ວັນທີ 7 ເມສາ ເປັນວັນອະນາໄມໂລກ, ຈີນໄດ້ກຳນົດຫົວຂໍ້ໃນການໂຄສະນາວັນອະນາໄມໂລກປີ2020ນີ້ຄື “ເຄົາລົບພະນັກງານແພດໝໍ,ຮ່ວມກັນຕ້ານພະຍາດ”.
ປີ 2020 ນີ້ເປັນປີທີ່ບໍ່ທຳມະດາ. ເວົ້າສຳລັບຈີນທີ່ເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ, ແຕ່ເດືອນມັງກອນຫາເດືອນມີນາ ເປັນເວລາສັ້ນໆບໍ່ຮອດ ສອງເດືອນ, ຈີນກໍສາມາດປະສົບຜົນສຳເລັດໃນການຫັນປ່ຽນສະພາບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ໃຫ້ດີຂຶ້ນຢ່າງໃຫຍ່ຫຼວງ, ຄົນທັງຫຼາຍຍອມຮັບໂດຍທົ່ວໄປວ່າ ນີ້ຄືຜົນງານຈາກການສູ້ຊົນຮ່ວມກັນແບບຄຽງບ່າຄຽງໄຫຼ່ ລະຫວ່າງຜູ້ນຳສູງສຸດກັບປະຊາຊົນຈີນ.ດັ່ງທີ່ທ່ານອັນເດຣ ອົສຕຣົຟສະກີ ຮອງຫົວໜ້າສະຖາບັນຄົ້ນຄວ້າຕາເວັນອອກໄກ ຂອງສະຖາບັນວິທະຍາສາດຣັດເຊຍ ໄດ້ເວົ້າວ່າ: ຜົນງານນີ້ໄດ້ສະແດງໃຫ້ເຫັນເຖິງຫຼັກການຂອງພັກກອມມູນິດຈີນທີ່ຍຶດໝັ້ນການຖືເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນສຳຄັນກວ່າໝູ່ໃນການຕ້ານພະຍາດ ເຊິ່ງຈະກະຕຸກຊຸກຍູ້ໃຫ້ປະຊາຊົນຕໍ່ສູ້ກັບພະຍາດຢ່າງເດັດດ່ຽວກວ່າເກົ່າແລະຈະຍາດເອົາໄຊຊະນະອັນຍິ່ງໃຫຍ່ໃນການຕ້ານພະຍາດໃນທີ່ສຸດ.
ຖານະຂອງປະຊາຊົນ ມີຄວາມສຳຄັນຫຼາຍປານໃດຕໍ່ຈິດໃຈຂອງຜູ້ນຳສູງສຸດຂອງຈີນ?ຄວາມຈິງແລ້ວ, ການປ້ອງກັນແລະຄວບຄຸມພະຍາດຄືແວ່ນແຍງ. ຈາກການເປັນຜູ້ບັນຊີການສູງສຸດດ້ວຍຕົນເອງໃນການປ້ອງກັນແລະຄວບຄຸມພະຍາດ, ເປັນປະທານຈັດກອງປະຊຸມຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນ 6 ຄັ້ງພາຍໃນເວລາ 40 ວັນ, ຈົນຮອດການເດີນທາງໄປສຳຫຼວດຄົ້ນຄວ້າຢູ່ແນວໜ້າເພື່ອປ້ອງກັນແລະຄວບຄຸມພະຍາດ 3 ເທື່ອ, ທ່ານສີຈິ້ນຜິງໄດ້ໃຊ້ການກະທຳຕົວຈິງສະແດງໃຫ້ເຫັນເຖິງແນວຄິດກຳອຳນາດຂອງພັກກອມມູນິດຈີນທີ່ຖືຄົນເປັນຫຼັກ.
