ທ່ານສີຈິ້ນຜິງໄດ້ຍົກຄຳກອນບູຮານມາປະກອບການບັນລະຍາຍຄວາມເຫັນກ່ຽວກັບການຮ່ຳຮຽນຄື “ຄວາມຮູ້ປຽບເໝືອນຄັນທະນູ, ຄວາມສາມາດປຽບເໝືອນຫົວລູກສອນ” ຄຳກອນນີ້ໄດ້ເວົ້າກ່ຽວກັບການພົວພັນລະຫວ່າງຄວາມສາມາດກັບຄວາມຮູ້. ພວກເຮົາຕ້ອງຍອມຮັບວ່າ ຄົນເຮົາສ່ວນໃຫຍ່ຈະບໍ່ເປັນບຸກຄົນອັດສະລິຍະດອກ. ຄວາມສາມາດຂອງພວກເຮົາອາດຈະບໍ່ສູງ,ແຕ່ພວກເຮົາສາມາດສູ້ຊົນພະຍາຍາມຮ່ຳຮຽນເພື່ອເພີ່ມຄວາມຮູ້ໃຫ້ກັບຕົນ, ເມື່ອເຮັດແນວນີ້ກໍຈະສາມາດເສີມສ້າງຄວາມສາມາດຂອງຕົນໃຫ້ເຂັ້ມແຂງ.
ກ່ຽວກັບເລື່ອງທີ່ວ່າເປັນຫຍັງຈິ່ງຕ້ອງຮ່ຳຮຽນ, ທ່ານສີຈິ້ນຜິງກໍເຄີຍໄດ້ເວົ້າຢ່າງຈິງໃຈແລະໜັກແໜ້ນວ່າ ການຮ່ຳຮຽນເປັນຊ່ອງທາງແຫ່ງການສືບທອດອາລິຍະທຳ, ເປັນຂັ້ນໄດສຳລັບການເຕີບໃຫຍ່ຂອງຄົນ, ເປັນພື້ນຖານແຫ່ງການປັບປຸງພັກການເມືອງໃຫ້ໝັ້ນຄົງ, ເປັນຂໍກະແຈແຫ່ງການສ້າງປະເທດໃຫ້ຈະເລີນຮຸ່ງເຮືອງ.
ສຳລັບຄຳວ່າ ການຮ່ຳຮຽນເປັນຂັ້ນໄດແຫ່ງການເຕີບໃຫຍ່ຂອງຄົນ, ທ່ານສີຈິ້ນຜິງເຄີຍໄດ້ກ່າວເຖິງທິດສະດີໜຶ່ງໃນວິຊາຊັບພະຍາກອນມະນຸດສະໄໝໃໝ່ ຄື “ທິດສະດີໝໍ້ບັນຈຸໄຟ”, ໝາຍຄວາມວ່າ: ສຳລັບຜູ້ທີ່ມີຄວາມຮູ້ຄວາມສາມາດຍຸກປັດຈຸບັນ, ຍຸກສະໄໝທີ່ຊົ່ວຊີວິດຕົນສາກໄຟພຽງເທື່ອດຽວນັ້ນໄດ້ຜ່ານພົ້ນໄປແລ້ວ,ພວກເຮົາຕ້ອງສ້າງຕົນໃຫ້ເປັນ “ໝໍ້ໄຟ” ທີ່ມີປະສິດທິຜົນສູງ, ຕ້ອງສາກໄຟຢ່າງຕໍ່ເນື່ອງບໍ່ຂາດສາຍຈິ່ງຈະສາມາດປ່ອຍພະລັງແຮງຢ່າງຕໍ່ເນື່ອງແລະບໍ່ຂາດສາຍໄດ້.
ຜູ້ຂຽນຄິດພໍ້ເລື່ອງລາວກ່ຽວກັບທ່ານສີຈິ້ນຜິງໃນຕອນໄວໜຸ່ມທີ່ເພິ່ນ ໄປລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ ທາງພາກເໜືອແຂວງສ້ານຊີ່ໃນທ້າຍຊຸມປີ1970.
