ວັນທີ 3 ເມສານີ້, ກະຊວງສາທາລະນະສຸກມາເລເຊຍໄດ້ຈັດຕັ້ງສື່ມວນຊົນໄປຢ້ຽມຊົມໂຮງໝໍຊົ່ວຄາວທີ່ໄດ້ດັດແປງສ້າງຂຶ້ນຢູ່ໃນຫໍວາງສະແດງກະສິກຳຢູ່ ເຊຣິ ເຄັມບານການ ໃກ້ກັບນະຄອນຫຼວງກົວລາລຳເປີ. ໂຮງໝໍຊົ່ວຄາວແຫ່ງນີ້ມີຊື່ວ່າ “ສູນກັກບໍລິເວນແລະປິ່ນປົວພະຍາດໂຄວິດ-19ທີ່ມີຄວາມສ່ຽງຕ່ຳ” ເຊິ່ງປະກອບມີຕຽງນອນຄົນເຈັບ 600 ກວ່າຕຽງ, ມີຫ້ອງປິ່ນປົວ, ຫ້ອງກອບກູ້ສຸກເສີນ,ຫ້ອງສ່ອງໄຟຟ້າ,ຫ້ອງທົດລອງແລະອື່ນໆເພື່ອຮັບຮອງປິ່ນປົວຜູ້ທີ່ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ບໍ່ມີອາການຫຼືມີອາການເບົາ. ເມື່ອອຸປະກອນການແພດຕ່າງໆໄດ້ຖືກຕິດຕັ້ງໃຫ້ຄົບຊຸດແລ້ວ, ໂຮງໝໍຊົ່ວຄາວແຫ່ງນີ້ຈະສາມາດເປີດນຳໃຊ້ໄດ້ເລີຍ.
ຄຳເຫັນ
0