ວັນທີ 20 ເມສານີ້, ທ່ານສີຈິ້ນຜິງສຳຫຼວດກວດເບິ່ງສະພາບການອະນຸລັກສິ່ງແວດລ້ອມຂອງເຂດປ່າສະຫງວນທຳມະຊາດລະດັບຊາດນິວເປີ້ຍລຽງພູຊິນຫຼິ້ງ
ນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ກຳນົດເອົາການສ້າງຄວາມສີວິໄລທາງນິເວດເປັນເນື້ອໃນສຳຄັນອັນໜຶ່ງໃນການສຳຫຼວດຄົ້ນຄວ້າວຽກງານພາຍໃນປະເທດຢ່າງສະ ເໝີຕົ້ນສະເໝີປາຍ.ຫວ່າງກ່ອນນີ້ບໍ່ດົນ, ທ່ານສີຈິ້ນຜິງໄດ້ສຳຫຼວດກວດກາຢູ່ແຂວງສ້ານຊີ່ທາງພາກຕາເວັນຕົກຂອງຈີນ, ບ່ອນທຳອິດທີ່ທ່ານໄປສຳຫຼວດກວດເບິ່ງນັ້ນແມ່ນເຂດປ່າສະຫງວນທຳມະຊາດລະດັບຊາດນີວເປີ້ຍລຽງພູຊິນຫຼິ້ງ.
ໃນຖານະເປັນແນວປ້ອງກັນທາງທຳມະຊາດອັນສຳຄັນຂອງຈີນ, ສິ່ງແວດລ້ອມທຳມະຊາດຂອງພູຊິນຫຼິງເຄີຍຖືກທຳລາຍຍ້ອນບັນຫາການປຸກສ້າງເຮືອນວິນລາຢ່າງຜິດກົດໝາຍໃນຊຸມປີກ່ອນໜ້ານີ້. ຕໍ່ບັນຫານີ້, ທ່ານສີຈິ້ນຜິງໄດ້ອອກຄຳສັ່ງ 6 ເທື່ອ ໂດຍຮຽກຮ້ອງໃຫ້ເອົາໃຈໃສ່ແກ້ໄຂບັນຫານີ້ຢ່າງເຂັ້ມງວດແລະຕ້ອງແກ້ໄຂໃຫ້ເຖິງກົກເຖິງຮາກ.ປີ 2018, ເຮືອນວິນລາ 1100ກວ່າຫຼັງທີ່ປຸກສ້າງຢ່າງຜິດກົດໝາຍຢູ່ຕີນພູຊິນຫຼິ້ງໄດ້ຖືກມ້າງຕາມກົດໝາຍ, ພະນັກງານການນຳຫຼາຍຄົນຖືກສືບສວນຄະດີຍ້ອນໄດ້ກະທຳຜິດລະບຽບວິໄນຂອງພັກແລະກົດໝາຍຂອງລັດ.ຫາງສຽງສື່ມວນຊົນເຫັນວ່າເລື່ອງນີ້ເປັນສັນຍານອັນຈະແຈ້ງທີ່ສະແດງໃຫ້ເຫັນວ່າ:ຈີນໄດ້ເພີ່ມທະວີການປົກປ້ອງສິ່ງແວດລ້ອມທຳມະຊາດ,ປະຕິບັດການລົງວິໄນຕໍ່ພະນັກງານການນຳທີ່ປ່ອຍປະລະເລີຍການປະຕິບັດໜ້າທີ່.
ໃນການເຄື່ອນໄຫວເຮັດວຽກສຳຫຼວດຄົ້ນຄວ້າຢູ່ແຂວງສ້ານຊີ່ເທື່ອນີ້,ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ການນຳທຸກຂັ້ນຈົ່ງຢ່າກະທຳຜິດຊ້ຳຮອຍຢ່າງເດັດຂາດ,ເດັດຂາດບໍ່ໃຫ້ມີຫາງສຽງຈົ່ມວ່າຈາກປະຊາຊົນ ຖືກບັນທຶກໄວ້ໃນປະຫວັດສາດ. ຄຳສັ່ງອັນເຂັ້ມງວດລັກສະນະນີ້ໄດ້ສ່ອງແສງໃຫ້ເຫັນວ່າທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການອະນຸລັກສິ່ງແວດລ້ອມທຳມະຊາດ.
ນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ,ໃນແຜນຍຸດທະສາດການສ້າງສາທີ່ຫັນເປັນທັນສະໄໝຂອງຈີນ, ຄວາມສີວິໄລທາງດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມແລະນິເວດໄດ້ນອນຢູ່ໃນແຜນລວມຂອງ 5 ສ້າງສາສູ່ຄວາມເປັນອັນໜຶ່ງອັນດຽວກັນ.ໂດຍສະເພາະແມ່ນໄປຄຽງຄູ່ກັບຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່ໃນການພັດທະນາດ້ວຍຄຸນນະພາບສູງ, ຈີນຈິ່ງບໍ່ໄດ້ສະແຫວງຫາການເຕີບໂຕດ້ວຍຄວາມໄວສູງແບບຫຼັບຫູຫຼັບຕາໂດຍສົ່ງຜົນກະທົບດ້ວຍການທຳລາຍສິ່ງແວດລ້ອມທຳມະຊາດ, ເພື່ອບັນລຸເປົ້າໝາຍທີ່ ປົກປ້ອງລະບົບນິເວດທັງພັດທະນາເພື່ອລຶບລ້າງຄວາມທຸກຍາກໄປພ້ອມໆກັນ, ເຊິ່ງນັບມື້ນັບໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນແລະ ເປັນການການເຄື່ອນໄຫວຂອງພັກກຳອຳນາດ, ອົງການປົກຄອງທຸກຂັ້ນແລະທົ່ວສັງຄົມຂອງຈີນ.
