ຄວາມຮູ້ຂອງມະນຸດມີຢ່າງຫຼວງຫຼາຍປຽບເໝືອນມະຫາສະໝຸດທີ່ກວ້າງໃຫຍ່ໄພສານ. ແຕ່ລະຂະແໜງການ,ແຕ່ລະຂົງເຂດຕ່າງກໍມີປຶ້ມທີ່ອ່ານຈົນບໍ່ໝົດແລະມີຄວາມຮູ້ທີ່ຮຽນບໍ່ໝົດຈັກເທື່ອ. ໃນເວລາສ່ວນຫຼາຍ, ເຮົາກໍຢາກຕັ້ງສະມາທິຮ່ຳຮຽນ, ແຕ່ໃນເວລານັ້ນກໍຈະພົບວ່າບໍ່ຮູ້ຈະຮຽນຫຍັງດີ ແລະຈະເລີ່ມຮຽນຈາກຈຸດໃດກ່ອນ.
ກ່ຽວກັບບັນຫານີ້, ທ່ານສີຈິ້ນຜິງມີທັດສະນະທີ່ໜ້າຊື່ນຊົມຫຼາຍ. ທ່ານກ່າວວ່າ:“ອະລິຍະທຳມີຄວາມຫຼາກຫຼາຍສີສັນເປັນຍ້ອນການແລກປ່ຽນ, ອະລິຍະທຳມີຄວາມອຸດົມສົມບູນກໍເປັນຍ້ອນການຖອດຖອນບົດຮຽນເຊິ່ງກັນແລະກັນ ‘ຮຽນຜູ້ດຽວຂາດການປຶກສາຫາລືນຳໝູ່ ຍ່ອມໄດ້ມາເຊິ່ງຄວາມຮູ້ຈຳກັດ’., ສຳລັບອະລິຍະທຳຕ່າງໆທີ່ສັງຄົມມະນຸດປະດິດສ້າງຂຶ້ນ, ບໍ່ວ່າຈະເປັນອະລິຍະທຳບູຮານເຊັ່ນ ອະລິຍະທຳຈີນ, ອະລິຍະທຳເກຼັກ, ອະລິຍະທຳໂຣມ,ອາລິຍະທຳເອຢິບ,ອະລິຍະທຳເມໂຊໂປຕາເມຍ( Mesopotamia Civilization),ອະລິຍະທຳອິນເດຍແລະອື່ນໆ ຫຼືອະລິຍະທຳສະໄໝປັດຈຸບັນເຊັ່ນ ອະລິຍະທຳອາຊີ, ອະລິຍະທຳອາຟຣິກກາ,ອະລິຍະທຳເອີຣົບ,ອະລິຍະທຳທະວີບອາເມຣິກາ, ອະລິຍະທຳທະວີບໂອຊຽນນີແລະອື່ນໆ, ພວກເຮົາລ້ວນແຕ່ຄວນມີທ່າທີໃນການຮ່ຳຮຽນ,ຖອດຖອນບົດຮຽນເພື່ອຊຶມຊັບເອົາສ່ວນທີ່ເປັນປະໂຫຍດຂອງອະລິຍະທຳເຫຼົ່ານີ້, ເຮັດໃຫ້ວັດທະນະທຳທີ່ດີງາມຂອງທຸກອະລິຍະທຳທີ່ມະນຸດສ້າງຂຶ້ນນັ້ນສາມາດນຳມາໃຊ້ໄດ້ສອດຄ່ອງກັບວັດທະນະທຳຍຸກປັດຈຸບັນແລະສາມາດປະສົມປະສານໃຫ້ເຂົ້າກັບສັງຄົມຍຸກປັດຈຸບັນໄດ້ຢ່າງກົມກຽວກັນ,ເພື່ອເຊີດຊູແລະເສີມຂະຫຍາຍຈິດໃຈວັດທະນະທຳທີ່ດີເດັ່ນເຊິ່ງເປັນຄຸນຄ່າຂອງຍຸກປັດຈຸບັນທີ່ມີມົນສະເໜ່ອຳມະຕະແບບບໍ່ຈຳກັດກາລະເທສະແລະພົມແດນ. ”
ທ່ານສີຈິ້ນຜິງປະກອບຄຳເຫັນໃນງານສຳມະນາວິຊາການສາກົນເພື່ອລະນຶກວັນຄ້າຍວັນເກີດຂອງຂົງຈື້ຄົບຮອບ 2565 ປີແລະພິທີເປີດກອງປະຊຸມໃຫຍ່ສະຫະພັນປັດຊະຍາຂົງຈື້ສາກົນຄັ້ງທີ 5 ໃນວັນທີ 24 ກັນຍາປີ 2014
