覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ​:​ນ້ຳ​ໃຈ​ຫ່ວງ​ໃຍ​ປະ​ຊາ​ຊົນ​ເຂດ​ພູ​ດອຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2020-04-21 23:06:20 cri


 

图片默认标题_fororder_金米村1

ຕອນ​ບ່າຍວັນ​ທີ 20 ເມ​ສາ 2020 ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຢ້ຽມ​ຢາມ​ບ້ານ​ຈິ່ນ​ໝີ້


 ຕອນ​ບ່າຍວັນ​ທີ 20 ເມ​ສາ 2020 ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ບ້ານ​ຈິ່ນ​ໝີ້​ ເມືອງ​ຈ້າ​ສຸຍ​ນະ​ຄອນ​ຊ່າງ​ໂລ້ ທາງ​ພາກ​ໃຕ້​ຂອງ​ແຂວງ​ສ້ານ​ຊີ່ເພື່ອ​ຊອກ​ຮູ້​ສະ​ພາບ​ການ​ປະ​ຕິ​ບັດ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ​ຂອງບ້ານ​ນີ້.

 

图片默认标题_fororder_金米村3
 

ຕອນ​ບ່າຍວັນ​ທີ 20 ເມ​ສາ 2020 ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຢ້ຽມ​ຢາມ​ບ້ານ​ຈິ່ນ​ໝີ້
 

 ບ້ານ​ຈິ່ນ​ໝີ້ ​ເປັນ​ບ້ານ​ເຮັດ​ກະ​ສິ​ກຳ​ຕາມ​ມູນ​ເຊື້ອ​ຢູ່​ເຂດ​ພູ​ດອຍ ເຊິ່ງ ບ້ານ​ນີ້ກວມ​ເນື້ອ​ທີ່​ທັງ​ໝົດ 17 ກິ​ໂລ​ຕາ​ແມັດ, ເນື້ອ​ທີ່​ປູກ​ຝັງ​ມີ​ປະ​ມານ 63 ເຮັກ​ຕາ. ໃນ​ປະ​ຫວັດ​ສາດ​, ບ້ານ​ນີ້​ເຄີຍ​ເປັນດິນ​ແດນ​ທີ່ອຸ​ດົມ​ສົມ​ບູນ​ດັ່ງຄຳເວົ້າທີ່​ວ່າ “ໃນ​ພູ​ມີ​ຄຳ,​ໃນ​ນາ​ມີ​ເຂົ້າ”​ຈິ່ງ​ໄດ້​ຊື່​ວ່າ ບ້ານ“​ຈິ່ນ​ໝີ້”​ແປ​ເປັນ​ພາ​ສາ​ລາວ​ແມ່ນ ບ້ານ​ຄຳ​ ແລະ ເຂົ້າ.ເນື່ອງ​ຈາກວ່າ ເສັ້ນ​ທາງຄົມ​ມະ​ນາ​ຄົມ​ບໍ່​ສະ​ດວກ, ​​ມີດິນ​ປູກ​ຝັງ​ໜ້ອຍ, ບ້ານ​ຈິ່ນ​ໝີ້​ຈິ່ງ​ໄດ້​ກາຍ​ເປັນ​ບ້ານ​ທຸກ​ຍາກທີ່​ຮູ້ກັນດີໃນ​ເມືອງ​ຈ້າ​ສຸຍ, ທົ່ວ​ບ້ານ​ມີ​ຄອບ​ຄົວ​ທຸກ​ຍາກ​ທີ່​ໄດ້​ລົງ​ທະ​ບຽນ​ຈຳ​ນວນ 188 ຄອບ​ຄົວ ລວມ​ທັງ​ໝົດ 553 ຄົນ.