ຕົ້ນປີ 1969, ໄວໜຸ່ມປັນຍາຊົນຈາກນະຄອນຫຼວງປັກກິ່ງ ຈຳນວນ 15 ຄົນໄດ້ເດີນທາງໄປລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ, ຊາວບ້ານທັງຫຼາຍພາກັນໄປຊ່ວຍຫິວເຄື່ອງເດີນທາງໃຫ້ ໄວໜຸ່ມປັນຍາຊົນຈາກປັກກິ່ງເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນ.ໃນນີ້,ຊາວບ້ານໄວໜຸ່ມຜູ້ໜຶ່ງເປັນຄົນສະຫຼາດຫົວແຫຼມ, ລາວໄດ້ເລືອກຫິ້ວຫີບສີນ້ຳຕານໂຕອ່າວນ້ອຍແດ່,ແຕ່ພັດຄ່ອຍໆຍ່າງລຸນຫຼັງໝູ່. ໃນເວລາພັກຜ່ອນເອົາແຮງ, ລາວໄປຫິ້ວຫີບໃຫຍ່ຂອງຜູ້ອື່ນລອງເບິ່ງແລ້ວພົບວ່າ ຫີບໃຫຍ່ເບົາກວ່າຫີບນ້ອຍທີ່ຕົນຫີ້ວ, ລາວກໍເລີຍຈົ່ມກັບໝູ່ວ່າ ໂອ້,ໃນຫີບຂອງໄວໜຸ່ມປັກກິ່ງຄົນນີ້ ຄືຊິມີແຕ່ເງິນແຕ່ຄຳເນາະ?ແຕ່ທີ່ຈິງແລ້ວ, ໃນຫີບບໍ່ມີເງິນຄຳຫຍັງດອກ, ແຕ່ຫາກແມ່ນປຶ້ມນັ້ນເອງ, ໃນຫີບນັ້ນເຕັມໄປດ້ວຍປຶ້ມຕ່າງໆບໍ່ວ່າຈະເປັນປຶ້ມການເມືອງ, ເສດຖະກິດ,ປະຫວັດສາດຫຼືປຶ້ມວັນນະຄະດີທີ່ມີຊື່ສຽງທັງພາຍໃນແລະຕ່າງປະເທດ, ສ່ວນເຈົ້າຂອງຫີບໂຕນັ້ນກໍແມ່ນທ່ານສີຈິ້ນຜິງ ທີ່ຕອນນັ້ນອາຍຸຍັງບໍ່ທັນຮອດ 16 ປີ.
ບ້ານຫຼຽງເຈ່ຍເຫີໃນປັດຈຸບັນ
ປັດຈຸບັນ, ເມື່ອພີ່ນ້ອງຊາວບ້ານຫຼຽງເຈ່ຍເຫີຫວນຄືນສະພາບທີ່ທ່ານສີຈິ້ນຜິງດຳລົງຊີວິດໃນບ້ານເປັນເວລາ 7 ປີນັ້ນ, ໃຜໆກໍເວົ້າວ່າ ທ່ານສີຈິ້ນຜິງມັກອ່ານປຶ້ມມັກຊອກຮູ້ຮ່ຳຮຽນເປັນພິເສດ. ທ່ານວາງຊ້ຽນຜິງ ຊາວບ້ານຫຼຽງເຈ່ຍເຫີເປັນໜຶ່ງໃນພວກໄວໜຸ່ມຂອງບ້ານນີ້ທີ່ໄປຕ້ອນຮັບໄວໜຸ່ມປັນຍາຊົນຈາກປັກກິ່ງກຸ່ມນັ້ນ. ທ່ານຫວນຄືນເລື່ອງໃນອະດີດວ່າ: ທຳມະດາແລ້ວ, ຕອນກາງເວັນ,ທ່ານສີຈິ້ນຜິງໄດ້ໄປອອກແຮງງານເທິງພູ, ຫຼັງກິນເຂົ້າແລງແລ້ວ,ເພິ່ນກໍໄຕ້ໄຟຕະກຽງນ້ຳມັນກາດເພື່ອອ່ານປຶ້ມແລະຮ່ຳຮຽນ. ເນື່ອງຈາກວ່າ ໃນເວລານັ້ນ, ແສງໄຟຕະກຽງນ້ຳມັນກາດເປັນແສງຮິບຮີ່,ຖ້າຫາກປັບໃຫ້ມັນຮຸ່ງຂຶ້ນໜ້ອຍໜຶ່ງ ກໍຈະມີຄວັນເກີດຂຶ້ນຫຼາຍ. ສະນັ້ນ, ເຊົ້າຕໍ່ມາ, ເມື່ອພໍ້ໜ້າທ່ານສີຈິ້ນຜິງກໍພົບວ່າ ປາຍດັງແລະຂອບຕາຂອງທ່ານດຳໝົດຍ້ອນຖືກຄວັນໄຟ.
