尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການລົງທຶນຂອງວິສາຫະກິດອາເມຣິກາມີມູນຄ່າມະຫາສານພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຍ້ອນມີຄວາມໝັ້ນໃຈຕໍ່ຈີນ

2020-04-24 23:21:16 cri

ວັນທີ 22 ເມສານີ້, ຢູ່ນະຄອນຫຼວງປັກກິ່ງ, ນະຄອນຮຸ້ຍ​ໂຈ່​ວ​ແຂວງກວາງຕຸ້ງຂອງຈີນ ​ແລະ ນະຄອນດາລັສຂອງອາເມຣິກາ ໄດ້ຈັດພິທີເປີດໂຄງການກໍ່ສ້າງ Ethylene ຂອງບໍລິສັດ ExxonMobil ຢ່າງເປັນທາງການຢູ່ເມືອງຮຸ້ຍໂຈ່ວແຂວງກວາງຕຸ້ງທາງອິນເຕີເນັດ ເຊິ່ງໄດ້ຮັບຄວາມສົນໃຈຈາກຄົນທັງຫລາຍ. ໂຄງການນີ້ມີມູນຄ່າການລົງທຶນທັງໝົດປະມານ 10 ຕື້ໂດລາສະຫະລັດ. ເລີ່ມແຕ່ການຮ້ອງຂໍການລົງທຶນໃນໂຄງການ ຈົນຮອດການກວດກາອະນຸມັດ ແລະ ລົງມືກໍ່ສ້າງຢ່າງເປັນທາງການ ພຽງແຕ່ໃຊ້ເວລາ 18 ເດືອນເທົ່ານັ້ນ.

图片默认标题_fororder_微信图片_20200424231742
ປັດຈຸບັນ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງ​ຜົນເຮັດໃຫ້ການສະໜອງກັບຄວາມຕ້ອງການຜິດດ່ຽງກັນຢ່າງໜັກໜ່ວງ, ລາຄານ້ຳມັນສາກົນມີການເໜັງຕີງຢ່າງໃຫຍ່ ແລະ ຕົກຕ່ຳລົງ. ແຕ່ບໍລິສັດ ExxonMobil ເຊິ່ງເປັນບໍລິສັດນຳໜ້າດ້ານອຸດສາຫະກຳເຄມີພັນນ້ຳມັນເຊື້ອໄຟລະດັບສາກົນ ໄດ້ລົງທຶນໃນໄລຍະຍາວຢູ່ຈີນດ້ວຍທຶນຮອນກ້ອນໃຫຍ່, ນີ້ສະແດງໃຫ້ເຫັນວ່າບໍລິສັດດັ່ງກ່າວມີຄວາມໝັ້ນໃຈທີ່ເດັດດ່ຽວໜຽວແໜ້ນແລະ ມີການຄາດຄະເນຕໍ່ຈີນໄປໃນແງ່ດີ, ສະນັ້ນ ຄວາມໝັ້ນໃຈ ແລະ ການຄາດຄະເນແບບນີ້ແມ່ນມາຈາກໃສ? ບໍ່ພຽງແຕ່​ແມ່ນມາຈາກ “ກຳລັງແຂ່ງຂັນຕົວຈິງ” ຈາກພື້ນຖານໂຄງລ່າງທີ່​ດີ​ສົມບູນແລະອຸດສາຫະກໍາທີ່ຄົບຊຸດຂອງຈີນເທົ່ານັ້ນ, ຫາກ​ຍັງມາຈາກ “ເງື່ອນໄຂສະພາບແວດລ້ອມທີ່ດີ” ຄື: ຈີນໄດ້ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງ ແລະ ມີສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານ ດາເຣັນ ວຸດສ໌ ຫົວໜ້າຜູ້ອຳນວຍການ​ບໍລິຫານ​ງານຂອງບໍລິສັດດັ່ງກ່າວໄດ້ກ່າວໃນພິທີກໍ່ສ້າງໂຄງການວ່າ: ນອກຈາກພື້ນຖານໂຄງລ່າງແລ້ວ, ກົດໝາຍແລະກົດລະບຽບສະບັບໃໝ່ກໍ່ໄດ້ເອື້ອອຳນວຍຕໍ່ກຳລັງແຂ່ງຂັນທາງເສດຖະກິດຂອງຈີນຕື່ມອີກ.

ຫຼັງປະສົບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ນັກການເມືອງອາເມຣິກາບາງຄົນໄດ້ປຸກ​ປັ່ນ​ໃຫ້ຕ່ອງໂສ້ອຸດສາຫະກຳອາເມຣິກາ-ຈີນຕັດຂາດຈາກກັນ, ຈົນວ່າໄດ້ສະເໜີໃຫ້ລັດຖະບານປະເທດຕົນພິຈາລະນາຮັບຜິດຊອບຄ່າ​ໃຊ້​ຈ່າຍ​ຂອງວິສາຫະກິດອາເມຣິກາ​ໃນ​ການຖອນອອກຈາກປະເທດຈີນ. ​ແຕ່ໂຄງການກໍ່ສ້າງຂອງວິສາຫະກິດອາເມຣິກາຢູ່ຈີນທີ່ມີມູນຄ່າ 10 ຕື້ໂດລາສະຫະລັດໄດ້ເລີ່ມດຳເນີນຢ່າງເປັນທາງການ ເຊິ່ງເປັນການຕອບໂຕ້ຢ່າງແຂງແຮງ ແລະ ຈະແຈ້ງຕໍ່ຖ້ອຍຄວາມທີ່ຜິດພາດທີ່ວ່າ “ປາສະຈາກປະເທດຈີນ” ໃນຕ່ອງໂສ້ອຸດສາຫະກຳ.

