“ປະຕິບັດຕົວຈິງ” ພາສາຈີນເວົ້າວ່າ “ຕູຊິງ”, ມີຄວາມໝາຍວ່າ, ບໍ່ວ່າເຮັດສິ່ງໃດສິ່ງໜຶ່ງກໍຕ້ອງຍຶດໝັ້ນການເຮັດເປັນປະຈຳຢ່າງສະໝ່ຳສະເໝີ, ແລະມີພຶດຕິກຳຢ່າງເດັດດ່ຽວໜຽວແໜ້ນ. ກ່ຽວກັບພຶດຕິກຳ, ທ່ານສີຈິ້ນຜິງເຄີຍປະກອບຄຳເຫັນທີ່ສຳຄັນຫຼາຍຢ່າງ.
ຈີນມີຄຳບູຮານທີ່ວ່າ: “ຫູຟັງບໍ່ທໍ່ຕາເຫັນ, ຕາເຫັນບໍ່ທໍ່ລົງມືເຮັດດ້ວຍຕົນເອງ”. ທ່ານສີຈິ້ນຜິງເຄີຍຍົກເອົາຄຳບູຮານນີ້ມາໃຊ້ຫຼາຍເທື່ອ. ໃນຍາມເປັນໄວໜຸ່ມ, ທ່ານສີຈິ້ນຜິງຍັງເຄີຍໃຊ້ອີກປະໂຫຍກໜຶ່ງທີ່ມີຊື່ສຽງຂອງທ່ານມາກ, ຄື “ການເຄື່ອນ ໄຫວຕົວຈິງບາດກ້າວໜຶ່ງສຳຄັນກວ່າໂຄງການເປັນໂຫລ.” ໃນຄວາມເປັນຈິງແລ້ວ, ສອງປະໂຫຍກນີ້ໄດ້ເວົ້າເຖິງເຫດຜົນດຽວກັນ, ກໍຄື “ການລົງມືເຮັດຕົວຈິງ ດີກວ່າ ຄຳເວົ້າ”.ນີ້ກໍເປັນແບບແຜນຂອງມະຫາວິທະຍາໄລຊິ່ງຮວາທີ່ ທ່ານສີຈິ້ນຜິງຮຽນຈົບ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງເຄີຍເນັ້ນໜັກຫຼາຍເທື່ອວ່າ, “ຄວາມສຸກຈະບໍ່ຫລົ່ນມາແຕ່ຟ້າ”, “ກໍ້ແຂນເສື້ອ ຂື້ນແລ້ວລົງມືເຮັດວຽກຢ່າງເຕັມກຳລັງ”. ຄວາມເຫັນເຫຼົ່ານີ້ຂອງທ່ານສີຈິ້ນຜິງເປັນການສືບທອດ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອອັນດີເດັ່ນຂອງປະຊາຊາດຈີນ, ທັງເປັນການໝູນໃຊ້ ທັງເສີມຂະຫຍາຍທັດສະນະ ແລະ ພຶດຕິກຳວິທະຍາສາດຂອງລັດທິມາກ. ການປະຕິບັດຕົວຈິງໃນ 3 ດ້ານ ຄື: ການສົ່ງເສີມການປະຕິບັດຕົວຈິງ, ການປະຕິບັດຕົວຈິງຢ່າງມີປະສິດທິຜົນ ແລະ ການປະຕິບັດຕົວຈິງຢ່າງສຸດຄວາມສາມາດ.
