覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ໄມ້​​ໄຜ່​ເປັນຕາ​ຊັງ​ໝື່ນ​ລຳກໍ​ຕ້ອງຕັດ​ຖິ້ມ​ໃຫ້​ໝົດ2

2020-04-27 14:54:21 cri


 

​​ໃນ​ເວລາ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ຍົກ​ເອົາ​ກະວີ 2 ປະ​ໂຫຍກຂອງ​ທ່ານ​ຕູ້​ຟູ ນັກ​ກະວີ​ລາຊະວົງຖັງທີ່​ມີ​ຊື່​ສຽງ, ຄື : “ຢາກ​ປູກ​ໄມ້​ແປກໃໝ່ໃຫ້​ມັນ​ໃຫຍ່ສູງ​ພັນ​ສອກ, ​ຫາກ​ມີ​ໄມ້​​ໄຜ່ທີ່​ເປັນ​ຕາ​ຊັງ​ໝື່ນ​ລຳ​ບົດ​ບັງ​ມັນ​ກໍ​ຕ້ອງ​ຕັດ​ຖິ້ມ​ໃຫ້​ໝົດ”, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ທີ່​ເດັດດ່ຽວ​ໃນ​ການ​ຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ. ​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ຄວາມ​ຕັດສິນ​ໃຈ​ນີ້​ມາ​ຈາກ​ສະຕິ​ຮັບຜິດຊອບ​ຕໍ່​ອະນາຄົດ ​ແລະ ຊາຕາກຳ​ຂອງ​ພັກ ​ແລະ​ປະ​ເທດ, ​ແລະ​ມາ​ຈາ​ຈິດ​ໃຈ​ຮັກ​ປະຊາຊົນ​ຢ່າງ​ສຸດ​ໃຈ. ​ຕໍ່​ໄປ​​ຂໍ​ຍົກ​ຕົວ​ຢ່າງ ​ເລື່ອງ​ໜຶ່ງຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ​ເລື່ອງ​ນີ້​ເກີດ​ຂຶ້ນ​ຢູ່​ເຂດ​ນິງ​ເຕີ​ແຂວງ​ຟູ​ຈ້ຽນ​ເມື່ອ 30 ປີ​ກ່ອນ.
 

​ໃນ​ເວລາ​ນັ້ນ, ​ເຂດນິງ​ເຕີ​​ແຂວງ​ຟູ​ຈ້ຽນຍັງ​ເປັນ​ເຂດ​ທີ່​ຫຼ້າ​ຫຼັງ, ​ແຕ່ຢູ່​ເຂດ​ຫຼ້າ​ຫຼັງ​ນີ້​ຫາກ​ມີ​ປະກົດ​ການ​ໜຶ່ງ​ຄື “ບໍ່​ຍອມນ້ອຍ​ໜ້າ”, ຄື​ພະນັກງານ​ກາ​ນ​ນຳຢູ່​​ເຂດ​ນັ້ນ​ເມົາ​ນຳ​ການ​ຍຶດ​ທີ່ດິນ​ປຸກ​ສ້າງຢ່າງ​ຜິດ​ລະບຽບ​ວິ​ໄນ ​ແລະ ຂໍ້​ກຳນົດ. ຄ່າ​ໃຊ້​ຈ່າຍ​ຂອງ​ການ​ປຸກ​ເຮືອນ​ແບບ​ນີ້​ຢ່າງ​ໜ້ອຍ​ຕ້ອງ​ໃຊ້​ໜຶ່ງ​ແສນ​ກວ່າ​ຢວນ, ຈົນ​ກະທັ້ງຫຼາຍ​​ແສນ​ຢວນ. ​ແຕ່​ໃນ​ໄລຍະ​ນັ້ນ, ​ເງິນ​ເດືອນສະ​ເລ່ຍຕໍ່​ປີ​ຕໍ່​ຄົນຂອງພະ​ນັກ​ງານໃນ​ທົ່ວ​ແຂວງຟູ​ຈ້ຽນ​ແມ່ນ 1400 ກວ່າ​ຢວນ​ເທົ່າ​ນັ້ນ. ​ຊັ້ນຄ່າ​ປຸກ​ເຮືອນ​ນີ້​ມາ​ແຕ່​ໃສ? ວັດ​ສະດຸ​ມາ​ແຕ່​ໃສ? ​ນີ້​ແມ່ນ​ມີ​ປາກົດການ​ສໍ້​ລາດບັງ​ຫຼວງ​ຢ່າງ​ຮ້າຍ​ແຮງ. ​ປາກົດການ​ທີ່​ຍຶດ​ທີ່ດິນ​ປຸກ​ສ້າງ​ກໍ​ນັບ​ມື້​ນັບ​ໜັກໜ່ວງ​ຂຶ້ນ, ປະຊາຊົນ​ເກືອບ​​ໝົດ​ສັດ​ທາຕໍ່​ການ​ລົບ​ລ້າງ​ແບບ​ແຜນ​ທີ່​ຫຍໍ້​ທໍ້​ແບບ​ນີ້.
 

