黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ການ​ຮັບ​ປະ​ກັນ​ໃນ 6 ດ້ານ ແລະ ຮັກ​ສາ​ຄວາ​ມ​ໝັ້ນ​ທ່ຽງ​ໃນ 6 ດ້ານ, ​ບັນ​ລຸ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ທຸກ​ຍາກ​ຕາມ​ເວ​ລາ​ກຳ​ນົດ

2020-04-24 19:13:05 cri

ອີງ​ຕາມ​ແຜນ​ການ, ປີນີ້ ຈີນ​ຈະ​ສຳ​ເລັດ​ໜ້າ​ທີ່​ລົບ​ລ້າງ​ຄວາມ​ທຸກ​ຍາກ​ ແລະ​ບັນ​ລຸ​ການ​ສ້າງ​ເປັນ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ.

ແຕ່​ວ່າ ສະ​ພາບ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ເປົ້າ​ໝາຍ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ຫ່າງ​ຈາກ​ການ​ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ດັ່ງ​ກ່າວ​ຍັງ​ເຫຼືອ​ແຕ່ 200 ກວ່າມື້​ເທົ່າ​ນັ້ນ, ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ຕາມ​ເວ​ລາ​ກຳ​ນົດ​ໄດ້ຫຼືບໍ່?

ໃນ​ໄລ​ຍະ​ທີ່​ທ່ານ​ສີ​ຈິ້ນ​ພິງ​ລົງ​ໄປ​ກວດ​ການ​ແຂວງ​ສ້ານ​ຊີ ​ແຕ່ວັນ​ທີ 20 ຫາ 23 ເມ​ສານີ້, ​ໄດ້​ຊີ້​ແຈງ​ທິດ​ທາງ​ແລະ​ເສັ້ນ​ທາງ​ໃຫ້​ແກ່​ການ​ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ລົບ​ລ້າງ​ຄວາມ​ທຸກ​ຍາກ.

ໃນຕອນບ່າຍວັນທີ 20 ແລະຕອນເຊົ້າວັນທີ 21 ເມສານີ້, ທ່ານສີຈິ້ນຜິງໄດ້ໄປຮອດສອງເມືອງ ທີ່ຕັ້ງຢູ່ເຂດພູດອຍຊີນຫຼີງແລະຕ້າປ່າຊ່ານ. ເຂດດັ່ງກ່າວເປັນໜຶ່ງໃນເຂດທຸກຍາກທີ່​ສຸດ 14 ແຫ່ງ​ຂອງ​ຈີນ. ທ່ານສີຈິ້ນຜິງໄດ້ໄປກວດກາຂະແໜງການປູກເຫັດຫູໜູ ແລະສວນປູກ​ຕົ້ນຊາ​ທ້ອງ​ຖິ່ນ, ຍັງໄດ້ໄປ​ຢ້ຽມຢາມຄຸ້ມຊຸມຊົນ, ໂຮງໝໍ ແລະໂຮງຮຽນໃຈກາງຢູ່ເມືອງ ເກົ່າໂດຍສະເພາະ.

​ໃນ​ເວ​ລາ​ກວດ​ການ, ທ່ານສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງມີ​ການ​ຮັບ​ປະ​ກັນ​ໃນ 6 ດ້ານ ແລະ ຮັກ​ສາ​ຄວາ​ມ​ໝັ້ນ​ທ່ຽງ​ໃນ 6 ດ້ານ ເພື່ອ​ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ເກີດມາຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຮັບ​ປະ​ກັນ​ໃຫ້​ສຳເລັດເປົ້າ​ໝາຍຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ສ້າງ​ສັງ​ຄົມ​ທີ່ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ.

ການ​ຮັບ​ປະ​ກັນ​ໃນ 6 ດ້ານ​ກໍ​ຄື: ຮັ​ບ​ປະ​ກັນ​ການມີ​ວຽກ​ເຮັດ​ງານ​ທຳຂອງ​ປະຊາຊົນ, ຮັບປະກັນ​​ພື້ນຖານການ​ດຳລົງຊີວິດ​​ຂອງ​ປະຊາຊົນ, ຮັບ​ປະ​ກັນ​ການເຄື່ອນໄຫວ​ຂອງຕະຫຼາດ, ຮັບ​ປະ​ກັນ​ຄວາມປອດ​ໄພດ້ານ​ທັນ​ຍາ​ຫານແລະພະ​ລັງ​ງານ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ທ່ຽງ​ຂອງຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂັ້ນ​ຮາກ​ຖານ.

 ສ່ວນການຮັ​ກ​ສາ​ຄວາມ​ໝັ້ນ​ທ່ຽງໃນ​ 6 ດ້ານ​ກໍ​ຄື: ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​​ປະ​ກອບ​ອາ​ຊີບ​, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ທະ​ນາ​ຄານ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ການ​ລົງ​ທຶນຂອງຕ່າງປະ​ເທດ ແລະ ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ຄາດ​ໝາຍ.

“ຄວາມ​ໝັ້ນ​ທ່ຽງ” ແມ່ນ​​ສະ​ພາບ​ກວມ​ລວມ, “ການ​ຮັບ​ປະ​ກັນ” ແມ່ນ​ຮັບ​ປະ​ກັນ​ເສັ້ນ​ເພ​ດານ​ຕ່ຳ​ສຸດ.

