尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​​ການ​ປະ​ສົບ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​​ກາໃນ 70 ວັນ​ຜ່ານ​​ມາ​ຈາກຈຸດ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​​ຈຶ່ງ​ກ້າວ​ໄປ​ເຖິງ​ຈຸດວຸ້ນ​ວາຍ

2020-04-16 17:47:19 cri

ຢູ່​ອາ​ເມ​ຣິ​ກາ​ໄດ້​ມີຜູ້​ຖືກ​ບົ່​ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 6 ແສນ​ກວ່າຄົນ, ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ 25.575 ຄົນ, ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ທັງ​ໝົດ​ໄດ້​ເຂົ້າ​ສູ່ “ພາ​ວະ​ມະ​ຫັນ​ຕະ​ໄພ”.ຈາກຈຸດ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ສ່ວນ​ຈົນ​ຮອດ​ຈຸດ​ທີ່​ມີຄວາມ​ວຸ້ນ​ວາຍ,ອາ​ເມ​ຣິ​ກາ​ໄດ້​​ເຮັດ​ແຕ່​ເລື່ອງ​ຜິດ​​ພາດໃນ​ທຸກ​ຂັ້ນ​ຕອນ​ຈຶ່ງ​ພາ​ໃຫ້​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ແລະ​ເປັນ​ຂອບ​ເຂດກວ້າງ​ຂວາງ.
 

图片默认标题_fororder_webwxgetmsgimg (1)

ປີ 2019, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ແລະການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ ​ອາ​ເມ​ຣິ​ກາ​ຫຼື HHS ໄດ້​ຈັດ​ການ​ຝຶກ​ຊ້ອມ​ຈຳ​ລອງ​ເຫດ​ການກ່ຽວ​ກັບ​ການ​ຕ້ານ​​ພະ​ຍາດ​​ລະ​ບົບ​ຫາຍ​ໃຈຄັັ້ງ​ໜຶ່ງ​ທີ່​ຍືດ​ເຍືອເປັນ​ເວ​ລາ 8 ເດືອນ,ແຕ່​ວ່າ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ຫາ​ກໍ​ໄດ້​ດຳ​ເນີນ​ການ​ຝຶກ​ຊ້ອມ​ມາ​ກ່ອນ​ແລ້ວ,ພັດ​ຍັງ​ໄດ້​ກະ​ທຳ​ຜິດ​ພາດ​ຊ້ຳ​ເກົ່າເກືອບທັງ​ໝົດ​ເມື່ອ​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

图片默认标题_fororder_webwxgetmsgimg (3)
 

​ທ່ານ ອາ​ຈາ ລັດ​ຖະ​ມົນ​ຕີ​ກະ​ຊວງສາ​ທາ​ລະ​ນະ​ສຸກ​ແລະ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​​ອາ​ເມ​ຣິ​ກາ,ໜຶ່ງ​ໃນ​ຜູ້​ຈັດ​ຕັ້ງການ​ຝຶກ​ຊ້ອມ​ດັ່ງ​ກ່າວ​ໄດ້​ມີ​ຄວາມ​ໝັ້ນ​ໃຈ​​ຕົນ​ເອງ​ຫຼາຍ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ປະ​ສົບກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ທ່ານ​ກ່າວ​ວ່າ: “ຂ້ອຍເຂົ້າ​ໃຈ​ຫຼາຍ​ຕໍ່​ສະ​ພາບ​ການ​​ນີ້”.

ໜັງ​ສື​ພິມ​ວໍ​ຊິງ​ຕັນ​ໂພ​ສ໌​ຂອງອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ​ທຳ​ອິດ, ທ່ານ ອາ​ຈາ ໄດ້​ຮູ້ຈາກ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຂອງ​ອາ​ເມ​ຣິ​ກາ(CDC)ວ່າ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19. ແຕ່​ວັນ​ທີ 3 ມັງ​ກອນ​ປີ​ນີ້​ເປັນ​ຕົ້ນ​ມາ, ຈີນ​ໄດ້​ເລີ່ມ​ແຈ້ງ​ຂໍ້​ມູນເປັນ​ປະ​ຈຳ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ບັນ​ດາ​ປະ​ເທດ​ໃນ​ໂລກ​ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຮູ້. ​ແຕ່​ຈົນ​ຮອດວັນ​ທີ 18 ມັງ​ກອນ​ປີ​ນີ້​ທີ່​ທ່ານ ໂດ​ໂນ ທ​ຣຳ ກຳ​ລັງ​ພັກ​ທ້າຍ​ອາ​ທິດ​ຢູ່​ສວນ​ນິ​ຄົມ​ໃຫຍ່​ມາ​ອາ​ລາ​ໂກ,ທ່ານ ອາ​ຈາ ຈຶ່ງ​ໄດ້​ລາຍ​ງານ​ສະ​ພາບ​ທີ່​ລະ​ອຽດ​ໃຫ້​ທ່ານ ທ​ຣຳ ຮັບ​ຊາບ.

