吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ຕ້ອງ​ປະຕິບັດ​ຕົວ​ຈິງ​ດ້ວຍ​ຕົນ​ເອງ 2

2020-04-03 16:38:14 cri

 

ມີ​ພຽງ​ແຕ່​ເຮັດ​ແທ້​ທຳ​ຈິງ​ແລະ​ປະ​ຕິ​ບັດ​ຕົວ​ຈິງ​ເທົ່າ​ນັ້ນ​ຈິ່​ງ​ຈະ​ສາ​ມາດ​ຍົກ​ສູງ​ຄວາມ​ສາ​ມາດ​ຂອ​ງ​ຕົນ​ໄດ້. ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ​ເລຂາ​ຄະນະ​ພັກ​ແຂວງ​ເຈີ້​ຈ່ຽງ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ໄດ້​ໃຫ້ທັດ​ສະ​ນະ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ເລື່ອງ​ນີ້. ​ໃນ​ເວລາ​ເວົ້າ​ເຖິງ​ການ​ບຳລຸງ​ສ້າງ​ພະນັກງານ​ສືບທອດ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ບໍ່​ຄວນ​​ກໍ່​ສ້າງພະນັກງານ​ສຶບທອດຢູ່ໃນ​ເຮືອນ​ແກ້ວ​ແບບ​ທະ​ໜຸ​ຖະ​ໜອມ, ຫາກ​ຄວນ​ສົ່ງ​ໄປ​ຝຶກ​ຝົນ​ຫຼໍ່ຫຼອມ ​ແລະ ທົດ​ສອບ​ໃນຕຳ​ແໜ່​ງງານທີ່​ມີຄວາມລຳບາກ ​ແລະ ມີສະພາບ​ແວດ​ລ້ອມ​ທີ່ຫຍຸ້ງຍາກ​ສັບສົນ. ​ໃນ​ເວລາ​ລົງພື້ນ​ຖານ​ທີ່​ບ້ານຫຼຽງ​ເຈ່ຍ​ເຫີ, ຕອນນັ້ນ ທ່ານ​ສີ​ຈິ້ນ​ຜິ​ງ​ພວມຢູ່ໃນ​​ໄວ​ໜຸ່ມກໍໄດ້​ເຮັດ​ວຽກໝົດ​ທຸກ​ຢ່າງ, ບໍ່​ວ່າ​ຈະເປັນການຫາບ​ຝຸ່ນ​ຄອກ, ​ເຮັດ​ໄຮ່​ໄຖ​ນາ, ກໍ່​ຝາຍ ​ແລະ​ວຽກງານອື່ນໆ​ອີກ. ​ໃນ​ສາຍຕາ​ຂອງພໍ່​ແມ່​ປະຊາຊົນ, ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ຊາວ​ໜຸ່ມ​ຜູ້​​ເປັນ​ເຈົ້າ​ການ​ໃນການອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ ​ແລະ ທໍລະ​ຫົດ​ອົດທົນ. ​ເຖິງ​ວ່າ​ຊີວິດການກິນຢູ່​ຫຼາຍ​ຢ່າງ​ຈະມີຄວາມທຸກຍາກກໍ​ຕາມ, ​ແຕ່​ເມື່ອ​ຫວນ​ຄືນ​ເຖິງ​ປະສົບ​ການ​ໄລຍະ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າວ່າ: “ປະສົບ​ການ​ຕອນ​ນັ້ນ​ເປັນຄຸນປະ​ໂຫຍ​ດຢ່າ​ງໃຫຍ່ຫຼວງຕໍ່ຂ້າພະເຈົ້າ.”

 

ດັ່ງນັ້ນ,ກ່ຽວ​ກັບ​ການ​ທີ່ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຖື​ວ່າ​ແມ່ນພຶດຕິກຳ ແລະ ການ​ປະຕິບັດ​ຕົວ​ຈິງ​ທີ່​ສຳ​ເລັດ​ຜົນ? ທ່ານ​ສີ​ຈິ້ນ​ຜິ​ງໄດ້ມີ​ຄວາມ​ເຫັນ​ຄື​ດັ່ງນີ້:

 

