“ການລະມັດລະວັງຈາກສິ່ງເລັກນ້ອຍ” ເປັນຫຼັກການຝຶກຝົນຄຸນສົມບັດຂອງຕົນ ແລະ ການຄົບຄ້າສະມາຄົມທີ່ສຳຄັນທີ່ສຸດສຳລັບນັກຮຽນຮູ້ປັນຍາຊົນແລະຂຸນນາງໃນສະໄໝບູຮານຂອງຈີນ. ຕົວຢ່າງວ່າ: ປາວປຸ່ນຈິ້ງ, ກໍເປັນແບບຢ່າງທີ່ພົ້ນເດັ່ນທີ່ປະຕິບັດໃນເລື່ອງນີ້ໄດ້ດີຢ່າງແທ້ຈິງ, ບໍ່ຄິດເອົາປຽບແມ່ນແຕ່ເລື່ອງນ້ອຍໆ, ມີຄວາມເຂັ້ມງວວດຕໍ່ຕົນເອງ ຈາກເລື່ອງເລັກໆນ້ອຍໆ.
ໃນເວລາທີ່ປາວປຸ່ນຈິ້ງຍັງບໍ່ທັນເສັງໄດ້“ຈິ້ນຊື້” ໃນການສອບເສັງຄັດເລືອກຂຸນນາງຂອງລາຊະສຳນັກ, ເພິ່ນກັບໝູ່ຮ່ວມຮຽນຜູ້ໜຶ່ງຊື່ ທ້າວຫຼີ ໄດ້ທົບທວນຄືນປື້ມຮຽນຢູ່ໃນວັດແຫ່ງໜຶ່ງຢູ່ເມືອງລູໂຈ່ທີ່ເປັນບ້ານເກີດຂອງປາວປຸ່ນຈິ້ງ. ຢູ່ໃກ້ກັບວັດແຫ່ງນີ້ມີມະຫາເສດຖີຜູ້ໜຶ່ງ, ລາວເຫັນປາວປຸ່ນຈິ້ງ ແລະ ທ້າວຫຼີຍ່າງຜ່ານໜ້າເຮືອນຕົນເລື້ອຍໆ, ແລະຮູ້ວ່ານັກສຶກສາສອງຄົນນີ້ຮຽນເກັ່ງ, ຈະມີອະນາຄົດທີ່ສົດໃສ, ເລີຍຢາກຜູກມິດກັບສອງຄົນນີ້, ຈຶ່ງຊວນເຂົາເຈົ້າໄປຫຼິ້ນຢູ່ເຮືອນຕົນເລື້ອຍໆ, ແຕ່ປາວປຸ່ນຈິ້ງ ແລະ ໝູ່ຂອງລາວໄດ້ປະຕິເສດຢ່າງສຸພາບອ່ອນໂຍນທຸກເທື່ອ.
ຕໍ່ມາມີມື້ໜຶ່ງ, ເສດຖີຜູ້ນີ້ໄດ້ກຽມງານລ້ຽງໃນເຮືອນ, ແລ້ວແຕ່ງຄົນໄປເຊື້ອເຊີນປາວປຸ່ນຈິ້ງ ພ້ອມດ້ວຍ ໝູ່. ທ້າວຫຼີຮູ້ສຶກເກງໃຈທີ່ຕົນໄດ້ປະຕິເສດມາຫຼາຍເທື່ອແລ້ວຈຶ່ງກຽມລ້າງໜ້າປ່ຽນເຄື່ອງໄປເຂົ້າຮ່ວມງານລ້ຽງ. ແຕ່ປາວປຸ່ນຈິ້ງໄດ້ຫ້າມໝູ່ໄວ້ ແລະບອກວ່າ, ບໍ່ຄວນໄປ, ເພາະວ່າເຮົາສອງຄົນເປັນນັກສຶກສາ, ຈະເປັນເຈົ້າເປັນນາຍບໍ່ໄວກໍຊ້າ. ມື້ນີ້ເສດຖີຜູ້ນີ້ຊວນໄປກິນງານລ້ຽງ, ຖືວ່າໄດ້ຮັບຜົນປະໂຫຍດຈາກລາວ, ມື້ໜ້າຖ້າພວກເຮົາກັບມາເປັນເຈົ້າໜ້າທີ່ຢູ່ບ້ານເກີດ, ເມື່ອໃດເຂົາກະທຳຜິດແລ້ວເຂົາຈະມາຂໍຄວາມຊ່ວຍເຫຼືອນຳພວກເຮົາ, ພວກເຮົາກໍບໍ່ສາມາດຍຶດໝັ້ນໃນຫຼັກການຂອງການປະຕິບັດກົດໝາຍຢ່າງຍຸດຕິທຳໄດ້. ທ້າວຫຼີຟັງແລ້ວຮູ້ສຶກວ່າຄຳເວົ້ານີ້ຖືກຕ້ອງຫຼາຍ, ຈຶ່ງຕັດສິນໃຈບໍ່ໄປງານລ້ຽງເຊັ່ນດຽວກັນ.