ວັນທີ 10 ມີນາ ທ່ານສີຈິ້ນຜິງຢື້ຢາມຖາມຂ່າວຕໍ່ພະນັກງານແພດໝໍຢູ່ໂຮງໝໍໂຮ້ເສີນຊ່ານທີ່ອູຮັ້ນ
ວັນທີ 10 ມີນາຜ່ານມາ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ເດີນທາງໄປ ຊີ້ນຳນຳພາວຽກງານດ້ວຍຕົນເອງຢູ່ນະຄອນອູຮັ້ນ ທີ່ເປັນແນວໜ້າໃນການຕ້ານພະຍາດ ທັງໄດ້ອອກຄຳສັ່ງໃຫ້ສູ້ຊົນຍາດເອົາໄຊຊະນະໃນບັ້ນຮົບປ້ອງກັນຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງພະຍາດຢ່າງເດັດດ່ຽວ. ຄົນທັງຫຼາຍໄດ້ເຫັນໃນການລາຍງານຂ່າວວ່າ, ໃນເວລາທີ່ທ່ານສີຈິ້ນຜິງຫາກໍ່ລົງເຮືອບິນໄປກໍໄດ້ເດີນທາງໄປຢື້ຢາມຖາມຂ່າວພະນັກງານແພດໝໍທີ່ສູ້ຊົນຢູ່ແນວໜ້າທີ່ໂຮງໝໍໂຮເສີນຊ່ານທັນທີແລະໄດ້ກ່າວຍ້ອງຍໍວ່າ: “ພວກສະຫາຍເປັນຄົນທີ່ໜ້າຮັກທີ່ສຸດໃນສາຍຕາຂ້າພະເຈົ້າ.”ນອກນີ້, ທ່ານສີຈິ້ນຜິງຍັງໄດ້ສົນທະນາທາງວິດີໂອກັບຄົນເຈັບທີ່ກຳລັງຮັບການປິ່ນປົວຢູ່ໂຮງໝໍໂດຍໃຫ້ກຳລັງໃຈແກ່ເຂົາເຈົ້າຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວ. ໃນເວລາຢ້ຽມຢາມເຂດຊຸມຊົນຢູ່ນະຄອນອູຮັ້ນ, ທ່ານສີຈິ້ນຜິງໄດ້ກວດເບິ່ງສະພາບການປ້ອງກັນພະຍາດແລະການບໍລິການເຂດຊຸມຊົນ,ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນແລະສະພາບອື່ນໆ,ທັງໄດ້ໂອ້ລົມສົນທະນາກັບພະນັກງານເຂດຊຸມຊົນແລະຜູ້ອາສາສະໝັກທັງຫຼາຍໂດຍສະແດງຄວາມຂອບໃຈຕໍ່ປະຊາຊົນແຂວງຫູເປີຍໂດຍສະເພາະແມ່ນປະຊາຊົນອູຮັ້ນທີ່ໄດ້ໃຫ້ການເສຍສະຫຼະແລະປະກອບສ່ວນຢ່າງໃຫຍ່ຫຼວງໃນການຕ້ານພະຍາດຄັ້ງນີ້. ທ່ານສີຈິ້ນຜິງຍັງໄດ້ໂບກມືທັກທາຍກັບຊາວເມືອງທີ່ຕື່ນຕົວກັກບໍລິເວນໃນເຮືອນຕົນທີ່ປ້ອນຫົວອອກມາຈາກປ່ອງຢ້ຽມແລະບານກົ່ງວ່າ: “ຂໍໃຫ້ທຸກທ່ານຈົ່ງສູ້ຊົນຮ່ວມກັນສືບຕໍ່ຍຶດໝັ້ນໄປອີກໄລຍະໜຶ່ງເດີ.” ສະພາບການເຫຼົ່ານີ້ເບິ່ງຄືວ່າເປັນການແລກປ່ຽນສົນທະນາກັນແບບທຳມະດາລະຫວ່າງປະຊາຊົນກັບຜູ້ນຳ ແຕ່ໄດ້ເຮັດໃຫ້ຫຼາຍໆຄົນໃນເຂດເກີດພະຍາດຮູ້ສຶກຕື້ນຕັນໃຈຫຼາຍ.