图片默认标题_fororder_webwxgetmsgimg (2)
 

​ບົດ​ຄວາມ​ບົດ​ໜຶ່ງ​ຈາກໜັງ​ສື​ພິມ​ນິວຢອກ​ທ໌າມ​ສຂອງ​ອາ​ເມ​ຣິ​​ກາ​ສະ​ບັບ​ອອກວັນ​ທີ 11 ເມ​ສາ​ນີ້​ໄດ້​​ລາຍ​ງານ​ກ່ຽວ​ກັບສະ​ພາບ​ກາ​ນ​ຢ່າງ​ລະ​ອຽດ​​ວ່າ: ໃນ​ກອງ​ປະ​ຊຸມ​​ທີ່​ຈັດ​ຂຶ້​ນ​ຜ່ານທາງ​ໂທ​ລະ​ສັບ​ຄັ້ງ​ໜຶ່ງ​ໃນ​ທ້າຍ​ເດືອນ​ມັງ​ກອນ​ປີ​ນີ້,ທ່ານ ອາ​ຈາ ໄດ້​ກ່າວ​ເຕືອນ​ທ່ານ ໂດ​ໂນ ທ​ຣຳ ອີກ​ເທື່ອ​ໜຶ່ງພ້ອມ​ທັງ​ໄດ້​ກ່າວ​ວ່າ: ອາດ​ຈະ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂະ​ໜາດ​ໃຫຍ່. ແຕ່ທ່ານ ໂດ​ໂນ ທ​ຣຳ ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ: ທ່ານ ອາ​ຈາ ເປັນ​ຄົນຕັ້ງ​ແກ້ງ​ເວົ້າ​​ໃຫ້​ຄົນ​ແຕກ​ຕື່ນ..

ມີການ​ກ່າວ​ເຕືອນ​ຈາກ HHS ແລ້ວ,ແຕ່​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ແຕ່​ຢ່າງ​ໃດ​ເລີຍ. ນອກ​ນີ້, ບຸກ​ຄົນ​ຜູ້​ຮູ້​ສະ​ພາບ​ການດີ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ຂະ​ນະ​ທີ່​ທ່ານ ອາ​ຈາ​ ຮ້ອງ​ຂໍ​ໃຫ້​​ທຳນຽບ​ຂາວ​ຈັດ​ສັນ​ງົບ​ປະ​ມານ​ປະ​ມານ 4 ຕື້​ໂດ​ລາ​ສະ​ຫະ​ລັດ​​ເພື່ອ​ຈັດ​ຊື້​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃນ​ວັນ​ທີ 5 ກຸມ​ພາ​ປີ​ນີ້,​ພັດໄດ້​ຖືກ​ປະ​ຕິ​ເສດ​ຈາກ​ຫ້ອງ​ການ​ຄຸ້ມ​ຄອງ​​ງົບ​ປະ​ມານ​ທຳ​ນຽບ​ຂາວ,ຈົນວ່າໄດ້​ເກີດ​ມີ​ການ​ຜິດ​ຖຽງ​ກັນ.
 

ວັນ​ທີ 11 ມີ​ນາ​ຜ່ານ​ມາ, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ປະ​ກາດ​ວ່າ: ກາ​ນ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ກາຍ​ເປັນ​ການ​ແຜ່​ລະ​ບາດ​ໃຫຍ່​ໃນ​ໂລກ. ທ່ານ ໂດ​ໂນ ທ​ຣຳ ໄດ້​ປະ​ກາດ​ໃນ​ວັນ​ທີ 13 ມີ​ນາ​ຜ່ານ​ມາ​ວ່າ: ເນື່ອງ​ຈາກ​ປະ​ສົບ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19,ອາ​ເມ​ຣິ​ກາ​ໄດ້​ເຂົ້າ​ສູ່​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ​ເຊິ່ງ​ເປັນ​ການ​ເລີ່ມ​​ຕົ້ນ​ການຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຮອບ​ດ້ານ​ໃນ​ທີ່​ສຸດ,ແຕ່​ເວ​ລາ​ໄດ້​ຜ່ານ​ໄປ​ 70 ວັນ​​ແລ້ວ​ນັບ​ຈາກວັນ​ທີ່ລັດ​ຖະ​ບານ​ອາ​ເມ​ຣິ​​ກາ​ໄດ້​ຮັບ​ການ​ແຈ້ງ​ເຕືອນ​ຈາກ​ພາຍນອກ.
 

