ແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ຊຸກຍູ້ການສ້າງສາແບບແຜນຂອງພັກ ແລະ ການປົກຄອງທີ່ປອດໃສຂາວສະອາດ ແລະ ການຕໍ່ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມງວດໃນລະດັບສູງເພື່ອການດຳລົງຄົງຕົວຂອງພັກ ແລະລັດ, ເຮັດໃຫ້ທັງໝົດແບບແຜນຂອງພັກ ແບບແຜນການປົກຄອງ ແບບແຜນຂອງພະນັກງານການນຳ ແລະບັນຍາກາດຂອງສັງຄົມໄດ້ມີໂສມໜ້າໃໝ່. ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ແລະ ສົ່ງເສີມຄວາມປອດໃສຂາວສະອາດ, ທ່ານສີຈິ້ນຜິງເຄີຍມີຄຳເຫັນທີ່ສຳຄັນກ່ຽວກັບເລື່ອງນີ້ຢ່າງຫຼວງຫຼາຍ, ໃນຄຳເຫັນເຫຼົ່ານີ້, ມີຄວາມເວົ້າທີ່ເຂັ້ມແຂງໜັກແໜ້ນທີ່ເຮັດໃຫ້ພວກສໍ້ລາດບັງຫຼວງຕົກສະທ້ານຢ້ານກົວ, ຕົວຢ່າງວ່າ “ມີຜູ້ສໍ້ລາດບັງຫຼວງກໍຕ້ອງລົງໂທດ, ແລະປາບປາມຢ່າງເດັດຂາດ”; ທັງມີຄວາມເວົ້າແບບເຂົ້າໃຈງ່າຍທີ່ເຮັດໃຫ້ປະຊາຊົນຕົບມືຊົມເຊີຍ, ຕົວຢ່າງວ່າ “ຕີເສືອ ແລະຕົບແມງວັນໄປພ້ອມກັນ”; ພ້ອມກັນນັ້ນ, ທ່ານສີຈິ້ນຜິງຍັງໄດ້ໃຊ້ປະໂຫຍກອະມະຕະທີ່ເກີດຈາກສະຕິປັນຍາຂອງບັນພະບຸລຸດທີ່ຮວບຮວມໄວ້ຢ່າງຫຼວງຫຼາຍ, ຕົວຢ່າງວ່າ, “ຢາກປູກໄມ້ແປກໃໝ່ໃຫ້ມັນໃຫຍ່ສູງພັນສອກ, ຫາກມີໄມ້ໄຜ່ທີ່ເປັນຕາຊັງໝື່ນລຳບົດບັງມັນກໍຕ້ອງຕັດຖິ້ມໃຫ້ໝົດ”. ຄຳເຫັນເຫຼົ່ານີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈທີ່ເດັດດ່ຽວຂອງພັກກອມມູນິດຈີນໃນການປັບປຸງແບບແຜນ ແລະ ລະບຽບວິໄນຂອງພັກໃຫ້ເຂັ້ມງວດ, ຕ້ານການສໍ້ລາດບັງຫຼວງ ແລະ ສົ່ງເສີມຄວາມປອດໃສຂາວສະອາດ, ທັງເປັນຄຳໝັ້ນສັນຍາທີ່ໜັກແໜ້ນຕໍ່ປະຊາຊົນ ແລະ ປະຫວັດສາດ.
ຕໍ່ໄປຈະແນະນຳປະໂຫຍກອະມະຕະບູຮານໃນຄວາມເຫັນທີ່ສຳຄັນຂອງທ່ານສີຈິ້ນຜິງ, ເພື່ອລົງເລິກການຮັບຮູ້ກ່ຽວກັບແນວຄິດການປົກຄອງແບບປອດໃສຂາວສະອາດໃນຍຸກໃໝ່.
ຕັ້ງແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18ເປັນຕົ້ນມາ, ພາຍໃຕ້ການນຳພາທີ່ເຂັ້ມແຂງ ຂອງສູນກາງພັກກອມມູນິດຈີນທີ່ຖືທ່ານສີຈິ້ນຜິງເປັນແກນນຳ, ພາລະກິດເສີມສ້າງແບບແຜນພັກ ແລະ ການປົກຄອງທີ່ປອດໃສຂາວສະອາດ, ກໍຄືການຕ້ານການສໍ້ລາດບັງຫຼວງຂອງພັກກອມມູນິດຈີນໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ວຽກງານນີ້ໄດ້ດຳເນີນໄປຕາມວິທີທາງທີ່ໃຜໆກໍບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ, ເຊິ່ງເປັນເສັ້ນທາງທີ່ສາມາດແກ້ໄຂບັນຫານີ້ໄດ້ຢ່າງເຖິງກົກເຖິງຮາກ.