​ແຕ່​ວ່າ​ເມື່ອ​ປີ 1989, ສະພາບ​ການ​ດັ່ງກ່າວ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ. ​ກ່ອນ​ບຸນ​ປີ​ໃໝ່ຂອງ​ປີ​ນັ້ນ, ພະນັກງານ​ການ​ນຳ​ຂັ້ນ​ຕ່າງໆ​ຂອງ​ເຂດ​ນິງ​ເຕີ​ໄດ້​ຮັບ​ແຈ້ງ​ການ​ໃຫ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ. ການ​ຈັດ​ກອງ​ປະຊຸມ​ໃນເວລາ​ນັ້ນ, ບາງ​ຄົນ​ມີ​ຄວາມ​ຮູ້ສຶກ​ຜິດ​ປົກກະຕິ. ຜູ້​ເປັນ​ປະທານ​ກອງ​ປະຊຸມ​ຄັ້ງ​ນີ້​ກໍ​ແມ່ນ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ຫາ​ກໍ່ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ຄະນະ​ພັກ​​ເຂດ​ນິງ​ເຕີ​ໄດ້ບໍ່​ດົນ.
 

​ໃນ​ສາຍ​ຕາຂອງ​ພະນັກງານ​ກາ​ນນຳ​ທ້ອງ​ຖິ່ນ, ​ເລຂາ​ຄະນະ​ພັກ​ທີ່​ມາ​ໃໝ່​ຜູ້​ນີ້​​ເປັນ​ຄົນທີ່​ເປັນ​ກັນ​ເອງ​ແລະ​ເຂົ້າ​ຫາໄດ້​ງ່າຍໃນ​ຍາມ​ທຳ​ມະ​ດາ. ​ແຕ່​ໃນ​ກອງ​ປະຊຸມ​ມື້​ນັ້ນ, ຄົນ​ທັງຫຼາຍ​ໄດ້​ເຫັນທ່ານ​ສີ​ຈິ້ນ​ຜິ​ງທີ່​ມີ​​ສີ​ໜ້າອັນ​ເຄັ່ງ​ຂຶມ ​ແລະ ບໍ່​ປາກ​​ບໍ່ເວົ້າ​​ນັ່ງມິດ​ງຽບ​ຢູ່. ​ເມື່ອ​ເວົ້າ​ເຖິງ​ບັນຫາ ​ຍຶດ​ທີ່ດິນ​ປຸກ​​ສ້າງ, ພະນັກງານ​ຫຼາຍ​ຄົນ​ເວົ້າ​ວ່າ, ບັນຫາ​ນີ້​ບໍ່​ແມ່ນ​​​ເລີ່​ມມີ​ຂຶ້ນ​ໃນ​ມື້​ນີ້, ຫາກ​ແມ່ນ​ເກີດມີ​ມາ​ເປັນ​ເວລາ​ດົນ​​ນານແລ້ວ, ພະນັກງານ​ຫຼາຍຄົນ​ຂອງ​ທ້ອງ​ຖິ່ນ​ລ້ວ​ນ​ແຕ່​ກ່ຽວ​ພັນ​ເຖິງ​ບັນຫາ​ນີ້,ຄວາມ​ຈິງ​ມັນ​ກໍ​ເປັນ​ແບບ​ນີ້​ແລ້ວ,ເລື່ອງ​ມັນ​ກໍ​ເກີດ​ຂຶ້ນ​ແລ້ວ, ວິທີ​ດີ​ທີ່​ສຸດ​ກໍ​ແມ່ນ ​ການ​ນຳຜູ້​ໃໝ່​ບໍ່​ຄວນ​ທາວ​ຫາ​ບັນຫາ​ເກົ່າ.
 

