覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ໄມ້​​ໄຜ່​ເປັນຕາ​ຊັງ​ໝື່ນ​ລຳກໍ​ຕ້ອງຕັດ​ຖິ້ມ​ໃຫ້​ໝົດ 3

2020-04-27 15:05:57 cri


 

​​​ ​ໃນ​ເວລາ​ທີ່​ກ່າວ​ເຖິງ​ການ​​ເສີມ​ສ້າງ​ລະບຽບ​ການແລະກົດໝາຍ​ເພື່ອຕ້ານ​ກາ​ນສໍ້​ລາດ​ບັງ​ຫຼວງ ​ແລະ ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະອາດ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ນຳ​ໃຊ້ຄຳບູຮານ​ປະ​ໂຫຍ​ກໜຶ່ງ ຄື “ຜູ້​ຊ່າງ​ກຳ​ຈັດ​ໄພ​ພິ​ບັດ​ຈະ​ສືບ​ຫາ​ຕົ້ນ​ເຫດ, ຜູ້​ຊ່າງ​ປົວ​ພະ​ຍາດ​ຈະ​ກຳ​ຈັດ​ແຫຼ່ງ​ກຳ​ເນີດ” ພ້ອມ​ທັງ​ຊີ້​ອອກ​ວ່າ, ພື້ນຖານ​ຂອງ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂຶ້ນ​ຢູ່​ກັບ​ການ​ສ້າງ​ລະບຽບ​ການ.
 

ກ່ຽວ​ກັບ​ການ​ສ້າງ​ລະບຽບ​ການ, ທ່ານ​ສີຈິ້ນ​ຜິ​ງ​ເຄີຍ​ເວົ້າ​ປະ​ໂຫຍ​ກໜຶ່ງ​ທີ່​ຖືກ​ຮັບ​ຮູ້​ທົ່ວ​ໄປ, ຄື “​ໃຊ້ອຳນາດ​ຕາມ​ລະບຽບ​ການ.” ຖ້າ​ຢາກ​ປະຕິບັດ​ໃຫ້​ໄດ້, ​ໃນ​ດ້ານ​ໜຶ່ງ, ​ກໍຕ້ອງ​ສ້າງລະບຽບ​ການ​ທີ່​ມີ​ປະສິດທິ​ຜົນ. ອີກ​ດ້ານ​ໜຶ່ງ, ​ກໍຕ້ອງ​ມີຄວາມ​ສາມາດ​ໃນ​ການ​ປະຕິບັດ​ຢ່າງ​ເຂັ້ມ​ແຂງ. ມີ​​ແຕ່​ປະສົມ​ປະສານ​ທັງ​ສອງ​ດ້ານ​​​​ໃຫ້ເປັນ​ຢ່າງ​ດີ​ແລ້ວ, “​ການໃຊ້ອຳນາດ​ຕາມ​ລະບຽບ​ການ”ຈຶ່ງຈະ​ບັງ​ເກີດ​ຜົນ​ໄດ້, ບົດບາດ​ຂອງ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ດ້ວຍ​ລະບຽບການ​ຈຶ່ງ​ສາມາດ​ສະ​ແດງ​ຜົນ​ອອກ​ມາ. ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງຕະຫຼອດ​ມາ​ຕໍ່​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງດ້ວຍ​ລະບຽບ​ການ, ​​ແລະ​ການ​ເສີມ​ສ້າງ​ລະບຽບ​ການ​.
 