ສຳນວນດັ່ງກ່າວແມ່ນຄຳເວົ້າຕອນໜຶ່ງຂອງທ່ານສີຈິ້ນຜິງໃນເວລາທີ່ທ່ານປະກອບຄຳເຫັນໃນງານສຳມະນາວິຊາການສາກົນເພື່ອລະນຶກວັນຄ້າຍວັນເກີດຂອງຂົງຈື້ຄົບຮອບ 2565 ປີແລະພິທີເປີດກອງປະຊຸມໃຫຍ່ສະຫະພັນປັດຊະຍາຂົງຈື້ສາກົນຄັ້ງທີ 5 ໃນວັນທີ 24 ກັນຍາປີ 2014 ເຊິ່ງສຳນວນດັ່ງກ່າວ,ທ່ານສີຈິ້ນຜິງໄດ້ຍົກຄຳບູຮານຈີນປະໂຫຍກໜຶ່ງຄື “ຮຽນຜູ້ດຽວຂາດການປຶກສາຫາລືນຳໝູ່ ຍ່ອມໄດ້ມາເຊິ່ງຄວາມຮູ້ຈຳກັດ” ຄຳນີ້ມີເຄົ້າເດີມມາຈາກບົດ “ຫຼີ້ຈີ້.ເສຈີ້” ສະໄໝຈ້ານໂກ (ກ່ອນຄສປີ475—ກ່ອນຄສປີ 221)
ບົດດັ່ງກ່າວເປັນບົດຄວາມສະເພາະບັນຍາຍບັນຫາການສຶກສາ, ໃນເວລາເວົ້າເຖິງເລື່ອງທີ່ວ່າ ບາງເທື່ອເຮົາຮຽນຈັ່ງໃດກໍຮຽນບໍ່ໄດ້ດີ, ບົດດັ່ງກ່າວໄດ້ເລົ່າສາເຫດ 6 ຂໍ້, ໃນນີ້, ມີຂໍ້ໜຶ່ງຄື ຮຽນຜູ້ດຽວຂາດການປຶກສາຫາລືນຳໝູ່ ຍ່ອມໄດ້ມາເຊິ່ງຄວາມຮູ້ຈຳກັດ. ໝາຍຄວາມວ່າ: ເມື່ອຄົນໆໜຶ່ງຮຽນດ້ວຍຕົວລຳພັງ, ຂາດການປຶກສາຫາລືນຳໝູ່ ຜົນສຸດທ້າຍ ກໍຈະເກີດຜົນສອງຢ່າງ, ໜຶ່ງແມ່ນ ມີຄວາມຮູ້ຈຳກັດ, ສອງແມ່ນມີປະສົບການໜ້ອຍ,ມີຄວາມຮູ້ບໍ່ກວ້າງໄກ.
ຄົນໆໜຶ່ງເມື່ອມີຄວາມຮູ້ຈຳກັດແລະມີຄວາມຮູ້ບໍ່ກວ້າງໄກ ກໍມັກຈະຂາດສາຍຕາເບິ່ງກວ້າງມອງໄກປານໂຕກົບຢູ່ໃນພື້ນນ້ຳສ້າງ ເຊິ່ງມັກຈະຢຸດຈຶ້ງບໍ່ພັດທະນາຕົນເອງ,ໂອ້ອວດໂດຍຖືວ່າຕົນເອງຮູ້ຫຼາຍກວ່າຄົນຜູ້ອື່ນ, ເມື່ອເປັນແນວນີ້ກໍຍາກທີ່ຈະມີຄວາມກ້າວໜ້າຕື່ມອີກ. ສ່ວນວິທີທີ່ດີໃນການແກ້ໄຂບັນຫານີ້ກໍຄືຜູກມິດຢ່າງກວ້າງຂວາງ,ຮັບຟັງຄວາມເຫັນທີ່ເປັນປະໂຫຍດຈາກຄົນອື່ນຢ່າງກວ້າງຂວາງ. ແຕ່ວ່າ ການຜູກມິດຢ່າງກວ້າງຂວາງບໍ່ໄດ້ໝາຍຄວາມວ່າຈະຜູກມິດໄປທົ່ວທີບ, ຫາກຄວນຜູກມິດກັບຄົນທີ່ຊື່ກົງ, ຄົນຊື່ສັດແລະຄົນທີ່ມີຄວາມຮູ້ກວ້າງໄກ, ເມື່ອເຮັດແນວນີ້ ພວກເຮົາຈິ່ງຈະສາມາດເຮັດໃຫ້ຕົນເອງຮູ້ໂລກກວ້າງອອກແລະມີວິໄສທັດອັນກວ້າງໄກ, ຈຶ່ງຈະມີຄວາມກ້າວໜ້າ.