ໃນ​ເວ​ລາໄປກວດກາວຽກງານຢູ່​ແຂວງ​ສ້ານ​ຊີ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້ໃຫ້ຄວາມສຳຄັນທີ່ສຸດ ຕໍ່ວຽກ​ງານການລຶບລ້າງຄວາມ​ທຸ​ກ​ຍາກ​ ດ້ວຍ​ການ​ພັດທະນາ​ອຸດສາຫະກຳ,ບົນ​ພື້ນ​ຖານ “ຄວາມ​ໝັ້ນທ່ຽງ” ແລະ “ການຮັບ​ປະ​ກັນ”, ຍັງ​ຕ້ອງ​ມີ​ການ “ພັດ​ທະ​ນາ” ອີກ.

ຂໍຍົກ​ເອົາແຂວງ​ສ້າ​ນ​ຊີ່​ເປັນ​ຕົວ​ຢ່າງ​ຄື​ເກົ່າ: ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຂອງ​ທ້ອງ​ຖິ່ນ ​ບໍ່​ພຽງ​ແຕ່​ອີງ​ອາ​ໄສ “ການ​ຊ່ວຍ​ເຫຼືອ​ຈາກ​ພາຍນອກ​” ເທົ່າ​ນັ້ນ, ຫາກ​ຍັງ​ຈະຕ້ອງເອົາ​ໃຈ​ໃສ່​​ອົບ​ຮົມ​ບົ່ມ​ສ້າງ​ອຸດສາຫະກຳ ​ເພື່ອ​ສ້າງ​ຄວາມ​ສາມາດ​ໃຫ້​ຕົນເອງ​ອີກ​ດ້ວຍ,ຕ້ອງ​ຈັດ​ເອົາ​ຄຸນ​ນະ​ພາບ​ດ້ານ​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ​ໄວ້​ຢູ່​ອັນ​ດັບ​ໜຶ່ງ, ສ້າງ​ພູ​ຂຽວ​ນ້ຳ​ໃສ​ໃຫ້​ກາຍ​ເປັນ​ພູ​ເງິນ​ພູ​ຄຳ ດ້ວຍ​ແນວຄວາມຄິດພັດ​ທະ​ນາ​ໃໝ່, ​ໃຫ້ເຕັກ​ນິກ​ຖ່າຍ​ທອດ​ສົດ​ຂາຍ​ສິນ​ຄ້າ​ທາງ​ອິນ​ເຕີ​ເນັດ ເຊື່ອມຕໍ່​ກັບ​ຕະຫຼາດ​ໃຫຍ່ ແລະ ເຮັດ​ໃຫ້​ຕ່ອງ​ໂສ້​ອຸດສາຫະກຳການ​ຜະ​ລິດ​ຂະ​ຫຍາຍ​ຕົວ.

 ເມື່ອ​ສັງ​ເກດ​ຈາກ​ຂອບ​ເຂດ​ທົ່ວ​ປະ​ເທດ​ແລ້ວ​ເຫັນ​ວ່າ: ເສດ​ຖະ​ກິດທີ່​ແທ້ຈິງ ໂດຍ​ສະ​ເພາະ​ແມ່ນ​ອຸດສາຫະກຳການ​ຜະ​ລິດ ​ໄດ້ອີງ​ໃສ່ “ເຕັກ​ນິກ​ຂັ້ນສູງ(cloud technology)” ແລະ ເຕັກ​ນິກ​ອື່ນໆ​ ເພື່ອນຳມາໃຊ້ໃນການ​ຜະ​ລິດ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃໝ່ ເຊັ່ນ: 5G ແລະ ລະບົບ​ອິນ​ເຕີ​ເນັດ​ແຫ່ງ​ສັບພະ​ສິ່ງ​ເປັນ​ຕົ້ນ ​ໄດ້​ກາຍ​ເປັນ “ທາງ​ດ່ວນ​ໃໝ່” ທີ່​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ທີ່ຍືນຍົງ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ ການ​ຕາບ​ຈູນ​ຄວາມ​ບົກ​ຜ່ອງ​ດ້ານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ຢູ່​ຊົນ​ນະ​ບົດ ເຮັດ​ໃຫ້​ຂັ້​ນ​ຮາກ​ຖານ​ມີ​ຄວາມ​ໝັ້ນ​ຄົງ​ກວ່າ​ເກົ່າ ເຊິ່ງ​ຈະ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ ​ພັດ​ທະ​ນາ​ໄດ້​ໄວ​ກວ່າ​ເກົ່າແລະ ມີ​ຄຸນ​ນະ​ພາບ​ສູງ​ກວ່າ​ເກົ່າ.

ທ່ານໂຣເບີດ ໂລຣານສ ກູນ, ປະທານມູນນິທິກູນຂອງອາເມຣິກາຕີລາຄາວ່າ, ນັກປະຫວັດສາດໃນອະນາຄົດ ຈະບັນທຶກການເຄື່ອນໄຫວລົບລ້າງຄວາມທຸກຍາກຂອງຈີນ ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດນັ້ນ ໃຫ້ເປັນການປະ ກອບສ່ວນທີ່ສໍາຄັນທີ່ສຸດໃນປະຫວັດສາດຂອງໂລກ ໃນດ້ານການປັບປຸງຊີວິດ ການເປັນຢູ່ຂອງມວນມະນຸດໃຫ້ດີຂຶ້ນ.

ປິນີ້,ຈີນບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຮອບດ້ານຕາມເວລາກໍານົດ, ຈະໝາຍຄວາມວ່າ ຈີນບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ທີ່ລະບຸໄວ້ໃນວາລະການພັດທະນະແບບຍືນຍົງປີ 2030 ຂອງອົງການ ສະຫະປະຊາຊາດ ກ່ອນ​ເວ​ລາ​ກຳ​ນົດ 10 ປີ ເຊິ່ງມີຄວາມໝາຍທີ່ສໍາຄັນຕໍ່ ທົ່ວໂລກ.

ຄຳ​ເຫັນ

0