覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ:ຄວາມ​ຮອບ​ຮູ້​ນຳ​ພາ​ເຊິ່ງ​ຄວາມ​ສະ​ຫງ່າ​ລາ​ສີ​ແກ່​ຕົນ 4

2020-04-06 11:38:27 cri


 

 ເວົ້າ​ເລື່ອງ​ການ​ຮ່ຳ​ຮຽນ, ວິ​ທີ​ການ​ຮຽນ​ມີ​ຄວາມ​ສຳ​ຄັນຫຼາຍ, ຖ້າມີ​ວິ​ທີ​ບໍ່​ຖືກ​ຕ້ອງ,ກໍ​ຈະ​ເສຍ​ແຮງ​ໄປ​ລ້າໆ, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ເສຍ​ຄວາມ​ຫ້າວ​ຫັນ​ໃນ​ການ​ຮ່ຳ​ຮຽນ​ເທົ່າ​ນັ້ນ ຍັງ​ຈະ​ກະ​ທົບ​ເຖິງ​ປະ​ສິດ​ທິ​ພາບ​ການ​ຮ່ຳ​ຮຽນ​ອີກ. ກ່ຽວ​ກັບ​ວິ​ທີ​ການ​ຮຽນ, ທ່ານ​ສີ​ຈິ້ນ​ຜິງ​ມີທັດ​ສະ​ນະ​ວ່າ:“ສິນ​ທຳ​ຫາກ​ບໍ່​ຄວນ​ມີ​ແຕ່​ເວົ້າ​,ຫາກ​ຄວນ​ສຸ​ມ​ກຳ​ລັງ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳແລະ​​ສຸມ​ຄວາມ​ພະ​ຍາ​ຍາມ​ ​ປະ​ສົມ​ປະ​ສານ​ຄວາມ ​ຮູ້​ກັບ​ພຶດ​ຕິ​ກຳ​​ໃຫ້ເປັນ​ເອ​ກະ​ພາບ​ກັນ, ເຮັດ​ແນວ​ນີ້ ຈິ່ງ​ຈະ​ສາ​ມາດ​ຫັນ​ຄ່າ​ນິ​ຍົມ​ແກນ​ກາງ ​ເປັນ​ເປົ້າ​ໝາຍທາງຈິດ​ໃຈທີ່​ຄົນ​ທັງຫຼາຍ​ສະ​ແຫວງ​ຫາ ແລະ​ກາຍ​ເປັນ​ການ​ຕື່ນ​ຕົວ​ປະ​ຕິ​ບັດ​ຕົວ​ຈິງ​ ຂອງ​ຄົນ​ທັງຫຼາຍ.​ປຶ້ມ ‘ຫຼີ້​ຈີ້’​ໄດ້​ລະ​ບຸ​ວ່າ​:  ‘ຮຽນ​ຮູ້​​ໃຫ້ກວ້າງ​ຂວາງ,ສອບ​ຖາມ​ໃຫ້ລະ​ອຽດ,ພະ​ຍາ​ຍາມ​ຄົ້ນ​ຄິດ​ຢ່າງ​ສຸ​ຂຸມ​ຮອບ​ຄອບ, ຈຳ​ແນກ​ໃຫ້​ຈະ​ແຈ້ງ ແລະ​ປະ​ຕິ​ບັດ​ຕົວ​ຈິງ​’ . ໄວ​ໜຸ່ມ​ມີ​ໂອ​ກາດ​ທີ່​ດີຫຼາຍ, ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຄວນ​ຢ​ວ່າງ​ບາດ​ກ້າວ​ເດີນ​ຢ່າງ​ໜັກ​ແໜ້ນ,ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ, ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ. ຖ້າ​ວ່າ ມີ​ຈິດ​ໃຈ​ຮ້ອນ​ຮົນ,ບໍ່​ມີ​ຄວາມ​ຕັ້ງ​ໃຈ, ຂາດ​ຄວາມ​ມຸ້ງ​ໝັ້ນ, ຮຽນ​ສິ່ງ​ໃດ​ກໍ​ປະ​ສິ່ງ​ນັ້ນ, ເຮັດ​ວຽກ​ໃດ​ກໍ​ປະ​ວຽກ​ນັ້ນ, ບໍ່​ວ່າ​ຈະ​ເປັນ​ການ​ຮຽນຫຼື​ການ​ສ້າງ​ທຸ​ລະ​ກິດ​ ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ບໍ່ຄວນ​ເຮັດ​ແບບ​ນັ້ນ​ເດັດ​ຂາດ.”
 