ປີ 1992,ທ່ານສີຈິ້ນຜິງເຄີຍລົງພິມປື້ມຫົວໜຶ່ງທີ່ມີຫົວຂໍ້ວ່າ “ພົ້ນອອກຈາກຄວາມທຸກຍາກ”
ກ່ຽວກັບການສົ່ງເສີມການປະຕິບັດຕົວຈິງ. ປີ 1992,ທ່ານສີຈິ້ນຜິງເຄີຍລົງພິມປື້ມຫົວໜຶ່ງທີ່ມີຫົວຂໍ້ວ່າ “ພົ້ນອອກຈາກຄວາມທຸກຍາກ”, ເຊິ່ງປື້ມຫົວນີ້ໄດ້ຮີບໂຮມເອົາຄຳເຫັນ ແລະບົດຄວາມທີ່ສຳຄັນຂອງທ່ານສີຈິ້ນຜິງແຕ່ເດືອນກັນຍາປີ 1988 ຫາ ເດືອນພຶດສະພາປີ 1990 ໃນເວລາທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີແຂວງຟູຈ້ຽນ. ໃນປື້ມຫົວນີ້, ຈະໄດ້ເຫັນຄຳສັບທີ່ວ່າ “ພຶດຕິກຳ” “ປະຕິບັດງານ”ຢູ່ຫຼາຍບ່ອນ. ນີ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ໃນຍາມໄວໜຸ່ມ, ທ່ານສີຈິ້ນຜິງກໍໃຫ້ຄວາມສຳຄັນຢ່າງສູງຕໍ່ “ການປະຕິບັດຕົວຈິງ”. ໃນປື້ມດັ່ງກ່າວ, ທ່ານສີຈິ້ນຜິງຂຽນວ່າ : “ຂ້າພະເຈົ້າສົ່ງເສີມການປະຕິບັດຕົວຈິງ, ພຶດຕິກຳຢູ່ເໜືອກວ່າຄວາມຮັບຮູ້ກໍຍ້ອນວ່າມັນເປັນການປະຕິບັດຕົວຈິງ.”
ເປັນຫຍັງທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການປະຕິບັດຕົວຈິງ?ທ່ານສີຈິ້ນຜິງເວົ້າວ່າ:
(ກົ່ງຊົງເວີຍຈື້, ເຢ້ກວາງເວີຍຊິນ)“ການໄດ້ຮັບຄຸນງາມຄວາມດີອັນຍິ່ງໃຫຍ່ເນື່ອງຈາກມີອຸດົມການອັນສູງສົ່ງ, ການເຮັດສຳເລັດພາລະກິດອັນຍິ່ງໃຫຍ່ກໍຍ້ອນວ່າມີຄວາມພະຍາຍາມປະຕິບັດງານຢ່າງບໍ່ລົດລະ.” ປະເທດເຮົາຍັງຢູ່ໃນແລະຈະຢູ່ໃນໄລຍະຕົ້ນຂອງສັງຄົມນິຍົມເປັນໄລຍະຍາວນານ, ການບັນລຸຄວາມໃຝ່ຝັນຂອງຈີນ, ແລະສ້າງຊີວິດການເປັນຢູ່ທີ່ດີງາມກວ່າເກົ່າໃຫ້ແກ່ປະຊາຊົນທັງປວງຍັງຈະຕ້ອງຜະເຊີນກັບໜ້າທີ່ອັນໜັກໜ່ວງ ແລະ ເສັ້ນທາງອັນຍາວໄກ, ເຊິ່ງຕ້ອງການໃຫ້ພວກເຮົາທຸກຄົນສືບຕໍ່ອອກແຮງງານຢ່າງດຸໝັ່ນ ແລະສຸມຄວາມພະຍາຍາມຢ່າງທໍລະຫົດອົດທົນ.”