​ເມື່ອ 35 ປີ​ກ່ອນ, ​ຕອນ​ທີ່ທ່ານ​ສີ​ຈິ້ນ​ຜິ​ງຫາ​ກໍ​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ຄະນະ​ພັກ​ເມືອງ​ເຈີ້​ງ​ຕິ້ງ​ແຂວງ​ເຫີ​ເປີຍ​ໄດ້ບໍ່​ດົນ, ກໍ​ໄດ້​ຈັດ​ຕັ້ງ​ການ​ສ້າງຂໍ້​ກຳນົດ​ກ່ຽວ​ກັບ​ການ​ປັບປຸງ​ແບບ​ແຜນ​ຂອງ​ພະນັກງານລັດ, ວາງ​​ຂໍ້ຮຽກຮ້ອງ​ໂດຍ​ແນ​ໃສ່​ແກ້​ໄຂ​ບັນຫາ​ປະ​ເພດ​ຕ່າງໆ​​ໃນ​ດ້ານ​ແບບ​ແຜນ​ຂອງ​ພະນັກ​ງານ​ລັດ​ຂອງ​ເມືອງ​​ເຈີ້​ງຕິ້ງ, ໄດ້​ກຳນົດ​ເປັນ​ລະບຽບ​ການ, ​ແລະ​ໄດ້​​ສົ່ງ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ​ເປັນ​ໄລ​ຍະ​ຍາວ. ສຳລັບ​ຂະ​ບວນການ ​ແລະ ມາດ​ຕະການ​ເສີມ​ສ້າງ​ແບບ​ແຜນ​ຂອງ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ, ຫຼາຍ​ຄົນ​ຍັງ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ​​ຈົນ​ມາ​ເຖິງ​ປະຈຸ​ບັນ.
 

ປີ 2014, ​ ໃນ​ເວລາ​ເກັບ​ກຳ​ແລະ​ລວບ​ລວມຂໍ້​ມູນ​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ໄລຍະ​ທີ່​ເພິ່ນ​ເຮັດ​ວຽກ​ຢູ່​ເມືອງ​ເຈີ້​ງຕິ້ງ, ທ່ານ​ຈ່າງ​ຊູ້​​ຈ່າວ ຮອງ​ຫົວ​ໜ້າ​ຫ້ອງ​ຄົ້ນຄວ້າ​​ຂອງຄະນະ​ພັກ​ນະຄອນ​ສື​ເຈ່ຍ​ຈ່ວງ​ແຂວງ​ເຫີ​ເປີ​ຍ​ໄດ້​ພົບ​ເຫັນ​ວ່າ, ​ໃນ​ຕົ້ນ​ຊຸ​ມປີ 1980, ຢູ່​ເມືອງ​ເຈີ້​ງຕິ້ງ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ເດັດ​ຂາດ​ແລະກ້າຫານ. ​ແຕ່​ໃນ​ຂະ​ບວນການ​ດັ່ງກ່າວ, ຄື​​ກັນກັບ​ທ້ອງ​ຖິ່ນ​ອື່ນໆ, ຢູ່​ເມືອງ​ເຈີ້​ງຕິ້ງ​ກໍ​ໄດ້​ເກີດ​​ມີປາກົດການ​ຫຍໍ້​ທໍ້​ທີ່​ປະຊາຊົນ​ໄດ້​ມີ​ຫາງ​ສຽງຢ່າງ​ຮຸນ​ແຮງ​ຄື: ພະນັກງານ​ລັດ​ປຸກ​ເຮືອນ ​ແບ່ງ​ເຮືອນ ປ່ຽນ​ສຳມະ​ໂນ​ຄົວ​ຊົນນະບົດ​ໃຫ້​ເປັນ​ສຳມະ​ໂນ​ຄົວ​ຕົວເມືອງ​ຢ່າງ​ຜິດ​ລະບຽບ​ການ, ມີ​ພະນັກງານ​ໃນ​ບ້ານ​ຈຳນວນ​ໜຶ່ງ​ ​ແບ່ງ​ຊັບ​ສິນ​ລວມໝູ່​​ຢ່າງ​ລັບໆ, ຍັງ​ມີ​ພະນັກງານ​ສະມາຊິກ​ພັກ​ບາງ​ຄົນ​ໂຍະ​ຍານ​ໃນ​ດ້ານ​ລະ​ບຽບ​ວິ​ໄນ, ​ເມື່ອ​ພົບ​ເຫັນ​ບັນຫາ​ແລ້ວ​ກໍໜິ້ງກັນ​ຮັບຜິດຊອບ. ບັນຫາ​ເຫຼົ່າ​ນີ້​ເຮັດ​ໃຫ້​ທ່ານ​ສີ​ຈິ້ນ​ຜິ​ງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ. ຫຼັງ​ຈາກ​ທ່ານ​ສີຈິ້ນ​ຜິ​ງດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາ​ຄະນະ​ພັກ​ເມືອງ ​ເປັນ​ເວລາ 30 ກວ່າ​ມື້, ​ ​ເມື່ອ​ໄດ້​ຂໍ​ຄວາມ​ເຫັນຈາກ​ພະນັກງານ​ການ​ນຳ ​ແລະ ພາກສ່ວນ​ທີ່​ຂຶ້ນ​ກັບ​ການ​ຄຸ້ມ​ຄອງ​ໂດຍ​ກົງ​ຂອງອົງການ​ປົກຄອງ​ເມືອງ​ເຈີ້​ງຕິ້ງ​ແລ້ວ, ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ​ຄະນະ​ປະຈຳ​ຄະນະ​ພັກ​ເມືອງ​ໃນ​ວັນ​ທີ 6 ທັນວາ​ປີ 1983, ​ໄດ້​ພິ​ຈາ​ລະ​ນາ​ຄົ້ນຄວ້າ ​ແລະ ຮັບຮອງ “6 ຂໍ້​ກຳນົດ​ຂອງ​ຄະນະ​ພັກ​ເມືອງ​ເຈີ້ງຕິ້ງ​ກ່ຽວ​ກັບການ​ປັບປຸງ​ແບບ​ແຜນນຳພາ.”