 

图片默认标题_fororder_金米村4
 

ທ່ານ​ສີ​ຈິ້ນ​ຜິງ​ທັກ​ທາຍ​ກັບ​ຊາວ​ບ້ານ​ຈິ່ນ​ໝີ້
 

ເພື່ອ​ເປີດກວ້າງ​ຊ່ອງ​ທາງ​ການ​ສ້າງ​ລາຍ​ໄດ້​ໃຫ້​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ, ບ້ານ​ຈິ່ນ​ໝີ້​ໄດ້​ກຳ​ນົດ​ເອົາ​ຂະ​ແໜງ​ການ​ຜະ​ລິດ​ເຫັດ​ຫູ​ໜູ​ເປັນ​ອຸດ​ສາ​ຫະ​ກຳຫຼັກ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ໂດຍ​ໄດ້​ດຶງ​ດູດ​ວິ​ສາ​ຫ​ະ​ກິດ​ຫົວ​ມັງ​ກອນ ຫລື ວິສາຫະກິດຊັ້ນນຳດ້ານ​ກະ​ສິ​ກຳ 5 ແຫ່ງ​ມາ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ໃຫຍ່​ດ້ານ​ເຫັດ​ຫູ​ໜູ​ແລະ ໂຮງ​ງານ​ຜະ​ລິດ​ເຫັດ​ຫູ​ໜູ​ທີ່​ມີ​ຄວາມ​ສາ​ມາດ​ການ​ຜະ​ລິດ​ເຖິງ 20 ລ້​ານ​ຖົງ​ຕໍ່​ປີ ແລະ ໂຮງ​ງານ​ໄຈ້​ແຍກ​ແລະ​ຫຸ້ມ​ຫໍ່ເຫັດ​ຫູ​ໜູ​ຂະ​ໜາດ 1000 ໂຕນ, ​ຍັງໄດ້​ພັດ​ທະ​ນາ​ໂຮງຢາງປູກ​ເຫັດ​ຫູ​ໜູ​ອັດ​ສະ​ລີ​ຍະ 5 ແຫ່ງ.


 

图片默认标题_fororder_金米村5


ຕອນ​ບ່າຍວັນ​ທີ 20 ເມ​ສາ 2020 ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຢ້ຽມ​ຢາມ​ບ້ານ​ຈິ່ນ​ໝີ້
 

ປີ2017, ທົ່ວ​ບ້ານ​ຈິ່ນ​ໝີ້​ໄດ້​ບັນ​ລຸ​ເປົ້າ​ໝາຍຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ນັບ​ມາ​ຮອດ​ປີ 2019, ນັບ​ລວມ​ແລ້ວ, ມີ 187 ຄອບ​ຄົວ​ທັງ​ໝົດ 549 ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ອັດ​ຕາ​ການ​ເກີດ​ຄວາມ​ທຸກ​ຍາກ​ໄດ້ຫຼຸດ​ຈາກ 21.85%ໃນ 2015​ເຫຼືອ​ພຽງ 0.23%ໃນ 2019.



图片默认标题_fororder_金米村6


ຕອນ​ບ່າຍວັນ​ທີ 20 ເມ​ສາ 2020 ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້ຢ້ຽມ​ຢາມ​ບ້ານ​ຈິ່ນ​ໝີ້

ເທື່ອ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ເຖິງ​ສູນ​ຝຶກ​ອົບ​ຮົມ​ຂອງ​ບ້ານ​ຈິ່ນ​ໝິ້, ຊາວ​ບ້ານຫຼາຍ​ຄົນ​ກຳ​ລັງ​​ກະ​ກຽມ​​ຈະຖ່າຍ​ທອດ​ສົດການ​ຂາຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ເຂົ້າ​ຫາ​ໂຕະ​ຖ່າຍ​ທອດ​ສົດ​ແລະ​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ຢ່າງ​ສະ​ໜິດ​ສະ​ໜົມ. ທ່ານ​ກ່າວ​ວ່າ: ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ ໃນ​ຖາ​ນະ​ເປັນ​ຮູບ​ແບບ​ທຸ​ລະ​ກິດ​ທີ່​ພັດ​ທະ​ນາ​ໃໝ່, ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ຊຸກ​ຍູ້​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​​ສຳ​ຮອງ​ດ້ານກະ​ສິ​ກຳ,​ຊ່ວຍ​ປະ​ຊາ​ຊົນໃຫ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ​ໄດ້ເທົ່າ​ນັ້ນ ຍັງ​ຈະສາ​ມາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຂຶ້ນ, ນີ້ເປັນ​ຂະ​ແໜງ​ການ​ທີ່​ມີ​ອະ​ນາ​ຄົດ​ສົດ​ໃສ.

ຄຳ​ເຫັນ

0