何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ອວຍ​ພອນ​ໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ຈົ່ງ​ມີ​ແຕ່ຊີວິດທີ່ສະ​ຫງົບ​ສຸກ ປອດໄພ​ແລະ​ສະ​ດວກ​ສະ​ບາຍ​

2020-04-22 16:37:49 CRI

ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງເຂດ​ຊຸມ​ຊົນ​ຈິນ​ຜິງ​ຕາ​ແສງ​ລາວ​ຊຽນ​ເມືອງ​ຜິງ​ລີ້​ນະ​ຄອນ​ອ່ານ​ຄ່າງ​ແຂວງ​ສ້ານ​ຊີ່. ເຂດນີ້​ແມ່ນບ່ອນຈັດ​ສັນໃຫ້ຄອບ​ຄົວທີ່​ຍົກຍ້າຍ​ອອກຈາກ​ເຮືອນ​ເພ​ພັງ​ອັນ​ຕະ​ລາ​ຍ​ຢູ່​ເຂດ​ພູ​ສູງ,ຄອບ​ຄົວ​ຜູ້​ປະ​ສົບ​ໄພ​ທຳ​ມະ​ຊາດ​ແລະ​ຄອບ​ຄົວ​ຜູ້ທຸກ​ຍາກ​ທັງ​ໝົດ 1.346 ຄອ​ບຄົວ​,ຈຳ​ນວນ 4.173 ຄົນ​ຈາກ 11 ບ້ານ​ໃນ​ທົ່ວ​ເມືອງ​ດັ່ງ​ກ່າວ.

ຕອນອຳ​ລາ​ຈາກ​ເຂດ​ຊຸມ​ຊົນ​ຈິນ​ຜິງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ອຳ​ລາ​ປະ​ຊາ​ຊົນ​ທີ່​ມາ​ສົ່ງ​ທາງ. ທ່ານ​ກ່າວ​ວ່າ: ຂໍ​ອວຍ​ພອນ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້ ​​ຊີ​ວິດ​ການ​ເປັນ​ຢູ່​ຂອງພີ່​ນ້ອງປະ​ຊາ​ຊົນ​ພວກ​ເຮົາ​ຈົ່ງ​ມີແຕ່​ຄວາມ​ສຸກ​ຄື​ດັ່ງ​ຊື່​ເມືອງຂອງພວກ​ເຮົາ​ທີ່​ວ່າອ່ານ​ຄ່າງ, ຜິງ​ລີ້, ທີ່ມີຄວາມໝາຍວ່າ:ຈົ່ງ​ມີ​ແຕ່​ຄວາມ​ສະ​ຫງົບ​ສຸກ​ ປອດໄພແລະ​ສະ​ດວກ​ສະ​ບາຍ​. ຫວັງ​ວ່າ​ທຸກໆ​ຄົນພວມ​ກ້າວ​ຂຶ້ນສູ່ເສັ້ນ​ທາງ​ທີ່ມຸ້ງ​ໜ້າ​ສູ່​ຄວາມ​ອິ່ມ​ໜຳ​ສຳ​ລານ, ທຸກ​ຄົນ​ລ້ວນ​ແຕ່​ຈະ​ສາ​ມາດ​ຫລຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ສະ​ດວກສະບາຍ​ເພື່ອ​ຮັບ​ປະ​ກັນ​ໃຫ້​ມີ​ຊີ​ວິດ​ທີ່​ອິ່ມ​ໜຳ​ສຳ​ລານ. ຂໍ​ອວຍ​ພອນ​ໃຫ້​ທຸກ​ໆທ່ານ​ຈົ່ງ​ມີ​ແຕ່ຄວາມ​ສຸກ​,ສຸ​ຂະ​ພາບ​ເຂັ້ມ​ແຂງ​ແລະ​ສະ​ຫງົບ​ປອດ​ໄພ.

 

ຄຳ​ເຫັນ

0