黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ “ຖ້ອຍ​ຄຳ​ທີ່​ວ່າ​ທຶນ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ຈະ​ໄຫຼ​ອອກ​ຈາກ​ຈີນ” ແມ່ນບໍ່​ຖືກ​ຕ້ອງ​ຕາມ​ຄວາມເປັນ​ຈິງ

2020-04-19 16:19:52 cri

ຫວ່າງ​ມໍ່ໆ​ມາ​ນີ້, ໂດຍ​ສວຍ​ໃຊ້​ໂອ​ກາດ​ທີ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ​ຮຸນ​ແຮງ​ຂຶ້ນ​ໃນ​ຂອບ​ເຂດ​ທົ່​ວ​ໂລກ, ຖ້ອຍ​ຄຳ​ທີ່​ວ່າ “ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ຈະ​ໃຫ້​ການ​ອຸດ​ໜູນ​ແກ່​ວິ​ສາ​ຫະ​ກິດ​ປະ​ເທດ​ຕົນ​ຍ້າຍ​​ຖານ​ການ​ຜະ​ລິດອອກ​ຈາກ​ຈີນ” ໄດ້​ເກີດ​ມີ​ການຊ່າ​ລື​ຂຶ້ນ​ອີກ​ໃນ​ສື່​ສັງ​ຄົມ​ອອນ​ລາຍ.

ທີ່​ຈິງ​ແລ້ວ, ນັກ​ການ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫຼົ່າ​ນີ້​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ແຕ່​ກໍ່​ບໍ່​ທັນ​ມີ​ມາດ​ຕະ​ການ​ຕົວ​ຈິງ.

ກົງ​ກັນ​ຂ້າມ, ຂ່າ​ວ​ທີ່​ວ່າ, ລັດ​ຖະ​ບານ​ຍີ່​ປຸ່ນ​ມີ​ແຜນ​ການ​ເບີກ​ງົບ​ປະ​ມານ 2,3 ຕື້​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຊ່ວຍ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ຍ້າຍ​ຖານ​ການ​ຜະ​ລິດ​ອອກ​ຈາກ​ຈີນ, ພັດ​​ເປັນ “ຄວາມ​ເຂົ້າ​ໃຈ​ຜິດ” ຫຼາຍກວ່າ. ວັນ​ທີ 7 ເມ​ສາ​ນີ້, ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ບານ​ຍີ່​ປຸ່ນ​ໄດ້​ຜ່ານ​ແຜນ​ການ​ຮັບ​ມື​​ສຸກ​ເສີນ​ດ້ານເສດ​ຖະ​ກິດ​​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ມີ​ການ​ວິ​ເຄາະ​ວ່າ, ການ​ປະ​ຕິ​ຮູບ​ຕ່ອງ​ໂສ້​ການ​ສະ​ໜອງ​ສະ​ເພາະ​ທີ່​ໄດ້​ສະ​ເໜີ​ອອກ​ມາ​ໃນ​ແຜນ​ການ​ຮັບ​ມື​​ຂອງ​ຍີ່​ປຸ່ນ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບຫຼາຍ​ໂຮງ​ງານ​ຂອງ​ຈີນ​ທີ່​ໄດ້​ໂຈະການ​ຜະ​ລິດ ແລະ ​ການເຮັດ​ວຽກ, ແຕ່​​ປັດ​ຈຸ​ບັນໂຮງ​ງານ​ຈີນ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ ແລະ ຟື້ນ​ຟູ​ການ​ເຮັດ​ວຽກ​ໂດຍ​ໄວ​ ເຊິ່ງ​ເລີ່ມ​ມາ​ແຕ່​ເດືອນ​ມີ​ນາ​ເປັນ​ຕົ້ນ​ມາ, “ບັນ​ຫາ” ທີ່​ຕ້ອງ​ການ​ແກ້​ໄຂ​ໃນ​ຄາວ​ນັ້ນ​​ໄດ້ຫາຍ​ໄປ​ໝົ​ດ​ແລ້ວ.

