ປີນີ້ແມ່ນປີສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກຂອງຈີນ. ໃນຕົ້ນເດືອນມີນາປີ 2020, ກອງປະຊຸມສຳມະນາກ່ຽວກັບການສູ້ຊົນຍາດເອົາໄຊຊະນະໃນໄລຍະສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ນີ້ແມ່ນກອງປະຊຸມຂະໜາດໃຫຍ່ທີ່ສຸດກ່ຽວກັບການລຶບລ້າງຄວາມທຸກຍາກນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ. ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນໂດຍເນັ້ນວ່າ: ຜູ້ທຸກຍາກຕາມມາດຕະຖານປະຈຸບັນຢູ່ຊົນນະບົດຕ້ອງຫຼຸດພົ້ນອອກຈາກຄວາມທຸກຍາກໃຫ້ໄດ້ທັງໝົດໃນປີ 2020, ນີ້ແມ່ນຄຳໝັ້ນສັນຍາອັນເດັດດ່ຽວຂອງສູນກາງພັກກອມມູນິດຈີນທີ່ມີຕໍ່ປະຊາຊົນທົ່ວປະເທດ, ວຽກນີ້ຕ້ອງໃຫ້ສຳເລັດຕາມເວລາກຳນົດ. ຄະນະພັກແລະ ອົງການປົກຄອງທຸກຂັ້ນຕ້ອງມີຄວາມຕັດສິນໃຈແລະ ມີຄວາມເຂັ້ມແຂງໃຫ້ຫຼາຍກວ່າເກົ່າເພື່ອຊຸກຍູ້ວຽກງານລຶບລ້າງຄວາມທຸກຍາກ,ເດັດດ່ຽວຜ່ານຜ່າຜົນກະທົບຈາກພະຍາດCOVID-19,ເດັດດ່ຽວຍາດເອົາໄຊຊະນະຮອບດ້ານໃນບັ້ນລຶບລ້າງຄວາມທຸກຍາກ,ເດັດດ່ຽວເຮັດສຳເລັດພາລະກິດທີ່ຍິ່ງໃຫຍ່ທີ່ມີຄວາມໝາຍສຳຄັນຕໍ່ປະຊາຊາດຈີນ ກໍຄືມວນມະນຸດ.
ເມື່ອ 5 ປີກ່ອນ, ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມສຳມະນາວຽກງານລຶບລ້າງຄວາມທຸກຍາກຄັ້ງທຳອິດຢູ່ແຂວງສ້ານຊີ່. ຜູ້ທຸກຍາກຢູ່ເຂດຖານທີ່ໝັ້ນປະຕິວັດເກົ່າຂອງແຂວງສ້ານຊີ່ຈະສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລະ ກ້າວສູ່ຄວາມຮັ່ງມີຢ່າງແທ້ຈິງໄດ້ຫຼືບໍ່? ຊາວກະສິກອນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດທີ່ແທ້ຈິງຫຼືບໍ່? ສິ່ງເຫລົ່ານັ້ນແມ່ນສິ່ງທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ມາໂດຍຕະຫຼອດ.
