尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຕີລາຄາທີ່ວ່າ “​ເປັນໜຶ່ງ​ໃນລັດຖະມົນຕີຕ່າງປະເທດທີ່​​ຂີ້​ຮ້າຍທີ່ສຸດໃນປະຫວັດສາດອາເມຣິກາ” ອາດຈະເຮັດໃຫ້ທ່ານ ໄມ ພົມເພວ ຄວບຄຸມຄວາມ​ໃຝ່​ສູງຂອງຕົນລົງໜ້ອຍໜຶ່ງ

2020-04-06 18:27:14 cri

ຫວ່າງກ່ອນນີ້ບໍ່ດົນ, “ໜັງສືພິມວໍຊິງຕັນໂພສ໌” ອາເມຣິກາໄດ້ພິມບົດວິຈານບົດໜຶ່ງ ໂດຍໄດ້ກ່າວປະນາມແລະສຽດສີທີ່ຮຸນແຮງແລະແຫຼມຄົມຕໍ່ທ່ານ ໄມ ພົວເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ດຳລົງຕຳແໜ່ງໃນປັດຈຸບັນວ່າ: “ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ, ອາດເວົ້າໄດ້ວ່າບໍ່ມີລັດຖະມົນຕີກະຊວງການຕ່າງປະເທດທ່ານໃດທີ່ບໍ່ມີປະສິດທິຜົນໃນດ້ານການປະຕິບັດໜ້າທີ່ຂອງລັດເກີນກວ່າທ່ານ ໄມ ພົມເພວອີກແລ້ວ......ການປະຕິບັດໜ້າທີ່ຂອງທ່ານໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຈະເຮັດໃຫ້ທ່ານເອງເປັນໜຶ່ງໃນບັນດາລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ປະຕິບັດໜ້າທີ່ຂີ້ຮ້າຍທີ່ສຸດໃນປະຫວັດສາດຂອງປະເທດ.” ເມື່ອເຫັນການກະທໍາຂອງທ່ານ ໄມ ພົມເພວ ຫຼັງອາເມຣິກາປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານໄດ້ຖືກຕີລາຄາເປັນຄືແນວນີ້ແມ່ນຖືກກັບຄວາມເປັນຈິງແທ້ໆ.
 

图片默认标题_fororder_微信图片_20200406182034

ໃນປະຫວັດສາດອາເມຣິກາ, ເຄີຍໄດ້ມີລັດຖະມົນຕີກະຊວງການຕ່າງປະເທດທີ່ດີເດັ່ນບໍ່ໜ້ອຍ,ຕົວຢ່າງຄື: ທ່ານ ໂທມັສ ເຈຟເຟີສັນ ໜຶ່ງໃນຜູ້້ມີຄຸນງາມຄວາມດີ​ທີ່​ໃຫຍ່ຫຼວງໃນການສ້າງຕັ້ງສະຫະລັດອາເມຣິກາ, ທ່ານ ເຮັນຣີ ໂອເຟຣດ ຄິສຊິງເກີ ທີ່ໄດ້ປະກອບສ່ວນເປັນຄັ້ງປະຫວັດສາດເຂົ້າໃນການສ້າງຕັ້ງສາຍພົວພັນລະຫວ່າງຈີນ-ອາເມຣິກາ ​ແລະ​ທ່ານ​ອື່ນໆ. ແຕ່ວ່າ, ຫຼັງຈາກທີ່ໄດ້ປ່ຽນຕຳແໜ່ງຫົວໜ້າອົງການຂ່າວລັບສູນກາງອາເມຣິກາ ຫຼື CIA ໃຫ້ໄປດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດກ່ອນ​ໜ້າ​ທີ່ 2 ປີ, ການຕີລາຄາຕໍ່ປະສິດທິຜົນໃນການປະຕິບັດໜ້າທີ່ແລະຊື່ສຽງດ້ານຄຸນສົມບັດຂອງບັນດາອະດີດລັດຖະມົນຕີກະຊວງການຕ່າງປະເທດກໍລ້ວນແຕ່ໄດ້ຮັບຜົນກະທົບໄປນຳ.
 

ພາຍໃຕ້ການປົກຄອງຂອງທ່ານ ໄມ ພົມເພວ ທີ່ຖືການ “ຂີ້ຕົວະ, ຫຼອກລວງ ແລະ ໂຈລະກຳ” ເປັນກຽດສັກສີຂອງທ່ານ, ວຽກງານການຕ່າງປະເທດຂອງອາເມຣິກາກໍນັບມື້ນັບໄດ້ກ້າວໄປໃນທິດທາງທີ່ບໍ່ຖືກຕ້ອງ ເຊັ່ນ: ການພົວພັນກັບປະເທດໃຫຍ່ ຄື: ຈີນ, ຣັດເຊຍ ແລະປະເທດອື່ນໆ ກໍມີສະພາບຮ້າຍແຮງຂຶ້ນຢ່າງບໍ່ຢຸດຢັ້ງ, ສ້າງຄວາມແຕກແຍກກັບປະເທດພັນທະມິດຕາເວັນຕົກ ​ທັງຮຸນແຮງຂຶ້ນ​ເລື້ອຍໆ, ແຮ່ງ​ເດີນ​ແຮ່ງ​ໄກ​ອອກ​ໄປ​ຕາມ​ເສັ້ນທາງ​ແຫ່ງລັດທິຝ່າຍດຽວ. ນັກວິເຄາະຈຳນວນບໍ່ໜ້ອຍໄດ້ຊີ້ໃຫ້ເຫັນວ່າ: ທ່ານ ໄມ ພົມເພວ ໄດ້ກະທຳໃນທຸກເລື່ອງເພື່ອເອົາໃຈຜູ້ນຳອາເມຣິກາ, ທັງໄດ້ກ່າວໂຈມຕີຈີນຢ່າງບໍ່ຢຸດຢັ້ງ, ນີ້ກໍ່ເພື່ອສະສົມຕົ້ນທຶນໃນການບັນລຸຄວາມ​ໃຝ່​ສູງໃນທາງການເມືອງເພື່ອ “ດຳລົງຕຳແໜ່ງປະທານາທິບໍດີ”.
图片默认标题_fororder_微信图片_20200406182040

ພາຍຫຼັງປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານ ໄມ ພົມເພວ ໄດ້ກ່າວໂຈມຕີ​ເພື່ອທຳລາຍ​ບົດບາດ​ແລະ​ຊື່​ສຽງ​ຂອງຈີນຢ່າງຮຸນແຮງກວ່າເກົ່າ, ໄດ້ອີ້ນເຊື້ອພະຍາດໂຄວິດ-19 ​ເປັນ “ເຊື້ອພະຍາດອູຮັ້ນ” ຢ່າງເປີດແປນຫຼາຍໆຄັ້ງ, ໃສ່ຮ້າຍປ້າຍສີພັກກຳອຳນາດແລະລະບອບການເມືອງຂອງຈີນເປັນ “ໄພຂົ່ມຂູ່ຂອງຍຸກສະໄໝ”, ມີເຈດຕະນາຈັດເອົາ “ເຊື້ອພະຍາດອູຮັ້ນ” ເຂົ້າໃນຖະແຫຼງການຂອງກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 7 ປະເທດ ຫລື G7. ການກະທຳຂອງທ່ານ ໄມ ພົມເພວ ເຮັດໃຫ້ຄົນທັງຫຼາຍໄດ້ຮູ້ເຫັນຢ່າງຈະແຈ້ງວ່າ: ​ໃນ​ສາຍຕາຂອງທ່ານ, ການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນເຫດການທີ່ເຮັດໃຫ້ຄົນຮູ້ສຶກເສຍໃຈແລະເສົ້າສະຫຼົດໃຈ, ຫາກແມ່ນເຄື່ອງມືເພື່ອສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດດ້ານການເມືອງ​ໃຫ້​ແກ່​ຕົນ. ທ່ານໄດ້ສວຍໃຊ້ເຊື້ອພະຍາດກ່າວໂຈມຕີແລະໃສ່ຮ້າຍປາຍສີຈີນເປັນຫຼາຍໆເທື່ອດ້ວຍສີສັນສົງຄາມເຢັນແລະຄວາມລຳອຽງ​ດ້ານ​ຮູບຖານ​ຈິດ​ສຳນຶກ ​ເຊິ່ງບໍ່ພຽງແຕ່ໄດ້ເຮັດໃຫ້ປະຊາຄົມໂລກຮູ້ສຶກສະເທືອນໃຈເທົ່ານັ້ນ, ຍັງໄດ້ຖືກຕຳໜິຕິຕຽນແລະລະມັດລະວັງຈາກບຸກຄົນທີ່​ເປັນ​ຫົວ​ກະທິຂອງປະເທດຕົນອີກດ້ວຍ.
 

图片默认标题_fororder_微信图片_20200406182047


ປັດຈຸບັນ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກມີຫຼາຍກວ່າ 1,13 ລ້ານຄົນ​ແລ້ວ. ໃນຖານະເປັນ “ສູນກາງ” ໃໝ່ຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີຫຼາຍກວ່າ 3,3 ແສນຄົນ. ແຕ່ວ່າ, ທ່ານ ໄມ ພົມເພວບໍ່ໄດ້ຢຸດເຊົາການກະທຳທີ່ຂີ້ຮ້າຍຂອງຕົນ, ຍັງສືບຕໍ່ໂຄສະນາຊວນເຊື່ອດ້ວຍຄວາມເວົ້າຫຼອກລວງແລະໃສ່ຮ້າຍປ້າຍສີຈີນເພື່ອຫວັງ​ໄດ້ຜົນ​ປະ​ໂຫຍ​ດດ້ານການເມືອງມາ​ໃຫ້​ແກ່​ຕົນ ໂດຍບໍ່ເອົາຫົວຊານໍາຊີວິດຂອງຄົນອາເມຣິກາ, ທ່ານກາຍເປັນໄມ້ກັ້ນທາງໃນການຮ່ວມມືຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກ. ໂດຍປະເຊີນໜ້າກັບການຕີລາຄາທີ່ຖືທ່ານເປັນ “ໜຶ່ງໃນບັນດາລັດຖະມົນຕີກະຊວງການຕ່າງປະເທດທີ່ຂີ້ຮ້າຍທີ່ສຸດໃນປະຫວັດສາດອາເມຣິກາ”, ທ່ານ ໄມ ພົມເພວກໍຄວນຄວບຄຸມຄວາມ​ໃຝ່​ສູງຂອງຕົນໃຫ້ໜ້ອຍລົງ! ເພາະຄົນອາເມຣິກາກໍາລັງເຫັນໄດ້ຢ່າງຈະແຈ້ງວ່າ: “ພາລະກິດທີ່ທ່ານມັກເຮັດທີ່ສຸດ” ມີແຕ່ຈະນໍາເອົາຄວາມອັບປະຍົດແລະຄວາມຊົ່ວຮ້າຍມາສູ່ປະເທດອາເມຣິກາເທົ່ານັ້ນ.

ຄຳ​ເຫັນ

0