ທຸກມື້ນີ້, ພວກເຮົາໄດ້ເຂົ້າສູ່ຍຸກອິນເຕີເນັດ, ຖ້າຢາກຮຽນນຳຜູ້ອື່ນ,ຢາກຊອກຮູ້ຮ່ຳຮຽນຄວາມຮູ້ໃໝ່ໆກໍຈະສາມາດຮຽນໄດ້ໂດຍຜ່ານອິນເຕີເນັດ. ສະນັ້ນ, ພວກເຮົາຄວນທະນຸຖະໜອມໂອກາດທີ່ໄດ້ຮັບຈາກຍຸກສະໄໝນີ້ດ້ວຍການ ເພີ່ມທະວີການຮ່ຳຮຽນແລະເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.
ກ່ຽວກັບເລື່ອງທີ່ວ່າ “ຄວນຮຽນຫຍັງ?” ທ່ານສີຈິ້ນຜິງກໍໄດ້ມີທັດສະນະທີ່ເປັນຂໍ້ຄິດທີ່ດີຄື ໜຶ່ງແມ່ນຮຽນຈາກປຶ້ມ ກ່ຽວກັບທິດສະດີຂອງລັດທິມາກ, ສອງແມ່ນປຶ້ມກ່ຽວກັບຄວາມຮູ້ວິຊາຕ່າງໆທີ່ຕ້ອງການໃຊ້ໃນການປະຕິບັດໜ້າທີ່ວຽກງານໃຫ້ດີ, ສາມແມ່ນຄວນອ່ານປຶ້ມທັງພາຍໃນແລະຕ່າງປະເທດໂດຍສະເພາະແມ່ນປຶ້ມວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຈີນແລະຕ່າງປະເທດ.
ທ່ານສີຈິ້ນຜິງໄດ້ກ່າວເນັ້ນມາຫຼາຍເທື່ອແລ້ວວ່າ: ພວກເຮົາຄວນຕັ້ງໃຈເຊື່ອມຊຶມ,ຄົ້ນຄວ້າແລະອ່ານປຶ້ມປະພັນທິດສະດີອະມະຕະຂອງລັດທິມາກ. ເພາະວ່າ ເມື່ອເບິ່ງໃນດ້ານປະຫວັດສາດຂອງແນວຄິດຂອງມະນຸດແລ້ວ, ຫາກເວົ້າໃນດ້ານ ລັກສະນະວິທະຍາສາດ,ສັດຈະທຳ,ອິດທິພົນແລະຂອບເຂດການເຜີຍແຜ່ແລ້ວ, ບໍ່ມີທິດສະດີໃດທີ່ຈະມີລະດັບສູງເທົ່າກັບລັດທິມາກ, ທັງບໍ່ມີວິຊາການໃດ ທີ່ສາມາດສົ່ງຜົນສະທ້ອນແລະປ່ຽນແປງໂລກໄດ້ຢ່າງເລິກເຊິ່ງເທົ່າກັບລັດທິມາກ.