“ສະ​ສົມ​ດິນ​ໃຫ້​ເປັນ​ພູ, ສະ​ສົມ​ນໍ້າ​ໃຫ້​ເປັນ​ທະ​ເລ.” ຄວາມສຸກ ​ແລະ ອະນາຄົດ​ທີ່ດີງາມບໍ່ຫ່ອນ​ເກີດຂຶ້ນ​ເອງ, ຜົນສຳ​ເລັດ​ຂຶ້ນ​ຢູ່ກັບ​ຜູ້​ທີ່​ມີ​ຄວາມ​ກ້າຫານ ແລະ ມີຄວາມມຸ່ງຫວັງຕັ້ງໃຈ.ການຍຶດໝັ້ນ​ການ​ເປີດ​ປະຕູສູ່​ພາຍ​ນອກ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ກ້າ​ປະຕິ​ຮູບ ​ແລະ ປະດິດ​ສ້າງ​ໃໝ່, ການກ້າວ​ໄປ​ສູ່​ເປົ້າ​ໝາຍ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ສ້າງ​ອະນາຄົດ​ທີ່​ດີງາມ​ໃຫ້​ອາຊີ ກໍ​ຄື​ໃຫ້ກັບ​ໂລກ!

 

图片默认标题_fororder_躬行2

 

​ທ່ານ​ສີ​ຈິ້ນ​ຜິ​ງ​ກ່າວ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປີ 2018

 

ສຳ​ນວນ​ດັ່ງ​ກ່າວ​ແມ່ນ​ຄຳ​ເຫັນ​ຕອນ​ໜຶ່ງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ໂປ​ອາວ​ປີ 2018.​ໃນ​ຄຳ​ເຫັນ​ຕອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​​ໃຊ້​ຄຳບູຮານ ຄື  “ສະ​ສົມ​ດິນ​ໃຫ້​​ເປັນ​ພູ, ສະ​ສົມ​ນໍ້າ​ໃຫ້​ເປັນ​ທະ​ເລ.” ປະ​ໂຫຍ​ກນີ້​ມີເຄົ້າເດີມມາ​ຈາກ ປື້​ມ“ຊຸນ​ຈື. ຣູຊ້ຽວ”. ​​ເມື່ອ​ເບິ່ງ​ຈາກ​ຄວາມ​ໝາຍ​ຂອງ​ປະ​ໂຫຍ​ກນີ້​ແລ້ວ​ເຫັນ​ວ່າ: ບໍ່​ວ່າຈະ​ເປັນ​ພູ​ທີ່​ສູງ​ເທົ່າ​ໃດ​ກໍ​ຕາມ ກໍ​ເກີດຂື້ນຈາກ​ດິນຫຼາຍໆ​ໂກບນ້ອຍທີ່ສະສົມໂຮມເຂົ້າກັນ. ທະ​ເລ​ເຖິງຈະ​ເລິກ​ເທົ່າ​ໃດ​ກໍ​ຕາມ ກໍ​ເກີດຈາກຢົດນ້ຳນ້ອຍຫຼາຍ​​ໆຢົດທີ່ສະສົມໂຮມເຂົ້າກັນ. ​ເຊິ່ງມີ​ຄວາມ​ໝາຍຢ່າງ​ເລິກ​ເຊິ່ງວ່າ: ບໍ່​ວ່າ​ເປັນ​ຜູ້​ຍິ່ງ​ໃຫຍ່ ຫຼື ຄົນ​ທຳ​ມະ​ດາ​, ມີພຽງແຕ່ຕ້ອງ​ສຸມ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະເທົ່ານັ້ນ​ຈຶ່ງ​ຈະ​ບັນລຸ​ເປົ້າ​ໝາຍ​ອັນ​ຍິ່ງ​ໃຫຍ່​ໄດ້.

 

