秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສົາສົ່ງສັນຍານສື່ສານແຫ່ງທໍາອິດຂອງທາງລົດໄຟລາວ-ຈີນ ສໍາເລັດການຕິດຕັ້ງ

2020-04-22 16:19:49 cri

图片默认标题_fororder_1

ວັນທີ 20 ເມສານີ້, ຢູ່ທີ່ບ່ອນກໍ່ສ້າງເສົາສົ່ງສັນຍານທີ່ສູງ 40 ແມັດຂອງສະຖານີວຽງຈັນທາງລົດໄຟລາວ-ຈີນທີ່ນະຄອນຫຼວງວຽງຈັນ, ພະນັກງານກໍາລັງດັບເຊື້ອກ່ອນເຂົ້າໄປເຮັດວຽກ.

ເສົາສົ່ງສັນຍານສື່ສານແຫ່ງທໍາອິດຂອງທາງລົດໄຟລາວ-ຈີນ ໄດ້ສໍາເລັດການຕິດຕັ້ງໃນວັນທີ 20 ເມສານີ້ ເຊິ່ງເປັນຄວາມຄືບໜ້າອີກຄັ້ງໃໝ່ໃນການກໍ່ສ້າງທາງລົດໄຟລາວ-ຈີນໄລຍະປ້ອງກັນ ແລະຄວບຄຸມການແຜ່ລະບາດເຊື້ອໂຄວິດ-19. ໂຄງການທາງລົດໄຟລາວ-ຈີນເປັນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ”ໜຶ່ງແລວໜຶ່ງເສັ້ນທາງ”ຂອງຈີນ ແລະຍຸດທະສາດ”ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຕໍ່ກັບອະນຸພາກພື້ນ”ຂອງລາວ. ໂຄງການນີ້ເລີ່ມຈາກດ່ານບໍ່ເຕ່ນຊາຍແດນລາວ-ຈີນ ຈົນຮອດນະຄອນຫຼວງວຽງຈັນ ລວມ ຍາວທັງໝົດ 414 ກິໂລແມັດ.

ຄຳ​ເຫັນ

0