ທ່ານສີຈິ້ນຜິງກ່າວໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 12ເມື່ອວັນທີ 17 ມີນາປີ 2013
ສຳນວນດັ່ງກ່າວແມ່ນຄຳເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 12ເມື່ອວັນທີ 17 ມີນາປີ 2013. ໃນຄຳເຫັນດັ່ງກ່າວໄດ້ໃຊ້ສຳນວນບູຮານປະໂຫຍກໜຶ່ງຄື(ກົ່ງຊົງເວີຍຈື້, ເຢ້ກວາງເວີຍຊິນ) “ການໄດ້ຮັບຄຸນງາມຄວາມດີອັນຍິ່ງໃຫຍ່ເນື່ອງຈາກວ່າມີອຸດົມການອັນສູງສົ່ງ, ການເຮັດສຳເລັດພາລະກິດອັນຍິ່ງໃຫຍ່ກໍຍ້ອນວ່າມີຄວາມພະຍາຍາມປະຕິບັດງານຢ່າງບໍ່ລົດລະ.” ປະໂຫຍກນີ້ມີເຄົ້າເດີມມາຈາກປື້ມ “ຊ້າງຊູ່.ໂຈ່ຊູ່”.ປື້ມ “ຊ້າງຊູ່”ເປັນປຶ້ມຕຳລາອຳມະຕະຂອງປັດຊະຍາຂົງຈື້ຂອງຈີນ, ທັງເປັນປື້ມບັນທຶກປະຫວັດສາດບູຮານຂອງຈີນ. ປະໂຫຍກນີ້ແມ່ນເວົ້າຢູ່ໃນສະພາບການຄືແນວໃດ? ໃນສະໄໝບູຮານຈີນມີລາຊະວົງເຊ້ຍ, ລາຊະວົງຊ່າງ ແລະລາຊະວົງໂຈ່, ໃນນັ້ນ, ລາຊະວົງໂຈ່ໄດ້ໂຄ່ນລົ້ມອຳນາດການປົກຄອງຂອງຊ່າງ, ເອົາຊະນະຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນອອກຂອງຈີນ, ແລ້ວເຄື່ອນທັບ ກັບຄືນສູ່ເມືອງຫຼວງເຟີ່ງອີ້, ສົມເດັດໂຈ່ເສີງຫວາງຕັກເຕືອນເສນາອາມາດທຸກຂັ້ນວ່າ, “ເຈົ້າໜ້າທີ່ທັງໝົດຂອງລາຊະວົງໂຈ່, ຕ້ອງມີທ່າທີສຸຂຸມຮອບຄອບຕໍ່ຕຳແໜ່ງ ແລະວຽກງານທີ່ຕົນຮັບຜິດຊອບ.” ພ້ອມກັນນັ້ນ, ສົມເດັດໂຈ່ເສີງຫວາງຍັງກ່າວວ່າ, ຖ້າຢາກສ້າງຄຸນງາມຄວາມດີອັນຍິ່ງໃຫຍ່, ກໍຕ້ອງມີອຸດົມການທີ່ສູງສົ່ງ. ຖ້າຢາກເຮັດສຳເລັດພາລະກິດອັນຍິ່ງໃຫຍ່, ກໍຕ້ອງສຸມທຸກຄວາມພະຍາຍາມຢ່າງບໍ່ລົດລະ.
ສະນັ້ນ, ການຕັ້ງອຸດົມການກໍບໍ່ແມ່ນເລື່ອງງ່າຍດາຍ, ມັນຕ້ອງໃຊ້ຄວາມພະຍາຍາມຢ່າງບໍ່ລົດລະ, ແລະຕ້ອງປະຕິບັດຕົວຈິງຢ່າງລຳບາກ, ແລະດຳເນີນໄປເທື່ອລະກ້າວຢ່າງໜັກແໜ້ນ. ຖ້າບໍ່ມີຄວາມພະຍາຍາມ ແລະບໍ່ເດັດດ່ຽວໃນ ການຍຶດໝັ້ນກໍຈະບໍ່ສາມາດປະສົບຜົນສຳເລັດໄດ້.