ທ່ານສີຈິ້ນຜິງໄດ້ກ່າວຄຳອວຍພອນປີໃໝ່ສາກົນ2019ຜ່ານທາງໂທລະພາບ
ນັບແຕ່ວັນທີ 31 ທັນວາປີ 2013ຈົນເຖິງປັດຈຸບັນ, ທ່ານສີຈິ້ນຜິງໄດ້ກ່າວຄຳອວຍພອນປີໃໝ່ສາກົນຜ່ານທາງໂທລະພາບມາຫຼາຍປີລຽນຕິດ, ຜ່ານຈາກໂທລະພາບ, ພວກເຮົາກໍ ໄດ້ເຫັນຖ້ານປຶ້ມໃຫຍ່ທີ່ຢູ່ດ້ານຫຼັງທ່ານສີຈິ້ນຜິງໃນເວລາທີ່ເພິ່ນກ່າວຄຳອວຍພອນປີໃໝ່, ເຊິ່ງປຶ້ມຕ່າງໆທີ່ວາງໄວ້ຢູ່ເທິງຖ້ານປຶ້ມນັ້ນມີທັງປຶ້ມກ່ຽວກັບຈີນແລະຕ່າງປະເທດເຊິ່ງກວມເຖິງຫຼາຍໆດ້ານເຊັ່ນ ການເມືອງ,ເສດຖະກິດ,ວັນນະຄະດີ, ປະຫວັດສາດ, ວິທະຍາສາດແລະອື່ນໆ. ຈາກນີ້, ພວກເຮົາຈຶ່ງສາມາດເຫັນໄດ້ວ່າ: ທ່ານສີຈິ້ນຜິງກຳລັງຊຶມຊັບເອົາພູມປັນຍາຂອງຫຼາຍໆຊົນເຜົ່າທັງພາຍໃນແລະຕ່າງປະເທດຢ່າງບໍ່ຢຸດຢັ້ງ ຈົນໄດ້ກາຍເປັນວິໄສທັດເບິ່ງກວາງມອງໄກໃນການບໍລິຫານປະເທດ.
ສ່ວນການອ່ານປຶ້ມອະມະຕະດ້ານວັດທະນະທຳທີ່ມີມູນເຊື້ອຂອງປະເທດຕົນກໍຄວນອ່ານປຶ້ມອະມະຕະ,ປຶ້ມອະມະຕະຕົ້ນສະບັບ,ຫຼືອ່ານປຶ້ມທີ່ມີຄຸນຄ່າທີ່ໄດ້ຜ່ານຈາກການພິສູດມາຫຼາຍໆເທື່ອແລ້ວ. ເພາະວ່າ ປຶ້ມອະມະຕະເປັນປຶ້ມທີ່ຜ່ານການຄັດເລືອກຈາກປະຫວັດສາດມາດົນນານແລ້ວ,ເປັນແບບຢ່າງທີ່ດີໃຫ້ແກ່ປຶ້ມທັງຫຼາຍ. ປຶ້ມອະມະຕະສ່ວນຫຼາຍໄດ້ກາຍເປັນພາກສ່ວນໜຶ່ງຂອງຊີວິດສັງຄົມແລະວັດທະນະທຳພວກເຮົາ ທັງເປັນລູກກະແຈໃນການເຂົ້າໃຈປະກົດການຕ່າງໆໃນສັງຄົມ.
ສາມາດເວົ້າໄດ້ວ່າ: ວັດທະນະທຳ ທີ່ມີມູນເຊື້ອອັນດີງາມຂອງຈີນ ເປັນຕົ້ນກຳເນີດອັນສຳຄັນຂອງແນວຄິດສີຈິ້ນຜິງກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ທັງເປັນຈຸດເດັ່ນແຫ່ງຄວາມມີສະເໜ່ທາງດ້ານວາທະຂອງທ່ານສີຈິ້ນຜິງ. ໃນໂອກາດສຳຄັນຕ່າງໆທັງພາຍໃນແລະຕ່າງປະເທດ, ທ່ານສີຈິ້ນຜິງໄດ້ມີຄວາມຊຳນິຊຳນານໃນການໝູນໃຊ້ກອນບູຮານ,ເລື່ອງປະຫວັດສາດເພື່ອບັນຍາຍທັດສະນະຂອງຕົນ ເຊິ່ງສາມາດເວົ້າໄດ້ວ່າ ທ່ານສີຈິ້ນຜິງກຳລັງໃຊ້ການກະທຳຕົວຈິງຂອງຕົນເພື່ອເປັນທູດຕາງໜ້າໃຫ້ແກ່ວັດທະນະທຳທີ່ມີມູນເຊື້ອອັນດີງາມຂອງຊາດຈີນ.
ຖ້າຫາກທ່ານຍັງບໍ່ທັນຮູ້ວ່າຕົນຄວນຮຽນຫຍັງ, ເມື່ອຟັງຄຳແນະນຳຂອງທ່ານສີຈິ້ນຜິງແລ້ວ ທ່ານອາດຈະຮູ້ວ່າ ຄວນເຮັດແນວໃດ.
ຄຳເຫັນ
0