​ໃນ​ຊຸມ​ປີ​ຜ່ານ​ມາ, ຄວາມ​ເປັນ​ຫ່ວງ​ທີ່ “​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຢູ່​ຈີນ​ຈະ​ຍ້າຍ​ຖານ​ການ​ຜະ​ລິດ​ໄປ​ຕ່າງ​ປະ​ເທດ” ມີ​ຢູ່​ຕະຫຼອດ.​ເງິນ​ທຶນ​ໄຫຼ​ອອກ​ໄປ ຫຼື​ຍັງ​ຮັກ​ສາ​ຢູ່​ຈີນ​ຄື​ເກົ່າ, ເວົ້າ​ລວມ​ແລ້ວ, ຍັງ​ຕ້ອງ​ໄດ້​ພິ​ຈາ​ລະ​ນາ​ເຖິງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ.

ເມື່ອ​ປຽບ​ທຽບ​ກັນ​ແລ້ວ,ບັນ​ຫາ​ດ້ານ​ການ​ຂາດ​ເຂີນ​ແຮງ​ງານ​ຢູ່​ຍີ່​ປຸ່ນ​ມີ​ຄວາມ​ພົ້ນ​ເດັ່ນ​ຫຼາ​ຍ, ມີ​ວິ​ສາ​ຫະ​ກິດ 70% ມີ​ບັນ​ຫາທີ່​ແຮງ​ງານບໍ່​ພຽງ​ພໍ. ສ່ວນ​ບັນ​ຫາ​ຢູ່​ອາ​ເມ​ຣິ​ກາ​​ແຮ່​ງພົ້ນ​ເດັ່ນ​ກວ່າ​ນີ້​ອີກ,ຢູ່​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ຂາດ​ໂຄ​ງ​ລ່າງ​​ທີ່ຄົບ​ຊຸດ​ເທົ່າ​ນັ້ນ,ສະ​ພາບການ​ຂາດບຸກ​ຄະ​ລາ​ກອນ​ໃນ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​​​ຍິ່ງມີ​ຄວາມ​ໜັກ​ໜ່ວງ​ຫຼາຍກວ່າ. ມາ​ຮອດ​ເດືອນ​ສິງ​ຫາ​ປີ 2019, ອັດ​ຕາ​​ການ​ຂາດ​ແຮງ​ງານ​ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ​ໄດ້​ສູງ​ເຖິງ 3,6%,ສູງກວ່າ​ລະ​ດັບ​ກ່ອນ​ເກີດ​ວິ​ກິດ​ການ​ດ້ານ​ການ​ເງິນ​​ອີກ.

ໃນ​ໄລ​ຍະການ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ບີວ ຄ​ລິນ​ຕັນ(Bill Clinton), ກໍ​ໄດ້​ມີ​ສຽງ​ຮຽກ​ຮ້ອງ​ໃຫ້​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ກັບ​ຄືນ​ສູ່​ອາ​ເມ​ຣິ​ກາ ແຕ່​ກໍບໍ່​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ. ເນື່ອງ​ຈາກ “ຂະ​ບວນ​​ການ​ຜະ​ລິດປາ​ສະ​ຈາກ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ” ໃນຫຼາຍ​ສິບ​ປີ​ຜ່ານ​ມາ,​ອັດ​ຕາ​ການ​ປະ​ກອບ​ສ່ວນ​ຂອງອຸດ​ສາ​ຫະ​ກຳ​ການ​ຜ​ະ​ລິດ​ທີ່​ມີ​ຕໍ່ GDP ຢູ່​ອາ​ເມ​ຣິ​ກາ​ຍັງ​ປະ​ກົດ​ມີ​ທ່າ​ອ່ຽງ​ຫຼຸດ​ລົງ​ໃນ​ແຕ່​ລະ​ປີ,​ຮອດປີ 2017,​ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ໄດ້​ຕົກ​ຕ່ຳ​ລົງ​ຮອດ 11,6%. ແຕ່​ສະ​ຕະ​ວັດ​ນີ້​ເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ອາ​ເມ​ຣິ​ກາ​ຈົນ​ກະ​ທັ້ງ​ມີ​ບົດ​ບາດ​ທາງ​ລົບ​ໃນ​ການຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ GDP ຂອງ​ປະ​ເທດ​ຕົນ.

