黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ພະ​ຍາດ​ໂຄວິດ-19 ຈຶ່ງ​ແຜ່​ລະ​ບາດ​​ຢູ່​ອາ​ເມ​ຣິ​ກາໄວ​ປານ​ນີ້?

2020-04-10 14:32:37 cri

ຕາມ​ຕົວ​ເລກ​ຫຼ້າ​ສຸດ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ ຮອບ​ກິນ​ສ໌ (Johns Hopkins) ຂອງ​ອາ​ເມ​ຣິ​ກາ, ນັບ​ມາ​ຮອດ​ເວ​ລາ 6 ໂມງຂອງວັນ​ທີ 8 ເມ​ສາ​ນີ້, ຈຳ​ນວນຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 386.817 ກໍ​ລະ​ນີ, ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ 12.285 ຄົນ. ນະຄອນນິວຢອກ​ເຊິ່ງ​ເປັນ​ນະຄອນທີ່​ມີ​ການ​ແຜ່​ລະ​ບາດ​ຢ່າງໜັກ​ໜ່ວງ​ທີ່​ສຸດ​ມີ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນພະຍາດແລ້ວເຖິງ 138.836 ກໍ​ລະ​ນີ, ໄດ້​ລື່ນ​ກາຍ​ອີ​ຕາ​ລີ​ແລ້ວ.

ເປັນ​ຫຍັງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຈຶ່ງແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ໄວ​ປານ​ນີ້? ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່​ານ ທາບເວີ ໂນອາ(Trevor Noah), ຜູ້​ດຳ​ເນີນ​ລາຍ​ການ​ Talk show ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ນຳເອົາພາບ​ວິ​ດີ​ໂອ​ແຕ່ລະຕອນທາງ​ຢູ່​ສື່​ສັງ​ຄົມ​ອອນ​ລາຍ, ພາບ​ວິ​ດີ​ໂອ​ດັ່ງ​ກ່າວ​ໄດ້​ເອົາ​ຄວາມເວົ້າ​ຈຳ​ນວນ​ໜຶ່ງ​ຂອງ​ສື່ມວ​ນ​ຊົນ​ອາ​ເມ​ຣິ​ກາ​ເຊິ່ງເລີ່ມ​ແຕ່​ເດືອນ​ກຸ​ມ​ພາ​ທີ່​ພະ​ຍາດ​ໂຄວິດ-19 ຫາກໍເລີ່ມ​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ເຂົ້າ​ມາເຜີຍແຜ່ໃນລາຍການ, ພວກ​ເຮົາ​ລອງມາ​ເບິ່ງ​ນຳກັນເບິ່ງດູ.

ຄຳ​ເຫັນ

0