ເມື່ອເວົ້າເຖິງການພົວພັນລະຫວ່າງອຸດົມການ ແລະຄວາມດຸໝັ່ນ, ອຸດົມການເປັນທິດທາງກ້າວເດີນ, ຄວາມດຸໝັ່ນກໍເປັນຊ່ອງທາງທີ່ກ້າວໄປສູ່ຈຸດໝາຍປາຍ ທາງ. ທ່ານສີຈິ້ນຜິງເປັນນັກຍຸດທະສາດທີ່ມີຈິດໃຈເຮັດແທ້ທຳຈິງ, ທັງເປັນຜູ້ປະຕິ ບັດຕົວຈິງຢ່າງມີຍຸດທະສາດ. ທ່ານໃຫ້ຄວາມສຳຄັນຢ່າງສູງຕໍ່ພຶດຕິກຳ, ທ່ານເນັ້ນວ່າພຶດຕິກຳຄືແຫຼ່ງກຳເນີດຂອງທິດສະດີ, ທັງເນັ້ນການສຳຫຼວດຄົ້ນຄວ້າ. ທ່ານກ່າວວ່າ: “ການສຳຫຼວດຄົ້ນຄວ້າເປັນພື້ນຖານຂອງການວາງແຜນ ແລະ ດຳເນີນພາລະກິດ ກໍຄື ເສັ້ນທາງທີ່ຈະກ້າວໄປສູ່ຜົນສຳເລັດ. ຖ້າບໍ່ມີການສຳຫຼວດ, ກໍບໍ່ມີສິດປະກອບຄຳເຫັນ, ຍິ່ງບໍ່ມີສິດຕັດສິນ.”
ທ່ານສີຈິ້ນຜິງໄດ້ສະເໜີການລົບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າ ໝາຍທີ່ແນ່ນອນ, ກໍແມ່ນສະເໜີອອກບົນເສັ້ນທາງໃນການສຳຫຼວດຄົ້ນຄວ້າວຽກງານລົບລ້າງຄວາມທຸກຍາກ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນທີ່ຈັດຂຶ້ນເມື່ອປີ 2012 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດວຽກງານໂດຍຂຶ້ນເໜືອລົງໃຕ້, ຈາກພູພຽງດິນເຫຼືອງໄປຮອດພູພຽງຊິ່ງໄຫຕິເບດ, ທ່ານໄດ້ເດີນທາງໄປຮອດໄປເຖິງໝົດທຸກເຂດທຸກຍາກພິເສດໃນທົ່ວປະເທດຈີນ, ໄດ້ຮັບຮູ້ສະພາບການທຸກດ້ານຂອງຄອບຄົວຜູ້ທຸກຍາກຢ່າງລະອຽດ. ໃນຂະບວນການດັ່ງກ່າວ, ທ່ານສີຈິ້ນຜິງໄດ້ສະເໜີການລົບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ.
ທິດສະດີໃດໜຶ່ງແມ່ນສັດຈະທຳແທ້ຫຼືບໍ່, ຈະມີພຽງແຕ່ກວດສອບໂດຍຜ່ານພຶດຕິກຳທາງສັງຄົມຢ່າງດຽວເທົ່ານັ້ນ.ທ່ານສີຈິ້ນຜິງຊີ້ອອກຢ່າງຈະແຈ້ງ ວ່າ, ວຽກງານທຸກດ້ານຂອງລັດຖະບານຈີນ ແລະ ພັກກອມມູນິດຈີນລ້ວນແຕ່ຕ້ອງໃຫ້ສາມາດກວດສອບຜ່ານຈາກພຶດຕິກຳຕົວຈິງ ໂດຍ ປະຊາຊົນ ແລະປະຫວັດສາດໄດ້. ຄວາມສາມາດການບໍລິຫານຂອງພະນັກງານການນຳຜູ້ໜຶ່ງກໍຕ້ອງສະແດງອອກໂດຍຜ່ານພຶດຕິກຳຕົວຈິງ, ລະດັບການກຳອຳນາດກໍຍິ່ງຕ້ອງກວດສອບໃນພຶດຕິກຳເຊັ່ນກັນ.
ຄຳເຫັນ
0