ໃນຫວ່າງສອງສາມປີຜ່ານມາ, ຢູ່ຈີນມີຄຳທີ່ນິຍົມກັນທາງໂລກອ໋ອນລາຍທີ່ວ່າ “ສຳຄັນແມ່ນຕ້ອງມີລາສີ”ລາສີແນວໃດຈິ່ງຖືວ່າເປັນລາສີທີ່ສະຫງ່າທີ່ສຸດ? ທ່ານຊູຕົ່ງໂພ ນັກວັນນະຄະດີຜູ້ມີຊື່ສຽງໂດ່ງດັງໃນສະໄໝລາຊະວົງຊົ້ງເໜືອ (ປີ960—1127)ໄດ້ມີຄຳກອນປະໂຫຍກໜຶ່ງທີ່ມີຊື່ສຽງຫຼາຍ ຄື “ຄວາມຮອບຮູ້ນຳພາເຊິ່ງຄວາມສະຫງ່າລາສີແກ່ຕົນ” ໝາຍຄວາມວ່າ: ຄົນຜູ້ໜຶ່ງເມື່ອອ່ານໜັງສືຫຼາຍ, ຄວາມຮອບຮູ້, ຄວາມສາມາດແລະລາສີຂອງຄົນໆນັ້ນກໍຈະສະທ້ອນອອກມາເອງແບບທຳມະຊາດ ເຊິ່ງຈະມີລາສີໂດດເດັ່ນຕ່າງໝູ່.
ທ່ານສີຈິ້ນຜິງໄດ້ຍົກເອົາຄຳກອນດັ່ງກ່າວຂອງຊູຕົ່ງໂພມາໃຊ້ໃນການປະກອບຄຳເຫັນໃນຫຼາຍໆໂອກາດ, ທ່ານໃຫ້ຄວາມສຳຄັນຢ່າງສູງຕໍ່ການຮ່ຳຮຽນ ທັງໃຫ້ຄວາມສຳຄັນທີ່ສຸດຕໍ່ການກໍ່ສ້າງພັກການເມືອງແບບຮ່ຳຮຽນແລະສັງຄົມແບບຮ່ຳຮຽນ.
ການອ່ານປຶ້ມແລະຊອກຮູ້ຮ່ຳຮຽນເປັນຄວາມຊິນເຄີຍທີ່ທ່ານສີຈິ້ນຜິງໄດ້ຍຶດໝັ້ນປະຕິບັດມາເປັນເວລາຫຼາຍປີມາແລ້ວ, ທ່ານກ່າວວ່າ: “ຂ້າພະເຈົ້າມີຄວາມມັກຫຼາຍສົມຄວນ, ແຕ່ສິ່ງທີ່ມັກທີ່ສຸດກໍຄືການອ່ານປຶ້ມ, ແລະການອ່ານປຶ້ມໄດ້ກາຍເປັນວິທີການດຳລົງຊີວິດຢ່າງໜຶ່ງຂອງຂ້າພະເຈົ້າໄປແລ້ວ.” ຄົນເຮົາມັກເວົ້າກັນວ່າ: “ຄວາມຮອບຮູ້ນຳພາເຊິ່ງຄວາມສະຫງ່າລາສີແກ່ຕົນ”, ການທີ່ທ່ານສີຈິ້ນຜິງຊຳນິຊຳນານໃນການໝູນໃຊ້ສຳນວນອະມະຕະຈຳນວນຫຼວງຫຼາຍນັ້ນກໍ ເປັນ ການສະແດງໃຫ້ເຫັນວ່າ ທ່ານເອງກໍເປັນດັ່ງຄຳກອນດັ່ງກ່າວກ່າວໄວ້ແທ້ໆຄື ຄວາມຮອບຮູ້ນຳພາເຊິ່ງຄວາມສະຫງ່າລາສີແກ່ຕົນ.
