何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າແຮງດ້ານລະບອບເປັນທ່າແຮງໃຫຍ່ທີ່ສຸດຂອງຈີນໃນການເອົາຊະນະພະຍາດໂຄວິດ-19

2020-04-27 18:08:58 CRI

ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຖືກທ່ານກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດເອີ້ນວ່າ ເປັນ “ເຫດການວິກິດການທົ່ວໂລກທີ່ເປັນສິ່ງທ້າທາຍໃຫຍ່ທີ່ສຸດນັບແຕ່ສົງຄານໂລກຄັ້ງທີສອງເປັນຕົ້ນມາ”. ຈີນເປັນປະເທດທີ່ສາມາດພົ້ນອອກຈາກຜົນກະທົບຈາກພະຍາດໄດ້ກ່ອນໝູ່ ໂດຍໄດ້ຮັບໄຊຊະນະທີ່ມີລັກສະນະຕັດສິນຊີ້ຂາດໃນບັ້ນປ້ອງກັນອູຮັ້ນແຂວງເຫີເປີຍ. ພັກກອມມູນິດຈີນໄດ້ນຳພາປະຊາຊົນຕ້ານກັບພະຍາດຢ່າງເດັດຂາດ, ວ່ອງໄວ ແລະເຂັ້ມແຂງ ເຊິ່ງໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໃຫ້ແກ່ທົ່ວໂລກ. ນັກວິເຄາະຫຼາຍທ່ານໄດ້ຢືນຢັນວ່າ: ຈີນສາມາດຮັບໄຊຊະນະທີ່ໃຫຍ່ຫຼວງແລະສຳຄັນໃນການປ້ອງກັນແລະຄວບຄຸມພະຍາດໃນເວລາສັ້ນໆ, ເປັນຍ້ອນວ່າ ຈີນມີຄວາມສາມາດທີ່ບໍ່ທຳມະດາໃນການປຸກລະດົບປະຊາຊົນ ແລະມີທ່າແຮງດ້ານລະບອບການທີ່ສາມາດເຕົ້າໂຮມກຳລັງແຮງເພື່ອເຮັດສຳເລັດໜ້າທີ່ສຳຄັນ.

 

ໃນເວລາໃຫ້ສຳພາດຕໍ່ນັກຂ່າວໃນກ່ອນໜ້ານີ້, ທ່ານໂຣເບີດ ລາວຣານສ ຄຸນ ປະທານກອງທຶນຄຸນອາເມຣິກາກ່າວວ່າ: “ຂ້າພະເຈົ້າມີຄວາມໝັ້ນໃຈວ່າຈີນຈະສາມາດເອົາຊະນະໃນການຕ້ານກັບພະຍາດມາແຕ່ຕົ້ນ ໂດຍບໍ່ຕ້ອງສົງໄສເລີຍວ່າ: ຈີນທີ່ນຳພາໂດຍພັກກອມມູນິດ, ມີລະບອບການເມືອງ ແລະມີລັດຖະບານທີ່ເຂັ້ມແຂງຈິ່ງສາມາດຕ້ານກັບພະຍາດຢ່າງແຂງແຮງ, ມີປະສິດທິພາບສູງ ແລະວ່ອງໄວ.”

 

ພາຍໃຕ້ການນຳພາທີ່ເປັນເອກະພາບກັນຂອງພັກກອມມູນິດຈີນ, ການເອົາຊະນະໃນບັ້ນປ້ອງກັນແລະຄວບຄຸມພະຍາດທົ່ວປວງຊົນ ໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງສູງແລະເປັນການເຄື່ອນໄຫວຢ່າງເປັນເຈົ້າການຂອງສັງຄົມຈີນ. ຄືດັ່ງທີ່ທ່ານບຣູສ ໂອວອດ ທີ່ປຶກສາລະດັບສູງຂອງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ກ່າວວ່າ: “ສິ່ງທີ່ເຮັດໃຫ້ຂ້າພະເຈົ້າງຶດງໍ້ແມ່ນ: ປະຊາຊົນຈີນທຸກຄົນກໍມີຄວາມຮັບຜິດຊອບຢ່າງສູງແລະມີຈິດໃຈອຸທິຕົນ, ຕື່ນຕົວປະກອບສ່ວນເຂົ້າໃນການຕ້ານກັບພະຍາດ.”

