ວັນທີ 12 ເມສານີ້, ຄະນະແພດຈີນທີ່ໄປຊ່ວຍລາວຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດສຳເລັດໜ້າທີ່ທຸກປະການຢູ່ລາວ ແລະ ໄດ້ເດີນທາງກັບຄືນປະເທດຈີນ. ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ໄປສົ່ງຄະນະແພດຢູ່ສະໜາມບິນ ແລະ ໃຫ້ສຳພາດຕໍ່ສື່ມວນຊົນສອງປະເທດລາວຈີນ. ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານຈ່ຽງຈ້າຍຕົ່ງກ່າວວ່າ, ຈີນແລະປະຊາຄົມໂລກໄດ້ເພີ່ມທະວີການຮ່ວມມືກັນ ເພື່ອຕ້ານກັບການແຜ່ລະບາດຂອງພະຍາດ, ແຕ່ນັກການເມືອງ ແລະ ບຸກຄົນທີ່ມີຊື່ສຽງຂອງບາງປະເທດອາດມີການກະທຳແບບບໍ່ຟັງຟ້າຟັງໄຟ, ກ່າວຕຳໜິແລະໃສ່ຮ້າຍປ້າຍສີຈີນເລື້ອຍໆ ໂດຍປ່າວປະກາດວ່າຈີນໄດ້ “ປິດບັງສະພາບການແຜ່ລະບາດຂອງພະຍາດ” ແລະ ຮຽກຮ້ອງໃຫ້ຈີນຊອກຫາຄົນຮັບຜິດຊອບ.
ຄວາມຈິງກໍຄືຄວາມຈິງ. ທ່ານຈ່າງຈ້າຍຕົ່ງໄດ້ເປີດເຜີຍວາລະຕ້ານກັບການແຜ່ລະບາດຂອງພະຍາດຂອງຈີນອີກຄັ້ງໜຶ່ງ:
ວັນທີ 27 ທັນວາປີຜ່ານມາ, ໂຮງໝໍແຫ່ງໜຶ່ງຂອງແຂວງຫູເປີຍຈີນໄດ້ລາຍງານຜູ້ເປັນພະຍາດອັກເສບປອດທີ່ບໍ່ຮູ້ສາຍເຫດ 3 ກໍລະນີເປັນຄັ້ງທຳອິດ; ວັນທີ 31 ທັນວາປີຜ່ານມາ, ໄດ້ລາຍງານຕໍ່ສຳນັກງານອົງການອະນາໄມໂລກປະຈຳຈີນ; ວັນທີ 3 ມັງກອນປີນີ້, ໄດ້ເຮັດສຳເລັດຂັ້ນຕອນລາຍງານຢ່າງເປັນທາງການ.
ວັນທີ 7 ມັງກອນປີນີ້, ສາມາດຄັດແຍກໄດ້ພະຍາດໂຄວິດ-19; ວັນທີ 12, ໄດ້ແບ່ງປັນລຳດັບແຊນທີ່ຄົບຖ້ວນຂອງໄວຣັສກັບອົງການອະນາໄມໂລກ; ຫຼັງຈາກນັ້ນ, ໄດ້ເປີດເຜີຍຂໍ້ມູນຫຼ້າສຸດປະຈຳວັນ ພ້ອມທັງໄດ້ແບ່ງປັນຂໍ້ມູນແລະບົດຮຽນໃນດ້ານນີ້ກັບປະເທດຕ່າງໆໃນໂລກ.
ວັນທີ 23 ມັງກອນປີນີ້, ຈີນໄດ້ “ປິດທາງເຂົ້າອອກເມືອງ” ຂອງນະຄອນອູຮັ້ນຢ່າງເດັດຂາດ, ໄດ້ເປີດບັ້ນປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງຮອບດ້ານ; ວັນທີ 8 ເມສານີ້, ໄດ້ “ເປີດທາງເຂົ້າອອກເມືອງ” ນະຄອນອູຮັ້ນຄືນໃໝ່, ໄດ້ສະກັດກັ້ນການແຜ່ລະບາດຂອງພະຍາດຢູ່ພາຍໃນປະເທດຈີນ ທີ່ຖືນະຄອນອູຮັ້ນເປັນສະໜາມຮົບຕົ້ນຕໍ.
ຈີນໄດ້ແຈ້ງຂໍ້ມູນກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ, ເປີດເຜີຍ ແລະ ໂປ່ງໃສ, ນີ້ເປັນການຮັບຮູ້ໂດຍທົ່ວໄປແລ້ວ, ມາດຕະການປ້ອງກັນແລະຄວບຄຸມພະຍາດຂອງຈີນຍັງໄດ້ເຄັ່ງຄັດກວ່າຄວາມຮຽກຮ້ອງຕ້ອງການທີ່ລະບຸໄວ້ໃນ “ຂໍ້ກຳນົດວ່າດ້ວຍສາທາລະນະສຸກຂອງໂລກ”. ຂະນະດຽວກັນ, ຈີນຍັງໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນການແພດໃຫ້ແກ່ 131 ປະເທດ ແລະ ອົງການຈັດຕັ້ງສາກົນ, ໄດ້ບໍລິຈາກ 20 ລ້ານໂດລາສະຫະລັດໃຫ້ແກ່ອົງການອະນາໄມໂລກ ແລະ ສົ່ງຄະນະແພດໄປຊ່ວຍເຫຼືອຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນ 12 ປະເທດ.