ທ່ານສີຈິ້ນຜິງໄດ້ໂອ້ລົມກັບຜູ້ແທນຊາວໜຸ່ມດີເດັ່ນໃນວົງການຕ່າງໆໃນສັງຄົມຈີນເມື່ອວັນທີ 4 ພຶດສະພາປີ 2013
ສາມາດເວົ້າໄດ້ວ່າ: ການຮ່ຳຮຽນເປັນລູກກະແຈໃນການເຂົ້າໃຈແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ທັງເປັນແງ່ມູມທີ່ດີທີ່ສຸດໃນການຊອກຮູ້ຄວາມມີສະເໜ່ຂອງທ່ານສີຈິ້ນຜິງ. ກ່ຽວກັບເລື່ອງທີ່ວ່າເປັນຫຍັງຈິ່ງຕ້ອງຮ່ຳຮຽນ? ທ່ານສີຈິ້ນຜິງໄດ້ເວົ້າວ່າ:“ການຮ່ຳຮຽນເປັນຂັ້ນໄດສູ່ການເຕີບໃຫຍ່ແລະກ້າວໜ້າ, ພຶດຕິກຳເປັນຊ່ອງທາງໃນການຍົກສູງຄວາມສາມາດ. ຄຸນນະພາບແລະຄວາມສາມາດຂອງຊາວໜຸ່ມໄດ້ມີການພົວພັນໂດຍກົງກັບຂະບວນການບັນລຸຄວາມໃຝ່ຝັນຂອງຈີນ. ຄົນບູຮານກ່າວວ່າ: ‘ຄວາມຮູ້ປຽບເໝືອນຄັນທະນູ, ຄວາມສາມາດປຽບເໝືອນຫົວລູກສອນ ພື້ນຖານດ້ານຄວາມຮູ້ກໍປຽບເໝືອນຄັນທະນູ, ຄວາມສາມາດກໍປຽບເໝືອນຫົວລູກສອນ,ຂໍພຽງແຕ່ມີຄວາມຮູ້ທີ່ແໜ້ນໜາເປັນສິ່ງຊີ້ທິດ ຈິ່ງຈະສາມາດເສີມຂະຫຍາຍຄວາມສາມາດໃຫ້ໄດ້ດີກວ່າເກົ່າ. ຊາວໜຸ່ມກຳລັງຢູ່ໃນໄລຍະດີທີ່ສຸດສຳລັບການຮຽນ, ຄວນຖືການຮຽນຮູ້ເປັນໜ້າທີ່ສຳຄັນອັນດັບໜຶ່ງ,ຖືເປັນຄວາມຮັບຜິດຊອບຢ່າງໜຶ່ງ,ເປົ້າໝາຍດ້ານຈິດໃຈຢ່າງໜຶ່ງແລະວິທີການດຳລົງຊີວິດຢ່າງໜຶ່ງ. ປູກຈິດສຳນຶກໃນການສະແຫວງຫາຄວາມໃຝ່ຝັນໂດຍເລີ່ມຈາກການຮ່ຳຮຽນ,ສ້າງພາລະກິດໃຫ້ສຳເລັດຜົນໂດຍອາໄສຄວາມສາມາດ, ເຮັດໃຫ້ຄວາມດຸໝັ່ນຮ່ຳຮຽນກາຍເປັນກຳລັງແຮງຊຸກຍູ້ຊາວໜຸ່ມໃນການເດີນທາງໄກມຸ້ງໜ້າສູ່ເປົ້າໝາຍຊີວິດ, ເຮັດໃຫ້ການເສີມຂະຫຍາຍຄວາມຮູ້ຄວາມສາມາດກາຍເປັນພະລັງແຮງໃນການບຸກບືນສູ້ຊົນຂອງໄວໜຸ່ມ.”
ທ່ານສີຈິ້ນຜິງໄດ້ໂອ້ລົມກັບຜູ້ແທນຊາວໜຸ່ມດີເດັ່ນໃນວົງການຕ່າງໆໃນສັງຄົມຈີນເມື່ອວັນທີ 4 ພຶດສະພາປີ 2013
ສຳນວນດັ່ງກ່າວແມ່ນຄວາມເວົ້າຕອນໜຶ່ງທີ່ທ່ານສີຈິ້ນຜິງກ່າວໃນໂອກາດໂອ້ລົມກັບຜູ້ແທນຊາວໜຸ່ມດີເດັ່ນໃນວົງການຕ່າງໆໃນສັງຄົມຈີນເມື່ອວັນທີ 4 ພຶດສະພາປີ 2013. ໃນຄຳເວົ້າດັ່ງກ່າວ, ມີຄຳບູຮານຄຳໜຶ່ງຄື ຄວາມຮູ້ປຽບເໝືອນຄັນທະນູ, ຄວາມສາມາດປຽບເໝືອນຫົວລູກສອນ. ຄຳນີ້ມີເຄົ້າເດີມມາຈາກປຶ້ມ “ຊູຊືພິນ.