图片默认标题_fororder_恶竹斩万竿2003 11 月接受东方时空采访谈反腐
 

ເດືອນ​ພະ​ຈິກ​ປີ 2003, ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເລົາ​ເລື່ອງ​ການ​ແກ້​ໄຂ​ບັນ​ຫາ​ການ​ຍຶດ​ທີ່​ດິນ​ປຸກ​ສ້າງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເນດ​ນິງ​ເຕີ ແຂວງ​ຟູ​ຈ້ຽນ.
 

ຍັງ​ມີ​ພະນັກງານ​ບາງ​ຄົນ​ເວົ້າ​ວ່າ, ​ບັນຫາ​ນີ້​​ແມ່ນ​​ແກ້ຍາກ​ທີ່​ສຸດ. ​ໃນ​ດ້ານ​ໜຶ່ງ, ກົດໝາຍ​ຈະ​ບໍ່​ລົງ​ໂທດຄົນ​ຈຳນວນ​ຫຼາຍ, ​ອີກ​ດ້ານ​ໜຶ່ງ​ຜູ້​ທີ່​ຍຶດ​ທີ່ດິນ​ປຸກ​ສ້າງ​ເຫຼົ່າ​ນີ້​ຍັງ​ເປັນ​ໝູ່​ຮ່ວມ​ງານ, ຖ້າ​ຍຶດເອົາ​ເຮືອນ ​ແລະ ດິນ​ຂອງ​​ເຂົາ​ເຈົ້າ, ກໍ​ຈະ​ເກີດ​ຄວາມຂັດ​ແຍ້​ງ ກັບ​ເຂົາ​ເຈົ້າ​ຢ່າງ​ແນ່​ນອນ. ​ທ່າມ​ກາງ​ສະ​ພາບທີ່​ປ່ອຍປະ​ລະ​ເລີຍ ​ຖິ້ມ​ຄວາມຮັບຜິດຊອບ​ກັນ ​ແລະ ​ການຍອມຮັບ​ແບບ​ບໍ່​ມີ​ຫຼັກການ​ແບບ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ໄວ​ໜຸ່ມ​ໄດ້​ຕົບ​ໂຕະ​ແລ້ວ​ລຸກ​ຂຶ້ນ ​ແລະ ກ່າວ​ວ່າ, ​​ແມ່ນ​ແທ້, ພະນັກງານ​ການ​ນຳ​ທີ່​ຍຶດ​ທີ່ດິນ​ປຸກ​ສ້າງ​ມີ​ຈຳນວນ​ຫຼາຍ, ​ແຕ່​​ເມື່ອ​ທຽບ​ກັບ​ພະນັກງາ​ນ​ ​ອັນ​ໄພສານ​ແລ້ວ, ​ເຂົາ​ເຈົ້າ​ກວມ​ເອົາ​ພຽງ​ແຕ່​ສ່ວນ​ໜ້ອຍ​​ເທົ່າ​ນັ້ນ. ​ເມື່ອ​ທຽບ​ໃສ່​ປະຊາຊົນ 2 ລ້ານ​ກວ່າ​ຄົນ​ໃນ​ທົ່ວ​ເຂດ​ແລ້ວ, ຍິ່ງ​ເປັນ​ສ່ວນ​ໜ້ອຍ​ທີ່​ສຸດ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຊີ້​ແຈງຢ່າງ​ຈະ​ແຈ້ງວ່າ, ຕ້ອງ​ແກ້​ໄຂ​ບັນຫາ​ຍຶດ​ທີ່ດິນ​ປຸກ​ສ້າງ​ທີ່ຜິດ​ລະບຽບ​ວິ​ໄນ​ຢ່າງ​ເດັດຂາດ, ທັງ​ກຳນົດ​ວ່າ, ນັບ​​ແຕ່​ມື້​ທີ່​ຈັດ​ກອງ​ປະຊຸມ​ນີ້​ເປັນ​ຕົ້ນ​ໄປ, ​ໃຫ້​​ໂຈະ​ການ​ກໍ່ສ້າງເຮືອນ​ສ່ວນ​ຕົວຂອງ​ພະນັກງານ​ການ​ນຳ​ທັງ​ໝົດ, ​ແລະ​ລົງມື​ກວດ​ກາສອບ​ສວນ​​ແລະ ປັບປຸງ​ຢ່າງຮອບດ້ານ​ໃນ​ທັນທີ. ຕໍ່​ມາ ໜັງສືພິມ​ປະຊາຊົນ​ລາຍ​ວັນ​ໄດ້​ລາຍ​ງານ​ຂ່າວ​ພິ​ເສດ​ກ່ຽວ​ກັບ​ບັ້ນ​ແກ້​ໄຂ​ບັນຫາ​ຍຶດ​ທີ່ດິນ​ປຸກ​ສ້າງ​ຄັ້ງ​ນີ້​ຢູ່​ເຂດ​ນິງ​ເຕີ, ​ໂດຍ​ມີ​ຫົວ​ຂໍ້​ຂ່າວ​ວ່າ “​ກະ​ທຳ​ດີ​ເລື່ອງ​ໜຶ່ງ, ຍາດ​ໄດ້​ຈິດ​ໃຈ​ຂອງ​ປະຊາຊົນ​ນັບ​​ໝື່ນ”.
 