ທ່ານຈ່ຽງຈ້າຍຕົ່ງກ່າວຕື່ມວ່າ, ຄວາມຈິງເຫຼົ່ານີ້ເປັນຄວາມຈິງທີ່ຈະແຈ້ງທີ່ສຸດ ແລະ ປະຊາຄົມໂລກກໍຮັບຮູ້ດີໂດຍທົ່ວໄປ.
ອົງການອະນາໄມໂລກຊີ້ອອກວ່າ: ຈີນໄດ້ເປັນແບບຢ່າງໃໝ່ໃນການປະຕິບັດພັນທະສາກົນ.
ທ່ານເອັມ ມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງໄດ້ສະແດງຄວາມຊົມເຊີຍຢ່າງສູງຕໍ່ລັດຖະບານແລະປະຊາຊົນຈີນທີ່ໄດ້ຄວບຄຸມການແຜ່ລະບາດຂອງພະຍາດໄດ້ໃນໄລຍະສັ້ນແບບນີ້ ດ້ວຍຈິດໃຈອົງອາດກ້າຫານ ແລະມີມາດຕະການທີ່ເດັດຂາດ ແລະ ກ່າວວ່າ, ຝຣັ່ງຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອທີ່ລ້ຳຄ່າແກ່ຝຣັ່ງ.
ທ່ານນາງແອັງເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນກໍໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໄດ້ໃຫ້ການຊ່ວຍເຫຼືອທີ່ລ້ຳຄ່າແລະທັນການ ແລະ ຫວັງວ່າຈະສາມາດດຳເນີນການຮ່ວມມືກັບຈີນ ແລະ ສ້າງແບບຢ່າງແຕ່ງຄວາມສາມັກຄີກັນໃນການຕ້ານກັບການແຜ່ລະບາດຂອງພະຍາດ.
ພະນັກງານການແພດປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວຂອງຝ່າຍລາວກ່າວວ່າ: “ພວກເຮົາລ້ວນແຕ່ຮູ້ດີແລ້ວວ່າ, ຫ້ອງຄົນເຈັບມີຄວາມສ່ຽງ, ແຕ່ຜູ້ຊ່ຽວຊານຈີນໄດ້ຈາກຄອບຄົວ, ມຸ້ງໜ້າມາປະເທດລາວ ໂດຍບໍ່ໄດ້ຄຳນຶງເຖິງຄວາມປອດໄພຂອງຕົນ, ນີ້ແມ່ນຍ້ອນວ່າ: ຊ່ຽວຊານຈີນໄດ້ຖືປະຊາຊົນລາວເປັນອ້າຍນ້ອງ.” “ພວກເຮົາໂຊກດີຫຼາຍ, ສາມາດຖອດຖອນບົດຮຽນສຳເລັດຜົນໃນການປິ່ນປົວ ແລະ ໃນດ້ານປ້ອງກັນແລະຄວບຄຸມພະຍາດຈາກຜູ້ຊ່ຽວຊານຈີນ. ນີ້ເຮັດໃຫ້ພວກເຮົາຮູ້ສຶກມີຄວາມຫວັງຫຼາຍ.”
ທ່ານຈ່ຽງຈ້າຍຕົ່ງກ່າວຕື່ມວ່າ, ນັກການເມືອງແລະບຸກຄົນທີ່ມີຊື່ສຽງຂອງບາງປະເທດໄດ້ເຮັດແບບຫຼັບຫູຫຼັບຕາຕໍ່ການຕີລາຄາຈີນແບບພາວະວິໄສ ແລະ ເຕັມໄປດ້ວຍຄວາມຈິງໃຈດັ່ງກ່າວ, ແລະກ່າວໂຈມຕີຈີນວ່າໄດ້ປິດບັງສະພາບການແຜ່ລະບາດຂອງພະຍາດ ແລະ ທວງໃຫ້ຈີນຈ່າຍຄ່າຊົດເຊີຍ, ນີ້ເປັນການກະທຳແບບບໍ່ຟັງຟ້າຟັງໄຟທັງນັ້ນ.
ສຸດທ້າຍທ່ານຈ່ຽງຈ້າຍຕົ່ງກ່າວວ່າ, ຂໍມີແຕ່ໂອກາດເພື່ອເຮັດໃຫ້ຈີນເສື່ອມເສຍຊື່ສຽງ, ຈົນວ່າກ່າວໂຈມຕີ ແລະ ໃຊ້ຄວາມກົດດັນແບບໄຮ້ເຫດຜົນຕໍ່ຈີນ, ປາກົດການແບບນີ້ມີມາແຕ່ດົນແລ້ວ, ຈຸດປະສົງຂອງເຂົາແມ່ນຢາກຮັກສາສິດມະຫາອຳນາດຂອງເຂົາ ແລະ ໃຊ້ຄ່ານິຍົມຂອງເຂົາຄວບຄຸມທົ່ວໂລກ. ແຕ່ຖ້າຫາກວ່າເຂົາບໍ່ປັບປ່ຽນຄວາມຈອງຫອງ ແລະ ຄວາມເຫັນລຳອຽງຂອງເຂົາແລ້ວ, ພວກເຮົາກໍບໍ່ຈຳເປັນຕ້ອງໄປສົນໃຈນຳຄວາມເວົ້າຂອງເຂົາອີກ, ກໍບໍ່ຈຳເປັນຕ້ອງ “ແບກຫາບໜ້າທີ່ຮັບຜິດຊອບ” ແທນເຂົາ ແລະ ກໍບໍ່ຈຳເປັນປັບຕົນເອງ ເພື່ອເອົາໃຈເຂົາ.
ຄຳເຫັນ
0