ປີ 2012, ຫຼັງຈາກ ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18ສິ້ນສຸດລົງຫາກໍ່ໄດ້ 22 ມື້ ກໍໄດ້ເລີ່ມບັ້ນ “ຕີເສືອ”ຄັ້ງທຳອິດແລະກໍແມ່ນຈຸດເລີ່ມຕົ້ນຈາກບັ້ນທຳອິດນີ້, ປະຊາຊົນຮູ້ສຶກສຳຜັດໄດ້ເຖິງຄວາມເຂັ້ມແຂງຂອງ “ການຕີເສືອ”ຄັ້ງນີ້. ການ “ຕີເສືອ”ຄັ້ງນີ້ໄດ້ໃຊ້ຮູບແບບໃໝ່ນັ້ນກໍຄືຖະແຫຼງຂ່າວທັນທີເຊິ່ງບໍ່ຄ່ອຍພົບເຫັນມາກ່ອນ, ຫາກບໍ່ແມ່ນລໍຖ້າພາກສ່ວນທີ່ກ່ຽວຂ້ອງສືບສວນ ສອບສວນໝົດແລ້ວຈຶ່ງຖະແຫຼງ ຂ່າວຄືທີ່ເຄີຍໄດ້ເຮັດຜ່ານມາ. ນີ້ແມ່ນຢູ່ນອກຄວາມຄາດຄິດຂອງປະຊາຊົນ, ນີ້ເປັນການນາບຂູ່ທີ່ແຂງແຮງຕໍ່ພວກສໍ້ລາດບັງຫຼວງ. ເຊິ່ງສະແດງໃຫ້ເຫັນຈຸດພິເສດທຳອິດໃນການຕ້ານການສໍ້ລາດບັງຫຼວງນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນ ຄັ້ງທີ 18ເປັນຕົ້ນມາ, ນີ້ຄືການບັນລຸເປົ້າໝາຍທີ່ໃຜໆກໍບໍ່ກ້າສໍ້ລາດບັງຫຼວງໄປກ່ອນ, ເຊິ່ງໄດ້ເປີດສາກຢ່າງໜ້າປະທັບໃຈໃນບັ້ນຕ້ານການສໍ້ລາດບັງຫຼວງທີ່ເຂັ້ມແຂງ.
ໃນຄວາມເປັນຈິງແລ້ວ, ການມີຄວາມເກງຂາມບໍ່ໝາຍຄວາມວ່າເປັນເລື່ອງບໍ່ດີດອກ. ຕຳລາບູຮານຈີນລະບຸໄວ້ວ່າ “ເຈົ້າໜ້າທີ່ມີຄວາມເກງຂາມ, ຈຶ່ງຈະເອົາໃຈໃສ່ສ້າງຜົນງານ; ການນຳໃຊ້ສິດອຳນາດບໍ່ຄວນເຮັດຕາມລຳພັງໃຈ, ມີຄວາມເຄົາລົບຢຳເກງຈຶ່ງຈະມີການເລີ່ມຕົ້ນ ແລະ ເຮັດສຳເລັດໜ້າທີ່ດ້ວຍດີ.” ທ່ານສີຈິ້ນຜິງໃຫ້ຄວາມສຳຄັນສູງຕໍ່ເລື່ອງນີ້. ທ່ານກ່າວວ່າ:“ຢາກປູກໄມ້ແປກໃໝ່ໃຫ້ມັນໃຫຍ່ສູງພັນສອກ, ຫາກມີໄມ້ໄຜ່ທີ່ເປັນຕາຊັງໝື່ນລຳບົດບັງມັນກໍຕ້ອງຕັດຖິ້ມໃຫ້ໝົດ”, ຖ້າບໍ່ໄດ້ລົບລ້າງສິ່ງຊົ່ວຮ້າຍຢ່າງເຖິງກົກເຖິງຮາກ, ເມື່ອໃດມີຊ່ອງຫວ່າງກໍຈະຟື້ນຊີບຄືນໃໝ່, ບໍ່ພຽງແຕ່ຈະເຮັດໃຫ້ນິເວດທາງການເມືອງຊຸດໂຊມລົງເທົ່ານັ້ນ, ຍັງຈະກະທົບເຖິງຈິດໃຈຂອງພັກ ແລະເຮັດໃຫ້ປະຊາຊົນໝົດສັດທາຢ່າງໜັກໜ່ວງ. ເພາະສະນັ້ນ, ຄຳໝັ້ນສັນຍາທີ່ຄຸ້ມຄອງພັກຢ່າງເຂັ້ມງວດບໍ່ແມ່ນຕັ້ງຂຶ້ນມາແບບງ່າຍດາຍ, ພວກເຮົາຕ້ອງປະຕິບັດຕາມຄຳໝັ້ນສັນຍາຢ່າງເດັດຂາດ.
ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18.
ສຳນວນດັ່ງກ່າວແມ່ນຄວາມເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 18. ເນື້ອໃນຄວາມເຫັນ ນີ້ມີຄວາມເຂັ້ມແຂງທີ່ສຸດ, ທັງມີຄວາມໝາຍທີ່ເລິກເຊິ່ງ. ທ່ານສີຈິ້ນຜິງເນັ້ນວ່າ, ການຕ້ານການສໍ້ລາດບັງຫຼວງບໍ່ມີເຂດຍົກເວັ້ນ, ຕ້ອງປົກຄຸມຢ່າງທົ່ວເຖິງ ແລະ ຈະບໍ່ໂຍະຍານໃຫ້ແກ່ການສໍ້ລາດບັງຫຼວງແມ່ນແຕ່ໜ້ອຍດຽວ.
ໃນຄຳເຫັນວັກນີ້, ທ່ານສີຈິ້ນຜິງໄດ້ນຳໃຊ້ 2 ປະໂຫຍກໃນບົດກະວີຂອງທ່ານຕູ້ຟູ ນັກກະວີທີ່ມີຊື່ສຽງໃນລາຊະວົງຖັງ(ປີ618-907), ຄື “ຢາກປູກໄມ້ແປກໃໝ່ໃຫ້ມັນໃຫຍ່ສູງພັນສອກ, ຫາກມີໄມ້ໄຜ່ທີ່ເປັນຕາຊັງໝື່ນລຳບົດບັງມັນກໍຕ້ອງຕັດຖິ້ມໃຫ້ໝົດ”, ເຊິ່ງເຄົ້າເດີມມາຈາກບົດກະວີທີ 4 ໃນ “5 ບົດກະວີທີ່ມອບໃຫ້ຢຽນເຈີ້ງກົ່ງ,ເຊິ່ງບົດກະວິນີ້ແຕ່ງຂຶ້ນໃນເວລາທີ່ຕູ້ຟູເດີນທາງໄປສູ່ເຮືອນຫຍ້າຂອງເສີງຕູ່.” ໃນນີ້, ຢຽນເຈີ້ງກົ່ງ ແມ່ນທ່ານ ຢຽນອູ, ເຊິ່ງເປັນເພື່ອສະໜິດຂອງທ່ານຕູ້ຟູ, ທ່ານຕູ້ຟູເຄີຍຈາກເສີງຕູ່ໄປຕ່າງຖິ່ນ, ຕໍ່ມາເມື່ອໄດ້ຮູ້ຂ່າວວ່າທ່ານຢຽນອູຈະກັບໄປເສີງຕູ່ເພື່ອເປັນຜູ້ປົກຄອງແຂວງເສສວນ, ທ່ານຕູ້ຟູກໍກັບໄປ ເສີງຕູ່, ເຊິ່ງບົດກະວີດັ່ງກ່າວກໍແມ່ນແຕ່ງຂຶ້ນໃນເວລາທີ່ເດີນທາງກັບໄປເສີງຕູ່.
ທ່ານຕູ້ຟູມີຄວາມປາຖະໜາສູງຕໍ່ຊີວິດການເປັນຢູ່ຫຼັງກັບໄປຮອດເສີງຕູ່, ທ່ານແຕ່ງບົດກະວີນີ້ແມ່ນສະແດງໃຫ້ເຫັນເຖິງຄວາມໝັ້ນໃຈ ແລະ ຄວາມຕັດສິນໃຈທີ່ຈະປັບປຸງບ້ານເມືອງຄືນໃໝ່ ແລະ ສ້າງຊີວິດການເປັນຢູ່ອັນໃໝ່ຫຼັງຈາກກັບໄປຮອດເສີງຕູ່ແລ້ວ. ໃນເວລານັ້ນ, ທ່ານໄດ້ອອກຈາກເຮືອນຫຍ້າ 3 ປີແລ້ວ, ທ່ານຫວັງຢ່າງຍິ່ງວ່າຕົ້ນແປກ 4 ຕົ້ນທີ່ຕົນປູກນັ້ນຄົງເຕີບໃຫຍ່ຂຶ້ນແລະສູງພັນສອກແລ້ວ, ແຕ່ຢູ່ເສີງຕູ່ ອາກາດຊຸ່ມ, ໄມ້ໄຜ່ເກີດຂຶ້ນຢ່າງຫຼວງຫຼາຍ, ເມື່ອໄມ້ໄຜ່ເຕີບໃຫຍ່ໄວຫຼາຍກໍຈະກະທົບເຖິງການເຕີບໃຫຍ່ຂອງຕົ້ນແປກ. ເມື່ອຄິດເຖິງເລື່ອງນີ້, ທ່ານຕູ້ຟູກໍໄດ້ສະແດງຄວາມຮູ້ສຶກມັກ ແລະ ຊັງຢ່າງຮຸນແຮງ, ຈຶ່ງໄດ້ຂຽນກະວີທີ່ວ່າ “ຢາກປູກໄມ້ແປກໃໝ່ໃຫ້ມັນໃຫຍ່ສູງພັນສອກ, ຫາກມີໄມ້ໄຜ່ທີ່ເປັນຕາຊັງໝື່ນລຳບົດບັງມັນກໍຕ້ອງຕັດຖິ້ມໃຫ້ໝົດ”.
