何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ເຫັນ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ເວລາ​ສຳ​ຫຼວດກວດ​ເບິ່ງ​ຢູ່​ແຂວງ​ສ້າ​ນຊີ່

2020-04-24 20:58:42 CRI

ວັນທີ20 ຫາວັນທີ 23 ເມສານີ້, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫລວດກວດກາວຽກງານຢູ່ ແຂວງສ້ານຊີ່ຂອງຈີນ. ນີ້ເປັນເທື່ອທີ 3 ທີ່ທ່ານສີຈິ້ນຜິງເດີນທາງຈາກປັກກິ່ງໄປສຳຫລວດກວດກາວຽກ​ງານຢູ່ຕ່າງແຂວງນັບ​ຕັ້ງແຕ່ທ່ານບັນຊາການຕ້ານກັບພະຍາດໂຄວິດ-19 ເປັນຕົ້ນມາ. ຕອນ​ບ່າຍວັນທີ 20 ເມສານີ້, ເມື່ອເດີນທາງໄປຮອດແຂວງສ້ານຊີ່ແລ້ວ ທ່ານສີຈິ້ນຜິງກໍໄດ້ເດີນທາງໄປສຳຫຼວດກວດເບິ່ງສະພາບການອະນຸລັກສິ່ງແວດລ້ອມ ນິວເປີ້ຍລຽງ​ຢູ່​ພູສິນຫຼິ້ງ. ນັບແຕ່ກອງປະຊຸມໃຫຍ່ ​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງທີ 18ເປັນຕົ້ນມາ, ທ່ານສີຈິ້ນຜິງກໍໄດ້ໃຫ້ທິດຊີ້ນຳສຳຄັນຫຼາຍຄັ້ງກ່ຽວກັບການ​ແກ້​ໄຂບັນຫາປຸກສ້າງເຮືອນວິນລາ​ຢ່າງ​ຜິດ​ກົດ​ໝາຍຢູ່​ທິດເໜືອຂອງ​ຕີນພູຊິນຫຼິ້ງຂອງນະຄອນຊີອ່ານແລະ ໃຫ້ເອົາໃຈໃສ່ເພີ່ມທະວີການອະນຸລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດຕາມສາຍພູສິນຫຼິ້ງ. ທ່ານສີຈິ້ນຜິງໃຫ້ຄວາມ​​ສຳ​ຄັນ​ໃນການແກ້ໄຂບັນຫາດັ່ງກ່າວ​ໃຫ້​ເຖິງ​ກົກ​ເຖິງ​ຮາກເຊິ່ງປັດຈຸບັນນີ້ ເຮືອນວິນລາ​ທີ່​ປຸກສ້າງ​ຂຶ້ນ​ຢ່າງ​ຜິດ​ກົດ​ໝາຍ​ນັບເປັນພັນ​ກວ່າຫຼັງໄດ້ຖືກມ້າງ​​ແລະຟື້ນຟູສະຖານທີ່ແຫ່ງນັ້ນໃຫ້ກັບຄືນສູ່ຄວາມເປັນທຳມະຊາດ​ແລ້ວ.

图片默认标题_fororder_VIP1-2

ທ່ານສີຈິ້ນຜິງກ່າວວ່າ: ສ້ານຊີ່ຕ້ອງລົງເລິກຖອດຖອນບົດຮຽນຈາກການປຸກສ້າງເຮືອນວິນລາທີ່ຜິດກົດໝາຍຢູ່ພູຊິນຫຼິ້ງ, ​ທົບ​ທວນ​ຄືນການກະທຳຜິດ, ຖືສິ່ງນີ້ເປັນສະຕິເຕືອນໃຈ​ຢູ່ສະ​ເໝີ. ຕ້ອງເປັນຜູ້​ປ້ອງ​ກັນລະ​ບົບ​ນິ​ເວດ​ຂອງ ສາຍພູສິນຫຼິ້ງໃຫ້ດີ, ບໍ່ໃຫ້ມີການກະທຳຜິດ​ຊ້ຳ​ຮອຍຢ່າງເດັດຂາດ, ​ເດັດ​ຂາດ​ບໍ່ໃຫ້ມີຫາງສຽງຈົ່ມວ່າຈາກປະຊາຊົນຖືກບັນທຶກໄວ້ໃນປະຫວັດສາດ. ທ່ານກ່າວຕື່ມວ່າ: “​ນັບແຕ່ນີ້ເປັນຕົ້ນໄປ, ຜູ້ຈະມາເປັນພະນັກງານ​ການນຳຢູ່ແຂວງສ້ານຊີ່, ທຳອິດ​ຄວນຕ້ອງຮຽນຮູ້ບົດຮຽນນີ້​ສາ​ກ່ອນ.” ຖ້າວ່າມະນຸດເຮົາບໍ່ທຳລາຍພູຜາທຳມະຊາດ, ​ພູຜາທຳມະຊາດກໍຈະ​ສ້າງ​ຜົນ​ປະ​ໂຫຍດໃຫ້ແກ່ມວນມະນຸດ​ແນ່ນອນ.

 

图片默认标题_fororder_VIP1-1

ຄຳ​ເຫັນ

0