ກ່ຽວ​ກັບຄຳ​ທີ່​ວ່າ “ການໄຫຼ​ອອກ​ຈີນ​ແລະ​ກັບ​ຄືນສູ່​ປະ​ເທດ​ຕົນ”, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​​ກໍໄດ້​ໃຫ້​ທັດ​ສະ​ນະ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ເມ​ສາ​ນີ້​ວ່າ: ປັດ​ຈຸ​ບັນ,ສະ​ພາບ​​ຂອງຕ່ອງ​ໂສ້​ການ​ສະ​ໜອງ​ແລະຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລ​ກ​ແມ່ນ​ຜົນ​ເກີດ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ແລະ​ເປັນ​ທາງ​ເລືອກຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ຫຼາຍ​ປີ​ຜ່ານ​ມາ,ຫາກ​ບໍ່​ແມ່ນ​ຫາ​ກໍ່​ປະ​ກົດ​ມີ​ຂຶ້ນໃນ​ມື້​ໃດ​ມື້​ໜຶ່ງ​ໃກ້ໆ​ນີ້,​ທັງ​ບໍ່​ສາ​ມາດໃຫ້​ບຸກ​ຄົນ​ຫຼື​ປະ​ເທດ​ໃດ​ໜຶ່ງປ່ຽນ​ແປງ​ຕາມ​ລຳ​ພັງ​ໃ​ຈ​.

ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ຢູ່​ນະ​ຄອນ​ຊຽງ​ໄຮ້​ໄດ້​ມີ​ສຳ​ນັກ​ງານ​ໃຫຍ່​​ປະ​ຈຳ​ພາກ​ພື້ນ​ຂອງ​ບໍ​ລິ​ສັດ​ຂ້າມ​ຊາດ​ເພີ່ມ​ໃໝ່ 10 ແຫ່ງ,ສູນ​ຄົ້ນ​ຄວ້າ​ຜະ​ລິດ​ທີ່​ລົງ​ທຶນ​ໂດຍຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 5 ແຫ່ງ, ໄດ້​ເຊັນ​ສັນ​ຍາ​ໂຄງ​ການ​ເກືອບ 30 ໂຄງ​ການ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ, ນະ​ຄອນ​ຊຽງ​ໄຮ້​ພຽງ​ແຕ່​ເປັນ​ແບບ​ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ໄດ້​ປັບ​ປຸ​ງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ​ມາ​ໂດຍ​ຕະ​ຫຼອດ​ແລະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ມາ​ຮອດ​ວັນ​ທີ 14 ເມ​ສາ​ນີ້, ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ສຳ​ຄັນ​ໃນ​ທົ່ວ​ປະ​ເທ​ດ​ຈີນ​ມີ 72.8% ມີ​ອັດ​ຕາ​ຟື້ນ​ຟູ​ການ​ຜະ​ລິດ​ສູງກວ່າ 70%. ເບິ່ງ​ຈາກ​ທົ່ວ​ໂລກ​ແລ້ວ, ວິ​ສາ​ຫະ​ກິດ​ຂ້າມ​ຊາດ​ແຫ່ງ​ຕ່າງໆ​ເຊັ່ນ​ບໍ​ລິ​ສັດ APPLE ແລະ​ບໍ​ລິ​ສັດ Tesla ແລະ​ອື່ນໆ​ພຽງ​ແຕ່​ມີ​ສາ​ຂາ​​ຢູ່ຈີນ​ແລະ​ໂຮງ​ງານ​ທີ່​ຕັ້ງ​ຢູ່​ຈີນ​ເທົ່າ​ນັ້ນ​ທີ່​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ແລ້ວ. ​ການ​ມີປະ​ສິດ​ທິ​ພາບ​ໃນ​ການ​ຟື້ນ​ຟູ​ການ​ຜະ​ລິດ​ແບບ​ນີ້, ກໍ​ຍ້ອນ​ວ່າ​ຈີນ​ມີ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ຄົບ​ຖ້ວນ​ສົມ​ບູນ​ທີ່​ສຸດ, ມີ​ລະ​ບົບ​ປະ​ກອບ​ຄົບ​ຊຸດ​ຂອງ​ແຕ່​ລະ​ຂະ​ແໜງ​ການ​ແລະມີ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

