ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 2 ເມສານີ້, ທ່ານນາງ ຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວຈາກສຳນັກຂ່າວສານບລຸມເບີກ(Bloomberg News)ຂອງອາເມຣິກາເປັນເວລາ 10 ນາທີ ໂດຍໄດ້ຍົກເລື່ອງຈິງຕ່າງໆ ແລະ ຕອບໂຕ້ນັກການເມືອງອາເມຣິກາຈຳນວນໜຶ່ງທີ່ໄດ້ປ່າວຂ່າວລືແລະໃສ່ຮ້າຍປ້າຍສີຈີນອີກແລ້ວອີກຕື່ມ.
ຫວ່າງກ່ອນນີ້ບໍ່ດົນ, ໃນເວລາຕອບຄຳຖາມຂອງຜູ້ດຳເນີນລາຍການຂອງ CNN ກ່ຽວກັບເລື່ອງທີ່ວ່າເປັນຫຍັງອາເມຣິກາຈຶ່ງຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຊັກຊ້າຄືແນວນີ້, ທ່ານ ໄມ ເພນ ຮອງປະທານາທິບໍດີອາເມຣິກາພັດໄດ້ກ່າວວ່າ: “ຖ້າໃນເວລານັ້ນຈີນໄດ້ສະໜອງຂໍ້ມູນທີ່ຮອບດ້ານກວ່ານີ້, ສະພາບການຂອງພວກເຮົາໃນປັດຈຸບັນອາດຈະດີຂຶ້ນກວ່ານີ້ອີກ.” ເຊັ່ນດຽວກັນ, ທ່ານ ໄມ ພົມເພວ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ໄດ້ໃຫ້ສຳພາດດ້ວຍການກ່າວໂຈມຕີຈີນອີກແລ້ວອີກຕື່ມ ໂດຍກ່າວວ່າຈີນໄດ້ເຜີຍແຜ່ “ຂໍ້ມູນປອມ” ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19. ນອກນີ້, ເຈົ້າໜ້າທີ່ອົງການຂ່າວລັບອາເມຣິກາຍັງໄດ້ໃສ່ຮ້າຍປ້າຍສີວ່າ ຈີນໄດ້ລາຍງານແບບປິດບັງຄວາມຈິງກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດຕົນ.
ທີ່ຈິງແລ້ວ, ຈີນໄດ້ປິດບັງຄວາມຈິງຫຼືບໍ່? ຜູ້ທີ່ມີຄຸນວຸດທິຕີລາຄາແລະມີສິດຕັດສິນທີ່ສຸດແມ່ນອົງການອະນາໄມໂລກກໍຄືຜູ້ຊ່ຽວຊານທີ່ກ່ຽວຂ້ອງ. ກ່ອນໜ້ານີ້, ທ່ານ ກາວເດັນ ກາລີ ຜູ້ຕາງໜ້າອົງການອະນາໄມໂລກປະຈຳຈີນທີ່ໄດ້ເຂົ້າຮ່ວມການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ດ້ວຍຕົນເອງ ໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ກໍຍ້ອນວ່າຈີນໄດ້ແບ່ງປັນແລະລາຍງານຂໍ້ມູນທີ່ກ່ຽວຂ້ອງຕໍ່ອົງການອະນາໄມໂລກຢ່າງທັນເວລາ, ຈຶ່ງໄດ້ສ້າງພື້ນຖານໃຫ້ແກ່ອົງການຕົນໃນການວິເຄາະແລະປະເມີນສະພາບການພັດທະນາຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຖືກຕ້ອງໃນໄລຍະຕໍ່ມາ, ແລະໄດ້ເຕືອນໄພລ່ວງໜ້າຕໍ່ໂລກໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.
ຊັ້ນລັດຖະບານອາເມຣິກາພາກັນເຮັດຫຍັງ ທັ້ງໆທີ່ໄດ້ຮັບການເຕືອນໄພແລະການລາຍງານທີ່ທັນເວລາຈາກປະເທດຈີນແລ້ວ?
ໃນຖານະເປັນຜູ້ຮັບຜິດຊອບທີ່ມີອຳນາດສັ່ງການຢູ່ຂອງອາເມຣິກາໃນການບັນຊາການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານ ໄມ ເພນ ສາມາດໃຫ້ຄວາມກະຈ່າງແຈ້ງໄດ້ຫຼືບໍ່, ເປັນຫຍັງທ່ານໝໍ ນາງ ຮີເລັນ ຈູ ໄດ້ເຕືອນໃຫ້ລະມັດລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດອາເມຣິກາໃນເດືອນມັງກອນປີນີ້ ແລະ ໄດ້ລາຍງານຜົນການກວດຫາເຊື້ອພະຍາດຕໍ່ອົງການຕິດຕາມຄຸ້ມຄອງຂອງອາເມຣິກາໃນເດືອນກຸມພາປີນີ້, ແຕ່ພັດຖືກສັ່ງໃຫ້ປິດປາກງຽບແລະຢຸດຕິການສືບຕໍ່ກວດຫາເຊື້ອພະຍາດ? ໃນຖານະເປັນເຈົ້າໜ້າທີ່ຂັ້ນສູງສຸດຂອງກະຊວງການຕ່າງປະເທດອາເມຣິກາ, ທ່ານ ໄມ ພົມເພວ ສາມາດຕອບໄດ້ຫຼືບໍ? ທ່ານເອງໄດ້ເຮັດວຽກໃດຢ່າງຈິງຈັງເພື່ອການຮ່ວມມືສາກົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືສຸຂະພາບຂອງປະຊາຊົນອາເມຣິກາ ພາຍຫຼັງໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19. ເປັນຫຍັງສູນປ້ອງກັນແລະຄວບຄຸມພະຍາດຂອງອາເມຣິກາໄດ້ຢຸດຕິການເປີດເຜີຍຂໍ້ມູນກ່ຽວຂ້ອງກັບຈຳນວນຜູ້ຮັບກວດຫາເຊື້ອພະຍາດໂຄວິດ-19 ແລະຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດດັ່ງກ່າວນັບແຕ່ວັນທີ 2 ມີນາຜ່ານມານີ້? ເປັນຫຍັງໂຮງໝໍ New York Presbyterian ອາເມຣິກາ ຍັງຕ້ອງຮ້ອງຂໍໃຫ້ພາກສ່ວນສາທາລະນະສຸກອາເມຣິກາດຳເນີນການກວດຫາເຊື້ອພະຍາດໃຫ້ຜູ້ຖືກສົງໄສເປັນພະຍາດໂຄວິດ-19?