ທ່ານສີຈິ້ນຜິງທັກທາຍນຳປະຊາຊົນອູຮັ້ນທີ່ຕື່ນຕົວກັກບໍລິເວນຢູ່ເຮືອນຕົນ
ຖັດມາ, ຢູ່ນະຄອນອູຮັ້ນ,ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມທາງໄກສຳລັບເຈົ້າໜ້າທີ່ການນຳແຫ່ງຕ່າງໆທົ່ວແຂວງຫູເປີຍໂດຍໄດ້ວາງແຜນວຽກງານ 6 ດ້ານໃນໄລຍະຖັດໄປ. ໃນນີ້, ສິ່ງທີ່ໜ້າປະທັບໃຈນັ້ນແມ່ນ, ທ່ານໄດ້ເນັ້ນໜັກວ່າ ຕ້ອງຖືວຽກງານປິ່ນປົວແລະກອບກູ້ຊີວິດຂອງຄົນເຈັບເປັນວຽກສຳຄັນກວ່າໝູ່, ສຸມໃສ່ການປ້ອງກັນພະຍາດ, ເພີ່ມທະວີການສະໜັບສະໜູນຕໍ່ເມືອງແລະນະຄອນທີ່ມີກຳລັງດ້ານສາທາລະນະສຸກບໍ່ເຂັ້ມແຂງ, ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຕໍ່ສະພາບຈິດໃຈຂອງປະຊາຊົນຢູ່ເຂດທີ່ມີພະຍາດລະບາດຢ່າງຮ້າຍແຮງ, ຈົນຮອດການຮຽກຮ້ອງໃນເງື່ອນໄຂທີ່ເພີ່ມທະວີການປ້ອງກັນແລະຄວບຄຸມພະຍາດນັ້ນ,ໃຫ້ນຳໃຊ້ມາດຕະການທີ່ແຕກຕ່າງກັນໂດຍອີງໃສ່ສະພາບຕົວຈິງເພື່ອຟື້ນຟູການເຮັດວຽກແລະການຜະລິດໃນເວລາອັນເໝາະສົມ, ທ່ານເນັ້ນວ່າ ຕ້ອງສ້າງແນວປ້ອງກັນຈາກດ້ານລະບຽບການເພື່ອຮັບປະກັນຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນ…. ໃນນີ້, “ໃຫ້ຖືປະຊາຊົນສຳຄັນກວ່າໝູ່” ນີ້ໄດ້ເປັນຫຼັກການສຳຄັນທີ່ສຸດຂອງທ່ານສີຈິິ້ນຜິງໃນການຄົ້ນຄວ້າແລະຕັດສິນນະໂຍບາຍຢ່າງຖືກຕ້ອງແມ່ນຢຳຕາມຈຸດພິເສດຂອງແຕ່ລະໄລຍະຂອງການປ້ອງກັນແລະຄວບຄຸມພະຍາດ.
ຢູ່ນະຄອນອູຮັ້ນ,ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມທາງໄກສຳລັບເຈົ້າໜ້າທີ່ການນຳແຫ່ງຕ່າງໆທົ່ວແຂວງຫູເປີຍ
ໂດຍສະເພາະໃນຈຸດເວລາອັນສຳຄັນແຫ່ງການປ້ອງກັນແລະຄວບຄຸມພະຍາດໃນປັດຈຸບັນ, ທ່ານສີຈິິ້ນຜິງໄດ້ໃຫ້ກຳລັງໃຈແກ່ຄົນທັງຫຼາຍຈົ່ງສຸມທຸກຄວາມພະຍາຍາມໂດຍຍຶດໝັ້ນການບຸກບືນສູ້ຊົນໃຫ້ເຖິງທີ່ສຸດ. ນັກວິເຄາະເຫັນວ່າ: ທັງໝົດເຫຼົ່ານີ້ໄດ້ສ່ອງແສງໃຫ້ເຫັນເຖິງແບບແຜນວິທີເຮັດວຽກທີ່ມີຄວາມເດັດດ່ຽວແລະມີສະຕິຢູ່ຕະຫຼອດເວລາ. ທັງສະແດງໃຫ້ເຫັນວ່າທ່ານສີຈິິ້ນຜິງມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ສະພາບການທີ່ສະຫຼັບສັບຊ້ອນຂອງວຽກງານປ້ອງກັນແລະຄວບຄຸມພະຍາດ ແລະມີຄວາມຮັບຜິດຊອບສູງຕໍ່ສຸຂະພາບຮ່າງກາຍຂອງປະຊາຊົນ. ຜົນສຳເລັດຂອງຄົນຈີນຖືວ່າໄດ້ເປັນທ່າບຸກທາງດ້ານຍຸດທະສາດໃນການປ້ອງກັນແລະຄວບຄຸມພະຍາດ ເຊິ່ງໄດ້ສ້າງພື້ນຖານອັນໝັ້ນແກ່ນກວ່າເກົ່າໃຫ້ແກ່ຈີນເພື່ອຍາດເອົາໄຊຊະນະໃນຂັ້ນສຸດທ້າຍ.