“ບົດ​​ລາຍ​ງານ​ການ​ສຳ​ຫຼວດ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ​ຈີນ” ​ປີ 2020 ທີ່ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາຢູ່​ຈີນ​ເຜີຍ​ແຜ່​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ວິ​ສາ​ຫະ​ກິດ​ທີ່​ໃຫ້​ສຳ​ພາດ​ມີ​ເຖິງ 75% ​ກ່າວວ່າ: ບໍ່​ວ່າຈະ​ໄດ້​ຮັບ​ຜົນ​​ກະ​ທົບ​ແບບ​ໃດ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19, ຕົນ​ເອງ​ກໍ​ຈະ​ບໍ່​ປ່ຽນ​ແປງ​ແຜນ​ການ​ລົງ​ທຶນ​ຢູ່​ຈີນອີກ. ຜົນ​ການຢັ່ງ​ຫາງ​ສຽງ​ຂອງ​ສະ​ໂມ​ສອນ​ນັກ​ທຸ​ລະ​ກິດ​ຍີ່​ປຸ່ນ​​ປະ​ຈຳ​ເຂດ​ຕາ​ເວັນ​ອອກ​ຂອງ​ຈີນ​ໄດ້​ສຳ​ພາດ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ 710 ແຫ່ງ​​ແລະ​ໄດ້​ຜົນ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ທີ່​ມີ​ຖານ​ການ​ຜະ​ລິດ​ຢູ່​ເຂດ​ຕາ​ເວັນ​ອອກ​ຂອງ​ຈີນ​ນັ້ນ, ມີ 86% ​ກ່າວວ່າ​ບໍ່​ມີ​ແຜນ​ການຍ້າຍ​ຖານ​ການ​ຜະ​ລິດ.

ຕົວ​ເລກ​ເຫຼົ່າ​ນີ້​ໄດ້​ຢືນ​ຢັນ​ໃຫ້​ເຫັນ​ທ່າ​ແຮງ​ຂອງ​ຕ່ອງ​ໂສ້ການ​ຜະ​ລິດ​ຂອງ​ຈີນ, ທັງ​ໄດ້​ສ້າງ​ ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ຕ່ອງ​ໂສ້​ການ​ຜະ​ລິດ​ຂອງ​ທົ່ວ​ໂລກ.

ໃນ​ກອງ​ປະ​ຊຸມ​ສຸດຍອດ​ G20 ສະ​ໄໝ​ພິ​ເສດ​ທີ່​ຈັດ​ຂຶ້ນ​ໃນ​ປີນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ວ່າ, ຄວນ​ຮ່ວມ​ກັນຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕ່ອງ​ໂສ້​ການ​ຜະ​ລິດ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ທົ່ວ​ໂລກ. ບໍ່​ວ່າ​ໂລກ​ຈະ​ປ່​ຽນ​ແປງ​ໄປ​ແນວ​ໃດ, ບໍ່​ວ່າ​ຍຸກ​ສະ​ໄໝ​ໄດ້​ປ່ຽນ​ແປງ​ໄປ​ແນວ​ໃດ, ​ການເຮັດ​ວຽກ​ງານ​ຂອ​ງ​ຕົນ​ໃຫ້​ດີ​ກໍ​ເປັນ​ເລື່ອງ​ທີ່​ຖືກ​ຕ້ອງ​ຢູ່​ສະ​ເໝີ.

ຄຳ​ເຫັນ

0