ຊາງຊູ” ທີ່ປະພັນໂດຍທ່ານຢວນເມີຍ ນັກວັນນະຄະດີສະໄໝລາຊະວົງຊິ່ງ(ປີ1636-1912),ເຊິ່ງທ່ານສີຈິ້ນຜິງໄດ້ນຳເອົາມາໃຊ້ ພຽງເຄິ່ງປະໂຫຍກຂອງຄຳກອນປະໂຫຍກໜຶ່ງໃນປຶ້ມດັ່ງກ່າວ, ສ່ວນໝົດປະໂຫຍກແມ່ນ ຄວາມຮູ້ປຽບເໝືອນຄັນທະນູ, ຄວາມສາມາດປຽບເໝືອນຫົວລູກສອນ, ເມື່ອມີຄວາມຮູ້ເປັນສິ່ງຊີ້ທິດຈິ່ງຈະຍິງຖືກເປົ້າ. ໝາຍຄວາມວ່າ: ຄວາມຮູ້ປຽບເໝືອນຄັນທະນູ,ໃຊ້ສະເພາະສົ່ງແຮງ, ຄວາມສາມາດປຽບເໝືອນຫົວລູກສອນທີ່ໃຊ້ສະເພາະພຸ່ງໄປສູ່ເປົ້າ. ເມື່ອມີຄັນທະນູແລະລູກສອນ,ຍັງຕ້ອງມີທິດທາງ.ທີ່ນີ້ ຄຳວ່າທິດທາງກໍໝາຍເຖິງຄວາມຮູ້, ເມື່ອມີຄວາມຮູ້ຊີ້ທິດເຍືອງທາງໃຫ້,ມີຄັນທະນູຊ່ວຍສົ່ງແຮງແລະຍັງມີລູກສອນພຸ່ງໃສ່ເປົ້າ, ເຮັດແນວນີ້ຈິ່ງຈະສາມາດຍິງຖືກເປົ້າໄດ້ດີ. ເວົ້າລວມແລ້ວກໍແມ່ນ, ຄວາມຮູ້ເປັນສິ່ງຊີ້ທິດເຍືອງທາງ, ຄວາມຮອບຮູ້ເປັນພື້ນຖານ,ຄວາມສາມາດເປັນຄວາມແຫຼມຄົມ.
ທ່ານສີຈິ້ນຜິງໄດ້ໂອ້ລົມກັບຜູ້ແທນຊາວໜຸ່ມດີເດັ່ນໃນວົງການຕ່າງໆໃນສັງຄົມຈີນເມື່ອວັນທີ 4 ພຶດສະພາປີ 2013
ໃນຄຳເວົ້າດັ່ງກ່າວຂອງທ່ານສີຈິ້ນຜິງຕົ້ນຕໍໄດ້ຍົກເອົາຄຳກອນທີ່ວ່າຄວາມຮູ້ປຽບເໝືອນຄັນທະນູ, ຄວາມສາມາດປຽບເໝືອນຫົວລູກສອນ” ເພື່ອບັນຍາຍການພົວພັນລະຫວ່າງຄວາມສາມາດກັບຄວາມຮູ້. ໃນສະໄໝບູຮານຈີນ, ການພົວພັນດັ່ງກ່າວມີຄວາມສຳຄັນຫຼາຍ. ຫຼາຍໆຄົນລ້ວນແຕ່ໄດ້ພິຈາລະນາເລື່ອງນີ້. ບໍ່ສະເພາະແຕ່ທ່ານຢວນເມີຍ ຜູ້ແຕ່ງຄຳກອນດັ່ງກ່າວເທົ່ານັ້ນ, ທ່ານລິວຈື່ຈີ່ ນັກປະຫວັດສາດທີ່ມີຊື່ສຽງໃນສະໄໝລາຊະວົງຖັງ (ປີ618—907),ກໍເຄີຍໄດ້ໃຫ້ທັດສະນະກ່ຽວກັບການພົວພັນລະຫວ່າງຄວາມສາມາດກັບຄວາມຮູ້. ເພິ່ນກ່າວວ່າ: ມີແຕ່ຄວາມຮູ້ແຕ່ບໍ່ມີຄວາມສາມາດ ກໍປຽບເໝືອນໃນຄອບຄົວມີນາດີຮ້ອຍເຮັກຕາ,ແຕ່ບໍ່ຮູ້ການປູກຝັງ,ບໍ່ຮູ້ບົວລະບັດ,ໃນທີ່ສຸດກໍບໍ່ໄດ້ຮັບຜົນເກັບກ່ຽວແລະບໍ່ສາມາດລ້ຳລວຍໄດ້. ສ່ວນກໍລະນີທີ່ມີແຕ່ຄວາມສາມາດແຕ່ບໍ່ມີຄວາມຮູ້ກໍປຽບເໝືອນຊ່າງໄມ້ສີມືເກັ່ງແຕ່ບໍ່ມີໄມ້ແລະຂວານ,ຜົນສຸດທ້າຍກໍຄືບໍ່ສາມາດປຸກເຮືອນໄດ້. ດ້ວຍເຫດນີ້, ຄວາມສາມາດກັບຄວາມຮູ້ເປັນການພົວພັນແບບກາຍອິນຊີ ເຊິ່ງສິ່ງສອງຢ່າງນີ້ຂາດຢ່າງໃດຢ່າງໜຶ່ງກໍບໍ່ໄດ້.
