黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຈົງ​ໃຈ​ສ້າງ​ເລື່ອງ​ກ່ຽວ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອູ​ຮັ້ນ​ແມ່ນ​ເລື່ອງ​ທີ່​ບໍ່​ມີ​ຫຼັກ​ຖານອ້າງອີງ

2020-04-21 23:31:51 cri

ຫວ່າງ​ມໍ່ໆ​ມາ​ນີ້, ສະ​ຖາ​ນີ​ໂທ​ລະ​ພາບ Fox News ​ອາ​ເມ​ລິ​ກາ​ໄດ້​​ແນ​ປາຍ​ຫອກ​ໃສ່​ສະ​ຖາ​ບັນ​ຄົ້ນຄວ້າ​ເຊື້ອ​ພະຍາດ​ອູຮັ້ນ​ເລື້ອຍໆ. ແຕ່​ການ​ລາຍ​ງານ​ຂ່າວຂອງ​ເຂົາ​ພຽງແຕ່​ເປັນ​ຄວາມ​ເວົ້າ​ແບບ​ “ຂ່າວ​ເລື່ອນລອຍປາກຕໍ່ປາກ”, ບໍ່​ມີ​ຫຼັກ​ຖານ​ຫຍັງ​ເລີຍ.

ເລື່ອງ​ທີ່​ຄົນ​ທັງ​ຫຼາຍ​ຮູ້​ດີ​ແລ້ວກໍແມ່ນ​ວ່າ, ສະ​ຖາ​ນີ​ໂທ​ລະ​ພາບ​ດັ່ງ​ກ່າວ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ຕົວຈິງຂອງ​ຜູ້​ນຳ​ອາ​ເມ​ຣິ​ກາ, ຈຸດປະສົງ​ຂອງ​ສະ​ຖາ​ນີ​ໂທ​ລະ​ພາບນີ້ໄດ້​ລາຍງານຂ່າວແບບ​ນີ້​ກໍ​ເພື່ອ​ປ່ຽນ​ຈຸດ​ສົນໃຈໃຫ້ເປັນປະເທດຈີນເພື່ອຊ່ວຍ​ຜູ້​ນຳ​ອາ​ເມ​ຣິ​ກາ​ຫາສຽງໃນສະພາບທີ່ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ອາເມຣິກາບໍ່​ມີປະສິດທິຜົນ, ແລະ​​ຢາກ​ໃຫ້​ປະ​ເທດ​ຈີນ​ຮັບ​ຜິດ​ຊອບ​ຕໍ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດຄັ້ງນີ້.

ພາຍ​ຫຼັງ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ມາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​​ເຊື້ອ​ພະຍາດອູ​ຮັ້ນ​​ກໍ​ໄດ້ຖືກ​ໂຈມ​ຕີ​ຈາກ​ນັກ​ການ​ເມືອງ​ແລະ​ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໂດຍຂາດຫລັກຖານອ້າງອີງ​ຢ່າງ​ຕໍ່​ເນື່ອງ. ທີ່​ຈິງ​ແລ້ວ, ສະ​ຖານ​ບັນ​ຄົ້ນ​ຄວ້າ​ເຊື້ອ​ພະຍາດ​ອູ​ຮັ້ນ​ໄດ້​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ກັບ​ວົງ​ການ​ວິ​ທະ​ຍາ​ສາດ​ຂອງ​ອາ​ເມ​ຣິ​ກາ​, ຝ​ຣັ່ງ ​ແລະ ​ປະ​ເທດ​ອື່ນໆ​ ໃນ​ດ້ານການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ໃນ​ນັ້ນ​ຫ້ອງ​ທົດ​ລອງ​ຄວາມ​​ປອດ​ໄພ​ຊີ​ວະພາບ​ລະ​ດັບ 4 ແມ່ນ​ໂຄງ​ການ​ຮ່ວ​ມ​ມື​ສຳ​ຄັນ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ກັບ​ຝ​ຣັ່ງ, ສະນັ້ນ, ມັນບໍ່ມີຫຍັງທີ່ຕ້ອງສົງໄສອີກແລ້ວກ່ຽວກັບລະ​ດັບ​ດ້ານວິ​ຊາ​ການ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອູ​ຮັ້ນ.