ສຳ​ນວນ​ດັ່ງ​ກ່າວ​ແມ່ນ​ຄຳ​ເວົ້າ​ຕອນ​ໜຶ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ໃນ​ເວ​ລາ​ທີ່​ທ່ານ​ໂອ້​ລົມ​ສົນ​ທ​ະ​ນາ​ກັບ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ປີ 2014. ເມື່ອ​ຢູ່​ຕໍ່​ໜ້າ​ນັກ​ສຶກ​ສາ​ໜຸ່ມ​ທັງຫຼາຍ, ທ່ານ​ສີ​ຈິ້ນ​ຜິງ​ຄື​ດັ່ງ​ອາ​ຈານ​ທ່ານ​ໜຶ່ງ​ທີ່​ຊຳ​ນານ​ໃນ​ການສອນ​ໃຫ້​ນັກ​ສຶກ​ສາ​ທັງຫຼາຍ​ຮູ້​ວ່າ ​ຄວນ​ເຮັດ​ແນວ​ໃດ​ຈິ່ງ​ຈະ​ສາ​ມາດ​ຊອກ​ເຫັນ​ວິ​ທີ​ການ​ຮຽນ​ທີ່​ໄດ້ຜົນ ເພື່ອ​ຍົກປະ​ສິດ​ທິ​ພາບ​ການ​ຮຽນ​ໃຫ້​ສູງ​ເທົ່າ​ທີ່​ຈະ​ສູງ​ໄດ້. ໃນ​ຄຳ​ເວົ້າ​ຂອງ​ທ່ານ​ໄດ້​ຍົກ​ໃຫ້​ເຫັນ​ສຳ​ນວນ​ປະ​ໂຫຍກ​ໜຶ່ງ​ທີ່​ມາ​ຈາກ​ປຶ້ມ “ຫຼີ້​ຈີ້ ຈົ່ງ​ຢົ່ງ” ປຶ້ມ​ອະ​ມະ​ຕະ​ໃນ​ ​ສະ​ໄໝ​ຈ້ານ​ໂກ (ກ່ອນ​ຄ​ສ​ປີ475—​ກ່ອນ​ຄ​ສ​ປີ 221) ເຊິ່ງ​ປະ​ໂຫຍກ​ນີ້​ເວົ້າ​ວ່າ: “ຮຽນ​ຮູ້​ໃຫ້ກວ້າງ​ຂວາງ,ສອບ​ຖາມ​​ໃຫ້ລະ​ອຽດ,ພະ​ຍາ​ຍາມ​ຄົ້ນ​ຄິດ​ຢ່າງ​ສຸ​ຂຸມ​ຮອບ​ຄອບ, ຈຳ​ແນກ​ໃຫ້​ຈະ​ແຈ້ງ ແລະ​ປະ​ຕິ​ບັດ​ຕົວ​ຈິງ ​,ຕາມ​ການເລົ່າ​ຂານ​ກັນ​ວ່າ: ປຶ້ມ“ຈົ່ງ​ຢົງ”​ເປັນ​ຜົນ​ງານ​ປະ​ພັນ​ຂອງ ຈື​ຊື ຫຼານ​ຂອງ​ຂົງ​ຈື້ ເຊິ່ງ​ເປັນ​ປຶ້ມ​ກ່ຽວ​ກັບ​ປັດ​ຊະ​ຍາ​ຂົງ​ຈື້​ໃນ​ດ້ານ​ການ​ຝຶກ​ຝົນຫຼໍ່ຫຼອມ​ຈະ​ລິ​ຍະ​ທຳ​ຄຸນ​ສົມ​ບັດ​ຂອງ​ຄົນ. ສ່ວນ​ປ​ະ​ໂຫຍກ​ດັ່ງ​ກ່າວ​ໄດ້​ແນະ​ນຳ 5 ວິ​ທີ​ໃນ​ການ​ຮຽນ ທັງ​ເປັນ 5 ໄລ​ຍະ​ຂອງ​ການ​ຮ່ຳ​ຮຽນ ເຊິ່ງ 5 ວິ​ທີ​ການ​ຮຽນ​ດັ່ງ​ກ່າວ​ມີ​ການ​ພົວ​ພັນຢ່າງ​ແໜ້ນ​ແຟ້ນ​ທີ່​ສະ​ແດງ​​ອອກ​ໃນ 5 ໄລ​ຍະ​ທີ່​ຕໍ່​ເນື່ອງ​ກັນ​ຂອງ​ການ​ຮ່ຳ​ຮຽນ.
 