ໃນເວລາສຳຄັນທີ່ສຸດແຫ່ງການປ້ອງກັນແລະຄວບຄຸມພະຍາດ, ຜູ້ນຳສູງສຸດຂອງຈີນໄດ້ເດີນທາງໄປສຳຫຼວດແລະຢ້ຽມຢາມນະຄອນອູຮັ້ນ ທັງໄດ້ໃຫ້ທິດຊີ້ນຳສຳຄັນຕ່າງໆ ເຊິ່ງເຮັດໃຫ້ປະຊາຄົມໂລກ ຮູ້ສຶກປະທັບໃຈເຊັ່ນກັນ. ຜູ້ອຳນວຍການໃຫຍ່ໜັງສືພິມປະເທດຊາດຂອງປະເທດໂອມານຕີລາຄາວ່າ: ນະຄອນອູຮັ້ນຂອງຈີນເປັນຕົວເມືອງທີ່ເກີດພະຍາດໂຄວິດ-19 ຮ້າຍແຮງທີ່ສຸດ, ທ່ານປະທານສີຈິ້ນຜິງເດີນທາງໄປສຳຫຼວດກວດກາອູຮັ້ນເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈທີ່ຖືປະຊາຊົນເປັນຫຼັກຂອງຜູ້ນຳປະເທດໃຫຍ່. ຜູ້ໃຊ້ອິນເຕີເນັດຕ່າງປະເທດຈຳນວນຫຼາຍອຸທານວ່າ: ການເຄື່ອນໄຫວຂອງທ່ານສີຈິິ້ນຜິງ ອາດຈະເປັນສິ່ງທີ່ຄິດບໍ່ເຖິງຢູ່ປະເທດຕາເວັນຕົກ.
ແຕ່ວ່າ ໃນເວລາທີ່ພະຍາດໂຄວິດ-19 ໄດ້ຖືກຄວບຄຸມໄດ້ໂດຍພື້ນຖານຢູ່ພາຍໃນປະເທດຈີນນັ້ນ,ພະຍາດນີ້ພັດແຜ່ລະບາດຢ່າງວ່ອງໄວຢູ່ຫຼາຍປະເທດໃນໂລກ. ຕາມຂໍ້ມູນຫຼ້າສຸດຂອງອົງການອະນາໄມໂລກ, ພຽງແຕ່67 ວັນ,ຍອດຜູ້ຖືກບົ່ງມະຕິເປັນພະຍາດໃນທົ່ວໂລກກໍມີຫຼາຍກວ່າ1ແສນຄົນແລ້ວ, ພຽງວັນດຽວ, ຈາກ 6 ແສນຄົນກໍເພີ່ມຂຶ້ນເປັນ 7 ແສນຄົນ. ໄວຣັສໂຄວິດ-19 ໄດ້ໂຈມຕີປະຊາຊົນທົ່ວໂລກໂດຍບໍ່ຈຳແນກເປົ້າໝາຍວ່າເປັນເຊື້ອຊາດໃດ,ເຂດແຄວ້ນໃດແລະປະເທດໃດກໍຕາມ ເຊິ່ງເຕືອນ ຊາວໂລກອີກຄັ້ງວ່າ ເມື່ອຜະເຊີນໜ້າກັບເຫດການສຸກເສີນດ້ານສາທາລະນະສຸກໃນໂລກ, ມວນມະນຸດເປັນປະຊາຄົມຮ່ວມຊາຕາກຳທີ່ເພິ່ງພາອາໄສກັນແລະຮ່ວມທຸກຮ່ວມສຸກນຳກັນ.