​ເມື່ອ​ບໍ່​ດົນ​ມາ​ນີ້, ວິທະ​ຍຸ​ກະ​ຈາຍ​ສຽງ​ອັງ​ກິດ​ຫຼື BBC ໄດ້​ນຳ​ເອົາ​ຄວາມ​ເວົ້າ​ຂອງ​ທ່ານຟີລິບປາ ເລນໂຊດ ຜູ້​ຊ່ຽວ​ຊານ​ຄວາມ​ປອດ​ໄພດ້ານ​ຊີ​ວະ​ພາບ​ຂອງ​ສະ​ຖາ​ບັນ​ເຈົ້າ​ຊີ​ວິດ​ອັງ​ກິດ​ມາລາຍ​ງານ​ວ່າ: ຖ້າ​ວ່າ​ຫ້ອງ​ທົດ​ລອງໄວ​ຣັດ​ຂອງ​ປະ​ເທດ​ໃດ​ໜຶ່ງ​ເຂົ້າ​ຮ່ວມ​ໂຄງ​ການ​ສ​າ​ກົນ, ກໍ​ຕ້ອງ​ສອດຄ່ອງກັບ​ເງື່ອນໄຂລະ​ດັບ​ຄວາມ​ປອດ​ໄພດ້ານ​ຊີ​ວະ​ພາບ​ສາ​ກົນ; ຖ້າ​ວ່າ​ຢາກ​ສະ​ໜອງ​ການກວດຫາເຊື້ອ​ພະ​ຍາດ, ກໍ​ຕ້ອງ​ຖືກ​ກັບ​ມາດ​ຕະ​ຖານ​ສາ​ກົນ​ຄື​ກັນ. “ຢ່າງ​ໜ້ອຍທີ່ສຸດກໍ​ສາ​ມາດ​ເວົ້າ​ໄດ້​ວ່າ: ປັດ​ຈຸ​ບັນ​ບໍ່​ມີ​ຫຼັກ​ຖານ​ສາ​ມາດ​ຢືນ​ຢັນ​​ໄດ້ວ່າ: ​​ເຊື້ອໄວ​ຣັດ​ໂຄວິດ-19 ໄດ້ລຸດລອດອອກ​ຈາກ​ສະ​ຖາ​ບັນ​ຄົ້ນ​ຄວ້າ​​ເຊື້ອ​ພະຍາດ​ອູ​ຮັ້ນ ຫຼື​ ຫ້ອງ​ທົດ​ລອງ​​ໄວ​ຣັດອື່ນໆ.” ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ວົງ​ການ​ວິ​ທະ​ຍາ​ສາດ​ສ​າ​ກົນ​ມີ​ຄວາມ​ໝັ້ນ​ໃຈ ​ແລະ​ ມີຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ມາດຖານການຄຸ້ມຄອງຄວາມ​ປອດ​ໄພ​ແລະ​ວິ​ທະ​ຍາ​ສາດ​ຂອງ​ສະ​ຖານ​ບັນ​ຄົ້ນ​ຄວ້າ​ເຊື້ື້ອພະຍາດອູ​ຮັ້ນ​​.