ຕໍ່ມາ, ປາວປຸ່ນຈິ້ງ ແລະທ້າວຫຼີໄດ້ກັບໄປເປັນເຈົ້າໜ້າທີ່ຜູ້ປົກຄອງຢູ່ເມືອງລູໂຈ່ທີ່ເປັນບ້ານເກີດຕົນ. ໃນສະໄໝບູຮານຈີນມີລະບຽບການວ່າ: ຕ້ອງຫຼີກເວັ້ນ ການເປັນເຈົ້າໜ້າທີ່ຜູ້ປົກຄອງຢູ່ບ້ານເກີດຕົນ. ແຕ່ປາວປຸ່ນຈິ້ງ ແລະທ້າວຫຼີສາມາດກັບໄປເປັນເຈົ້າໜ້າທີ່ຜູ້ປົກຄອງຢູ່ບ້ານເກີດຕົນໄດ້, ກໍຍ້ອນວ່າມີຜົນງານທີ່ດີ ແລະໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກເຈົ້າຊີວິດ. ສອງຄົນນີ້ ເມື່ອກັບໄປດຳລົງຕຳ ແໜ່ງຢູ່ບ້ານເກີດແລ້ວ, ໄດ້ສ້າງຜົນງານທີ່ດີ, ບໍ່ມີຜົນກະທົບໃດໆອັນເກີດມາຈາກສາຍສຳພັນເກົ່າ. ພວກເຮົາລອງຄິດນຳກັນເບິ່ງດູ, ຖ້າໃນເມື່ອກ່ອນ, ຫາກເຂົາເຈົ້າໄດ້ຮັບການເຊື້ອເຊີນໄປງານລ້ຽງຢູ່ເຮືອນເສດຖີຜູ້ນັ້ນ, ຮັບຂອງຂວັນຈາກເສດຖີ, ແລະ ມີການປະພຶດໃນລັກສະນະນີ້ໄປເລື້ອຍໆຫຼາຍເທື່ອ. ຫຼັງຈາກເຂົາເຈົ້າເສັງຜ່ານໄດ້ດີໃນການຄັດເລືອກຂຸນນາງຂອງລາຊະສຳນັກ, ແລະ ໄດ້ຮັບການແຕ່ງຕັ້ງກັບໄປເປັນເຈົ້າໜ້າທີ່ຜູ້ປົກຄອງຢູ່ບ້ານເກີດຕົນແລ້ວ, ເສດຖີຜູ້ນີ້ ຜູ້ທີ່ຖືວ່າມີບຸນຄຸນຕໍ່ເຂົາເຈົ້າ, ເມື່ອເສດຖີຂໍຮ້ອງໃຫ້ຊ່ວຍເຫຼືອອັນໃດອັນໜຶ່ງ, ເຂົາເຈົ້າກໍຈະສຳນຶກໃນບຸນຄຸນ ແລະ ບໍ່ສາມາດປະຕິເສດໄດ້, ໃນທີ່ສຸດກໍ່ບໍ່ສາມາດເດີນຕາມເສັ້ນທາງທີ່ຍຸດຕິທຳ ແລະ ປອດໃສຂາວສະອາດໄດ້.
ສຳລັບເລື່ອງນີ້, ທ່ານຈູ່ຊີ່ທີ່ເປັນນັກປັດຊະຍາຂົງຈື້ທີ່ມີຊື່ສຽງໃນລາຊະວົງຊົ້ງໃຕ້ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ, ເພາະວ່າທ່ານຈູ່ຊີ່ກໍເຄີຍເປັນເຈົ້າໜ້າທີ່ຜູ້ປົກຄອງທ້ອງຖິ່ນ, ຈຶ່ງຮູ້ດີກ່ຽວກັບຜົນໄດ້ຜົນເສຍກ່ຽວກັບເລື່ອງນີ້. ທ່ານຈູ່ຊີ່ໄດ້ໃຊ້ເລື່ອງລາວຂອງປາວປຸ່ນຈິ້ງ ແລະ ໝູ່ຮ່ວມຮຽນຂອງລາວມາສັ່ງສອນລູກສິດວ່າ: ຄົນຜູ້ໜຶ່ງຕ້ອງຮູ້ຈັກຫັກຫ້າມໃຈໃນກິເລດຕັນຫາຂອງຕົນ, ຕ້ອງຮູ້ດີວ່າອັນໃດແມ່ນສິ່ງທີ່ບໍ່ຄວນເຮັດ, ຕ້ອງມີອຸດົມການທີ່ສູງສົ່ງ ແລະ ກ່ອນລົງມືເຮັດສິ່ງໃດສິ່ງໜຶ່ງຕ້ອງພິຈາລະນາເຖິງຜົນຢ້ອນຫຼັງທີ່ຈະເກີດຂື້ນ. ຕ້ອງເຮັດແນວນີ້ຈຶ່ງຈະບັນລຸເປົ້າໝາຍທີ່ວ່າ “ບໍ່ຫວັ່ນໄຫວຄອນແຄນເນື່ອງຈາກຜົນປະໂຫຍດເລັກນ້ອຍ, ບໍ່ຫຼົງໄຫຼແສງສີລາບຍົດລໍ້ໃຈ”.