ໃນ​ຄວາມ​ໝາຍ​ດ້ານ​ທີ 2 ຄື: ບໍ່​ວ່າ​ເຮັດ​ວຽກ​ໃດ​ກໍ​ຕ້ອງ​ມີຈຸດເລີ່​ມຕົ້ນ ​ແລະ ຈຸດສຳ​ເລັດ​ຜົນດ້ວຍ​ດີ. ມີຄຳ​ບູ​ຮານຈີນ​ປະ​ໂຫຍ​ກໜຶ່ງ​ທີ່ມີເຄົ້າເດີມມາ​ຈາກ​ປື້​ມ “ຈ້າ​ນ​ໂກ​ເຊີ້ ຊິນ​ເຊີ້”, ປະຊາຊົນ​ຈີນ​ມັກ​ເວົ້າ​ເລື້ອຍໆວ່າ: “​ ​ເມື່ອ​ເດີນທາງໄປຮອດ​ຈຸດ​ທີ90​ລີ້  ຂອງໄລຍະທາງ 100 ​ລີ້ (ລີ້ ເປັນ​ຫົວ​ໜ່ວຍ​ວັດ​ແທກ​ຄວາມ​ຍາວ​ໃນ​ສະ​ໄໝ​ບູ​ຮານ​ຈີນ, 1 ລີ້ ເທົ່າ​ກັບ 500 ແມັດ)ແຕ່ກໍຊ່ຳກັບວ່າ​ຫາກໍເດີນທາງໄດ້ພຽງ​ເຄິ່ງໜຶ່ງ​ເທົ່າ​ນັ້ນ, ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຫຍຸ້ງຍາກ​ລຳບາກ​​ໃນ​ການເດີນທາງໄລຍະສຸດທ້າຍ.” ​​ເຊິ່ງໝາຍ​ຄວາມ​ວ່າ, ​ເມື່ອເດີນທາງໄດ້ 90 ​ລີ້ແລ້ວ, ຍັງ​ເຫຼືອ ພຽງແຕ່10​ລີ້ຂອງໄລຍະທາງທີ່ຫຍຸ້ງ​ຫຍຸ້ງຍາກ​ລຳບາກ​ທີ່​ສຸດ, ​ອັນເນື່ອງມາຈາກຄວາມອິ​ດ​ເມື່ອຍ​, ເມື່ອໄດ້ຍຶດໝັ້ນ​ມາ​ເປັນ​ເວລາ​ດົນ​​ນານແລ້ວ, ໄດ້ສຸມ​ຄວາມ​ພະຍາຍາມ​ກໍ​ຫຼາຍ​ສົມຄວນ​ແລ້ວ, ​ເຖິງ​ວ່າ​ໃກ້​ຈະ​ຮອດ​ຈຸດໝາຍ​ປາຍທາງ​ແລ້ວ, ​ແຕ່​ເມື່ອ​ໃດຫາກລົດລະຄວາມພະຍາຍາມ​​ພຽງ​ໜ້ອຍ​ດຽວ, ວຽກ​ທີ່ໄດ້​ພະ​ຍາ​ຍາມເຮັດ​ຜ່ານ​ມາກໍ​ຈະ​ເສຍແຮງໄປ​ລ້າໆ.

 

ໃນ​ປື້​ມ “ຊຸນ​ຈຶ”ຍັງ​ມີ​ສຳ​ນວນຕອນ​ໜຶ່ງເວົ້າໄວ້ວ່າ: ຫາກບໍ່​ສະ​ສົມ​ທຸກ​ບາດກ້າວກໍ​ຈະ​ບໍ່​ສາມາດ​ໄປ​ເຖິງທາງໄກເປັນພັນ​ລີ້ໄດ້; ຫາກຫ້ວຍນ້ຳ​ນ້ອຍບໍ່ໂຮມເຂົ້າກັນ, ກໍຈະ​ບໍ່​ສາມາດກາຍ​ເປັນ​ທະເລໃຫຍ່​ໄດ້”. ປະ​ໂຫຍ​ກນີ້​ຖື​ວ່າ​ຖືກຕ້ອງ​ທີ່​ສຸດ. ສະ​ນັ້ນ, ບໍ່​ວ່າ​ຈະມີ​ອຸປະສັກຫຍຸ້ງຍາກ​ລຳບາກ​ຢ່າງໜັກໜ່ວງ​ປານ​ໃດ​ຂວາງຢູ່ເບື້ອງໜ້າ​ພວກ​ເຮົາ​ກໍ​ຕາມ, ຂໍ​ພຽງ​ແຕ່​ສຸມ​ທຸກ​​ຄວາມ​ພະຍາ​ຍາມຢ່າງ​ບໍ່​ລົດ​ລະ, ​ກ້າວ​ເດີນ​ໄປຕາມ​ທິດ​ທາງ​ທີ່​ຖືກຕ້ອງ, ​ໃນ​ທີ່​ສຸດ​ກໍ​ຈະ​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​ໄດ້ແນ່ນອນ. ​ແມ່​ນໍ້າ​ລຳ​ເຊ ​ແລະ ທະ​ເລ​ເກີດຂື້ນໄດ້ກໍແມ່ນຍ້ອນຢົດນ້ຳນ້ອຍຫຼາຍໆ​ຢົດສະສົມໂຮມເຂົ້າກັນ, ພູ​ສູງ​ເກີດຂື້ນໄດ້ກໍແມ່ນຍ້ອນດິນ​ຫຼາຍໆໂກບນ້ອຍສະສົມໂຮມເຂົ້າກັນ, ດັ່ງ​ນັ້ນ, ພາລະກິດ​ອັນ​ຍິ່ງ​ໃຫຍ່​ກໍ​ຕ້ອງ​ລົງມື​ປະຕິບັດ​ຕົວ​ຈິງ​ຈາກ​ວຽກ​ເລັກ​ໆ​ນ້ອຍໆ​ເຊັ່ນ​ກັນ.