ຊາວໜຸ່ມໃນສັງຄົມ ທຸກມື້ນີ້ ມັກຈະຖືສຳຄັນຄວາມສາມາດ ບາງເທື່ອກໍອາດຈະກາຍເປັນນິດໄສທີ່ໂອ້ອວດແຕ່ຄວາມສາມາດຂອງຕົນ, ບໍ່ມີຄວາມອົດທົນ, ບໍ່ມັກສະສົມຄວາມຮູ້ຄວາມສາມາດຢ່າງຕັ້ງໃຈ. ແຕ່ວ່າ ມີແຕ່ຄວາມສາມາດຢ່າງດຽວແມ່ນບໍ່ສາມາດປະສົບຜົນສຳເລັດທີ່ຍິ່ງໃຫຍ່ໄດ້. ຍົກຕົວຢ່າງ, ໃນສະໄໝລາຊະວົງຊົ້ງເໜືອ, ມີເຍົາວະຊົນທີ່ເປັນຄົນອັດສະລິຍະຜູ້ໜຶ່ງຊື່ວ່າ ຟ່າງຈົ່ງຢົງ, ລາວແຕ່ງກາບກອນເປັນມາຕັ້ງແຕ່ອາຍຸ 5 ປີ. ພໍ່ລາວເຫັນວ່າ ລາວເປັນຄົນອັດສະລິຍະ ບໍ່ຕ້ອງຮ່ຳຮຽນກໍຮູ້ໄດ້ທຸກຢ່າງ,ຜົນສຸດທ້າຍຄື ພອນສະຫວັນຂອງຟ່າງຈົ້ງຢົງໄດ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ,ເມື່ອໃຫຍ່ຂຶ້ນມາໄດ້ກາຍເປັນຄົນທຳມະດາເລີຍ.
ຍັງມີອີກຕົວຢ່າງໜຶ່ງ ໃນກໍລະນີທີ່ກົງກັນຂ້າມຄື ທ່ານຫຼີປາຍ ນັກກະວີທີ່ມີຊື່ສຽງໃນສະໄໝລາຊະວົງຖັງຂອງຈີນ. ຫຼີປາຍກໍເປັນໄວໜຸ່ມອັດສະລິຍະຜູ້ໜຶ່ງ, ເພິ່ນເລີ່ມຮຽນໜັງສືມາແຕ່ອາຍຸ 5 ປີ, ເມື່ອອາຍຸ 15 ປີກໍໄດ້ແຕ່ງກະວີເປັນຈຳນວນຫຼາຍແລ້ວ ທັງໄດ້ຮັບການເຄົາລົບນັບຖືຈາກບຸກຄົນວົງການຊັ້ນສູງໃນສັງຄົມຈຳນວນໜຶ່ງ. ຈຸດທີ່ຕ່າງກັນກັບຟ່າງຈົ້ງຢົງນັ້ນແມ່ນ ຫຼີປາຍໄດ້ຮຽນໜັງສືຢ່າງຕັ້ງໃຈບວກກັບພອນສະຫວັນຂອງຕົນ, ເພິ່ນຈິ່ງປະສົບຜົນສຳເລັດສູງເປັນທີ່ຍອມຮັບຈາກຊາວໂລກ ນີ້ຄືການປະສານສົມທົບກັນຢ່າງຈົບງາມລະຫວ່າງ ຄວາມຮູ້ກັບຄວາມສາມາດ.
ຄົນບູຮານຈີນມີຄຳຄົມວ່າ: ຄົນຄົນໜຶ່ງບໍ່ໄດ້ເປັນຜູ້ຮອບຮູ້ມາຕັ້ງແຕ່ເກີດ. ໃນໂລກນີ້ບໍ່ມີຄົນອັດສະລິຍແບບເດັດຖານ. ກໍແມ່ນຍ້ອນແນວນີ້ຫຼະ, ພວກເຮົາຈິ່ງຄວນພະຍາຍາມຮ່ຳຮຽນແລະຮ່ຳຮຽນຕະຫຼອດຊີວິດ, ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: ຄວນຖືການຮ່ຳຮຽນເປັນໜ້າທີ່, ເປັນທັດສະນະການດຳລົງຊີວິດແລະເປັນເປົ້າໝາຍທີ່ຕົນສະແຫວງຫາທາງດ້ານຈິດໃຈ. ເມື່ອເຮັດແນວນີ້ ຈິ່ງຈະມີຄວາມຮອບຮູ້ສູງເພື່ອຄ້ຳຊູ ພວກເຮົາໃຫ້ບັນລຸເປົ້າໝາຍຊີວິດທີ່ຍິ່ງໃຫຍ່ສະຫງ່າງາມ.
ຄຳເຫັນ
0