黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ຕ້ອງ​ຖື​ເອົາ​ວິ​ທະ​ຍາ​ສາດ​ເປັນຫຼັກ​ອ້າງ​ອີງ

2020-04-25 17:17:30 cri

 

ວັນ​ທີ 21 ເມ​ສາ​ນີ້, ໂດຍ​ແນ​ໃສ່​ຄວາມ​ເວົ້າທີ່​ຜິດ​ພາດ​ຕ່າງໆ ກ່ຽວ​ກັບ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ໄດ້​ເຜີຍ​ແຜ່​ຕາມ​ສື່ມວນ​ຊົນ​ ແລະ ສື່​ສັງ​ຄົມ​ອອນ​ລາຍ​ຕ່າງໆ, ໂຄ​ສົກ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ຫຼັກ​ຖານ​ທາງວິທະຍາສາດທີ່​ຖືກ​ເປີດ​ເຜີຍ​ທັງ​ໝົດ​ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ, ເຊື້ອ​ພະ​ຍາດ​ໂຄວິດ-19 ບໍ່​ແມ່ນ​ມາ​ຈາກ​ການ​ທົດ​ລອງ​ໃນ​ຫ້ອງ​ທົດ​ລອງ.

 

ອົງ​ການ​ອະ​ນາ​ໄມ​ໂລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ປະ​ເທດ​ຕ່າງໆ ​ທີ່ພະ​ຍາ​ຍາມ​ຊອ​ກ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19.

 

ການ​ສະ​ແດງ​ທ່າ​ທີ​ອັນ​ເຄັ່ງ​ຂຶມ​ດັ່ງ​ກ່າວ, ເປັນ​ການ​ເຄົາ​ລົບ​ຕໍ່​ວິ​ທະ​ຍາ​ສາດ ແລະ ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ ຕໍ່​ຄວາມ​ເຂົ້າ​ໃຈອັນ​ຜິດ​ພາດ​ຕ່າງໆ ທັງ​ເປັນ​ການ​ໂຕ້​ຕອບ​ທີ່​ເຂັ້ມແຂງ ຕໍ່​ຖ້ອຍ​ຄຳທີ່​ຜິດພາດ ຕ່າງໆ ກໍ​ຄື​ຖ້ອຍ​ຄຳ​ທີ່​ວ່າ “​ມີກົນ​ອຸ​ບາຍຂອງບາງປະເທດ ແອບແຝງຢູ່​ເບື້ອງຫຼັງ”​​,

 

ນອກນີ້ ຍັງເປັນ​ຜົນ​ດີ​ຊ່ວຍ​ໃຫ້​ປະ​ຊາ​ຄົມ​ໂລກ​ຮັບ​ຮູ້​ຄວາມ​ຈິງ ແລະ ສາມາດເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນໄດ້.

 

ການ​ເອົາ​ຊະ​ນະ​ບັ້ນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ, ການ​ຄົ້ນ​ພົບ​ແຫຼ່ງ​ກຳ​ເນີດ ແລະ ສາຍ​ເຫດທີ່ພາໃຫ້ເກີດມີ​ເຊື້ອ​ພະ​ຍາດ​ ແມ່​ນ​ສຳ​ຄັນ​ທີ່​ສຸດ.

 

 ແຕ່​ເລື່ອງວິ​ທະ​ຍາ​ສາດ​ຕ້ອງມອບ​ໃຫ້​ວິ​ທະ​ຍາ​ສາດ​ເປັນ​ຜູ້​​ໃຫ້​ຄຳ​ຕອບ, ບັນ​ຫາ​ດ້ານວິ​ຊາ​ການ​ຕ້ອງ​ຟັງ​ຄວາມ​ເຫັນ​ຂອງວິ​ຊາ​ການ.

 

ວັນ​ທີ 19 ກຸມ​ພາ​ຜ່ານ​ມາ, ກໍ​ມີ​ຜູ້​ຊ່ຽວ​ຊານ​ການ​ແພດ 27 ທ່ານ​ຈາກ 8 ປະ​ເທດ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຢູ່​ວາ​ລະ​ສານ “Lancet” ທີ່​ເປັນ​ວາ​ລະ​ສານການ​ແພດ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ໂລກ ໂດຍ​ຊີ້​ອອກວ່າ:

 

 “ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໄດ້​ວິ​ເຄາະ​​ລຳ​ດັບໝວດ​ແຊນ SARS-CoV-2 ທີ່​ເປັນ​ຈຸ​ລະ​ຊີບ ກໍ່​ໃຫ້​ເກີດ​ພະ​ຍາ​ດ​ດັ່ງ​ກ່າວ ແລະ ໄດ້​ເປີດ​ເຜີຍ​ຜົນ​ການ​ຄົ້ນ​ຄວ້າ​ອອກ​ມາ​ແລ້ວ.