ທ່ານສີຈິ້ນຜິງເຂົ້າຮ່ວມການພິຈາລະນາຂອງຄະນະຜຸ້ແທນກຳແພງນະຄອນຈຸ່ງກິ່ງທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ເມື່ອປີ 2018.
“ບໍ່ຫວັ່ນໄຫວຄອນແຄນເນື່ອງຈາກຜົນປະໂຫຍດເລັກນ້ອຍ, ບໍ່ຫຼົງໄຫຼແສງສີລາບຍົດລໍ້ໃຈ”. ທ່ານສີຈິ້ນຜິງເຄີຍກ່າວສອງປະໂຫຍກນີ້ເທື່ອໜຶ່ງໃນກອງປະຊຸມວຽກງານການຈັດຕັ້ງທົ່ວປະເທດເມື່ອປີ 2013, ທ່ານຍັງເຄີຍກ່າວອີກເທື່ອໜຶ່ງໃນກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ເມື່ອປີ 2018. ການທີ່ທ່ານສີຈິ້ິນຜິງໃຊ້ສຳນວນອະມະຕະນີ້ມາຫຼາຍເທື່ອ, ກໍແມ່ນເພື່ອຕັກເຕືອນໃຫ້ສະມາຊິກພັກ-ພະນັກງານ, ຕ້ອງສຳຫຼວດຕົນເອງ ແລະ ປະພຶດຕົນຕາມລະບຽບວິໄນ, ແລະເສີມສ້າງຄວາມສາມາດໃນການປ້ອງກັນຕົວເອງຈາກຄວາມຜິດພາດຕ່າງໆ.
ທ່ານສີຈິ້ນຜິງເຂົ້າຮ່ວມການພິຈາລະນາຂອງຄະນະຜຸ້ແທນກຳແພງນະຄອນຈຸ່ງກິ່ງທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ເມື່ອປີ 2018.
ແນວຄິດຈິດໃຈທີ່ສູງສົ່ງ, ຄຸນສົມບັດໃນການປະພຶດຕົວທີ່ດີງາມ, ແມ່ນຖືກສ້າງຂຶ້ນ ແລະ ຜ່ານການເຝິກຝົນຫຼໍ່ຫຼອມໃນພຶດຕິກຳຕົວຈິງມາເປັນເວລາຍາວນານ. ເມື່ອຫວນຄືນເຖິງຊີວະປະຫວັດການດຳລົງຕຳແໜ່ງຂອງທ່ານສີຈິ້ນຜິງແລ້ວເຫັນວ່າ: ຈາກແຂວງເຫີເປີຍຮອດແຂວງຟູຈ້ຽນ, ຈາກແຂວງເຈີ້ຈ່ຽງຮອດນະຄອນຊຽງໄຮ, ແລ້ວຍ້າຍໄປນະຄອນຫຼວງປັກກິ່ງ, ມີຫຼັກການສຳຄັນຢ່າງໜຶ່ງຄື: ໄດ້ຮັກສາຄວາມປອດໃສຂາວສະອາດ ແລະ ສາມາດຄວບຄຸມຕົນເອງໃຫ້ຢູ່ໃນລະບຽບວິໄນຢ່າງເຄັ່ງຄັດຢູ່ສະເໝີ.
ໃນເວລາທີ່ທ່ານສີຈິ້ນຜິງເຮັດວຽກຢູ່ເມືອງເຈີ້ງຕິ້ງ, ຢູ່ຄະນະພັກ ແລະ ອົງການປົກຄອງເມືອງມີລົດຈິບສອງຄັນ, ແຕ່ທ່ານສີຈິ້ນຜິງບໍ່ຄ່ອຍໄດ້ໃຊ້ພໍປານໃດ, ຫາກແຕ່ຂີ່ລົດຖີບລົງໄປສຳຫຼວດຄົ້ນຄ້ວາວຽກງານຢູ່ຮາກຖານຊົນນະບົດ. ທ່ານສີຈິ້ນຜິງມັກໃສ່ຊຸດທະຫານເກົ່າ, ແລະເກີບຜ້າທະຫານ, ເມື່ອລົງໄປສຳຫຼວດວຽກງານຢູ່ຮາກຖານຊົນນະບົດ, ທ່ານພາຍກະເປົາສີຂຽວໜ່ວຍໜຶ່ງ, ມີກິລິຍາວາຈາທີ່ສຸຂຸມທຸ່ນທ່ຽງ ແລະ ເປັນກັນເອງ. ສະນັ້ນ,ໝູ່ຮ່ວມງານຂອງທ່ານສີຈິ້ນຜິງ ລ້ວນແຕ່ເວົ້າວ່າ: ຜູ້ທີ່ມາຈາກອົງການລັດຂັ້ນສູງກາງມີລັກສະນະທ່າທີຊື່ສັດລຽບງ່າຍກວ່າພະນັກງານຢູ່ຂັ້ນຮາກຖານອີກ.
