ່ການລົ້ມລະລາຍ.
ທ່ານກູ້ຢຽນອູດຳລົງຊີວິດໃນສະໄໝທ້າຍລາຊະວົງໝິງ ແລະ ຕົ້ນລາຊະວົງຊິ່ງ, ທ່ານໄດ້ເປັນສັກຂີພິຍານໃຫ້ແກ່ການລົ້ມລະລາຍຂອງລາຊະວົງໝິງ. ໃນເວລາພິຈາລະນາຄືນວ່າເປັນຫຍັງລາຊະວົງໝິງຈຶ່ງລົ້ມລະລາຍ, ທ່ານໄດ້ສະຫຼຸບວ່າສາເຫດສຳຄັນອັນໜຶ່ງກໍຄື: ຫຼາຍຄົນເວົ້າແຕ່ປາກລ້າໆ. ສະນັ້ນ, ການເວົ້າແຕ່ປາກລ້າໆເປັນການກີດຂວາງການພັດທະນາປະເທດ,ນີ້ເປັນບົດຮຽນທາງລົບທີ່ຖອດຖອນມາແຕ່ສະໄໝບູຮານ. ມີແຕ່ການເຮັດແທ້ທຳຈິງຈຶ່ງຈະສາມາດສ້າງບ້ານເມືອງໃຫ້ຈະເລີນຮຸ່ງເຮືອງໄດ້, ເວົ້າແຕ່ປາກລ້າໆເປັນການກີດຂວາງການພັດທະນາປະເທດ.
ຢູ່ຈີນມີຮູບເງົາເລື່ອງໜຶ່ງທີ່ຖ່າຍທຳໃນຊຸມປີ 1950, ມີຊື່ວ່າ “ຊາວໜຸ່ມໃນບ້ານພວກເຮົາ”
“ເວົ້າແຕ່ປາກລ້າໆເປັນການກີດຂວາງການພັດທະນາປະເທດ, ການເຮັດແທ້ທຳຈິງເປັນການສ້າງບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ”. ຖ້າບໍ່ມີການເຮັດແທ້ທຳຈິງ, ທຸກສິ່ງທຸກຢ່າງຈະບໍ່ມີຄວາມໝາຍຫຍັງເລີຍ. ກໍຄືດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ: “ສັງຄົມນິຍົມກຳເນີດເກີດຂຶ້ນມາຈາກການເຮັດແທ້ທຳຈິງ”. ສັງຄົມນິຍົມແມ່ນພາລະກິດທີ່ບໍ່ເຄີຍມີມາກ່ອນ, ບໍ່ສາມາດຄົ້ນພົບສັງຄົມນິຍົມໄດ້ຈາກປື້ມ,ທັງບໍ່ສາມາດຄົ້ນພົບສັງຄົມນິຍົມຈາກເຫດຜົນທາງທິດສະດີລ້າໆ. ມີແຕ່ອາໄສການເຮັດແທ້ທຳຈິງຢ່າງດຽວ. ຢູ່ຈີນມີຮູບເງົາເລື່ອງໜຶ່ງທີ່ຖ່າຍທຳໃນຊຸມປີ 1950, ມີຊື່ວ່າ “ຊາວໜຸ່ມໃນບ້ານພວກເຮົາ”, ໃນນັ້ນມີເພງປະກອບທີ່ມີເນື້ອເພງວ່າ, “ໝາກເຊີຣີແຊບແຕ່ຕົ້ນເຊີຣີປູກຍາກ, ບໍ່ທຸ້ມເທເຫື່ອແຮງຈະບໍ່ມີການແຕກດອກອອກໝາກ. ຄວາມຜາສຸກຈະບໍ່ຫົ່ນມາແຕ່ຟ້າ, ສັງຄົມນິຍົມກໍຈະບໍ່ມາຮອດເອງຖ້າເຮົາມີແຕ່ຄອຍຖ້າລ້າໆ.” ທ່ານສີຈິ້ນຜິງເຄີຍຍົກເອົາເນື້ອເພງປະໂຫຍກນີ້ມາຫຼາຍເທື່ອເພື່ອຕັກເຕືອນໃຫ້ພະນັກງານການນຳອັນໄພສານ ແລະ ປະຊາຊົນທົ່ວປະເທດຮູ້ວ່າ, ສັງຄົມນິຍົມເກີດມາຈາກການເຮັດແທ້ທຳຈິງ, ຫາກບໍ່ແມ່ນເກີດມາຈາກການຄອຍຖ້າລ້າໆ.