​ໃນ​​ໄລຍະ​ເຮັດ​ວຽກ​ຢູ່​ແຂວງ​ເຈີ້​ຈ່ຽງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຈັດ​ເອົາ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄວ້ຢູ່ໃນ​ຖານະ​ທີ່​ພົ້ນ​ເດັ່ນ. ຫຼັງ​ຈາກ​ດຳລົງ​ຕຳ​ແໜ່​ງຜູ້ນຳ​ພັກ ​ແລະ ລັດຖະບານ​ແລ້ວ, ​ເມື່ອ​ຜະ​ເຊີນ​ກັບ​ສະພາບ​ການ​ທີ່​ຂ້ຽວ​ຂາດ ​ແລະ ສັບສົນ​​ໃນ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ສີ​ຈິ້ນ​ຜິ​ງຍັງ​ຍຶດໝັ້ນ​ໃນ​ການ​ນຳ​ໃຊ້​ຄວາມ​ກົດ​ດັນ​ສູງ ​ແລະ ​ເນັ້ນ​ການ​ນາບ​ຂູ່, ລົງ​ໂທດ​ຜູ້​ສໍ້​ລາດ​ບັງ​ຫຼວງ​ໂດຍ​ບໍ່​ໂຍະ​ຍານ​ແມ່ນ​ແຕ່​ໜ້ອຍ​ດຽວ, ​ເດັດດ່ຽວ​ສະກັດ​ກັ້ນ​ທ່າ​ຂະ​ຫຍາຍຂອງ​ປາກົດການ​ສໍ້​ລາດ​ບັງ​ຫຼວງ. ​ໂດຍ​ຜ່ານ​ການ​ສຸມ​ທຸກ​ຄວາມ​ພະຍາຍາມມາ​ຫຼາຍ​ປີ​ຢ່າງ​ບໍ່​ລົດ​ລະ, ພວກ​ເຮົາ​ໄດ້​ເຫັນ​ວ່າ, ​ເປົ້າ​ໝາຍ​ທີ່​ບໍ່​ກ້າ​ສໍ້​ລາດ​ບັງ​ຫຼວງ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ໃນເບື້ອງ​ຕົ້ນ ​ແລະ ມີ​​ສະ​ພາບ​ດີ​ຂຶ້ນ​ຕໍ່​ແບບ​ແຜນ​ຂອງ​ພັກ ​ແລະ ​ແບບ​ແຜນບໍລິຫານ​ການ​ປົກ​ຄອງ.

 

​ໃນ​ການ​ເສີມ​ສ້າງ​ແບບ​ແຜນ​ຂອງ​ພັກ​ ​ແລະ​ການ​ປົກຄອງ​​ແບບ​ປອດ​ໃສ​ຂາວ​ສະອາດ ​ແລະ ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ຈີນ, ມີ​ຖ້ອຍ​ຄຳ​ຢ່າງ​ໜຶ່ງ​ທີ່ວ່າ “​ການແກ້​ໄຂບັນ​ຫາ​ທີ່​ປາຍ​ເຫດ​ເປັນການ​ປະ​ຢັດເວລາ​ໃຫ້​​ກັບ​ການ​ແກ້​ໄຂ​ບັນຫາ​​ທີ່​ຕົ້ນ​ເຫດ.” ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຂັ້ມ​ແຂງ​ ​​ແລະ​ການ​ສ້າງ​ສິ່ງນາບ​ຂູ່​ເປັນ​ມາດ​ຕະການ​ທີ່​ແກ້​ໄຂ​ບັນຫາ​ທີ່​ປາຍ​ເຫດ, ຄັນຊັ້ນ, “​ຕົ້ນ​ເຫດ” ຂອງ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ? ກ່ອນ​ອື່ນ “​ຕົ້ນ​ເຫ​ດ” ນີ້​ໝາຍ​ເຖິງ​ການ​ສ້າງ​ລະບອບ​ລະບຽບການ. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:“ຜູ້​ຊ່າງ​ກູ້​ໄພ​ຈະ​ສຳ​ຫຼວດ​ຫາ​ຕົ້ນ​ເຫດ, ຜູ້​ຊ່າງ​ປົວ​ພະຍາດ​ຈະ​ກຳຈັດ​ແຫຼ່ງກຳ​ເນີ​ດ.” ພັກ​ເຮົາ​ກຳ​ອຳນາດ​ເປັນ​ເວລາ​ຍາວ​ນານ, ມີ​ທ່າ​ແຮງ​ດ້ານ​ການ​ເມືອງ​ອັນ​ໃຫຍ່​ຫຼວງ, ​ທັງຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວຂາດ, ຕ້ອງ​ອາ​ໄສກຳລັງ​ແຮງ​ຂອງ​​ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ ​ແລະ ​ປະຊາຊົນ, ​ເພີ່ມ​ທະວີ ​ແລະ ປັບປຸງ​ການ​ກໍ່ສ້າງ​ພັກ ການ​ຄຸ້ມ​ຄອງ ​ແລະ ການ​ຕິດຕາມ​ກວດກາ ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