ປີນີ້, ຈີນຈະເຮັດສຳເລັດໜ້າທີ່ເປົ້າໝາຍລຶບລ້າງຄວາມທຸກຍາກເດັດຖານແລະສ້າງສັງຄົມທີ່ອິ່ມໜຳສຳລານໃຫ້ສຳເລັດຮອບດ້ານ. ໃນຈຸດເວລາອັນພິເສດໃນປັດຈຸບັນ, ທ່ານສີຈິ້ນຜິງໄດ້ວາງແຜນປະຕິບັດງານກ່ຽວກັບການປົກປ້ອງລະບົບນິເວດແລະການພັດທະນາສີຂຽວຢູ່ແຂວງສ້ານຊີ່ນັ້ນແມ່ນມີຄວາມໝາຍເລິກເຊິ່ງແລະສຳຄັນຫຼາຍ.
ດ້ານໜຶ່ງ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນສິ່ງທ້າທາຍອັນຂ້ຽວຂາດຕໍ່ການພັດທະນາເສດຖະກິດສັງຄົມຂອງຈີນ. ຈີນຈະຊ້ຳຮອຍເກົ່າທີ່ເດີນຕາມເສັ້ນທາງພັດທະນາທີ່ມີປະສິດທິພາບຕ່ຳຫຼືບໍ່? ຈະໂຍະຍານຄວາມເຄັ່ງຄັດໃນການອະນຸລັກສິ່ງແວດລ້ອມຫຼືບໍ່?
ອີກດ້ານໜຶ່ງ, ເວົ້າສຳລັບແຂວງສ້ານຊີ່ ທີ່ເປັນແຂວງທາງພາກກາງແລະຕາເວັນຕົກ, ຈະເຮັດແນວໃດເພື່ອເຮັດສຳເລັດໜ້າທີ່ເປົ້າໝາຍທີ່ລຶບລ້າງຄວາມທຸກຍາກດ້ວຍການອະນຸລັກລະບົບນິເວດແລະເຮັດສຳເລັດໜ້າທີ່ໃນການລຶບລ້າງຄວາມທຸກຍາກຢ່າງຮອບດ້ານໃນປີນີ້?
ສຳລັບຄຳຖາມຂໍ້ທຳອິດ, ທ່ານສີຈິ້ນຜິງໄດ້ໃຫ້ຄຳຕອບອັນຈະແຈ້ງຄືເດັດຂາດບໍ່ໃຫ້ລົດລະໃນການປົກປ້ອງລະບົບນິເວດ. ກ່ຽວກັບບັນຫາທີ່ຄວນແກ້ໄຂການພົວພັນລະຫວ່າງການປົກປ້ອງລະບົບນິເວດກັບການລຶບລ້າງຄວາມທຸກຍາກ, ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພູຂຽວນ້ຳໃສເປັນຊັບສົມບັດທາງທຳມະຊາດທັງເປັນຊັບສົມບັດທາງເສດຖະກິດ.
“ຖ້າວ່າມະນຸດເຮົາບໍ່ທຳລາຍພູຜາທຳມະຊາດ, ພູຜາທຳມະຊາດກໍຈະສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດແນ່ນອນ.” ນີ້ເປັນທັດສະນະຫຼ້າສຸດຂອງທ່ານສີຈິ້ນຜິງທີ່ສະເໜີອອກໃນເວລາສຳຫຼວດກວດກາວຽກງານຢູ່ແຂວງສ້ານຊີ່ ເຊິ່ງໄດ້ຊີ້ແຈງອີກຄັ້ງໜຶ່ງກ່ຽວກັບການພົວພັນທີ່ເປັນເອກະພາບແບບສັດຈະວິພາກລະຫວ່າງການປົກປ້ອງລະບົບນິເວດກັບການພັດທະນາເສດຖະກິດສາມາດຍືນຍົງຄົງຕົວນຳກັນແລະສ້າງຜົນປະໂຫຍດໃຫ້ແກ່ກັນໄດ້. ນອກນີ້ຍັງສະແດງໃຫ້ເຫັນວ່າບໍ່ວ່າຈະປະສົບຄວາມຫຍຸ້ງຍາກປະການໃດກໍຕາມ, ຈີນກໍຈະສືບຕໍ່ກ້າວໄປຕາມເສັ້ນທາງພັດທະນາສີຂຽວຕໍ່ໄປ.
ຄຳເຫັນ
0