ຄຳຖາມເຫຼົ່ານີ້ ທ່ານ ໄມ ເພນ, ທ່ານ ໄມ ພົມເພວ ແລະ ເຈົ້າໜ້າທີ່ອາເມຣິກາທ່ານອື່ນໆຕອບໄດ້ບໍ່? ອາດຈະຕອບບໍ່ໄດ້ຈັກຂໍ້! ຊັ້ນແມ່ນໃຜເປັນຜູ້ປິດບັງຄວາມຈິງກັນແທ້ໃນການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນມີຄວາມຈະແຈ້ງຢູ່ແລ້ວ. ພວກເຂົາເຈົ້າໄດ້ແນປາຍຫອກໃສ່ຈີນ ກໍເພື່ອປົກປິດຄວາມຢ້ານກົວແລະຄວາມວິຕົກກັງວົນຂອງຕົນເທົ່ານັ້ນ.
ຂະນະດຽວກັນ, ນີ້ກໍເປັນການຢັ້ງຢືນເລື່ອງຄວາມເປັນຈິງຂອງການເປີດເຜີຍຂ່າວຈາກເວັບໄຊ The Daily Beast ເຊິ່ງເປັນເວັບໄຊຂ່າວການເມືອງຂອງອາເມຣິກາ ຄື: ອີງຕາມເອກະສານໂທລະເລກລັບສະບັບໜຶ່ງ, ທຳນຽບຂາວອາເມຣິກາພວມວາງແຜນຮ່ວມກັບອົງການສະຫະລັດຫຼາຍແຫ່ງ, ກ່າວໂຈມຕີຈີນວ່າ ຈີນໄດ້ “ປິດບັງຄວາມຈິງຂອງການແຜ່ລະບາດຂອງພະຍາດໂຄວິດ-19” ແລະ “ກໍ່ໃຫ້ເກີດພະຍາດແຜ່ລະບາດໃນຂອບເຂດທົ່ວໂລກ”, ແລະໄດ້ສັ່ງໃຫ້ອົງການຕ່າງໆຕ້ອງ ເນັ້ນໜັກວ່າ “ທຸກສິ່ງທຸກຢ່າງລ້ວນແຕ່ຕ້ອງກ່ຽວຂ້ອງກັບປະເທດຈີນ”. ຂ່າວລາຍງານຕື່ມວ່າ: ທຳນຽບຂາວມີແຜນການໂດຍເນັ້ນໜັກຢ່າງລວມສູນວ່າເປັນ “ຄວາມຜິດພາດ” ຂອງຈີນ ເພື່ອຫັນເຫການຕຳໜິຕໍ່ຕົນເອງທີ່ບໍ່ສາມາດເຮັດວຽກປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງພຽງພໍ, ເຮັດໃຫ້ປະເທດຈີນກາຍເປັນຜູ້ຮັບໂທດແທນຕົນ. ພວກເຂົາເຈົ້າໄດ້ໃຊ້ກົນອຸບາຍທາງການເມືອງທີ່ອັບປະຍົດດ້ວຍການໃຊ້ຊີວິດຂອງປະຊາຊົນເປັນປະກັນ, ພວມໄດ້ເພີ່ມຄວາມສ່ຽງສູງຂຶ້ນເລື້ອຍໆທີ່ເຮັດໃຫ້ອາເມຣິກາເສຍໂອກາດເທື່ອທີສອງໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.
ຈາກການປັ້ນແຕ່ງລັດທິຊາດນິຍົມ ຮອດການໃສ່ຮ້າຍປ້າຍສີເພື່ອທຳລາຍບົດບາດຊື່ສຽງຂອງຈີນ, ນັກການເມືອງອາເມຣິກາຈຳນວນໜຶ່ງໄດ້ທຳລາຍສຸຂະພາບຂອງປະຊາຊົນປະເທດຕົນຢ່າງບໍ່ຢຸດຢັ້ງ ແລະ ສະກັດກັ້ນການຮ່ວມມືສາກົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ບົນພື້ນຖານຜົນປະໂຫຍດສ່ວນຕົວທາງການເມືອງ, ລັດທິສວຍໂອກາດ ແລະ ແນວຄິດສົງຄາມເຢັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງສະພາບແວດລ້ອມດ້ານການເມືອງທີ່ຊົ່ວຮ້າຍຂອງວໍຊິງຕັນຢ່າງຈະແຈ້ງທີ່ສຸດ.
ຄຳເຫັນ
0