ຕອນບ່າຍວັນທີ 21 ເມສາ 2020, ຢູ່ສວນໂຕແບບອຸດສາຫະກຳໃບຊາແບບທັນສະໄໝນີວ່າເຟີ້ງຫວງເມືອງຜິງລີ້ແຂວງສ້ານຊີ່, ໃນພູຂຽວອຸ່ມທຸ່ມນັ້ນ,ກິ່ນຫອມຂອງໃບຊາໄດ້ໂຊຍພັດໄປທົ່ວທຸກບ່ອນທ່າມກາງຟ້າແຈ້ງຫຼັງຝົນເອື້ອນໃໝ່.
ນັກຂ່າວໄດ້ຖ່າຍພາບຄວາມງົດງາມ ແລະ ໜ້າປະທົບໃຈດັ່ງນີ້: ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນກຳລັງຍ່າງ ດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສໄປຫາຊາວສວນຊາທີ່ກຳລັງເຮັດວຽກ. ຢູ່ຄຽງຂ້າງທ່ານສີຈິ້ນຜິງແມ່ນເລຂາຄະນະພັກແຂວງສ້ານຊີ່, ເລຂາຄະນະພັກນະຄອນອ່ານຄ່າງ, ເລຂາຄະນະພັກເມືອງຜິງລີ້ ແລະ ເລຂາຄະນະພັກບ້ານຈຽງເຈ່ຍຜິງ.
ຈາກເລຂາທິການໃຫຍ່ສູນກາງພັກຕະຫຼອດຮອດເລຂາຄະນະພັກບ້ານໄດ້ປາກົດຕົວຢູ່ສະຖານທີ່ແຫ່ງດຽວກັນຢູ່ແນວໜ້າແຫ່ງການລຶບລ້າງຄວາມທຸກຍາກດ້ວຍອຸດສາຫະກຳເພື່ອຮ່ວມກັນສຳຫລວດກວດເບິ່ງວຽກງານລຶບລ້າງຄວາມທຸກຍາກ.
ການລຶບລ້າງຄວາມທຸກຍາກເປັນບັ້ນຮົບທີ່ຫຍຸ້ງຍາກລຳບາກບັ້ນໜຶ່ງ.ຈາກສູນກາງພັກທີ່ເປັນກອງບັນຊາການສູງສຸດຈົນຮອດຂັ້ນຮາກຖານທີ່ເປັນຂອດສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກ, ທ່ານສີຈິ້ນຜິງໄດ້ນຳພາຄົນທັງຫຼາຍຈັດແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງແລະໜັກແໜ້ນ ເພື່ອປະຕິບັດຕາມຄຳໝັ້ນສັນຍາທີ່ໃຫ້ໄວ້ກັບປະຊາຊົນໃຫ້ປະກົດຜົນເປັນຈິງ.
ກ່ອນໜ້ານີ້ປະມານໜຶ່ງເດືອນປາຍ,ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມກ່ຽວກັບການລຶບລ້າງຄວມທຸກຍາກທີ່ມີຂະໜາດໃຫຍ່ທີ່ສຸດນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ. ໃນນີ້, 22 ແຂວງແລະເຂດປົກຄອງຕົນເອງຢູ່ພາກກາງແລະພາກຕາເວັນຕົກ ທີ່ໄດ້ເຊັນໃບຮັບຜິດຊອບລຶບລ້າງຄວາມທຸກຍາກຍື່ນຕໍ່ສູນກາງພັກນັ້ນຈົນໄດ້ຈັດຕັ້ງໃຫ້ພະນັກງານຂັ້ນເມືອງມີສ່ວນຮ່ວມໃນກອງປະຊຸມຄັ້ງນີ້.
ໃນກອງປະຊຸມຄັ້ງນັ້ນ, ທ່ານສີຈິ້ນຜິງກ່າວວ່າ: ຍິ່ງຮອດໄລຍະສຸດທ້າຍຍິ່ງຕ້ອງເພີ່ມທະວີແລະປັບປຸງການນຳພາຂອງພັກໃຫ້ມີປະສິດທິຜົນດີຂຶ້ນ. ຄະນະພັກ,ການຈັດຕັ້ງພັກທຸກຂັ້ນຕ້ອງປະຕິບັດໜ້າທີ່ຕຳແໜ່ງຕາມຄວາມຮັບຜິດຊອບໃຫ້ສຳເລັດຢ່າງເດັດຂາດ. ເວລາຜ່ານໄປໄວອີ່ຫຼີພຽງພິບຕາດຽວເທົ່ານັ້ນ, ທົ່ວທຸກພາກສ່ວນ,ການນຳທຸກຂັ້ນຕ້ອງປະຕິບັດວຽກງານດ້ານນີ້ໃຫ້ໜັກແໜ້ນທີ່ສຸດ.
ກ້ອງຖ່າຍບັນທຶກປະຫວັດສາດ, ຮູບພາບບັນທຶກຈຸດເວລາອັນຄ້ຳຄ່າຈົນກາຍເປັນພາບອະມະຕະ.
ທົ່ວປະເທດຮ່ວມແຮງຮ່ວມໃຈກັນເພື່ອເປົ້າໝາຍດຽວກັນຈະໄດ້ຮັບໄຊຊະນະແນ່ນອນ! ນີ້ຄືເຄັດລັບມີໄຊຂອງຈີນສັງຄົມນິຍົມທີ່ຈະສາມາດຍາດເອົາໄຊຊະນະໃນບັ້ນລຶບລ້າງຄວາມທຸກຍາກໄດ້ແນ່ນອນ.
ຄຳເຫັນ
0