 ໃນ​ນີ້, ການ​ປະ​ຕິ​ບັດ​ຕົວ​ຈິງ ເປັນ​ໄລ​ຍະ​ທີ່​ສູງ​ທີ່​ສຸດ​ໃນ​ການ​​ຊອກ​ຮູ້​ຮ່ຳ​ຮຽນ, ທັງ​ເປັນ​ທາງ​ອອກ​ທີ່​ແທ້​ຈິງ​ໃນ​ການ​ຮຽນ​ທຸກ​ຢ່າງ. ມີ​ແຕ່​ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ ແລະ​ປະ​ສົມ​ປະ​ສານ​ພຶດ​ຕິ​ກຳ​ແລະ​ຄວາມ​ຮູ້​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ເທົ່​າ​ນັ້ນ, ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ​ຈິ່ງ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ມັນ​ໃຫ້​ໄດ້​ສູງ​ທີ່​ສຸດ​.
 

 ຄວາມ​ຈິງ​ແລ້ວ, ເມື່ອ​ເຮົາ​ຄິດ​ເບິ່ງ​ຄັກໆ​ກໍ​ຮູ້​ໄດ້​ວ່າ:  5 ວິ​ທີ​ການ​ຮຽນດັ່ງ​ກ່າວ​ບໍ່​ພຽງ​ແຕ່​ເປັນວິ​ທີ​ທີ່​ດີ​ໃນ​ການ​ຊອກ​ຮູ້​ຮ່ຳ​ຮຽນ​ເທົ່າ​ນັ້ນ ທັງ​ເປັນ​ທັກ​ສະ​ທີ່​ດີ​ໃນ​ການ​ດຳ​ລົງ​ຊີ​ວິດ. ພວກ​ເຮົາ​ທຸກ​ຄົນ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ໂລກ​ທີ່ວຸ້ນ​ວາຍ​ອຶກ​ກະ​ທຶກແລະ ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​, ຄວາມ​ຈິງ​ແລ້ວ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ຮອບ​ຮູ້, ມັກ​ສອບ​ຖາມ, ຮູ້​ຄົ້ນ​ຄິດ​ຢ່າງ​ສຸ​ຂຸມ​ຮອບ​ຄອບ​ແລະ​ມີ​ສະ​ຕິ​ປັນ​ຍາ​ໃນ​ການ​ຈຳ​ແນກ ​ຢ່າງ​ຈະ​ແຈ້ງ ຈິ່ງ​ຈະ​ສາ​ມາດ ​ຄົ້ນພົບ​ສັດ​ຈະ​ທຳ​ໄດ້. ເມື່ອຄົ້ນພົບ​ສັດ​ຈະ​ທຳ​ໄດ້​ແລ້ວ ​ຍັງ​ຕ້ອງ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ແລະ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຄະ​ຕິ​ທີ່​ດີ, ເມື່ອ​ເຮັດ​ແນວ​ນີ້​ຈິ່ງ​ຈະ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຈັດ​ຈະ​ທຳ​ແລະ​ ຈິ່ງ​ຈະ​ສາ​ມາດ​ດັດ​ສ້າງ​ສັງ​ຄົມ​ໄດ້.ນີ້​ຄື​ຄວາມ​ຫວັງ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ຝາກ​ໄວ້​ກັບ​ຊາວ​ໜຸ່ມ​ກໍ​ຄື​ຍຸກ​ສະ​ໄໝ​.
 