ເຮືອນຖ້ຳທີ່ທ່ານສີຈິ້ນຜິງເຄີຍຢູ່ຕອນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ
ໃນຕອນນັ້ນ, ທ່ານສີຈິ້ນຜິງເວົ້ານຳຫວາງຊ້ຽນຜິງເລື້ອຍໆວ່າ ເດັກນ້ອຍໃນບ້ານ ບໍ່ອ່ານປຶ້ມ,ບໍ່ຮ່ຳຮຽນ, ກໍຈະບໍ່ມີຄວາມຮູ້,ໃນຕໍ່ໜ້າເມື່ອເຂົ້າສັງຄົມກໍຈະຍາກຫຼາຍ. ພາຍຫຼັງມາ, ເມື່ອໄດ້ເຫັນຊາວບ້ານມີລະດັບຄວາມຮູ້ຕ່ຳໂພດ,ຜູ້ຮູ້ໜັງສືກໍໜ້ອຍທີ່ສຸດ, ທ່ານສີຈິ້ນຜິງກໍເລີຍສະເໜີໃຫ້ ເປີດຊຸດອົບຮົມເພື່ອລຶບລ້າງຄວາມກືກໜັງສື. ທ່ານໄດ້ຄົ້ນຄິດຫາຫຼາຍວິທີເຊັ່ນວ່າ ເຮັດເຈັ້ຍນ້ອຍໆແລ້ວ ຂຽນໂຕໜັງສືຈີນທີ່ໃຊ້ເປັນປະຈຳໃສ່ ເພື່ອສອນໃຫ້ພໍ່ແມ່ປະຊາຊົນໃນບ້ານ.
ເນື່ອງຈາກວ່າໄດ້ລົມກັບທ່ານສີຈິ້ນຜິງເລື້ອຍໆ, ທ່ານຫວາງຊ້ຽນຜິງໄດ້ຮັບອິດທິຜົນຢ່າງໃຫຍ່ຫຼວງ. ດຽວນີ້, ທ່ານຫວາງຊ້ຽນຜິງໄດ້ອອກບຳນານແລ້ວ, ເພິ່ນເມື່ອຢາມບ້ານຫຼຽງເຈ່ຍເຫີເລື້ອຍໆ ແລະມັກຈະຮ່ວມກັບຄົນລຸ້ນດຽວກັນໃນບ້ານຫວນຄືນເຖິງເລື່ອງລາວໃນອະດີດ ທັງເລົ່າສູ່ໄວໜຸ່ມໃນບ້ານໃຫ້ຮູ້ກ່ຽວກັບໄລຍະ 7 ປີທີ່ທ່ານສີຈິ້ນຜິງໄດ້ບຸກບືນສູ້ຊົນອອກແຮງງານແລະເຮັດວຽກ ທັງຍຶດໝັ້ນໃນການຮ່ຳຮຽນ ຢູ່ບ້ານຫຼຽງເຈ່ຍເຫີ. ເມື່ອຄົນທັງຫຼາຍລົມເຖິງເລື່ອງນີ້, ກໍພາກັນເວົ້າວ່າ ທ່ານສີຈິ້ນຜິງຝຶກຝົນຫຼໍ່ຫຼອມຕົນເອງດ້ວຍຄວາມອົດທົນຕໍ່ຄວາມຍາກລຳບາກແລະຕັ້ງໃຈອ່ານປຶ້ມເພື່ອຊອກຮູ້ຮ່ຳຮຽນເປັນເວລາ 7 ປີຢູ່ບ້ານຫຼຽງເຈ່ຍເຫີຈົນໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ຊາວບ້ານທັງຫຼາຍ.