 

“ສະ​ສົມ​ດິນ​ໃຫ້ເປັນ​ພູ, ສະ​ສົມນໍ້າ​ໃຫ້​ເປັນ​ທະ​ເລ”. ຄຳ​ວ່າ ສະ​ສົມ​ນີ້​ກໍ​ໝາຍ​ເຖິງ​ການ​ປະຕິບັດ​ຕົວ​ຈິງ, ​ແຕ່​ການ​ປະຕິບັດ​ຕົວ​ຈິງ​ກໍ​ຕ້ອງ​ເຄົາລົບ​ກົດ​ເກນ​ພາວະ​ວິ​ໄສ. ​ຄັນຊັ້ນ,​ໃນ​ຍຸກ​ສະໄໝໃໝ່​ນີ້, ພວກເຮົາ​ຄວນປະຕິບັດ​ຕົວ​ຈິງ​ໃຫ້ເປັນຈິງໄດ້ ແນວ​ໃດ? ​ແລະ ຄວນ​ເຄົາລົບ​ກົດ​ເກນ​ຫຍັງ​ແດ່?

 

ໜຶ່ງ, ຖ້າ​ຢາກ​ປະສົບຜົນສຳເລັດກໍ​ຕ້ອງ​ຍຶດໝັ້ນ​ເປັນ​ເວ​ລາ​ຍາວ​ນານ. ສຸຸພາສິດ​ຈີນ​ກ່າວໄວ້ວ່າ: “ກິນ​ແຕ່​ເຂົ້າຄຳ​ດຽວ​ຈະ​ບໍ່​ສາມາດ​ກາຍ​ເປັນ​ຄົນ​ຕຸ້ຍ​ໄດ້.” ​ແມ່ນ​ແທ້, ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ເປັນ​ພຶດ​ຕິ​ກຳ​ທີ່​ຍຶດ​ໝັ້ນ​ເຮັດໄປ​ຈົນ​ເຖິງຜົນສຳ​ເລັດ​ສຸດ​ທ້າຍ. ດັ່ງນັ້ນ​,ທ່ານ​ສີ​ຈິ້ນ​ຜິ​ງຈຶ່ງກ່າວ​ເນັ້ນ​ວ່າ: ນອກຈາກ​ມີ​ຄວາມ​ກະຕືລື​ລົ້ນ​ທີ່​ຈະຍາດ​ແຍ່ງ​ທຸກ​ເວລາ​ນາທີ​ແລ້ວ, ຍັງ​ຕ້ອງ​ມີ​ຈິດໃຈອົດທົນ​ສືບຕໍ່​ຍຶດໝັ້ນ​ການປະຕິ ບັດຕົວຈິງ​ຢ່າງ​ຕໍ່​ເນື່ອງ, ທ່ານ​ສີ​ຈິ້ນ​ຜິ​ງກໍ​ໄດ້ພິສູດກ່ຽວກັບເລື້ອງນີ້ໂດຍ​ຍົກ​ຕົວ​ຢ່າງ ບັ້ນປົວແປງທະ​ເລ​ຊາຍ​ຢູ່​ເມືອງ​ຢິ້ວ​ຢ​ວີ້​ແຂ​ວງສ່າ​ນຊີ່.