 ຄົນ​ຈີນ​ມັກ​ເວົ້າ​ຄຳທີ່​ວ່າ: “ນາຍ​ຊ່າງ​ດີ​ຕ້ອງ​ມີ​ເຄື່ອງ​ມື​ທີ່​ຄົມ​ດີ.” ເວົ້າ​ສຳ​ລັ​ບ​ການ​ຮ່ຳ​ຮຽນ​ແລ້ວ,ເຄື່ອງ​ມື​ທີ່​ແຫຼມ​ຄົມ​ທີ່​ຈະ​ຕ້ອງ​ຊອກ​ໃຫ້​ໄດ້​ນັ້ນ​ກໍ​ຄື​ວິ​ທີ​ການ​ຮຽນ​ທີ່​ມີ​ປະ​ສິດ​ທິ​ພາບ​ນັ້ນ​ເອງ.
 

图片默认标题_fororder_气自华4-1

 

ທ່ານ​ນາງ​ຖູ​ໂຢ່​ໂຢ່
 

  ​ປະ​ສິດ​ທິ​ຜົນ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮ່ຳ​ຮຽນ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ແນະ​ນຳ​ໃຫ້​ຮູ້ນັ້ນ ​ຄື​ດັ່ງ​ກອນ​ບູ​ຮານ​ຈີນ​ທີ່​ເວົ້າ​ວ່າ: ​ຂ້ອຍ​ຊອ​ກ​ນາງ​​ທ່າມ​ກ່າງ​ຄົນ ​ເປັນ​ຮ້ອຍ​ເປັນ​ພັນ​ເທື່ອ​ແຕ່​ບໍ່​ພໍ້, ​ບາດ​ຊິ​ພໍ້​ຫັນຫຼັງ​ເທື່ອ​ດຽວ​ພັດ​ເຫັນ​ນາງ​ກຳ​ລັງ​ຢືນ​ຢູ່​ໃກ້ແສງ​ໄຟ​ຮິບ​ຮີ່, ໝາຍ​ຄວາມ​ວ່າ: ຄົນ​ເຮົາ​ເມື່ອ​ຜ່ານ​ການ​ຝຶກ​ຝົນຫຼໍ່ຫຼອມ​ມາຫຼາຍ​ປີ​ແລ້ວ​ກໍ​ຈະ​ນັບ​ມື້​ນັບ​ເຕີບ​ໃຫຍ່​ສົມ​ບູນ​ຂຶ້ນ​ແລະ​ມີ​ຈິດ​ໃຈ​ກວ້າງ​ຂວາງ,ໃນ​ທີ່​ສຸດ​ຈະ​ສາ​ມາດ​ໄດ້​ຮັບ​ຜົນ​ສຳ​ເລັດ​ໄດ້.​ຄັນ​ຊັ້ນ, ເຮັດ​ແນວ​ໃດ​ຈິ່ງ​ຈະ​ສາ​ມາດ​ບັນ​ບຸ​​ໝາກ​ຜົນ​​ໃນການ​ຮຽນ​ທີ່​ດີ​ຄື​ດັ່ງ​ທີ່​ເວົ້າ​ມາ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ໃຫ້​ຄຳ​ແນະ​ນຳ​ລະ​ອຽດຄື  “​ປະ​ສານ​ສົມ​ທົບການ​ຮຽນ​ຮູ້​ກັບ​ການ​ໝູນ​ໃຊ້​ຄວາມ​ຮູ້, ປະ​ສົມ​ປະ​ສານ​​ພຶດ​ຕິ​ກຳ​ແລະ​ຄວາມ​ຮູ້​ໃຫ້​ເປັນ​ເອ​ກະ​ພາບ​ກັນ”  ພວກ​ເຮົາ​ຄວນ​ເຂົ້າ​ໃຈ​ທັດ​ສະ​ນະ​ດັ່ງ​ກ່າວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ແນວ​ໃດ? ​ຂໍ​ຍົກ​ຕົວ​ຢ່າງ​ຂອງ​ບຸກ​ຄົນ​ທີ່​ເປັນແບບຢ່າງ​ທີ່​ດີຄື ທ່ານ​ນາງ​ຖູ​ໂຢ່​ໂຢ່, ນັກ​ຄົ້ນ​ຄວ້າ​ ​ຂອງສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ການ​ແພດ​ຈີນ.
 