ໃນກະວີ 2 ປະໂຫຍກດັ່ງກ່າວ, ຄຳທີ່ວ່າ “ພັນສອກ” ແລະ “ໝື່ນລຳ”ເປັນຄຳເວົ້າໂຍກ, ໃນກະວີໄດ້ເວົ້າເຖິງຕົ້ນແປກ ແລະ ໄມ້ໄຜ່, ແຕ່ໃນຄວາມເປັນຈິງແລ້ວມີຄວາມໝາຍວ່າ ຕ້ອງພະຍາຍາມບຳລຸງຮັກສາ ແລະ ປັບປຸງສິ່ງດີງາມຢ່າງບໍ່ຢຸດຢັ້ງ, ແລະຕ້ອງລົບລ້າງປະກົດການຫຍໍ້ທໍ້ ແລະ ສິ່ງກີດຂວາງຊົ່ວຮ້າຍຢ່າງເຖິງກົກເຖິງຮາກ. ປະຈຸບັນພວກເຮົາໄດ້ໃຊ້ກະວີສອງປະໂຫຍກນີ້ເພື່ອສະແດງເຖິງຄວາມຕັດສິນໃຈທີ່ຈະກຳຈັດສິ່ງຂີດຂວາງຊົ່ວຮ້າຍຢ່າງເຖິງຖອງ, ເໝືອນກັບຄຳເວົ້າທີ່ວ່າຖ້າຢາກໃຫ້ເບ້ຍຕົ້ນແປກເຕີບໃຫຍ່ຂຶ້ນຢ່າງເຂັ້ມແຂງ, ກໍຕ້ອງກຳຈັດໄມ້ໄຜ່ທີ່ເປັນສິ່ງກີດຂວາງ.
ວົງການການເມືອງຢູ່ປະເທດໃດກໍຄືກັນ, ຖ້າບໍ່ໄດ້ກຳຈັດປະກົດການສໍ້ລາດບັງຫຼວງ ແລະ ລະເຫຼີງຕໍ່ການປະຕິບັດໜ້າທີ່, ແບບແຜນທີ່ປອດໃສຂາວສະອາດ ແລະ ປະສິດທິພາບສູງກໍຍາກທີ່ຈະສ້າງຂຶ້ນມາໄດ້. ແຕ່ການກຳຈັດປາກົດການຫຍໍ້ທໍ້ ແລະ ສິ່ງຊົ່ວຮ້າຍຢ່າງເຖິງຖອງບໍ່ແມ່ນເລື່ອງງ່າຍດາຍ, ແຕ່ລະສະໄໝແຕ່ລະລາຊະວົງຂອງຈີນຢາກເຮັດໃຫ້ວຽກນີ້ສຳເລັດລຸລ່ວງໄປດ້ວຍດີແຕ່ກໍບໍ່ແມ່ນເລື່ອງງ່າຍດາຍ. ຍ້ອນວ່າຖ້າບໍ່ກຳຈັດສິ່ງຊົ່ວຮ້າຍໃຫ້ໝົດແລ້ວກໍ ຈະເຫຼືອຜົນຮ້ອຍຢ້ອນຫຼັງຢ່າງໜັກໜ່ວງ, ດັ່ງນັ້ນເຖິງຈະແມ່ນເລື່ອງຍາກເທົ່າໃດກໍຕ້ອງເຮັດ, ແລະຕ້ອງດຳເນີນຕໍ່ໆໄປດ້ວຍຄວາມຕັດສິນໃຈຢ່າງເດັດດ່ຽວໜຽວແໜ້ນ. ນີ້ກໍເປັນສາເຫດສຳຄັນທີ່ທ່ານສີຈິ້ນຜິງຊຸກຍູ້ວຽກງານຕ້ານການສໍ້ລາດບັງຫຼວງ ແລະສົ່ງເສີມຄວາມປອດໃສຂາວສະອາດຢ່າງເຂັ້ມແຂງຢູ່ຈີນໃນປະຈຸບັນນີ້.
ຄຳເຫັນ
0