ວັນທີ 21 ເມສາ ປີ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງສະພາບການລຶບລ້າງຄວາມທຸກຍາກຢູ່ຕາແສງລາວຊ້ຽນເມືອງຜິງລີ້
ວັນທີ 21 ເມສາ ປີ 2020, ຫຼັງຈາກໄປສຳຫຼວດກວດເບິ່ງບ້ານຈິ່ນໝີ້ເມືອງຈ້າສຸຍໃນມື້ຜ່ານມາ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງສະພາບການລຶບລ້າງຄວາມທຸກຍາກຢູ່ຕາແສງລາວຊ້ຽນເມືອງຜິງລີ້ນະຄອນອ່ານຄ່າງທີ່ຢູ່ຊາຍແດນລະຫວ່າງແຂວງສ້ານຊີ່ ກັບແຂວງຫູເປີຍແລະ ກຳແພງນະຄອນຈຸ່ງກິ່ງ,ເພິ່ນໄດ້ໄປສຳຫລວດກວດເບິ່ງເຂດຊຸມຊົນຈິນຜິງ,ໂຮງໝໍ, ໂຮງຮຽນປະຖົມໃຈກາງແລະ ສວນຊາ, ເຊິ່ງການເດີນທາງຂອງເພິ່ນເພື່ອໄປສຳຫລວດກວດເບິ່ງແຕ່ລະບ່ອນລ້ວນແຕ່ມີຄວາມໝາຍທີ່ເລິກເຊິ່ງ, ເພິ່ນໄດ້ເນັ້ນໜັກເຖິງວຽກງານສຳຄັນໃນການລຶບລ້າງຄວາມທຸກຍາກ, ຟື້ນຟູການຜະລິດ ແລະ ຟື້ນຟູການຮຽນການສອນໃນປະຈຸບັນ.
ທ່ານສີຈິ້ນຜິງຢ້ຽມຢາມປະຊາຊົນເຂດຊຸມຊຸມຈິນຜິງ
ເຂດຊຸມຊົນຈິນຜິງແມ່ນເຂດຊຸມຊົນຂອງຊົນນະບົດແບບໃໝ່ທີ່ໄດ້ສ້າງຂຶ້ນຕາມການຈັນສັນຍົກຍ້າຍປະຊາຊົນເມືອງຜິງລີ້,ກ່ອນຍ້າຍເຂົ້າມາຢູ່ຊຸມຊົນແຫ່ງນີ້ ປະຊາຊົນສ່ວນຫຼາຍໄດ້ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ. ນັບມາຮອດປະຈຸບັນ,ໄດ້ຍົກຍ້າຍປະຊາຊົນມາຢູ່ທີ່ນີ້ທັງໝົດ 1.346 ຄອບຄົວ,ມີຈຳນວນ 4.173 ຄົນຈາກ 11 ບ້ານ, ນີ້ແມ່ນເຂດຊຸມຊົນທີ່ຖືກຈັດສັນເພື່ອປະຊາຊົນຜູ້ຍົກຍ້າຍຫຼາຍທີ່ສຸດ ແລະ ຂະໜາດໃຫຍ່ທີ່ສຸດຂອງທົ່ວຕາແສງ.
ທ່ານສີຈິ້ນຜິງຢ້ຽມຢາມໂຮງງານເຂດຊຸມຊົນເມືອງຜິງລີ້
ປະຈຸບັນ, ຢູ່ເມືອງຜິງລີ້ໄດ້ສ້າງໂຮງງານເຂດຊຸມຊົນ 83 ແຫ່ງ, ສ້າງວຽກເຮັດງານທຳໃຫ້ປະຊາຊົນຜູ້ທຸກຍາກ 6.000 ກວ່າຄົນ. ຢູ່ເຂດຊຸມຊົນຈິນຜິງ, ກໍມີໂຮງງານເຂດຊຸມຊົນ 4 ແຫ່ງ ເຊິ່ງສາມາດສ້າງວຽກເຮັດງານທຳ 200 ກວ່າຕຳແໜ່ງ.