 

​ເນື້ອ​ໃນ​ສຳ​ຄັນ​ຂອງ 6 ຂໍ້​ກຳນົດ​ມີ​ຄື: ໜຶ່ງ, ກຳກັບ​ສະພາບ​ການ​ໂດຍລວມ, ກຳ​ແໜ້ນ​ວຽກ​ໃຫຍ່; ສອງ, ຄັດຄ້ານ​ແບບ​ແຜນ​ອາດຍາ​ສິດ, ​ເນັ້ນ​ປະສິດທິ​ຜົນ​ຕົວ​ຈິງ​ໃນ​ການ​ເຮັດ​ວຽກ; ສາມ, ​ເສີມ​ສ້າງ​ຄວາມ​ສາມັກຄີ​ຂອງ​ຄະນະ​ນຳ, ຮັກສາ​ຄວາມ​ເປັນ​ເອກະ​ພາບ​ກັນ​ຂອງ​ຄະນະ​ນຳ​ໃນ​ຄະນະ​ພັກ​ເມືອງ​ເຈີ້​ງຕິ້ງ; ສີ່, ​ປະພຶດ​ຕົວ​ເປັນ​ແບບຢ່າງ​ທີ່​ດີ, ບໍ່​​ໃຫ້​ມີ​ແບບ​ແຜນ​ຫຍໍ້​ທໍ້; ຫ້າ, ​ເພີ່​ມທະວີ​ການ​ຮໍ່າຮຽນ, ຍົກ​ລະດັບ​ການ​ນຳພາ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ; ຫົກ, ສ້າງ​ອຸດົມ​ການ​ທີ່​ສູງ​ສົ່ງ,ສ້າງ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ພາລະກິດ “4 ທັນ​ສະ​ໄໝ”.
 

6 ຂໍ້​ກຳນົດ​ດັ່ງກ່າວ​​ໄດ້ປະກາດ​ໃຊ້​ຖືກກັບ​ກາ​ລະ​ເທ​ສະ​ພໍ​ດີ ໂດຍ​ໄດ້ຊຸກ​ຍູ້​ແບບ​ແຜນ​ຂອງ​ພັກ ​ແບບ​ແຜນການ​ປົກຄອງ ​​ປະ​ເພນີ​ປະຊາຊົນ ​ແລະ ​ແບບ​ແຜນ​ສັງຄົມ​ຂອງ​ເມືອງ​ເຈີ້​ງຕິ້ງ​​ຈຶ່ງໄດ້​​ເຮັດ​ໃຫ້​ເກີດມີ​ການ​ປ່ຽນ​ແປງ​ດີ​ຂຶ້ນ, ​ທັງ​ໄດ້​ຊຸກຍູ້​ໃຫ້​ເສດຖະກິດ​ຂອງ​ເມືອງ​ເຈີ້​ງຕິ້ງ​ໄດ້​ຮັບ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ.
 

