ໂດຍປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງວ່ອງໄວຢູ່ອາເມຣິກາ, ລັດຖະບານອາເມຣິກາໄດ້ຫາຂໍ້ອ້າງເພື່ອປັດປ່າຍເລື່ອງທີ່ຕົນບໍ່ໄດ້ສຸມຄວາມພະຍາຍາມໃນການປ້ອງກັນພະຍາດ.
ຂໍ້ອ້າງທີ 1 : ອາເມຣິກາບໍ່ເຂົ້າໃຈຕໍ່ສະພາບບໍ່?
ໃນຕົ້ນເດືອນມີນາປີນີ້,ເນື່ອງຈາກຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງຮ້າຍແຮງ,ແລະເພື່ອປິດບັງການເຄື່ອນໄຫວຮັບມືທີ່ຊັກຊ້າໃນຕົ້ນໄລຍະການແຜ່ລະບາດຂອງພະຍາດ,ລັດຖະບານອາເມຣິກາໄດ້ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາແມ່ນຍ້ອນຈີນບໍ່ໄດ້ແຈ້ງຂໍ້ມູນທີ່ລະອຽດກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ບັນດາປະເທດໃນໂລກແລະອົງການອະນາໄມໂລກຫຼື WHO ໄດ້ຮູ້ຢ່າງທັນການ.ແຕ່ທີ່ຈິງແລ້ວ,ໃນວັນທີ 3 ມັງກອນປີນີ້, ຈີນກໍ່ໄດ້ແຈ້ງຂ່າວກ່ຽວກັບພະຍາດໂຄວິດ-19 ຕໍ່ຝ່າຍອາເມຣິກາແລ້ວ,ພ້ອມທັງໄດ້ກ່າວເນັ້ນເຖິງຄວາມອັນຕະລາຍຂອງເຊື້ອພະຍາດດັ່ງກ່າວ. “ໜັງສືພິມ ນິວຢອກທາມສ໌” “ໜັງສືພິມວໍຊິງຕັນໂພສ໌” CNN ແລະສື່ມວນຊົນອື່ນໆຫຼາຍແຫ່ງຂອງອາເມຣິກາລ້ວນແຕ່ໄດ້ພິມບົດຄວາມກ່ຽວຂ້ອງກັບຂ່າວດັ່ງກ່າວ.
ຂໍ້ອ້າງທີ 2 : ປະເທດອື່ນໆໃນໂລກມີໜ້າທີ່ຮັບຜິດຊອບ
ຕາມ CNBC ລາຍງານໃນວັນທີ 24 ມີນາຜ່ານມາວ່າ: ພາຍຫຼັງພະຍາດໂຄວິດ-19 ໄດ້ເລີ່ມແຜ່ລະບາດຂະໜາດໃຫຍ່ຢູ່ອາເມຣິກາແລ້ວ,ທ່ານ ໂດໂນ ທຣຳ ກໍໄດ້ເລີ່ມປັດປ່າຍໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ທ່ານ ບາຣັກ ໂອບາມາ ອະດີດປະທານາທິບໍດີອາເມຣິກາເລື້ອຍໆ,ພ້ອມທັງກ່າວວ່າຕົນ “ບໍ່ມີຄວາມຮັບຜິດຊອບແຕ່ຢ່າງໃດ” ຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19.
ໃນວັນທີ 14 ເມສານີ້, ທ່ານ ໂດໂນ ທຣຳ ໄດ້ກ່າວຢ່າງເປີດເຜີຍວ່າ: ຈະຢຸດຕິການໃຫ້ເງິນອຸດໜູນແກ່ WHO, ພ້ອມທັງຕຳໜິ WHO ວ່າ “ບໍ່ໄດ້ມີຄວາມຮັບຜິດຊອບເທົ່າທີ່ຄວນ”. ໜັງສືພິມວໍຊິງຕັນໂພສ໌ລາຍງານວ່າ: ການກະທຳຂອງທ່ານ ໂດໂນ ທຣຳ ດັ່ງກ່າວມີຈຸດປະສົງເພື່ອປັດປ່າຍໃນສິ່ງທີ່ຕົນບໍ່ໄດ້ສຸມຄວາມພະຍາຍາມໃນການປ້ອງກັນພະຍາດກ່ອນໜ້ານີ້.
ລັດຖະບານອາເມຣິກາບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການປ້ອງກັນແລະຄວບຄຸມພະຍາດໂຄວິດ-19
ໃນຂະນະທີ່ລັດຖະບານໂດໂນ ທຣຳ ບໍ່ຍອມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ,ນະໂຍບາຍກ່ຽວກັບການປ້ອງກັນພະຍາດຂອງປະເທດຕົນຍັງບໍ່ໄດ້ມີການວາງແຜນຮັບມືໄດ້ດີເທົ່າທີ່ຄວນ. ການທີ່ສິ້ນເປືອງເວລາແລະປະຕິບັດວຽກງານຢ່າງຊັກຊ້າຊ້ຳແລ້ວຊ້ຳອີກ,ເຮັດໃຫ້ອາເມຣິກາກາຍເປັນປະເທດທີ່ມີຈຳນວນຜູ້ຕິດແປດພະຍາດໂຄວິດ-19 ຫຼາຍກວ່າໝູ່ໃນໂລກ,ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຜູ້ເສຍຊີວິດຍ້ອນເປັນພະຍາດໄດ້ເພີ່ມຂຶ້ນຢ່າງວ່ອງໄວ.
ນັກການເມືອງອາເມຣິກາໄດ້ຖ່ວງດຶງການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຂອງທົ່ວປະເທດຕົນ
ທ່ານ ເຮັນຣີ ໄຣມອນດ໌ ຮອງສາສະດາຈານຄະນະສາທາລະນະສຸກຂອງມະຫາວິທະຍາໄລຣຸດເກີສ໌ຂອງອາເມຣິກາ, ນັກລະບາດວິທະຍາໄດ້ແຈ້ງສາເຫດທີ່ພາໃຫ້ມີການສິ້ນເປືອງເວລາໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາ. ທ່ານກ່າວວ່າ: “ໂດຍໄດ້ພິຈາລະນາເຖິງການຮັບມືທີ່ພວກເຮົາເຄີຍໄດ້ແກ້ໄຂບັນຫາພະຍາດ SARS ແລະ MERS ກໍຄືວິກິດການສາທາລະນະສຸກອື່ນໆ,ຂ້າພະເຈົ້າຄິດວ່າອາເມຣິກາຈະມີຄວາມສາມາດຮັບມືໄດ້ຢ່າງວ່ອງໄວກວ່າເກົ່າ. ແຕ່ກ່ອນໜ້ານີ້,ການແຜ່ລະບາດຂອງພະຍາດດັ່ງກ່າວມີຄວາມຊັກຊ້າກວ່າ,ແລະສ່ວນໃຫຍ່ໄດ້ຖືກສະກັດກັ້ນໄວ້ໄດ້ຢ່າງວ່ອງໄວ ສິ່ງເຫຼົ່ານີ້ອາດຈະເຮັດໃຫ້ປະຊາຊົນມີຄວາມໝັ້ນໃຈຫຼາຍເກີນໄປຈຶ່ງບໍ່ໄດ້ເອົາໃຈໃສ່ຢ່າງພຽງພໍກັບເຫດການຄັ້ງນີ້.”
ຄຳເຫັນ
0