ໃນກອງປະຊຸມສຳມະນາກ່ຽວກັບການຍາດເອົາໄຊຊະນະໃນໄລຍະສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກທີ່ຈັດຂຶ້ນໃນວັນທີ 6 ມີນາປີ2020,ທ່ານສີຈິ້ນຜິງ ໄດ້ຮຽກຮ້ອງວ່າ: ຕ້ອງເພີ່ມທະວີການສະໜັບສະໜູນເພື່ອລຶບລ້າງຄວາມທຸກຍາກໃຫ້ປະຊາຊົນທີ່ຍົກຍ້າຍມາຕັ້ງຖິ່ນຖານຢູ່ບ່ອນໃໝ່. ຍ້ອນວ່າການແຜ່ລະບາດຂອງພະຍາດCOVID-19ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ການປະກອບອາຊີບຂອງແຮງງານຜູ້ທຸກຍາກ, ກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນທີ່ຈັດຂຶ້ນໃນວັນທີ 27 ມີນາ 2020 ໄດ້ຮຽກຮ້ອງໃຫ້ເລັ່ງລັດການລົງມືປະຕິບັດ ແລະ ຟື້ນຟູໂຄງການລຶບລ້າງຄວາມທຸກຍາກ, ຊ່ວຍເຫຼືອແຮງງານຜູ້ທຸກຍາກໃຫ້ສາມາດກັບຄືນເຂົ້າສູ່ຕຳແໜ່ງງານຂອງຕົນໂດຍໄວ.
ປະຈຸບັນ, ໂຮງງານເຂດຊຸມຊົນ 83 ແຫ່ງຂອງເມືອງຜິງລີ້, ມີ 79 ແຫ່ງໄດ້ຟື້ນຟູກິດຈະການແລ້ວ. ຢູ່ເຂດຊຸມຊົນຈິນຜິງ, ທ່ານສີຈິ້ນຜິງໄດ້ໄປສຳຫລວດກວດເບິ່ງໂຮງງານເຂດຊຸມຊົນທີ່ໄດ້ຟື້ນຟູກິດຈະການແລ້ວ. ທ່ານໄດ້ກ່າວເນັ້ນໜັກວ່າ: ເມື່ອມີຄວາມໝັ້ນໃຈຕໍ່ການຍົກຍ້າຍຈາກພູມລຳເນົາເກົ່າແລ້ວມາຕັ້ງຖິ່ນຖານຢູ່ບ່ອນໃໝ່ແລະສາມາດຢູ່ຕໍ່ໄປໄດ້ ຈິ່ງຖືວ່າເປັນການດຳລົງຊີວິດແບບຢູ່ເຢັນເປັນສຸກ. ສະນັ້ນ ຕົ້ນຕໍຕ້ອງອາໄສການປະກອບອາຊີບຢ່າງໝັ້ນຄົງ,ໃນນີ້ ການໄປເຮັດວຽກອອກແຮງງານເປັນທາງອອກອັນສຳຄັນ.
ທ່ານສີຈິ້ນຜິງກ່າວວ່າ: “ຂ້າພະເຈົ້າມີຄວາມໝັ້ນໃຈວ່າ ຈະບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກໃຫ້ປະຊາຊົນຜູ້ທຸກຍາກຕາມມາດຕະຖານໃນປັດຈຸບັນໃຫ້ສຳເລັດຮອບດ້ານໃນປີນີ້. ສິ່ງທີ່ຂ້າພະເຈົ້າເອົາໃຈໃສ່ຫຼາຍກວ່ານັ້ນແມ່ນຫຼັງຈາກໄດ້ສຳເລັດເປົ້າໝາຍສຳລັບປີນີ້ແລ້ວ, ຜົນການລຶບລ້າງຄວາມທຸກຍາກຈະສາມາດມີຄວາມໝັ້ນຄົງໄດ້ຫຼືບໍ່, ຈະມີກົນໄກທີ່ມີປະສິດທິຜົນຍາວນານ ຫຼືບໍ່? ນັ້ນກໍຕ້ອງເບິ່ງວ່າມາດຕະການພື້ນຖານທີ່ກ່ຽວຂ້ອງຈະມີຄວາມຍືນຍົງໝັ້ນຄົງຫຼືບໍ່? ຊາວພັກກອມມູນິດຈີນໄດ້ເຮັດວຽກງານທີ່ຕິດແທດຕົວຈິງເພື່ອເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຕົວຈິງຢ່າງແທ້ຈິງ.”
ຄຳເຫັນ
0