ຕອນບ່າຍວັນທີ 20 ເມສາ 2020, ທ່ານສີຈິ້ນຜິງທີ່ໄປສຳຫຼວດກວດກາວຽກງານຢູ່ແຂວງສ້ານຊີ່, ທ່ານໄດ້ໄປຮອດເຂດປ່າສະຫງວນທຳມະຊາດລະດັບຊາດນິວເປີ້ຍຫຼຽງຢູ່ສາຍພູຊິນຫຼິງ,ແລະ ໄດ້ຊອກຮູ້ສະພາບການອະນຸລັກທຳມະຊາດຢູ່ສາຍພູຊິນຫຼິງ.
ຕອນບ່າຍວັນທີ 20 ເມສາ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາເຂດປ່າສະຫງວນທຳມະຊາດລະດັບຊາດນິວເປີ້ຍຫຼຽງ
ເຂດປ່າສະຫງວນດັ່ງກ່າວຕັ້ງຢູ່ພາກຕາເວັນອອກຂອງສາຍພູຊິນຫຼິງ, ມີເນື້ອທີ່ທັງໝົດ 16.418 ເຮັກຕາ, ແມ່ນເຂດທີ່ມີຊີວະນານາພັນຢ່າງຫຼາກຫຼາຍທີ່ສຸດຢູ່ພາກນີ້, ທັງແມ່ນເຂດປ່າສະຫງວນທີ່ມີບົດບາດຕົ້ນຕໍໃນການອະນຸລັກງົວປ່າTakinທີ່ເປັນສັດອະນຸລັກອັນດັບ 1 ຂອງຊາດ ທັງແມ່ນປ່າສະຫງວນທີ່ເປັນບ່ອນຢູ່ອາໄສຂອງງົວປ່າTakinກໍຄືສັດປ່າອີກຫຼາຍຊະນິດ.
ຕອນບ່າຍວັນທີ 20 ເມສາ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາເຂດປ່າສະຫງວນທຳມະຊາດລະດັບຊາດນິວເປີ້ຍຫຼຽງ
ໃນເມື່ອກ່ອນ, ລະບົບນິເວດທຳມະຊາດຂອງສາຍພູຊິນຫຼິງເຄີຍໄດ້ຖືກທຳລາຍຍ້ອນບັນຫາການສ້າງເຮືອນວິນລາຢ່າງຜິດກົດໝາຍ. ບາງຄົນໄດ້ເຮັດທຸລະກິດພັດທະນາອະສັງຫະລິມະຊັບຢ່າງຜິດກົດໝາຍຢູ່ທິດເໜືອຂອງຕີນພູຊິນຫຼິງໃນນາມພັດທະນາ “ໂຄງການທ່ອງທ່ຽວວັດທະນະທຳ”, ໂດຍໄດ້ສ້າງ ເຮືອນວິນລາແລະເຮືອນປຸກຂາຍ , ໄດ້ຫັນປ່ຽນ “ສວນສາທາລະນະແຫ່ງຊາດ” ໃຫ້ເປັນ “ສວນດອກໄມ້ສ່ວນຕົວ”. ບັນຫາການປຸກສ້າງເຮືອນຢ່າງຜິດກົດໝາຍໄດ້ເກີດຂຶ້ນເລື້ອຍໆ, ເຄີຍຖືກສັ່ງຫ້າມແຕ່ບໍ່ຖືກກຳຈັດ, ສັ່ງປັບປຸງ ແຕ່ບໍ່ໄດ້ຈັດຕັ້ງປະຕິບັດ.
ຕອນບ່າຍວັນທີ 20 ເມສາ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດກາເຂດປ່າສະຫງວນທຳມະຊາດລະດັບຊາດນິວເປີ້ຍຫຼຽງ
ຕໍ່ບັນຫານີ້, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງ.ໃນຊຸມປີມໍ່ໆມານີ້, ທ່ານສີຈິ້ນຜິງໄດ້ອອກຄຳສັ່ງ 6 ເທື່ອ,ໂດຍກ່າວເນັ້ນວ່າ: “ຕ້ອງໃຫ້ຄວາມສຳຄັນຢ່າງສູງ,ປັບປຸງແກ້ໄຂດ້ວຍການກະທຳທີ່ເດັດຂາດ, ໃຊ້ການກະທຳຕົວຈິງເພື່ອສະກັດກັ້ນບັນຫາທີ່ແຜ່ລາມທີ່ເປັນການທຳລາຍຄວາມສິວິໄລທາງນິເວດແບບນີ້.” ພາຍໃຕ້ການຊຸກຍູ້ຂອງທ່ານສີຈິ້ນຜິງ,ເດືອນກໍລະກົດປີ 2018, ການເຄື່ອນໄຫວສະເພາະກິດຢ່າງເຂັ້ມງວດເພື່ອປັບປຸງແກ້ໄຂບັນຫາດັ່ງກ່າວໄດ້ຖືກຈັດຕັ້ງປະຕິບັດຢູ່ໃນນະຄອນຊີ່ອ່ານ ທີ່ຕັ້ງຢູ່ທິດເໜືອຂອງຕີນພູຊິນຫຼິງ, ສູນກາງພັກກອມມູນິດຈີນໄດ້ລົງມືກວດສອບຈາກວິໄນທາງດ້ານການເມືອງ, ໂດຍໄດ້ແຕ່ງຕັ້ງຮອງເລຂາຜູ້ໜຶ່ງຂອງຄະນະກວດກາວິໄນສູນກາງພັກເປັນຫົວໜ້າໜ່ວຍງານສະເພາະກິດເພື່ອຕິດຕາມກວດກາວຽກງານການປັບປຸງແກ້ໄຂບັນຫາດັ່ງກ່າວ,ໂດຍໄດ້ ມ້າງເຮືອນວິນລາ 1100 ກວ່າຫຼັງທີ່ສ້າງຂຶ້ນຢ່າງຜິດກົດໝາຍ, ພະນັກງານການນຳຫຼາຍຄົນຖືກສືບສວນຄະດີຍ້ອນໄດ້ກະທຳຜິດລະບຽບວິໄນຂອງພັກແລະກົດໝາຍຂອງລັດ.
ຄຳເຫັນ
0