 

ເມືອງ​ຢິ້ວຢ​ວີ້​​ແຂວງ​ສ່າ​ນຊີ່​ຕັ້ງ​ຢູ່​ແຖບແລວ​ລົມ​ທຳ​ມະ​ຊາດ​ຂອງ​ທະ​ເລ​ຊາຍ​ມາວ​ອູ​ຊູ້, ​ເປັນ​ເຂດ​ທີ່​ບໍ່​ມີພືດ​ຫຍັງ​ເກີດຂື້ນເລີຍ. ຫຼັງ​ຈາກ​ສະຖາປະນາ​ ສປຈີນ​​ແລ້ວ, ​ເລຂາ​ຄະນະ​ພັກ​ເມືອງ​ຊຸດ​ທຳ​ອິດ​ກໍ​ໄດ້​ນຳພາ​ປະຊາຊົນ​ປູກ​ຕົ້ນ​ໄມ້​ເພື່ອ​ປົວແປງ​ທະ​ເລ​ຊາຍ. ຈາກ​ນັ້ນ​ມາ, ​ໂດຍ​ອີງ​ຕາມ​ເປົ້າ​ໝາຍ​ດັ່ງກ່າວ, ພະນັກງານ​ການ​ນຳ​ທຸກ​ສະ​ໄໝ​ຂອງ​ຄະນະ​ພັກ​ເມືອງ​ກໍ​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​ຕາມ​ແຜນ​ແມ່​ບົດ​ດັ່ງກ່າວ, ​ໃນ​ທີ່​ສຸດ​ໄດ້​ຫັນປ່ຽນ​ດິນ​ທີ່ໄຮ້​ພືດ​ໃຫ້​ກາຍ​ເປັນ​ດິນ​ຂຽວ.

 

ທ່ານ​ສີ​ຈິ້ນ​ຜິ​ງ​​ໃຊ້​ເລື່ອງ​ນີ້​ເພື່ອ​ບອກ​ໃຫ້​ພະນັກງານ​ການ​ນຳ​ອັນ​ໄພສານ​ຮູ້​ວ່າ, ຕ້ອງ​ມີ​ສະ​ຕິ​ຕື່ນ​ຕົວ​ທີ່​ວ່າ ຜົນ​ສຳ​ເລັດ​ຈະ​ບໍ່ຈຳ​ເປັນ​ຕ້ອງ​ແມ່ນ​ເຮົາ,ຂໍ​ພຽງ​ແຕ່​ໄດ້​ລົງ​ມື​ເຮັດ​ກໍ​ພໍ. ​ແຜນ​ແມ່​ບົດ​ທີ່​ດີ​​ໃດ​ໜຶ່ງ ​ຂໍພຽງ​ແຕ່​ຖືກຕ້ອງ​ຕາມ​ຫຼັກ​ວິທະຍາສາດ, ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ຄວາມ​ເປັນຈິງ, ສອດຄ່ອງ​ກັບ​ຄວາມມຸ້ງມາດ​ປາຖະ​ນາຂອງ​ປະຊາຊົນແລ້ວ, ​ກໍຄວນ​ພະຍາຍາມ​ປະ​ຕິ​ບັດ​ຢ່າງຕໍ່ເນື່ອງປານແຂ່ງຂັນແລ່ນຕໍ່ໄມ້.

 

图片默认标题_fororder_躬行2b

 

ປີ 1984, ທ່ານ​ສີ​ຈິ້ນ​ຜິ​ງໄດ້ດຳລົງ​ຕຳ​​ແໜ່​ງ​ເປັນເລຂາ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ​ແຂວງ​ເຫີ​ເປີ​ຍ

 