ນອກຈາກນີ້, “ຍຸກໃໝ່ກໍກຳເນີດເກີດຂຶ້ນຈາກການເຮັດແທ້ທຳຈິງເຊັ່ນກັນ”. ໃນບົດລາຍງານກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນຊີ້ອອກວ່າ, ຜ່ານຄວາມພະຍາຍາມມາເປັນໄລຍະຍາວນານ, ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໄດ້ກ້າວເຂົ້າສູ່ຍຸກໃໝ່. ຍຸກໃໝ່ເປັນຍຸກສະໄໝທີ່ພະຍາຍາມສູ້ຊົນເພື່ອຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ເປັນຍຸກສະໄໝທີ່ສ້າງສາປະເທດໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮັ່ງມີເຂັ້ມແຂງ ປະຊາທິປະໄຕ ສິວິໄລ ປອງດອງ ແລະ ສວຍງາມຢ່າງຮອບດ້ານ, ປະເທດຈີນໃນປະຈຸບັນໄດ້ຫຍັບໃກ້ກັບເປົ້າໝາຍທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຫຼາຍກວ່າເວລາໃດໝົດໃນປະຫວັດສາດຂອງຈີນ. ແຕ່ໃນອະນາຄົດຍັງຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ຍັງຕ້ອງຜ່ານຜ່າຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ. ສະນັ້ນທ່ານສີຈິ້ນຜິງກ່າວເນັ້ນວ່າ: ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ຈະບໍ່ສາມາດບັນລຸຜົນເປັນຈິງໄດ້ຢ່າງງ່າຍດາຍ, ຍິ່ງຫຍັບເຂົ້າໃກ້ກັບການບັນລຸຄວາມຝັນທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນເທົ່າໃດ, ກໍຍິ່ງຕ້ອງສຸມທຸກຄວາມພະຍາຍາມ, ຍິ່ງຕ້ອງການໃຫ້ຄົນທັງຫຼາຍຈ້ອນແຂນເສື້ອຂື້ນແລ້ວລົງມືເຮັດວຽກຢ່າງເຕັມກຳລັງ.
ໃນຍຸກໃໝ່ຕ້ອງການຜູ້ເຮັດແທ້ທຳຈິງໃນຈຳນວນທີ່ນັບບໍ່ຖ້ວນ.ທ່ານສີຈິ້ນ ຜິງກໍເປັນຜູ້ເຮັດແທ້ທຳຈິງຫລາຍທີ່ສຸດໃນຍຸກໃໝ່ນີ້. ໃນດ້ານການເຮັດວຽກ, ທ່ານສີຈິ້ນຜິງສົ່ງເສີມແບບແຜນວິທີເຮັດວຽກລົງມືປະຕິບັດທັນທີ! ປີ 1991, ທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່ໃນເວລານັ້ນໄດ້ສົ່ງເສີມແບບແຜນວິທີເຮັດວຽກລົງມື “ປະຕິບັດທັນທີ” ໃນຄະນະພັກ ແລະ ອົງການປົກຄອງນະຄອນຟູໂຈ່, ໄດ້ຈັດເອົາ ຕົວໜັງສືຈີນ ທີ່ວ່າລົງມື “ປະຕິບັດທັນທີ”ແຂວນໄວ້ຢູ່ໃນສຳນັກງານຄະນະພັກນະຄອນຟູໂຈ່, ເພື່ອເຕືອນໃຈໃຫ້ພະນັກງານທຸກຄົນຕ້ອງກ້າປະຕິບັດການ, ປະຕິບັດການໄດ້ໄວ ແລະ ຍົກສູງປະສິດທິພາບ.
