黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ແຫວງ​ຫາ​ໂອ​ກາດ​ຈາກວິ​ກິດ​ການ: ການ​ກະ​ທຳ​ແກ້​ໄຂ​ວິ​ກິດ​ການ​ຂອງ​ຈີນ​ໃນ​ເວ​ລາ​ທີ່​ຜະ​ເຊີນ​ກັບ​​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ

2020-04-07 18:02:26 cri

ຄຽງ​ຄູ່​ກັບ​ພະ​ຍາດ​ໂຄວິດ-19 ເລັ່ງ​ລັດ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ໄດ້​ຮັບ​ຜົນກະ​ທົບ​ຢ່າງ​ໜັກ​ໜ່ວງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃໝ່. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ເຖິງ​ແຂວງ​ເຈີ້​ຈ່ຽງ​ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ເພື່ອ​ສຳ​ຫຼວດ​ຄົ້ນ​ຄວ້າ ​ແລະ ​ໄດ້​ອະ​ທິ​ບາຍ​ເປັນ​ພິ​ເສດ​ກ່ຽວ​ກັບ​ວິ​ກິດ​ການ​ວ່າ: “ວິ​ກິດ​ການ​ແລະ​ໂອ​ກາດ​ແມ່ນ​ເກີດ​ຂຶ້ນ​ຮ່ວມ​ກັນ​ມາ​ໂດຍ​ຕະ​ຫຼອດ, ​ເມື່ອຜ່ານ​ຜ່າ​ວິ​ກິດ​ການ​ແລ້ວ​ກໍ​ຈະຕ້ອນ​ຮັບ​ມາດ້ວຍ​ໂອ​ກາດພັດ​ທະ​ນາ.”

ຈຳ​ແນກ​ການ​ປ່ຽນ​ແປງ​ຢ່າງ​ຖືກ​ຕ້ອງ

ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້ຫຼາຍໆ​ຄົນ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ຮູບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຕົນ​ກໍ​ຕາມ, ແຕ່​ມັນ​ກໍ່​ໄດ້​ສ້າງ​ຄວາມ​ອາດ​ເປັນ​ໄປ​ໄດ້​ໃໝ່​ຫຼາຍກວ່າ​ເກົ່າ.

ໃນ​ “​ບຸນ​ເຈົ້າ​ຍິງວັນ​ທີ 8 ມີ​ນາ” ທີ່​ຜ່ານ​ມາ, ​​ວັນ​ທີ່​ມີມູນ​ຄ່າ​ຂາຍ​ເຄື່ອງ​ທາງ​ການ​ຖ່າຍ​ທອດ​ສົດຂອງເວ​ທີການ​ຄ້າ​ເອ​ເລັກ​ໂຕຼນິກ​ຖ່ຽນມ່າວ​ໄດ້​ເພີ່ມ​ຂຶ້ນ 650% ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງປີ​ຜ່ານ​ມາ. ການ​​ຂາຍ​ເຄື່ອງ​ໂດຍ​ຜ່ານ​ການ​ຖ່າຍ​ທອດ​ສົດ​​ພຽງ​ເປັນ​ດ້ານ​ໜຶ່ງ​ເທົ່າ​ນັ້ນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເຮັດ​ໃຫ້​ເຕັກ​ນິກ​ສູງ​ໃໝ່​ຈຳ​ນວ​ນ​ໜຶ່ງ​ທີ່​ຍັງ​ບໍ່​ທັນ​ໄດ້​ເຜີຍ​ແຜ່​ໃຫ້​ທົ່ວ​ເຖິງ​ນັ້ນ​ໄດ້​ກ້າວ​ເຂົ້າ​ສູ່​ຄອບ​ຄົວ​ທົ່ວ​ໄປ​ຂອງ​ຈີນ, ອຸດສາຫະກຳ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ​ກໍ່​ໄດ້​ຕ້ອນ​ກັບ​ໂອ​ກາດ​ພັດ​ທະ​ນາ​ຮ່ວມ​ກັນ​ຄັ້ງ​ໜຶ່ງ.

ຊີ​ວິດ​ດີ​ຈີ​ຕອນ​ເຫຼົ່າ​ນີ້​ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ການ​ຄ້ຳ​ຊູ​ຂອງວິ​ສາ​ຫະ​ກິດ​ການ​ຜະ​ລິດ​ຕ່າງໆ. ພັດ​ທະ​ນາ​ຕາມສະພາບ​ການທີ່​ເປັນ​ໄປ​, ອຸດສາຫະກຳພັດ​ທະ​ນາ​ໃໝ່​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊຸກ​ດັນ​ທີ່​ເກີດ​ຈາກ​ພາຍ​ໃນແລະ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ການ​ເຕີບ​ໃຫຍ່​ທີ່​ເຂັ້ມ​ແຂວງ.

ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຕາມຫຼັກວິ​ທະ​ຍາ​ສາດ

ປີ 2016, ກະ​ຊວງ​ອຸ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ​ໄດ້​ປະ​ເມີນ​ແລະ​ຄັດ​ເລືອກ​ໂຄງ​ການ​ຜະ​ລິດ​ອັດ​ສະ​ລິຍະ, ວິ​ສາ​ຫະ​ກິດ​ຜະ​ລິດ​ຢຸກ​ຢາ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ມີພຽງ​ແຕ່ 3 ແຫ່ງ​ເທົ່າ​ນັ້ນ. ໃນ​ນັ້ນ, ກຸ່ມ​ບໍ​ລິ​ສັດ​ຜະ​ລິດ​ຢຸກ​ຢາ​ສື​ເຈ່ຍ​ຈ່ວງ​ແຂວງ​ເຫີ​ເປີຍ​ແມ່ນ​ໄດ້​ຮັບ​ຄັດ​ເລືອກ​ ຍ້ອນ​ວ່າ​ໄດ້ພະຍາຍາມຢ່າງ​ສຸດ​ຂີດ​ໃນ​ດ້ານ​ການ​ຫັນ​ເປັນ​ແບບ​ອັດ​ສະ​ລິ​ຍະ. ໃນ​ໄລ​ຍະ​ເກີດ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19, ຈຳ​ນວນ​ການ​ຜະ​ລິດ Arbidol Hydrochloride Tablets ເຊິ່ງ​ເປັນ​ຢາ​ທີ່​ຕ້ອງການ​ໃນ​ການ​ປິ່ນ​ປົວ​ພະ​ຍາດ​ດັ່ງກ່າວ ຂອງວິ​ສາ​ຫະ​ກິດ​ແຫ່ງ​ນີ້​​ໄດ້ຈາກ 3 ໝື່ນ​ກັບ​ຕໍ່​ມື້ເພີ່ມ​ຂຶ້ນ​ເປັນ 1 ແສນ​ກັບ​ຕໍ່​ມື້.

ກາ​ນ​ຜະ​ລິດ​ແບບ​ອັດ​ສະ​ລິ​ຍະ​ບໍ່​ພຽງ​ແຕ່​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ແລະ​ປະ​ສິດ​ທິ​ຜົນ​ເທົ່າ​ນັ້ນ, ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ສາ​ມາດ​ປ່ຽນ​ແປງ​ສະ​ພາບ​ການ​ທີ່​ຂາດ​ເຄື່ອງ​ອຸ​ປະ​ກອນ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໄດ້​ຢ່າງວ່ອງ​ໄວ​ໃນ​ໄລ​ຍະ​ສັ້ນ, ກໍ​ຍ້ອນ​ວ່າ​ວິ​ສາ​ຫະ​ກິດ​ການ​ຜະ​ລິດ​ອັດ​ສະ​ລິ​ຍະ​ຫຼາຍ​ແຫ່ງ ຕົວ​ຢ່າງວ່າ​ວິ​ສາ​ຫະ​ກິດ​ຜະ​ລິດ​ລົດ​​ໄດ້ປ່ຽນມາ​ຜະ​ລິດ​ຜ້າ​ປິດ​ປາກ​ແລະ​ເຄື່ອງ​ຊ່ວຍຫາຍ​ໃຈຢ່າງ​ເດັດດ່ຽວ​ແລະວ່ອງ​ໄວ. ການ​ປ່ຽນ​ແປງ​ການ​ຜະລິດເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງວ່ອງ​ໄວ​ເຫຼົ່າ​ນີ້, ກໍ​ຍ້ອນ​ວ່າ​ວິ​ສາ​ຫະ​ກິດ​ເຫຼົ່ານີ້​ໄດ້​ສະ​ແຫວງ​ຫາ​ການ​ປ່ຽນ​ແປງຢ່າງ​ເປັນ​ເຈົ້າ​ການ​ໃນ​ໄລ​ຍະ​ບໍ່​ໄດ້​ເກີດ​ວິ​ກິດ​ການ.