ສອງ, ພຶ​ດຕິ​ກຳ​ບໍ່​ແມ່ນ​​ການ​ເຄື່ອນ​ໄຫວຂອງ​ຄົນ​ຜູ້​ດຽວ​, ​ແຕ່​ເປັນ​ການ​ເຄື່ອນ​ໄຫວ​ຂອງ​ມະຫາຊົນ, ​ເປັນ​ພຶດຕິ​ກຳທາງ​ສັງຄົມ. ສະ​ນັ້ນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ, ພະນັກງານ​ການ​ນຳ​ຂອງ​ພັກ ​ແລະ​ລັດ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຕົນ. ວິທີ​ການຢູ່​ໃສ? ​ກໍ​ແມ່ນ​ຢູ່​ນຳປະຊາຊົນຫັ້ນ​ແຫຼະ​. ປີ 1984, ທ່ານ​ສີ​ຈິ້ນ​ຜິ​ງໄດ້ດຳລົງ​ຕຳ​​ແໜ່​ງ​ເປັນເລຂາ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ​ແຂວງ​ເຫີ​ເປີ​ຍ, ​ເພິ່ນໄດ້​ຂຽນ​ຈົດ​ໝາຍ​ໄປ​ເຖິງຄະນະ​ພັກ, ສະພາ​ປະຊາຊົນ, ອົງການ​ປົກຄອງ ​ແລະ ສະພາ​ປຶກສາ​ການ​ເມືອງປະ​ຊາ​ຊົນ​ຂອງ​ເມືອງ​ເຈີ້​ງຕິ້ງ. ທ່ານ​ໄດ້ສະ​ເໜີ​ວ່າ, ຕ້ອງ​ປັບ​ປ່ຽນ​ແບບ​ແຜນ​ອາດຍາ​ສິດ, ລົງ​ເລິກ​ສູ່​ຮາກ​ຖານ ​ແລະ ເຂົ້າຫາປະຊາຊົນ, ຕ້ອງ​ດຳ​ເນີນ​ກາ​ນສຳ​ຫຼວດຄົ້ນຄວ້າ, ​ເຄົາລົບ​ປະຊາຊົນ​ເປັນ​ອາຈານ, ຊອກ​ຫາພະລັງ​​ແຮງ​ນຳປະຊາຊົນ. ທ່ານ​ສີ​ຈິ້ນ​ຜິ​ງຮຽກຮ້ອງ​ໃຫ້​ພະນັກງານ​ຂອງ​ເມືອງ​ເຈີ້​ງຕິ້ງ​ຕ້ອງ​ໃຊ້​ເວລາ 1 ສ່ວນ 3 ​ຂອງທຸກ​ປີ​ເພື່ອ​ລົງ​ຮາກ​ຖານ ​ແລະ ດຳ​ເນີນ​ການ​ສຳ​ຫຼວດຄົ້ນຄວ້າ. ​ໃນ​ໄລຍະ​ເປັນ​​ເລຂາ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສຳຫຼວດເບິ່ງທຸກ​ບ້ານ​ຂອງ​ເມືອງ​​ເຈີ້​ງຕິ້ງ, ກໍ​ແມ່ນ​ຍ້ອນ​ໄດ້​ຊອກ​ເຫັນບັນຫາ​ໄດ້​ຢ່າງ​ແມ່ນ​ຢໍາ, ສາມາດກຳນົດ​ມາດຕະ​ການໄດ້ຢ່າງ​ເໝາະ​ສົມ ​ແລະ ຕິດ​ແທດ​ກັບ​ຄວາມ​ເປັນ​ຈິງ, ​ເສດຖະກິດ​ສັງຄົມ​ຂອງ​ເມືອງ​ເຈີ້​ງຕິ້ງ​ຈຶ່ງໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ.

 

ສຸພາສິດ​ຈີນ​ກ່າວໄວ້​ວ່າ: “ຄົນ​ຄົນດຽວ​ສາມາດ​ຍ່າງ​ໄດ້​ໄວ, ​ແຕ່​ຄົນ​ເປັນກຸ່ມຈຶ່ງຈະ​ສາມາດ​ເດີນທາງ​ໄດ້ໄກ​ກວ່າ.” ​ໃນ​ໂລກ​ນີ້​ມີຫຼາຍ​ວຽກ​ຕ້ອງ​ໄດ້ຜ່ານ​ການ​ຮ່ວມ​ມື​ກັນ​ເທົ່ານັ້ນຈຶ່ງຈະ​ສຳ​ເລັດ​ຜົນ​ໄດ້. ​ເວົ້າ​ສຳລັບ​ພະນັກງານ​ການ​ນຳ​ແລ້ວ, ຖ້າ​ຢາກ​ສ້າງຜົນ​ງານ​ທີ່​ດີ​ໄດ້ ກໍ​ຕ້ອງ​ອາ​ໄສ​ປະຊາຊົນ, ຕ້ອງ​ເປັນ​ນະ​ໂຍບາຍ​ທີ່​ກຳ​ເນີ​ດຈາກ​ພຶດຕິ​ກຳ​ທີ່ປະຊາຊົນ​ມີສ່ວນຮ່ວມຈຶ່ງ​ຈະ​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາ​ປະເທດຊາດ, ​ແລະ ຈະນຳ​ເອົາ​ຄວາ​ມຜາ​ສຸກມາ​ໃຫ້​ແກ່​ປະຊາຊົນ​ໄດ້.

ຄຳ​ເຫັນ

0