何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂົ້າ​ສູ່ກຸ່ມ​ບໍ​ລິ​ສັດ​ລົດ​ສ້​ານ​ຊີ່​ຈຳ​ກັດ

2020-04-23 12:32:46 cri

    ກຸ່ມ​ບໍ​ລິ​ສັດ​ລົດ​ສ້​ານ​ຊີ່​ຈຳ​ກັດເປັນ​ວິ​ສາ​ຫະ​ກິດອຸດ​ສາ​ຫະ​ກຳ​ຜະ​ລິດ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ. ບໍ​ລິ​ສັດ​ນີ້​ໄດ້​ຄອງ​ຖາ​ນະ​ນຳ​ໜ້າ​ໃນຂົງ​ເຂດ​ຜະ​ລິດ​ລົດ​ໃຊ້​ພະ​ລັງ​ງານ​ສະ​ອາດ​ແລະ​ພະ​ລັງ​ງານ​ໃໝ່, ລົດ​ທຸ​ລະ​ກິດອັດ​ສະ​ລີ​ຍະ​ເຊື່ອ​ອິນ​ເຕີ​ເນັດ, ເຊິ່ງ​ມີ​ ສິດ​ທິ​ບັດດ້ານເຕັກ​ນິກຫຼາຍກວ່າ​220 ລາຍ​ການ​, ແລະ​ໄດ້​ຮັບ​ໜ້າ​ທີ່​ໃຫ້​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ​ລົດ​ທາງ​ທຸ​ລະ​ກິດ​ພະ​ລັງ​ງານ​ໃໝ່ 863 ແຫ່ງ​ຊາດ, ​ໃນ​ນັ້ນ​ໄດ້ ​ປ​ະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ລັດ​ບັນ​ທຸກ​ໜັກ​ອັດ​ສະ​ລີ​ຍະ​ລຸ້ນ L4 ແລະ​ລົດ​ໃຊ້ໝໍ້​ໄຟ​​ພະ​ລັງ​ງານເຊື້ອ​ໄຟ​(fuel cell)ຄັນ​ທຳ​ອິດ​ຂອງ​ຈີນ.

   ກຸ່ມ​ບໍ​ລິ​ສັດ​ລົດ​ສ້ານ​ຊີ່​ຈຳ​ກັດ​ໄດ້​ຟື້ນ​ຟູ​ການ​ຜະ​ລິດ​ໃນ​ວັນ​ທີ 14 ກຸມ​ພາ​ຜ່ານ​ມາ ​ສາ​ມາດ​ຟື້ນ​ຟູ​ຄວາມ​ສາ​ມາດໃນ​ການ​ຜະ​ລິດ​ໄດ້ຢ່າງ​ຮອບ​ດ້ານ​ແລ້ວ.

 

ຄຳ​ເຫັນ

0