ປັດຈຸບັນ, ປະຊາຄົມໂລກນັບມື້ນັບໄດ້ເຫັນຢ່າງຈະແຈ້ງວ່າ: ສະພາບພະຍາດໂຄວິດ-19ຄັ້ງນີ້ເປັນການທົດສອບຄັ້ງໃຫຍ່ສຳລັບປະເທດຕ່າງໆໃນໂລກ ທັງເປັນໂອກາດທີ່ຫາຍາກໃຫ້ຊາວໂລກໄດ້ສັງເກດແລະຕີລາຄາຢ່າງພາວະວິໄສຕໍ່ການປະພຶດຂອງປະເທດທີ່ຕ່າງກັນ. ທ່ານເທດຣົສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ຕອນທີ່ເພິ່ນໄປຢ້ຽມຢາມປັກກິ່ງໄດ້ເຫັນທ່ານສີຈິ້ນຜິງບັນຊາການປ້ອງກັນແລະຄວບຄຸມພະຍາດໂດຍກົງ, ພາຍໃຕ້ການນຳພາທີ່ໂດດເດັ່ນຂອງທ່ານປະທານສີຈິ້ນຜິງ, ຈີນໄດ້ສຸມຄວາມພະຍາຍາມຢ່າງມະຫັດສະຈັນໃນການຕ້ານພະຍາດໂຄວິດ-19. ເນື່ອງຈາກຄວາມຕັດສິນໃຈຢ່າງເດັດດ່ຽວຂອງລັດຖະບານຈີນແລະຄວາມດຸໝັ່ນຂະຫຍັນພຽນຂອງປະຊາຊົນຈີນ, ສະພາບພະຍາດໂຄວິດ-19ໄດ້ຖືກຮັບມືຢ່າງວ່ອງໄວຮອບດ້ານຢູ່ຈີນ. ທ່ານເທດຣົສກ່າວ່າ: ຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ລັດຖະບານຈີນທີ່ໃຫ້ທຶນສະໜັບສະໜູນແກ່ອົງການອະນາໄມໂລກກໍຄືວຽກງານຕ້ານພະຍາດຂອງປະຊາຄົມໂລກ. ການກະທຳທີ່ມີຈິດໃຈທີ່ເປັນກຸສົນນີ້ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີຊ່ວຍເຫຼືອກັນຂອງໂລກ ເຊິ່ງມີຄວາມສຳຄັນທີ່ສຸດຕໍ່ການສະກັດກັ້ນພະຍາດໂຄວິດ-19ໂດຍໄວ.
ສະພາບພະຍາດລະບາດບໍ່ມີພົມແດນ, ບັນດາປະເທດໃນໂລກເປັນປະຊາຄົມຮ່ວມຊາຕາກຳທີ່ເພິ່ງພາອາໄສເຊິ່ງກັນແລະກັນ. ເດືອນມີນາປີ 2013, ຢູ່ສະຖາບັນການພົວພັນສາກົນມົສກູປະເທດຣັດເຊຍ, ທ່ານສີຈິ້ນຜິງໄດ້ສະເໜີແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳ” ຕໍ່ຊາວໂລກ ເຊິ່ງເປັນທີ່ຍອມຮັບແລະໄດ້ຮັບສຽງຕອບຮັບຢ່າງກວ້າງຂວາງໃນຂອບເຂດທົ່ວໂລກ.
ເມື່ອຜະເຊີນໜ້າກັບສະພາບພະຍາດລະບາດ, ປະເທດໃດກໍບໍ່ສາມາດຫຼີກລ້ຽງວຽກງານນີ້ໄດ້. ໃນຍຸກເສດຖະກິດໂລກາພິວັດ, ເຫດການສຸກເສີນອັນຮ້າຍແຮງລັກສະນະນີ້ຈະບໍ່ເປັນຄັ້ງສຸດທ້າຍ, ບັນຫາຄວາມໝັ້ນຄົງແບບເກົ່າແລະແບບໃໝ່ຕ່າງໆຍັງຈະນຳໄປສູ່ການທົດສອບຄັ້ງໃໝ່ຢ່າງບໍ່ຢຸດຢັ້ງ. ມີພຽງແຕ່ມວນມະນຸດພະຍາຍາມຮ່ວມກັນຈິ່ງຈະສາມາດເອົາຊະນະນໄດ້. ພວກເຮົາເຊື່ອໝັ້ນວ່າ: ຂໍພຽງແຕ່ບັນດາປະເທດຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກແລະຮ່ວມກັນສ້າງປະຊາຄົມສາທາລະນະສຸກມວນມະນຸດ ກໍຈະສາມາດຜ່ານຜ່າການທົດສອບຈາກພະຍາດແລະສາມາດຍາດເອົາໄຊຊະນະໃນການຕ້ານພະຍາດໄດ້ໃນທີ່ສຸດແນ່ນອນ.
ຄຳເຫັນ
0