ກ່ຽວກັບການເຮັດແທ້ທຳຈິງ, ທ່ານສີຈິ້ນຜິງຍັງໄດ້ສະເໜີຄຳຮຽກຮ້ອງຕໍ່ຊາວໜຸ່ມວ່າ: “ໄວໜຸ່ມຄວນມີການສູ້ຊົນ”. ເມື່ອສັງເກດເບິ່ງປະຫວັດສາດການພັດທະນາຂອງໂລກ, ນັກຄິດ ນັກວິທະຍາສາດ ນັກການເມືອງຜູ້ຍິ່ງໃຫຍ່ຈຳນວນໜ່ຶງ, ຜົນງານທີ່ສຳຄັນຂອງເຂົາເຈົ້າມັກກຳເນີດເກີດຂຶ້ນໃນໄລຍະໄວໜຸ່ມ. ໃນເວລາເຜີຍແຜ່ “ຖະແຫຼງການພັກກອມມູນິດ”, ທ່ານມາກມີອາຍຸ 30 ປີ, ທ່ານອັງແກນມີອາຍຸ 28 ປີ. ໃນເວລາທ່ານນິວຕັນ ແລະທ່ານ ໄລນີສ ປະດິດສ້າງCalculus, ທ່ານນິວຕັນ ມີອາຍຸ 22 ປີ ແລະ ທ່ານໄລນີສ ມີອາຍຸ 28 ປີ. ທ່ານສີຈິ້ນຜິງໄດ້ໃຊ້ຕົວຢ່າງເຫຼົ່ານີ້ເພື່ອບອກຊາວໜຸ່ມວ່າ: ຕ້ອງມີຄວາມຕັດສິນໃຈ ບາກບັ່ນສູ້ຊົນ, ເປັນຜູ້ປະດິດສ້າງ ຜູ້ບຸກບືນ ແລະ ຜູ້ອຸທິດຕົນເພື່ອຍຸກໃໝ່ນີ້, ຫາກບໍ່ແມ່ນຜູ້ສັບສົນລັ່ງເລ, ຜູ້ຢືນເບິ່ງ ໃນຍຸກໃໝ່ນີ້.
ທ່ານສີຈິ້ນຜິງກ່າວວ່າ : “ຢູ່ເບື້ອງຫຼັງຂອງຜົນສຳເລັດຈະເປັນຄວາມລຳບາກ ແລະ ຄວາມພະຍາຍາມຢູ່ສະເໝີ, ຕ້ອງເຮັດເລື່ອງເລັກນ້ອຍປານເລື່ອງໃຫຍ່, ກ້າວໄປໜ້າຢ່າງໜັກແໜ້ນດ້ວຍທຸກບາດກ້າວ. ຢອດນໍ້າສາມາດທະລຸກ້ອນຫີນໄດ້, ຂໍພຽງແຕ່ມີມານະຈິດອົດທົນ ບໍ່ທໍ້ຖອຍ, ຜົນສຳເລັດຈະຄອຍຖ້າຢູ່ເບື້ອງໜ້າ.”
ໃນໂລກນີ້ຄົນສ່ວນຫຼາຍເປັນຄົນທຳມະດາ, ເວົ້າສຳລັບພວກເຮົາແລ້ວ, ຄວາມໝາຍແຫ່ງການບຸກບືນສູ້ຊົນຢ່າງທໍລະຫົດອົດທົນກໍແມ່ນເຮັດໃຫ້ຕົນເອງ ແລະ ຄອບຄົວມີຊີວິດການເປັນຢູ່ທີ່ດີກວ່າເກົ່າ. ເມື່ອພະຍາຍາມແລ້ວບໍ່ໝາຍຄວາມວ່າຈະໄດ້ຮັບຜົນຕອບແທນແນ່ນອນ, ບົນເສັ້ນທາງແຫ່ງການບຸກບືນສູ້ຊົນມັກເຕັມໄປດ້ວຍຂວາກໜາມອຸປະສັກ, ຫວັງວ່າທ່ານຈະໄດ້ຮັບກຳລັງແຮງໃຈ ແລະ ຄວາມກ້າຫານເພີ່ມຂຶ້ນຈາກຄວາມເວົ້າຂອງທ່ານສີຈິ້ນຜິງ.
ຄຳເຫັນ
0