ທີ່​ຈິງ​ແລ້ວ, ເລີ່ມ​ແຕ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ເປັນ​ຕົ້ນ​ມາ, ສະ​ຖານ​ບັນ​ຄົ້ນ​ຄວ້າ​​ເຊື້ອ​ພະຍາດອູ​ຮັ້ນກໍໄດ້​ສຸມ​ກຳ​ລັງ​ເພື່ອ​ຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ໂຄວິດ-19 ມາ​ໂດຍ​ຕະ​ຫຼອດ. ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ສະຖາບັນ​ສາມ​ແຫ່ງ​ທີ່​ປະ​ເທດ​ຈີນ​ກຳ​ນົດ​ໄວ້​, ສະ​ຖານ​ບັນ​ຄົ້ນ​ຄວ້າ​​ເຊື້ອ​ພະຍາດ​ອູ​ຮັ້ນກໍ​​ໄດ້​​ແຈ້ງ​ລຳດັບ​ແຊນຂອງ​ເຊື້ອ​ພະຍາດ​ດັ່ງກ່າວ​ຕໍ່​ອົງການ​ອະນາ​ໄມ​ໂລກ ​ເຊິ່ງ​ເປັນ​ການ​ສ້າງ​ພື້ນ​ຖານ​ອັນສຳ​ຄັນ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ໃນ​ການຄົ້ນຄວ້າ​ວິທີ​ກວດຫາ​ເຊື້ອ​ໄວ​ຣັດ​ໃນ​ໄລ​ຍະຕົ້ນ​ກໍ​ຄືການ​ຄົ້ນ​ຄວ້າ​ຜະ​ລິດຢາ​ວັກ​ແຊງ.

ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ເຊື້ອ​ໄວ​ຣັດ​ແມ່ນ​ບັນ​ຫາ​ວິ​ທະ​ຍາ​ສາດ​ທີ່​ເຄັ່ງ​ຄັດ. ກໍ​ຄືເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກກ່າວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຈີນ​ພວມ​ສຳ​ຫຼວດ​ແຫຼ່ງ​ກຳ​ເນີດ​ເຊື້ອ​ໄວ​ຣັດ​ຈາກ​ຫຼາຍ​ດ້ານ, ຈີນ​ເປັນ​ປະ​ເທດ​ນຳ​ພາ​ການ​ສຳ​ຫຼວດ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ. ຖ້າ​ວ່າ​ອາ​ເມ​ຣິ​ກາ​ຍິນ​ດີ​ຄົ້ນ​ຄວ້າ​ບັນ​ຫາ​ແຫຼ່ງ​ກຳ​ເນີດ​ເຊື້ອ​ໄວ​ຣັດ​ດ້ວຍທ່າ​ທີ​​ວິ​ທະ​ຍາ​ສາດ​ຢ່າງ​ແທ້​ຈິງ, ກໍສາ​ມາດຮ່ວມ​ມື​ກັບ​ຈີນ​ໃນ​ການ​ຄົ້ນຄວ້າດັ່ງກ່າວ.

ຖ້າ​ວ່າ​ບາງ​ຄົນ​ສື​ບ​ຕໍ່​ປັ້ນ​ແຕ່ງ​ເລື່ອງ “​ເປັນ​ກົນ​ອຸ​ບາຍຊື່ໆ” ເພື່ອ​ເປົ້າ​ໝາຍ​ທາງການ​ເມືອງ​ຂອງ​ຕົນ, ຈະເປັນການລົບກວນ​ແລະ​ທຳ​ລາຍ​ການ​ຮ່ວມ​ມືໃນດ້ານ​ການ​ຕໍ່​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອ​ງວົງ​ການ​ວິ​ທະ​ຍາ​ສາດ​ສາ​ກົນ​. ນັກ​ການ​ເມືອງ​ອາ​ເມຣິກາໃສ່​ຮ້າຍ​ປ້າຍ​ສີ​​ປະ​ເທດ​ຈີນ​ໂດຍ​ສວຍ​ໃຊ້​ໂອ​ກາດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ບໍ່​ສາ​ມາດ​ເຮັດໃຫ້​ ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາມີສະພາບຜ່ອນຄາຍລົງ, ພຽງ​ແຕ່​ຈະເຮັດ​ໃຫ້ການລະ​ເຫຼີງໜ້າ​ທີ່, ປະລະ​ໜ້າ​ທີ່ ​ແລະ ການ​ກະ​ທຳທີ່​ບໍ່​ໃຫ້​ຄວາມ​ສຳຄັນຕໍ່​ຊີວິດ​ຂອງ​ປະຊາຊົນຂອງ​ເຂົາ​ເຈົ້າ​ຖືກ​​ເປີດ​ເຜີຍອອກ​ມາຢ່າງ​ຈະ​ແຈ້ງ​ກວ່າ​ເກົ່າ.

ຄຳ​ເຫັນ

0