蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈະ​ບໍ່​ສາ​ມາດ​ປິດ​ບັງ 3 ຜິດ​ພາດໃຫຍ່​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢູ່ອາ​ເມ​ຣິ​ກາ​ໄດ້

2020-04-14 16:55:26 CRI

ຄຽງ​ຄູ່​ກັບ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ອາ​ເມ​ຣິ​ກາ​ໄດ້​​ເພີ່ມຂຶ້ນ​ເລື້ອຍໆ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ແຮ່ງ​ໄດ້ໂຈມ​ຕີ ແລະ​ “ຖິ້ມ​ໂທດ​” ໃສ່​ຈີນ​ຢ່າງ​ປ່ວ​ງ​ບ້າ. “ສັດ​ປ່າ​ລາຍ​ວັນ” ທີ່​ເປັນ​ເວັບ​ໄຊ​ວິ​ເຄາະ​ຂ່າວ​ອາ​ເມ​ຣິ​ກາ​ໄດ້​​ວິ​ເຄາະໃນ​ວັນ​ທີ 12 ເມ​ສາ​ນີ້​ວ່າ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ພວມ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ເລືອກ​ຕັ້ງ​ທົ່ວ​ໄປ​​ແບບໃໝ່​ຢ່າງ​ຕັ້ງ​ໜ້າ, ນັ້ນ​ກໍ​ຄື: ມີ​ເຈດ​ຕະ​ນາຖື​ຈີນ​ເປັນ “ຕົ້ນ​ກຳ​ເນີດ” ຂອງ​ພ​ະ​ຍາດ​ຕິດ​ແປດ​ທົ່ວ​ໂລກ​ຄັ້ງ​ນີ້.

ແຕ່​ວ່າ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈະ​ໃສ່​ຮ້າຍ​ປ້າຍ​ສີ​ແນວ​ໃດ​ກໍ​ຕາມ, ກໍ​ຈະ​ບໍ່​ສາ​ມາດ​ຕົວະ​ປະ​ຊາ​ຄົມ​ໂລກໄດ້​ອີກ ແລະ ກໍ​ບໍ່​​ສາ​ມາດປິດ​ບັງ​ 3 ຜິດ​ພາດໃຫຍ່ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢູ່ອາ​ເມ​ຣິ​ກາ​ໄດ້.

ຄວາມ​ຜິດ​ໃຫຍ່​ຢ່າງ​ທີ 1 ແມ່ນ: ​ຄວາມ​ຄິດ​ໄຮ້​ດຽງ​ສາ ແລະ ຄວາມ​ຈອງ​ຫອງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສິ້ນ​ເປືອງ​ເວ​ລາ​ເກືອບ​ສອງ​ເດືອນ. ຄວາມ​​ຜິດໃຫຍ່​​ຢ່າງທີ 2 ແມ່ນ: ການ​ຕໍ່​ສູ້​ພາຍ​ໃນ ແລະ ການ​ຕໍ່​ສູ້​ລະ​ຫວ່າງ​ພັກ​ການ​ເມືອງ​​ໄດ້ເຮັ​ດ​ໃຫ້​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້. ຄວາມ​​ຜິດ​ໃຫຍ່​ຢ່າງ​ທີ 3 ແມ່ນ: “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ” ໄດ້​ທຳ​ລາຍ​ການ​ຮ່ວມ​ມື​ໃນ​ດ້ານ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ທັງ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຕົນ ແລະ ກໍ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ອື່ນ.

“ໄວ​ຣັ​ສ​ບໍ່​ມີ​ການ​ຈຳ​ແນກ--ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ສ່ຽງ​ເຊັ່ນ​ກັນ.” ນີ້​ແມ່ນ​ຄຳ​ກ່າວ​ເຕືອນ​ໃນ​ບົດນຳ​ເພື່ອ​ກ່າວ​ຂໍ​ໂທດ​ຕໍ່​ຈີນຂອງວາ​ລະ​ສານ “ທຳ​ມະ​ຊາດ” ຂອງ​ອັງ​ກິດ. ​ອາ​ເມ​ຣິ​ກາ​ເກີດຄວາມ​ຜິດ​ພາດ​ເລື້ອຍໆ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໂຄວິດ-19 ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ຕັດ​ສິນ​ນະ​ໂຍ​ບາຍ​​ຂອງວໍ​ຊິງ​ຕັນ​ບໍ່​ໄດ້​ຮັບ​ຮູ້​​ເຖິງຄຳ​ກ່າວ​ເຕືອນ​ດັ່ງ​ກ່າວ, ບໍ່​ຄ່ອຍ​ໄດ້​​ເອົາ​ໃຈ​ໃສ່ໃນ​ການ “ກອບ​ກູ້​ຊີ​ວິດ​ຄົນ”​ ພໍ​ເທົ່າ​ໃດ. ນີ້​ຈິ່ງ​ແມ່ນ​ສາຍ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່ອາ​ເມ​ຣິ​ກາ​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ.

ຄຳ​ເຫັນ

0