 

ຜົນ​ການ​ຄົ້ນ​ຄວ້າ​ດັ່ງກ່າວ​ໄດ້​ພິ​ສູດ​ໃຫ້​ເຫັນ​​ຢ່າງ​ຈະແຈ້ງວ່າ: ເຊື້ອພະຍາດໂຄ​ວິດ-19 ຄື​ກັນ​ກັບເຊື້ອ​ພະຍາດອື່ນໆ​ທີ່​ຄົ້ນ​ພົບ​ໃໝ່, ລ້ວນ​ແຕ່​ມາ​ຈາກ​ສັດ​ປ່າ.

 

 ​ຜົນການ​ສະຫຼຸບທາງ​ວິ​ທະ​ຍາ​ສາດ​ດັ່ງ​ກ່າວ ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກຫົວ​ໜ້າ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ, ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳ, ສະ​ພາ​ບັນ​ດິດ​ແພດ​ສາດ​ອາ​ເມ​ຣິ​ກາ ແລະ ​ບຸກ​ຄົນ​ໃນວົງ​ການ​ວິ​ທະ​ຍາ​ສາດ​ຕ່າງໆ.”

 

 ທີມ​ງານ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ໄດ້​ພິມ​ບົດ​ຄວາມ​ລົງ​ໃນວາ​ລະ​ສານ “ທຳ​ມະ​ຊາດ-ການແພດ” ຂອງ​ອັງ​ກິດ ໂດຍ​ກ່າວ​ເນັ້ນ​ວ່າ: ຫຼັກ​ຖານ​​ຈາກການ​ຄົ້ນຄວ້າ​ວິ​ທະ​ຍາ​ສາດ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ເຊື້ອ​ພະ​ຍາດ​ທີ່​ພາ​ໃຫ້​ເກີດ​ພະ​ຍາດ​ໂຄວິດ-19 ແມ່ນ​ມາ​ຈາກວິ​ວັດ​ທະ​ນາ​ການ​ຂອງທຳ​ມະ​ຊາດ, ຫາກ​ບໍ່​ແມ່ນ​ມາ​ຈາກ​ການ​ສ້າງຂື້ນໃໝ່​ໃນ​ຫ້ອງ​ທົດ​ລອງ.

 

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ “ໄພ​ພິບັດທຳ​ມະ​ຊາດ”, ແມ່ນ​ເຊື້ອ​ພະ​ຍາດ​ທີ່​ມະ​ນຸດ​ເຮົາ​ບໍ່ທັນ​ໄດ້​ຮູ້​, ແຕ່ໄດ້​ໂຈມ​ຕີ​ມະ​ນຸດ​ເຮົາ​ຢ່າງ​ກະ​ທັນ​ຫັນ. ເຊື້ອ​ພະ​ຍາດ​ບໍ່​ມີ​ພົມ​ແດນ, ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ ​ບໍ່​ຈຳ​ແນກ​ເຊື້ອ​ຊາດ, ຈີນກໍ​ຄື​ກັນ​ກັບບັນ​ດາ​ປະ​ເທດ​ໃນ​ໂລກ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຊື້ອ​ພະ​ຍາດ.

 

ໃນ​ຂະ​ບວນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ຄັ້ງ​ນີ້, ການ​ສ້າງ​ປະ​ຊາ​ຄົມ​ຮ່ວ​ມຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ ແມ່ນວຽກອັນ​ຮີບ​ດ່ວນແລະມີ​ຄວາມ​ສຳ​ຄັນ​ຫລາຍ. ບັນ​ດາ​ປະ​ເທດ​ໃນ​ໂລກ​ມີ​ແຕ່​ຍຶດ​ໝັ້ນ​ໃນທັດ​ສະ​ນະ​ຄະ​ຕິ​ຂອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ສາ​ມັກ​ຄີ​ກັນ, ປະ​ສານ​ສົມ​ທົບ​ກັນ ແລະ ຮ່ວມ​ກັນ​ຮັບ​ມື​, ຈິ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະປົກ​ປັກ​ຮັກ​ສາ​ບ້ານ​ເມືອງ​ຂອງ​ມວນ​ມະ​ນຸດ​ໄດ້.