 

ໃນ​ເວ​ລາ​ທີ່​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດມີ​ທ່ວງ​ທ່າ​ທີ່​ດີ​ຂຶ້ນ, ຈີນ​ໄດ້​ເລັ່ງ​ລັດ​ຟື້ນ​ຟູ​ເສດ​ຖະ​ກິດ​ສັງ​ຄົມ. ໃນ​ເວ​ລາ​ໄປ​ສຳຫຼວດກວດ​ເບິ່ງ​ແຂວງ​ເຈີ້​ຈ່ຽງ​ໃນ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ໃນ​ເວ​ລາ​ທີ່​​ຄວນ​ຄວບ​ຄຸມ​ ​ກໍ​ສາ​ມາດ​ຄວບ​ຄຸມ​ໄວ້​​ໄດ້ຢ່າງວ່ອງ​ໄວ, ໃນ​ເວ​ລາ​ທີ່​ຄວນ​ໂຍະ​ຍານ​ກໍ​ສາ​ມາດ​ໂຍະ​ຍານ​ໄດ້​ຢ່າງ​ເປັນ​ລະ​ບຽບ, ສາ​ມາດ​ຈຳ​ກັດ​ຮັດ​ແຄບ ແລະ ເປີດກວ້າງ​ຢ່າງ​ຄ່ອງ​ແຄ້ວ, ​ກ້າວ​ໄປ​ໜ້າ ແລະ ຖອຍຫຼັງ​ຕາມ​ແຜນ​ທີ່​ກຳ​ນົດ​ໄວ້, ນີ້​ແມ່ນ​ຄວາມ​ສາ​ມາດ​ລັ​ກ​ສະ​ນະ​ໜຶ່ງ.” ກໍ​ຄື​ດັ່ງ​ທີ່​ປະ​ຊາ​ຄົມ​ໂລກ​ໄດ້​ເຫັນ​ວ່າ, ການ​ປັບ​ປຸງ​ນະ​ໂຍ​ບາຍ​ຢ່າງ​ຄ່ອງ​ແຄ້ວ​ ແລະ​ເໝາະ​ສົມ​ແບບ​ນີ້, ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຄ່ອງ​ແຄ້ວຂອງ​ລະ​ບອບ​ການ​ປົກ​ຄອງ​ຂອງ​ຈີນ ກໍ​ຄື​ການ​​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ປົກ​ຄອງ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ.

 

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ແມ່ນ​ໄພ​ພິ​ບັດ​ຂອງ​ທົ່ວ​ໂລກ. ຈີນ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ລະ​ບອບ​ຢ່າງ​ເຕັມ​ສ່ວນ, ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ມືດ​ມົນ​ຂອງ​ພະ​ຍາດ​ຢ່າງ​ໜັກ​ແໜ້ນ ແລະ ເລັ່ງ​ລັດ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ເຊິ່ງ​ເປັນ​ສິ່ງ​ໃຫ້​ກຳ​ລັງ​ແຮງ​ໃຈ ແລະ ຄວາມ​ໝັ້ນ​ໃຈ​ແກ່​ປະ​ຊາ​ຄົມ​ໂລກ. ທ່ານ​ເທ​ໂດຼ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຕີ​ລາ​ຄາ​ວ່າ: “ປະ​ເທດ​ຈີນ​ໃຊ້​ມາດ​ຕະ​ການ​ຢ່າງວ່ອງ​ໄວ ແລະ ຂະໜາດ​ໃຫຍ່​ແບບ​ນີ້, ເປັນ​ທີ່​ພົບ​ເຫັນ​ໄດ້​ໜ້ອຍ​ໃນ​ໂລກ. ນີ້​ແມ່ນ​ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ, ​ເຊິ່ງປະ​ເທດ​ອື່ນ​ສົມ​ຄວນ​ຖອດ​ຖອນ​ບົດ​ຮຽນ​ທີ່​ກ່ຽວ​ຂ້ອງ​ນຳ​ຈີນ.”

ຄຳ​ເຫັນ

0