​ສຳ​ນວນ​ດັ່ງ​ກ່າວແມ່ນຄຳ​ເຫັນຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​​ບັ້ນຮໍ່າຮຽນ​ລວມໝູ່​ຄັ້ງ​ທີ 24 ຂອງກົມການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18​ໃນ​ວັນ​ທີ 26 ມິ​ຖຸ​ນາ​ປີ2015, ​ໂດຍ​​ເນັ້ນ​ໜັກເຖິງ​ການ​​ເສີມ​ສ້າງ​ລະບຽບກົດໝາຍ​​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະອາດ. ທ່ານ​ສີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ​ເມື່ອ​​ເບິ່ງ​ຈາກຄະດີ​ສໍ້​ລາດ​ບັງ​ຫຼວງທີ່​ຮ້າຍ​ແຮງ​ຈຳນວນ​ໜຶ່ງ​ແລ້ວ​ເຫັນ​ວ່າ, ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ທີ່​ໄດ້​ເກີດຄະດີ​ຮ້າຍ​ແຮງ​ເຊັ່ນ​ນີ້, ກໍ​ເປັນ​ຍ້ອນ​ວ່າ​​ໂຄງ​ປະກອບ ​ແລະ ກົນ​ໄກ​ໃນ​ບາງ​ຂົງ​ເຂດ​ຍັງ​ບໍ່​ທັນ​ສົມບູນ​ເທື່ອ. ​ຄັນ​ຊັ້ນ​ຈະ​ເຮັດ​ແນ​ໃດ​​ເພື່ອອາ​ໄສ​ລະບອບ​ລະບຽບ​ການ​ໃນ​ການ​ປ້ອງ​ກັນ ​ແລະ ​ແກ້​ໄຂ​ບັນຫາ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ມີ​ປະສິດທິ​ຜົນ, ຍັງ​ເປັນບັນ​ຫາສຳຄັນ​ທີ່​ໃຫ້​ພວກ​ເຮົາ​ແກ້​ໄຂ.
 