 

ຖ້ອຍ​ຄຳ​ທີ່​ຜິດພາດຕ່າງໆ ກໍ​ຄື​ຖ້ອຍ​ຄຳ​ທີ່​ວ່າ “ມີກົນ​ອຸ​ບາຍ​ແອບແຝງຢູ່​ເບື້ອງຫຼັງ”​ ທີ່​ໄດ້​ປັ້ນ​ແຕ່ງ​ຂຶ້ນຕາມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ທົ່ວ​ໂລກ ບໍ່​ພຽງ​ແຕ່​ຈະ​ບໍ່​ສາ​ມາດ​ຊ່ວຍ​​​ປະ​ເທດ​ຕ່າງໆ ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ພາ​ໃຫ້​ເກີດ​ມີແນວຄິດ​ທີ່​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ໃນ​ທີ່​ສຸດ, ກໍຈະທຳລາຍ​ຄວາມ​ພະ​ຍາ​ຍາມ​ຮ່ວມຂອງ​​ໂລກ​ ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ ແລະ ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ແກ່​ສະພາບ​ລວມ​ແຫ່ງການ​ຮ່ວມ​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ໃນ​ໂລກ.

 

ການ​ກະ​ທຳ​ທີ່​ເຜີຍ​​ແຜ່ຖ້ອຍ​ຄຳທີ່ວ່າ “​ມີ​ກົນ​ອຸ​ບາ​ຍແອບແຝງ​ຢູ່​ເບື້ອງຫຼັງ”, ການ​ສວຍ​ໃຊ້​ການ​ແຜ່​ລະ​​ບາດ​ຂອງ​ພະ​ຍາດ​ເພື່ອ​ເຮັ​ດ​ໃຫ້​ຊື່​ສຽງ​ຂອງ​ປະ​ເທດ​ອື່ນ​ເສື່ອມ​ເສຍ, ການ​ສະ​ແດງທ່າທີທີ່​ອັບ​ປະ​ຍົດ​ ທີ່ບໍ່ເອົາຫົວຊາ​ຕໍ່​ຄວາມເປັນ​ຈິງແລະຜິດ​ກັບຫຼັກ​ວິ​ທະ​ຍາ​ສາດ​ນັ້ນ, ​ທີ່​ຈິງ​ແລ້ວ, ທາດ​ແທ້​ຂອງ​ມັນ ​ແມ່ນ​ຝືນ​ກັບ​ວິ​ທະ​ຍາ​ສາດ, ເປັນການນຳ​ເອົາ​ບັນ​ຫາ​ສາ​ທາ​ລະ​ນະ​ສຸກ​​ຫັນ​ເປັນ​ບັນ​ຫາ​ການ​ເມືອງ

 

ສະນັ້ນ, ປະຊາຄົມໂລກຕ້ອງ​ຕໍ່​ຕ້ານ​ຢ່າງ​ເດັດ​ດ່ຽວ, ຮ່ວມ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຈິ່ງ​ແມ່ນ​ທ່າ​ທີ​ທີ່​ຖືກ​ຕ້ອງ ໃນ​ເວ​ລາ​ພວກ​ເຮົາ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

 

ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ: “ສິ່ງ​ທີ່ປະ​ຊາ​ຄົມໂລກຕ້ອງ​ການ​ທີ່​ສຸດ​ແມ່ນ ​ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ​, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ສາ​ມັກ​ຄີ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ຮອບ​ດ້ານ, ເຕົ້າ​ໂຮມ​ກຳ​ລັງ​ວັງ​ຊາ​ທີ່​ເຂັ້ມ​ແຂງ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຈັບ​ມື​ກັນຕໍ່​ສູ້ ເພື່ອຍາດເອົາຊະນະ​ໃນ​ການ​ຕ້ານກັບການແຜ່ລະບາດຂອງ​ພະ​ຍາດ​​ທີ່​ຮ້າຍ​ແຮງ​ໃນ​ຄັ້ງ​ນີ້”.

 

ການ​ເຄົາ​ລົບນັບຖືນ້ຳ​ໃຈ​ວິ​ທະ​ຍາ​ສາດ, ການກະ​ຕຸກ​ຊຸກ​ຍູ້​ກຳ​ລັງ​ສາ​ມັກ​ຄີ​ກັນ, ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຍ່ອມ​ຈະສາມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດແລະ ມຸ້ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສວຍ​ງາມກວ່າ​ເກົ່າ​.

 

 

ຄຳ​ເຫັນ

0