ໃນ 3 ເດືອນຜ່ານມາ, ຈີນໄດ້ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ໂດຍອີງໃສ່ການວາງນະໂຍບາຍ​ແລະ​ໃຊ້​ມາດ​ຕະການທີ່ຖືກຕ້ອງແລະແມ່ນຢຳ, ສາມາດປຸກລະດົມແລະປະຕິບັດງານທີ່ເຂັ້ມແຂງ ກໍຄືຄວາມສາມັກຄີ​ແລະ​ນ້ຳ​ໃຈ​ອຸທິດ​ຕົນ​ຂອງປະຊາຊົນຈຳນວນ 1,4 ຕື້ຄົນ, “ໂຮງງານຂອງໂລກ” ໄດ້ສະແດງໃຫ້ເຫັນເຖິງແຮງຕ້ານທານທາງເສດຖະກິດທີ່ເຂັ້ມແຂງ, ທັງສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງຕ່າງປະເທດທີ່ຈະສືບຕໍ່ລົງທຶນຢູ່ຈີນ.

图片默认标题_fororder_微信图片_20200424231735
ສະພາການຄ້າອາເມຣິກາຢູ່ຈີນ, ສະພາການຄ້າອາເມຣິກາຢູ່ຊຽງໄຮ້ແລະ PricewaterhouseCoopers ປະຈໍາຈີນ ໄດ້ເຜີຍແຜ່ບົດລາຍງານຜົນການສຳຫລວດປະສົມບົດໜຶ່ງໃນວັນທີ 17 ເມສານີ້ ໂດຍລະບຸວ່າ: ໃນຈຳນວນວິສາຫະກິດອາເມຣິກາຢູ່ຈີນທີ່ໃຫ້ສຳພາດນັ້ນ, ໄດ້ມີຫຼາຍກວ່າ 70% ກ່າວວ່າ: ຈະບໍ່ຍ້າຍຖານການຜະລິດ, ການສະໜອງ ຫຼື ການບໍລິການດ້ານການຈັດຊື້ໄປຕ່າງປະເທດຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ຫົວໜ້າຜູ້ອຳນວຍການບໍລິຫານງານຂອງບໍລິສັດ Strix ອັງກິດ ເຊິ່ງເປັນບໍລິສັດຜະລິດເຄື່ອງຄວບຄຸມອຸນຫະພູມຂອງໝໍ້ຕົ້ມນ້ຳໄຟຟ້າ(Electric kettle) ທີ່ມີຊື່ສຽງໃນໂລກຊີ້ໃຫ້ເຫັນວ່າ: ການທີ່ມີລະບຽບ​ແບບ​ແຜນ ແລະ ມີລະບຽບວິ​ໄນແບບຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ມີຜົນດີຕໍ່ການຟື້ນຟູການເຮັດວຽກແລະການຜະລິດຂອງວິສາຫະກິດຄືນໃໝ່.

图片默认标题_fororder_微信图片_20200424231749
ອີງຕາມການຄາດຄະເນຈາກນັກວິເຄາະຂອງ JP Morgan, ຈີນຈະນຳໜ້າກ່ອນໝູ່ທີ່ສາມາດພົ້ນອອກຈາກສະພາບການເຕີບໂຕດ້ານເສດຖະກິດທີ່ຊັກຊ້າລົງຍ້ອນເຊື້ອພະຍາດ. ຈີນມີທ່າແຮງໃນດ້ານລະບົບອຸດສາຫະກຳທີ່ສົມບູນ, ພື້ນຖານໂຄງລ່າງທີ່ສົມບູນ, ບຸກຄະລາກອນແລະຊັບພະຍາກອນແຮງງານທີ່ສົມບູນ ແລະທ່າແຮງອື່ນໆ ທີ່ໄດ້ສະສົມໄວ້ໃນການພັດທະນາຕະຫຼອດຫຼາຍສິບປີຜ່ານມາ, ທັງໝົດເຫຼົ່ານີ້ ແມ່ນແຕ່ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໂດຍບັງເອີນຮອບໜຶ່ງໃນໄລຍະສັ້ນຈະບໍ່ສາມາດມາປ່ຽນແປງໄດ້ຢ່າງ​ເດັດຂາດ.

图片默认标题_fororder_微信图片_20200424231754
ເສດຖະກິດຈີນຈະພັດທະນາໄປໃນທາງທີ່ດີ​ໃນ​ໄລຍະ​ຍາວບໍ່ໄດ້ມີການປ່ຽນແປງ, ຈີນໃນຖານະເປັນຈຸດເຊື່ອມຕໍ່ທີ່ສຳຄັນຂອງຕ່ອງໂສ້ອຸດສາຫະກຳຂອງໂລກ ກໍຄືຈຸດໝາຍປາຍທາງແຫ່ງການລົງທຶນທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວໂລກ ກໍ່ຈະບໍ່ມີການປ່ຽນແປງເຊັ່ນກັນ. ໃນອະນາຄົດ, ຈີນຈະເປີດປະຕູສູ່ພາຍນອກນັບມື້ນັບກວ້າງອອກ, ສ່ວນວິສາຫະກິດຂ້າມຊາດທີ່ມີວິໄສທັດຍາວໄກແລະຈະແຈ້ງເຫຼົ່ານັ້ນ, ຈະໄດ້ຮັບໂອກາດແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າໃນການເຂົ້າຮ່ວມຂະບວນການພັດທະນາແລະຟື້ນຟູເສດຖະກິດຄືນໃໝ່ຂອງຈີນ.

ຄຳ​ເຫັນ

0