​ໃນ​ຄຳ​ເຫັນ​ຕອນ​ນີ້​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ນຳ​ໃຊ້​ປະ​ໂຫຍ​ກໜຶ່ງ​ຈາກ​ຕຳລາ​ບູຮານ, ຄື “ຜູ້​ຊ່າງ​ກຳ​ຈັດ​ໄພ​ພິ​ບັດ​ຈະ​ສືບ​ຫາ​ຕົ້ນ​ເຫດ, ຜູ້​ຊ່າງ​ປົວ​ພະ​ຍາດ​ຈະ​ກຳ​ຈັດ​ແຫຼ່ງ​ກຳ​ເນີດ”​. ໝາຍ​ຄວາມ​ວ່າ, ຜູ້​ທີ່​ສາມາດ​ຄົ້ນ​ພົບ​ຕົ້ນ​ເຫດຂອງ​ໄພພິບັດ​ຈຶ່ງ​ເປັນ​ຄົນ​ຊ່າງ​​ກຳ​ຈັດໄພພິບັດ​ໄດ້​ຢ່າງ​ແທ້​ຈິງ, ​ແພດ​ໝໍ​ທີ່​ສາມາດ​ຄົ້ນ​ພົບ​ແຫຼ່ງກຳ​ເນີ​ດຂອງ​ພະຍາດ ​ແລະ ປິ່ນປົວ​ໃຫ້ຫາ​ຍຂາດ​ຈາກ​ພະຍາດຢ່າງ​ເຖິງ​ຖອງ​ນັ້ນ​ຈຶ່ງ​ເປັນ​ແພດ​ໝໍ​ທີ່​ດີ. ​ເຊິ່ງປະ​ໂຫຍ​ກນີ້​ເຄົ້າ​​ເດີມ​ແມ່ນມາ​ຈາກ ປື້​ມ“​ເຊີ້​ລິນ”ທີ່​ແຕ່ງ​ໂດຍ​ທ່ານ​ໄບຈູ່ຢີ້​ໃນ​ລາຊະວົງ​ຖັງ. ປື້​ມ “​ເຊີ້​ລິນ”​ແມ່ນ​ແນວ​ຄິດ ​ແລະ ຂໍ້​ສະ​ເໜີ​ຂອງ​ທ່ານ​ໄບຈູ່ຢີ້ກ່ຽວ​ກັບ​ບັນຫາ​ດ້ານ​ການ​ເມືອງ ການ​ທະຫານ ​ແລະ ​ເສດຖະກິດ​ທີ່​ເກີດ​ຂຶ້ນຢູ່​ຕໍ່ໜ້າ​ອຳນາດ​ການ​ປົກຄອງ​ລາຊະວົງ​​ຖັງ​ໃນ​ໄລຍະ​ນັ້ນ. ສະ​ນັ້ນ, ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ປະ​ໂຫຍ​ກນີ້​​ແມ່ນ​ຂໍ້​ສະ​ເໜີ​ຂອງ​ທ່ານ​ໄບຈູ່ຢີ້ທີ່​ຖະ​ຫວາຍ​ແດ່​ເຈົ້າ​ຊີ​ວິດ, ​ໃນ​ເວລາ​ທີ່​ແກ້​ໄຂ​ບັນຫາ ​ແລະ ຄວາມ​ຫຍຸ້ງຍາກ​ຂອງ​ລັດ, ​ສິ່ງ​ສຳ​ຄັນ​ທີ່​ສຸດ​ກໍ​ຄື​ການ​ຊອກ​ຄົ້ນ ​ແລະ ​ແກ້​ໄຂ​ບັນຫາ​ຕົ້ນ​ເຫດຂອງມັນ.
 

ປະ​ໂຫຍ​ກນີ້​ຂອງ​ທ່ານ​​ໄບຈູ່ຢີ້​ເຕັມ​ໄປ​ດ້ວຍ​ປັດ​ຊະ​ຍາ ​ແລະ​ສະຕິ​ປັນຍາ​​ແບບ​ຈີນ, ກໍ​ຄືດັ່ງ​ທີ່​ການ​ແພດ​ຈີນປົວ​ພະຍາດ​ຈະ​ບໍ່​ປິ່ນປົວ​ຕາມ​ຈຸດທີ່​ເກີດ​ອາການ, ຕ້ອງ​ສັງ​ເກດ​ອາການ, ດົມ​ກິ່ນ, ຖາມ​ອາການ ​ແລະ ຈັບ​ຊີບພະຈອນ, ຊອກ​ຄົ້ນ ​ແລະ ກຳຈັດ​ແຫຼ່ງກຳ​ເນີ​ດຂອງ​ພະຍາດ, ​ແລ້ວ​ຈະ​ປິ່ນປົວ​ໄດ້​ທັງ​ອາການ ​ແລະ​ຕົ້ນ​ເຫດ​ຂອງ​ອາ​ການ​ໄປ​ພ້ອມ​ກັນ. ສຳລັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສົ່ງ​ເສີມຄວາມ​ປອດ​ໃສ​ຂາວ​ສະອາດ​ກໍ​​ເຊັ່ນ​ກັນ ຕ້ອງ​ແກ້​ໄຂ​ທັງປາຍ​ເຫດ ​ແລະ ​ຕົ້ນ​ເຫດ​ຂອງ​ບັນ​ຫາໄປພ້ອມ​ໆ​ກັນ​. ​ໃນ​ການ​ແກ້​ໄຂ​​ຕົ້ນ​ເຫດ​ຂອງ​ບັນ​ຫາ, ກ່ອນ​ອື່ນ​ໝົດ​ກໍ​ແມ່ນ​ເສີມ​ສ້າງ​ລະບອບ​ລະບຽບ​ການ.

ຄຳ​ເຫັນ

0