黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ອູ​ຮັ້ນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ປັບ​ຕົວ​ເລກ​ຜູ້​ຖືກ​ບົ່​ງ​ມະ​ຕິ​ແລະ ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19

2020-04-17 23:11:33 cri

ວັນ​ທີ17 ເມ​ສາ​ນີ້, ກອ​ງ​ບັນ​ຊາ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ນະ​ຄອນ​ອູ​ຮັ້ນ​ໄດ້​ແຈ້ງ​ສະ​ພາບ​ການ​ກ່ຽວ​ກັບ​ການ​ປັບ​ຕົວ​ເລກ​ຜູ້​ຖືກ​ບົ່​ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19​ແລະ ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ. ມື້​ດຽວ​ກັນ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງກອງ​ບັນ​ຊາ​ການ​ດັ່ງ​ກ່າວ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວໂດຍກ່າວ​ວ່າ, ມາ​ຮອດ​ເວ​ລາ24 ໂມງ​ຂອງວັນ​ທີ 16 ເມ​ສາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຂອງ​ນະ​ຄອນ​ອູ​ຮັ້ນ ທີ່​ໄດ້​ເປີດ​ເຜີຍ​ຕໍ່​ພາຍນອກ​ແມ່ນ 50.008 ກໍ​ລະ​ນີ,ຍ້ອນ​ມີ​ຜູ້​ເປັນ​ພະ​ຍາດ​ບາງ​ຄົນ​ເຄີຍ​ໄປ​ຮັບ​ປິ່ນ​ປົວ​ແບບ​ຂ້າມ​ເມືອງ ແລະ ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍຫຼາຍ​ແຫ່ງ,ເຮັດ​ໃຫ້​ເກີດ​ມີ​ການ​ລາຍ​ງານ​ຊ້ຳ​ກັນ ​ຈຶ່ງໄດ້​ຫຼຸດ​ຈຳ​ນວນ 217 ກໍ​ລະ​ນີ;ຄວນ​ເພີ່ມ​ການ​ລາຍ​ງານ 542 ກໍ​ລະ​ນີ ຍ້ອນ​ລາຍ​ງານ​ຊ້າ, ບໍ່​ໄດ້​ລາຍ​ງານ ແລະບໍ່​ໄດ້​ລາຍ​ງານ​ອາ​ການ​ພະ​ຍາດ​ເກົ່າ, ນັບ​ລວມ​ແລ້ວ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ຄວນ​ປັບຂຶ້ນ​ເປັນ 50.333 ກໍ​ລະ​ນີ.
 

ມາ​ຮອດ​ເວ​ລາ24 ໂມງ​ຂອງວັນ​ທີ 16 ເມ​ສາ​ນີ້, ຜູ້ເສຍ​ຊີ​ວິດ​ຍ້ອນເປັນ​ພະ​ຍາດ​ໂຄວິດ-19 ​ທີ່​ເຄີຍ​ເປີດ​ເຜີຍ​ຕໍ່​ພາຍນອກຂອງ​ນະ​ຄອນ​ອູ​ຮັ້ນ​ແມ່ນ2.579 ກໍ​ລະ​ນີ, ໃນ​ນັ້ນ, ໄດ້​ຕັດ​ອອກ​ 164 ກໍ​ລະ​ນີ ເນື່ອງ​ຈາກ​ການ​​ລາຍ​ງານ​ຊ້ຳແລະ ​ເປັນກໍ​ລະ​ນີ​ທີ່​ບໍ່​ແມ່ນ​ພະ​ຍາດ​ໂຄວິດ-19​;ບໍ່​ໄດ້​ລາຍ​ງານ​ຕໍ່​ລະ​ບົບ​ຂໍ້​ມູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດຍ້ອນ​ເສຍ​ຊີ​ວິດ​ແບບ​ບໍ່​ໄດ້​ນອນ​ໂຮງ​ໝໍ ແລະ ບາງ​ໂຮງ​ໝໍ​ບໍ່​ໄດ້​ລາຍ​ງານ​ນັ້ນ, ຄວນ​ເພີ່ມ​ຈຳ​ນວນ1.454 ກໍ​ລະ​ນີ. ດັ່ງ​ນັ້ນ, ນັບ​ລວມ​ແລ້ວ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19ໃນ​ຕົວ​ຈິງ​ຄວນ​ປັບຂຶ້ນ​ເປັນ 3.869 ກໍ​ລະ​ນີ.

 

ຄວາມ​ປອດ​ໄພ​ດ້ານ​ຊີ​ວິດແລະ ສຸ​ຂະ​ພາບ​​ຮ່າງ​ກາຍ ເປັນ​ຄວາມ​ຕ້ອງ​ການ​ພື້ນ​ຖ​ານ​ທີ່​ສຸດ ແລະ ຄວາມ​ປາ​ຖະ​ໜາ​ທົ່ວ​ໄປ​ທີ່​ສຸດ​ຂອງ​ປະ​ຊາ​ຊົນ.ຢູ່​ເບື້ອງຫຼັງ​ຂໍ້​ມູນ​ດັ່ງ​ກ່າວ, ແມ່ນ​ຊີ​ວິດ ແລະ ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ແລະ ກໍ​ແມ່ນ​ຊື່​ສຽງ​ຂອງ​ລັດ​ຖະ​ບານ.ການປັບ​​ຕົວ​ເລກ​ຜູ້​ຖືກ​ບົ່​ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19​ ແລະ ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວຂອງ​ນະ​ຄອນ​ອູ​ຮັ້ນ​ຢ່າງ​ທັນ​ການ,
ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ປົກ​ປ້ອງ​ສິດ​​ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ແລະ ມີ​ຜົນ​ດີ​ຊ່ວຍ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ຕາມຫຼັກ​ວິ​ທະ​ຍາ​ສາດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເທົ່າ​ນັ້ນ,ຂະ​ນະ​ດຽວ​ກັນ, ກໍ​ເປັນ​ການ​ຕອບ​ຮັບ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ສັງ​ຄົມ ແລະ ຍິ່ງ​ແມ່ນ​ການ​ເຄົາ​ລົບ​ຕໍ່​ທຸກໆ​ຊີ​ວິດ.
 

ໃນ​ສາຍ​ຕາ​ຂອງ​ລັດ​ຖະ​ບານ​ຈີນ, ໃນ​ເບື້ອງ​ຫຼັງ​ຂອງ​ຕົວ​ເລກ​ດັ່ງ​ກ່າວ​ລ້ວນ​ແຕ່​ແມ່ນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈີນ​ທຸກ​ຄົນ, ແມ່ນ​ຄວາມ​ພະ​ຍາ​ຍາມ​ຢ່າງໃຫຍ່​ຫຼວງຂອງ​ລັດ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ, ຕົວ​ເລກ​ເຫຼົ່າ​ນີ້ຄວນ​ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື. ຂະ​ນະ​ດຽວ​ກັນ​ນັ້ນ, ຕົວ​ເລກ​ທີ່​ຖືກ​ຕ້ອງ​ແລະ​ທັນ​ເວ​ລາຂອງ​ຈີນ​ສາ​ມາດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ແລະ​ເປັນ​ບົດ​ຮຽນ​ໃຫ້​ກັບ​ປະ​ເທດ​ອື່ນ, ​ທັງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ຊ​າ​ຊົນ​ປະ​ເທດ​ຕົນ, ທັງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ.

ຄຳ​ເຫັນ

0