图片默认标题_fororder_气自华4-2
 

ທ່ານ​ນາງ​ຖູ​ໂຢ່​ໂຢ່​ເຮັດ​ວຽກ​ຢູ່​ໃນ​ຫ້ອງ​ທົດ​ລອງ

 

 ປີ 1967, ເພື່ອ​ສະ​ໜັບ​ສະ​ໜູນ​ປະ​ເທດ​ໂລກ​ທີ​ສາມ ທັງ​ເພື່ອ​ກຳ​ຈັດ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພ​ະ​ຍາດ​ມາ​ລາ​ເລຍ​ຢູ່​ພາກ​ໃຕ້​ຂອງ​ຈີນ, ທ່ານ​ປະ​ທານ​ເໝົາ​ເຈີ​ຕຸ່ງ​ແລະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂຈ່ວ​ເອີ່ນ​ໄຫຼ ໃນ​ເວ​ລາ​ນັ້ນ​ໄດ້​ອອກ​ຄຳ​ສັ່ງ​ຊີ້​ນຳ​ວ່າ ​ຕ້ອງສ້າງ​ຕັ້ງ​ໜ່ວຍ​ງານ​ສຸກ​ເສີນ​ໃນ​ນາມ​ໂຄງ​ການ​ອຸດ​ສາ​ຫະ​ກຳ​ການ​ທະ​ຫານ​ເພື່ອ​ຄົ້ນ​ຄວ້າ​ຢາ​ໃໝ່​ຕ້ານ​ພະ​ຍາດ​ມາ​ລາ​ເລຍ. ປີ 1969, ທ່ານ​ນາງ​ຖູ​ໂຢ່ໆ​ທີ່​ມີ​ອາ​ຍຸ 39 ປີ​ໄດ້​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ. ໃນ​ທ້າຍ​ປີ 1971, ຜ່ານ​ການ​ຄົ້ນ​ຄວ້າ, ທ່ານ​ນາງ​ຖູ​ໂຢ່ໆ​ໄດ້​ພົບ​ວ່າ ສານ​ທີ່ສະ​ກັດ​ຈາກ​ຕົ້ນ Artemisininຫຼື​ຊິ່ງ​ຮາວ​ໃນ​ພາ​ສາ​ຈີນ, ສາ​ມາດ​ຂ້າເຊື້ອ​ມາ​ລາ​ເລຍໄດ້100%.
 

