何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈັດພິທີໄວ້ອາໄລລະດັບຊາດ ໂດຍ​ມີຜູ້​ນຳ​ພັກ ແລະ ລັດ​ຖະ​ບານ​ຈີນ​ເຂົ້າ​ຮ່ວມ​ພິ​ທີ​ໄວ້​ອາ​ໄລ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2020-04-04 11:22:27 CRI

ເພື່ອ​ສະ​ແດງ​ເຖິງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງ​​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ທີ່​ມີຕໍ່​​ຜູ້​ເສຍ​ສະຫຼະ​ຊີ​ວິດໃນ​ການ​ຕ້ານ​ພະ​ຍາດ COVID-19 ​ກໍ​ຄືພີ່​ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີ​ວິດ​ຈ​າກ​ພະ​ຍາດ​ດັ່ງ​ກ່າວ, ຈີນໄດ້​ຈັດ​ພິ​ທີໄວ້​ອາ​ໄລ​ລະ​ດັບ​ຊາດ​ໃນ​ວັນ​ທີ 4 ເມ​ສາ​ 2020 ນີ້.

 

ເວ​ລາ 10 ໂມງ​ເຊົ້າ​ຂອງວັ​ນ​ທີ 4 ເມ​ສາ​ນີ້, ສຽງ​ເຕືອນ​ໄພ​​ປ້ອງ​ກັນທາງ​ອາ​ກາດ​ໄດ້​ດັງ​ຂຶ້ນ, ທ່ານ​ສີ​ຈິ້​ນ​ຜິງ ແລະ​ຜູ້​ນຳ​ພັກ ແລະ​ລັດ​ຖະ​ບານ​ທ່ານ​ອື່ນໆ​ໄດ້​ມາເຖິງ​ຫໍ​ຮວຍ​ເຢິນ ຢູ່​ທີ່​​ທຳ​ນຽມ​ຈົ່ງ​ນານ​ໄຫ, ​​ຜູ້​ນຳ​ໄດ້​ພາ​ກັນຢືນ​​ກົ້ມ​ຫົວ​ໄວ້​ອາ​ໄລ​ເປັນ​ເວ​ລາ 3 ນາ​ທີ ເພື່ອ​ສະ​ແດງ​ເຖິງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊຶ້ງຕໍ່​​ຜູ້​ເສຍ​ສະຫຼະ​ຊີ​ວິດໃນ​ການ​ຕ້ານ​ພະ​ຍາດ COVID-19 ​ກໍ​ຄືພີ່​ນ້ອງ​ຮ່ວມ​ຊາດ​ທີ່​ເສຍ​ຊີ​ວິດ​ຈ​າກ​ພະ​ຍາດ​ດັ່ງ​ກ່າວ

 

ຄຳ​ເຫັນ

0