ການ​ສະ​ແຫວງ​ຫາ​ການ​ປ່ຽນ​ແປງ​ເປັນ​ເຈົ້າ​ການ

ໃນ​ໄລ​ຍະ​ວິ​ກິດ​ການ​ນ້ຳ​ມັນ​ເຊື້ອ​ໄຟ​ສອງ​ເທື່ອ​ກ່ອນ​ນີ້ 40 ກວ່າ​ປີ, ອຸ​ສາ​ຫະ​ກຳ​ເຄມີ​ໜັກ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ຖືກກະທົບ​ຢ່າງ​ໜັກ​ໜ່ວງ, ແຕ່​ວ່າ​ອາ​ເມ​ຣິ​ກາ​ທີ່​ມີ​ບົດ​ຮຽນ​​ໃນ​ການຮັບ​ມື​ກັບ​ວິ​ກິດ​ການ​ດັ່ງ​ກ່າວ​ໄດ້​ສຸມ​ກຳລັງ​ພັດ​ທະ​ນາອຸດສາຫະກຳຄອມ​ພິ​ວ​ເຕີ, ການບິນ-ການ​ບິນ​ອະ​ວະ​ກາດ, ວິສະວະກຳ​ຊີວະ​ພາບ ​ແລະ​ອື່ນໆ​ ເຊິ່ງ​ເປັນ​ອຸດສາຫະກຳ​ໃໝ່​ທີ່​ມີ​ມູນ​ຄ່າ​ເພີ່ມ​​ສູງ ແລະ​ ສິ້ນ​ເປືອງ​ພະ​ລັງ​ງານ​ໜ້ອຍ​, ໄດ້​ປ່ຽນ​ວິ​ກິດ​ການ​ເປັນ​ໂອ​ກາດ​ພັດ​ທະ​ນາ​ແລະ​ສຳ​ເລັດ​ການ​ປ່ຽນ​ແປງ​ໂຄງ​ປະ​ກອບອຸດສາຫະກຳຂອງ​ປະ​ເທດ​ຕົນ.

ປີ 1997, ໃນ​ເວ​ລາ​ເກີດ​ວິ​ກິດ​ການ​ການ​ເງິນ​ອາ​ຊີ, ຍີ່​ປຸ່ນ​ ແລະ​ ສ.ເກົາ​ຫຼີ​ໄດ້​ນຳ​ໃຊ້​ທ່າ​ແຮງ​ຂອງ​ຕົນ​ຢ່າງ​​ເຕັມທີ່, ຊຸກ​ຍູ້​ການຍົກ​ລະ​ດັບອຸດສາຫະກຳ​ປະ​ເທດ​ຕົນ ແລະ​ ໄດ້​ຕ້ອນ​ຮັບ​ມາ​ໂອ​ກາດ​ພັດ​ທະ​ນາ​ອຸດສາຫະກຳ “ບັນ​ເທີງ​ພາບ​ກາ​ຕູນ” ແລະ “ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ.”

ປີ 2003, ພາຍ​ຫຼັງ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຊາສ​ແລ້ວ, ການ​ຄ້າ​ເອ​ເລັກ​ໂຕຼນິກ​ຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ບໍ​ລິ​ສັດ​ອິນ​ເຕີ​ເນັດ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ການຊື້ຂາຍເຄື່ອງ​ທາງ​ອິນ​ເຕີ​ເນັດ ​ແລະ ການ​ຊຳ​ລະ​​ເງິນ​ແບບ​ເຄື່ອນ​ທີ່​ເປັນ​ຕົວ​ແທນ​ນັ້ນ​ ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ​ຈີນ​ພັດ​ທະ​ນາ​ຢ່າງວ່ອງ​ໄວ.

ປັດ​ຈຸ​ບັນ, ​ໃນ​ການ​ຕໍ່​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທັງ​ພາຍ​​ໃນແລະ​ຕ່າງ​ປະ​ເທດ​ ແລະ​ ຄວາ​ມ​ສ່ຽງ​​ແຫ່ງເສດ​ຖະ​ກິດ​ຊຸດ​ໂຊມ​ລົງ, ຈີນ​ຕ້ອງ​ສະ​ແຫວງ​ຫາ​ໂອ​ກາດ​ຈາກວິ​ກິດ​ການ ແລະ ​ປ່ຽນ​ວິ​ກິດ​ການ​ກັບເປັນ​ໂອ​ກາດ​ພັດ​ທະ​ນາ. “ປ່ຽນ​ແປງ​ແນວ​ຄິດ​ແລ້ວ​ກໍ​ມີ​ຊ່ອງ​ທາງ​ພັດ​ທະ​ນາ​ຢ່າງກວ້າງ​ຂວາງ”, ​ເມື່ອ​ຄົ້ນຄິດ​ໄຕ່​ຕອງ​ຕໍ່​ເສັ້ນ​ທາງການ​ສຳຫຼວດຄົ້ນຄວ້າ​ຢູ່​ແຂວງ​ເຈີ້​ຈ່ຽງ​ຂອງ​ທ່ານ​ສີ​ຈິ້ນ​ຜີງ​ໃນຄັ້ງ​ນີ້ຈະ​​ເຫັນໄດ້​ວ່າ, ທັດ​ສະ​ນະ​ຄະ​ຕິ​​ໃໝ່​ດ້ານການ​ພັດ​ທະ​ນາທີ່ “​ປະ​ດິດ​ສ້າງ​ໃໝ່, ປະສານ​ງານ​ກັນ​, ສີ​ຂຽວ, ເປີດ​ປະ​ຕູ​ສູ່​ພາຍນອກ, ແບ່ງ​ປັນ​ຮ່ວມ​ກັນ” ກໍ​ຄື​ເນື້ອ​ໃນ​ໃຈຄວາມ​ໃນ​ຕະ​ຫຼອດ​ໄລ​ຍະ​ສຳ​ຫຼວດຂອງ​ທ່ານ.

ຄຳ​ເຫັນ

0