ປີ 1981, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ກອງ​ປະ​ຊຸມ​ຢູ່​ຈີນ​ໂດຍ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່​ສານ Artemisinin ທີ່​ໄດ້​ປ​ະ​ກອບ​ສ່ວນ​ຕໍ່​ໂລກ. ໃນ​ເວ​ລາ​ນັ້ນ, ມີ​ນັກ​ຂ່າວ​ຝ​ຣັ່ງ​ຄົນ​ໜຶ່ງ​ໄດ້​ຖາມ​ ທ່ານ​ນາງ​ຖູ​ໂຢ່ໆ​ວ່າ ໃນເບື້ອງ​ຕົ້ນ​​​,ການ​ດຳ​ເນີນການ​ຄົ້ນ​ຄວ້າ​ແມ່ນ​ເພື່ອ​ຮັບ​ມື​ກັບ​ສົງ​ຄາມ, ແຕ່​ດຽວ​ນີ້ ສານ Artemisinin ຕົ້​ນ​ຕໍ​ແມ່ນ​ໃຊ້​ເພື່ອກອບ​ກູ້​ຊີ​ວິດ, ທ່ານ​ມີ​ຄວາມ​ຮູ້​ສຶກ​ແນວ​ໃດ? ທ່ານ​ນາງ​ຖູ​ໂຢ່ໆ​ຕອບ​ວ່າ​: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ, ໃນ​ຖາ​ນະ​ເປັນ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍ​າ​ສາດ​ເຕັກ​ນິກ​ການ​ແພດ​ຜູ້​ໜຶ່ງ, ຈຸດ​ປະ​ສົງ​ພວກ​ເຮົາ​ກໍ​ແມ່ນ​ເພື່ອ​ຮັບ​ໃຊ້​ສຸ​ຂະ​ພາບ​ຂອງ​ມະ​ນຸດ. ເປົ້າ​ໝາຍ​ຂອງ​ທ່ານ​ນາງ​ຖູ​ໂຢ່ໆ​ແມ່ນ​ງ່າຍ​ດາຍ​ທີ່​ສຸດ ນັ້ນ​ກໍ​ຄື ການ​ຮ່ຳ​ຮຽນ​ແລະ​ຄົ້ນ​ຄວ້າ​ສານ Artemisinin​ແມ່ນ​ເພື່ອ​ປິ່ນ​ປົວ​ແລະ​ກອບ​ກູ້​ຊີ​ວິດ​ຄົນ​ເຈັບ, ການກອບ​ກູ້​ຊີ​ວິດ​ຄົນ​ເຈັບ​ກໍ​ແມ່ນ​ເພື່ອ​ຊຸກ​ຍູ້​​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສານ Artemisinin​ ໃຫ້​ດີກວ່າ​ເກົ່າ, ນີ້​ຄື​ການ​ປະ​ສານ​ສົມ​ທົບການ​ຮຽນ​​ຮູ້​ກັບ​ການ​ໝູນ​ໃຊ້​ຄວາມ​ຮູ້, ປະ​ສົມ​ປະ​ສານ​ຄວາມ​ຮູ້​ກັບ​ພຶດ​ຕິ​ກຳ​ໃຫ້​ເປັນ​ເອ​ກະ​ພາບ​ກັນ.
 

  ທຸກ​ມື້​ນີ້ ພວກ​ເຮົາ​ຢູ່​ໃນ​ຍຸກ​ໃໝ່​ທີ່​ຍິ່ງໃຫຍ່, ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ກໍ​ໄດ້​ພົບ​ກັບ​ໂອ​ກາດ​ປະ​ຫວັດ​ສາດ​ອັນ​ສຳ​ຄັນ. ເວົ້າ​ສຳ​ລັບ​ປະ​ເທດ​ຈີນ​ແລ້ວ, ຕ້ອງ​ກຳ​ແໜ້ນ​ໂອ​ກາດ​ການ​ພັດ​ທະ​ນາ​ດັ່ງ​ກ່າວ, ຊາວ​ໜຸ່ມຢາກ​ມີ​ຄວາມ​ກ້າວ​ໜ້າ, ພະ​ນັກ​ງານ​​ຢາກ​ມີ​ຄວາມ​ກ້າວ​ໜ້າ, ພັກ​ກອມ​ມູ​ນິດ​ຈີນ,ລັດ​ ​ແລະ​ປ​ະ​ຊາ​ຊົນ​ຈີນ​ຢາກ​ມີ​ຄວາມ​ກ້າວ​ໜ້າ​ກໍ​ຕ້ອງ​ຮ່ຳ​ຮຽນ​ຢ່າງ​ເປັນ​ຂະ​ບວນ​ຂະ​ໜາດ​ໃຫຍ່,ຕ້ອງ​ຮ່ຳ​ຮຽນ​ຢ່າງ​ຕັ້ງ​ໃຈ​ເພື່ອ​ປູ​ທາງອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ, ​ເວົ້າ​ສຳ​ລັບ​ປະ​ເທດ​ລາວ​ກໍ​ຄື​ບັນ​ດາ​ປະ​ເທດ​ໃນ​ໂລກ​ແລ້ວກໍ​ເຊັ່ນ​ກັນ, ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຈະ​ໄດ້​ຂໍ້​ຄິດ​ບໍ່ຫຼາຍ​ກໍ​ໜ້ອຍ​ຈາກ​ລາຍ​ການ​ພວກ​ເຮົາ.

 

ຄຳ​ເຫັນ

0