ປະສົບການດຳລົງຊີວິດ ທີ່ເປັນໄວໜຸ່ມປັນຍາຊົນລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີເປັນເວລາ7 ປີ ບໍ່ພຽງແຕ່ໄດ້ຝຶກຝົນຫຼໍ່ຫຼອມຄວາມສາມາດຂອງທ່ານສີຈິ້ນຜິງເທົ່ານັ້ນ, ຍັງໄດ້ເສີມຂະຫຍາຍຄວາມຮູ້ຂອງທ່ານໃຫ້ກວ້າງຂວາງແລະເລິກເຊິ່ງຕື່ມອີກ ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ທ່ານໃນການເສັງເຂົ້າມະຫາວິທະຍາໄລໃນໄລຍະຕໍ່ມາ. ຍ້ອນວ່າທ່ານໄດ້ດຸໝັ່ນຮ່ຳຮຽນຢ່າງອົດທົນ, ການອ່ານປຶ້ມແລະຊອກຮູ້ຮ່ຳຮຽນໄດ້ປ່ຽນແປງຊາຕາກຳຂອງທ່ານສີຈິ້ນຜິງຢ່າງແທ້ຈິງ.
ປີ 1975, ທ່ານສີຈິ້ນຜິງໄດ້ເສັງເຂົ້າມະຫາວິທະຍາໄລຊິ່ງຮວາ. ພາຍຫຼັງຮຽນຈົບມະຫາວິທະຍາໄລແລ້ວ, ທ່ານກໍໄດ້ກ້າວເຂົ້າຮັບຕຳແໜ່ງໃນວຽກງານ, ບໍ່ວ່າຈະເປັນການດຳລົງຕຳແໜ່ງການນຳຂອງເມືອງເຈີ້ງຕິ້ງແຂວງເຫີເປີຍ, ນະຄອນເຊ້ຍເມີນ, ເຂດນິງເຕີ ແຂວງຟູຈ້ຽນ ກໍຄືເປັນຜູ້ປົກຄອງແຂວງຟູຈ້ຽນ,ແຂວງເຈີ້ຈ່ຽງແລະກຳແພງນະຄອນຊຽງໄຮ ແລະແຫ່ງອື່ນໆ ຈົນກາຍເປັນຜູ້ນຳພັກແລະລັດ, ທ່ານຍັງໄດ້ຮັກສາຄວາມຊິນເຄີຍທີ່ມັກອ່ານປຶ້ມແລະຊອກຮູ້ຮ່ຳຮຽນຕະຫຼອດ, ການຮ່ຳຮຽນກໍໄດ້ກາຍເປັນຂັ້ນໄດແຫ່ງການເຕີບໃຫຍ່ຂອງທ່ານສີຈິ້ນຜິງຢ່າງແທ້ຈິງ.
ຫຼັງຈາກກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18ເມື່ອປີ 2012, ທ່ານສີຈິ້ນຜິງໄດ້ດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນແລະປະທານຄະນະກຳມະການການທະຫານສູນກາງຈີນ. ເຖິງວ່າເພິ່ນຈະມີວຽກງານບໍລິຫານປະເທດ ໜັກໜ່ວງກວ່າເກົ່າ. ເຖິງຈະຄາວຽກປານໃດກໍຕາມ, ແຕ່ຄວາມຊິນເຄີຍໃນການມັກອ່ານປຶ້ມແລະຊອກຮູ້ຮ່ຳຮຽນບໍ່ເຄີຍມີການປ່ຽນແປງແມ່ນແຕ່ໜ້ອຍດຽວ.
ສາມາດເວົ້າໄດ້ວ່າ: ປະສົບການເຕີບໃຫຍ່ຂອງທ່ານສີຈິ້ນຜິງໄດ້ກະຕຸກຊຸກຍູ້ໃຫ້ພວກເຮົາຮ່ຳຮຽນນຳຢ່າງບໍ່ຢຸດຢັ້ງ ບໍ່ວ່າຈະເປັນໄວໜຸ່ມຫຼືຜູ້ອາຍຸສູງ, ບໍ່ວ່າຈະເປັນສ່ວນບຸກຄົນຫຼືພັກການເມືອງ, ບໍ່ວ່າຈະເປັນປະຊາຊົນທົ່ວໄປຫຼືພະນັກງານ,ບໍ່ວ່າຈະເປັນການຝຶ ກຝົນຄຸນສົມບັດໃຫ້ກັບຕົນເອງຫຼືການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ການຮ່ຳຮຽນເປັນສິ່ງສຳຄັນທີ່ສຸດ. ພວກເຮົາທຸກຄົນລ້ວນແຕ່ຕ້ອງຕັ້ງໃຈຮ່ຳຮຽນເພື່ອສະແຫວງຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ, ແລະຮ່ຳຮຽນຕະຫຼອດຊີວິດ.
ຄຳເຫັນ
0