​ຕະ​ຫຼອດ​ໄລ​ຍະ 70 ວັນ​ທີ່​ເຕັມ​ໄປ​ດ້ວຍການໝິ່ນ​ປະ​ໝາດ,ການ​ກົດ​ໜ່ວງເວ​ລາ,​ການ​ຜິດຖຽງ​ກັນ​ແລະ​ການ​ກີດ​ຂວາງ​ກັນ,ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ຢູ່​ທົ່ວ​ປະ​ເທດອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ຈົນ​ເຖິງ​ຂະ​ໜາດ​ໂຮງ​ເຢັນ​ບໍ່​ພໍ​ໃຊ້​ຈົນ​ໄດ້​ເລີ່ມ​ນຳ​ໃຊ້​ລົດ​ແຊ່​ແຂງ​ມາ​ເປັນ​ໂຮງ​ເຢັນ.

图片默认标题_fororder_webwxgetmsgimg (4)

ລົດ​ແຊ່​ແຂງ 50 ຄັນ​ໄດ້​ນຳ​ໃຊ້​ມາ​ເປັນ​ໂຮງ​ເຢັນ.


图片默认标题_fororder_webwxgetmsgimg (5)

ສົບ​ຜູ້​ເສຍ​ຊີ​ວິດຖືກ​ຝັງ​ດິນ​​ແບບ​ລວມ​ໝູ່.

图片默认标题_fororder_webwxgetmsgimg (6)
ຍ້ອນ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ,ແພດ​ໝໍ​ແລະ​ພະ​ຍາ​ບານ​ຜູ້​ທີ່​ໄດ້ສຳ​ຜັດ​ກັບ​ເຊື້ອ​ພະ​ຍາດ​ໂດຍ​ກົງ​ບໍ່​ສາ​ມາດ​ມີ​ເຄື່ອງ​ຮັບ​ປະ​ກັນ​ດ້ານ​ຊີ​ວິດ​ຕົນ​ໄດ້.ນັກ​ຂ່າວ​ຂອງ​ສື່ມວນ​ຊົນ​ອາ​ເມ​ຣິ​​ກາ​ໄດ້​ນຸ່ງ​ຊຸ​ດ​ປ້ອງ​ກັນ​ເຊື້ອ​ພະ​ຍາດ​ຄົບ​ຊຸດ​ລວມ​ທັງ​ຜ້າ​ປິດ​ປາກ,ໜ້າ​ກາກ​ແລະ​ອື່ນໆ​ໃນ​ເວ​ລາ​ທີ່​ໄປ​ເບິ່ງ​ຫ້ອງ​ສຸກ​ເສີນ​ຫຼື ICU ໃນ​ໂຮງ​ໝໍ​ນິວຢອກ,ແຕ່​ພະ​ຍາ​ບານ​ທີ່​ໃຫ້​ສຳ​ພາດ​ຂ່າວ​ພຽງ​ແຕ່​ໃສ່​ຖົງ​ຢາງໃສ່​ຂີ້​ເຫຍື້ອ​​ສວມ​ທັບຊຸດ​ພະ​ຍາ​ບານ​ເທົ່າ​ນັ້ນ.

图片默认标题_fororder_webwxgetmsgimg (7)

ວັນ​ທີ 11 ເມ​ສາ​ນີ້, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ມີຫຼາຍກວ່າ 5,2 ແສນ​ຄົນ​ແລ້ວແລະວັນ​ທີ 12 ເພີ່ມ​ຂຶ້ນເປັນ 5,5 ​ແສນ​ຄົນ; ວັນ​ທີ 13 ເພີ່ມເປັນ 5,8 ​ແສນ​ຄົນ; ວັນ​ທີ 14 ເພີ່ມ​ເປັນ 6 ແສນ​ຄົນ…… ຢູ່​​ເບື້ອງ​ຫຼັງ​ຂອງ​ຕົວ​ເລກ​ນີ້​ແມ່ນ​ຊີ​ວິດ​ຂອງ​ຄົນ​ຫຼາຍ​ຄົນ,ຫາກ​ບໍ່​ແມ່ນ​ຕົວ​ເລກ​ຊື່ໆ. ສະ​ພາບ​ການ​ຢູ່​ອາ​ເມ​ຣິ​ກາ​ຮ້າຍ​ແຮງ​ປານ​ນີ້,ເວ​ລາ​ຜ່ານ​ໄປ​ຈະ​ບໍ່​ສາ​ມາດ​ເອົາ​ຄືນ​ມາ​ໄດ້​ອີກ. ເມື່ອ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​​ຢ່າງ​ກະ​ທັນ​ຫັນ​ຄັ້ງ​ນີ້,ບັນ​ດາ​ຝ່າຍ​ຢູ່​ອາ​ເມ​ຣິ​ກາ​​ຄວນຮ່ວມ​ມື​ແລະ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຈຶ່ງ​ຈະ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້.

ຄຳ​ເຫັນ

0