ຫຼັງຈາກນັ້ນ, ທ່ານສີຈິ້ນຜິງເຄີຍກ່າວວ່າ: ຊາວພັກກອມມູນິດຈີນພວກເຮົາບໍ່ຄວນຄິດແຕ່ເລື່ອງເລັກໆນ້ອຍໆໃນຊີວິດການເປັນຢູ່ຂອງຕົນ, ຖ້າຄິດແຕ່ເລື່ອງມະຍິກມະຍ່ອຍໃນຊີວິດການເປັນຢູ່ຫຼາຍເກີນໄປ, ກໍຈະຫ່າງເຫີນຈາກຈິດໃຈຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ.
ຄົນບູຮານຈີນເຄີຍກ່າວວ່າ: “ເມື່ອສັງເກດເບິ່ງປະເທດ ແລະ ຄອບຄົວທົ່ວໄປໃນປະຫວັດສາດ, ຜົນສຳເລັດມາຈາກຄວາມດຸໝັ່ນ ແລະ ການປະຢັດມັດທະຍັດ, ການລົ້ມລະລາຍມາຈາກຄວາມຟຸມເຟືອຍ.” ການປະພຶດຕົວຕາມລະບຽບວິໄນ, ການເຕືອນສະຕິຕົນເອງ ແລະ ຮັກສາທາດແທ້ຂອງຕົນເປັນຄຸນສົມບັດທີ່ສູງສົ່ງ, ທັງເປັນເງື່ອນໄຂທີ່ຈຳເປັນໃນການກໍ່ສ້າງແນວກັ້ນທີ່ “ບໍ່ຢາກສໍ້ລາດບັງຫຼວງ”. ຊາວພັກກອມມູນິດຄວນໃຊ້ມາດຕະຖານທີ່ສູງກວ່າເກົ່າໃນການປະພຶດຕົວ,ຝຶກຝົນຫຼໍ່ຫຼອມຄຸນສົມບັດຂອງຕົນຢ່າງເຂັ້ມງວດ, ໃຊ້ສິດອຳນາດຢ່າງເຂັ້ມງວດ ແລະ ປະຕິບັດຕາມວິໄນຢ່າງເຂັ້ມງວດ, ຮັກສາຄຸນທາດຄຸນສົມບັດທີ່ສູງສົ່ງ ແລະ ຄວາມປອດໃສຂາວສະອາດຂອງຊາວພັກກອມມູນິດ, ຈຶ່ງຈະສາມາດສ້າງພື້ນຖານທາງດ້ານແນວຄິດທີ່ “ບໍ່ຢາກສໍ້ລາດບັງຫຼວງ” ໃຫ້ໝັ້ນແກ່ນໄດ້ຢ່າງແທ້ຈິງ.
ໃນຄວາມເປັນຈິງແລ້ວ, ບໍ່ວ່າສະມາຊິກພັກ-ພະນັກງານ ຫຼືປະຊາຊົນທົ່ວໄປ, ໃນຊີວິດປະຈຳວັນ, ບໍ່ແມ່ນແຕ່ຄົນທີ່ຢູ່ໃນຕຳແໜ່ງສູງຈຶ່ງຈະປະສົບກັບສິ່ງລໍ້ໃຈ, ທຸກຄົນອາດຈະປະສົບກັບສິ່ງລໍ້ໃຈໄດ້ເຊັ່ນກັນ. ສະນັ້ນ, ພວກເຮົາຄວນມີມາດຕະຖານຕໍ່ຕົນເອງຢ່າງເຂັ້ມງວດແມ່ນແຕ່ໃນຍາມທຳມະດາ, ບໍ່ຫວັ່ນໄຫວຄອນແຄນຍ້ອນຜົນປະໂຫຍດເລັກໆນ້ອຍໆ, ເມື່ອພົບກັບບັນຫາໃຫຍ່ແລ້ວຈຶ່ງຈະສາມາດຮັກສາທາດແທ້ຂອງຕົນໄວ້ໄດ້.
ຄຳເຫັນ
0