ຈາກ 6 ຂໍ້​ກຳນົດ​ທີ່​ປັບປຸງ​ແບບ​ແຜນ​ຂອງ​ພະນັກງານ​​​ລັດຢູ່​ເມືອງ​ເຈີ້​ງຕິ້ງ, ​ ຮອດ​ພຶດຕິ​ກຳ​ດ້ານ​​​ການບໍລິຫານກາ​ນປົກຄອງ ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນ​ໄລ​ຍະ​ຕໍ່​ມາ, ຈົນ​ຮອດ​ການ​ປະກາດ​ໃຊ້​ກົດເຫຼັກ 8 ຂໍ້ ​ຫຼັງ​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ກອມ​ ມູນິດ​ຈີນ​ຄັ້ງ​ທີ 18, ການ​ເສີມ​ສ້າງ​ລະບຽບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສົ່ງ​ເສີມ​ຄວາມ​ປອດ​ໃສ​ຂາວ​ສະອາດ​ໄດ້​ຮັບ​ການ​ປັບປຸງ​​ໃຫ້ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ພວກ​ເຮົາ​ເຫັນ​ໄດ້​ວ່າ ທ່ານສີ​ຈິ້ນ​ຜິ​ງ​ໄດ້​ຍຶດໝັ້ນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສົ່ງ​ເສີມຄວາມ​ປອດ​ໃສ​ຂາວ​ສະອາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະ ​ໄດ້​ລົງ​ເລິກ​ຄົ້ນ​ຄິດ ຊອກ​ຮູ້​ຢ່າງ​ຕໍ່​ເນື່ອງ ​ແລະ ຍຶດໝັ້ນ​ການ​ປະຕິບັດ​ຕົວຈິງ​ຢູ່​ສະ​ເໝີ.
 

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່ ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18​ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ແກນ​ນຳ, ລະບຽບຕ່າງໆ​ໃນການ​ຄຸ້ມ​ຄອງ​ຄົນ ວຽກ ​ວັດຖຸ ​ແລະ ​ເງິນ ​ໄດ້​ຖືກ​ປະກາດ​ໃຊ້​ຢ່າງ​​ເປັນ​ລະບົບ. ການ​ກຳນົດ ​ແລະ ປະກາດ​ໃຊ້​ກົດ​ລະບຽບ ​ແລະ ລະບຽບການ​ພາຍ​ໃນ​ພັກຫຼາຍ​ສະບັບ​ຢ່າງລຽນຕິດ ​ໄດ້​ເຮັດ​ໃຫ້​ລະບົບ​ລະບຽບ​ການ​ຂອງ​ພັກ​ກອມ​ມູນິດ​ຈີນ​ນັບ​ມື້​ນັບ​ສົມບູນ​ຂຶ້ນ, ທັງ​ເຮັດ​ໃຫ້​ລະ​ບົບລະບຽບ​ການ​ນັບ​ມື້​ນັບເຂັ້ມ​ແຂງ​ແລະ​ໜາ​ແໜ້ນກວ່າ​ເກົ່າ, ​ເຊິ່ງ​ເຮັດ​ໃຫ້ການ​ເສີມ​ສ້າງ​ແບບ​ແຜນ​ພັກ ​ແລະ ການ​ປົກຄອງ​ທີ່​ປອດ​ໃສ​ຂາວ​ສະອາດ ​ແລະ ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ກ້າວ​ສູ່​​ໄລຍະ​ໃໝ່​ທີ່​​ສາ​ມາດແກ້​ໄຂ​ບັນຫາ​​ການສໍ້​ລາດ​ບັງ​ຫຼວງ​ໄດ້ຢ່າງ​ເຖິງ​ກົກ​ເຖິງ​ຮາກ.
 

ຄົນ​ບູຮານ​ຈີນສົ່ງ​ເສີມ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ, ຄຸ້ມ​ຄອງ​ຄອບ​ຄົວ​ໃຫ້​ດີ, ບໍ​ລິ​ຫານ​ບ້ານ​ເມືອງ​ໃຫ້​​ຈະ​ເລີນຮຸ່ງເຮືອງ, ເຮັດ​ໃຫ້​ປະ​ຊາ​ຊົນ​ຢູ່​ເຢັນ​ເປັນ​ສຸກ​ແລະ​ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ.ໃນ​ນີ້, ກາ​ນ​​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ສົມ​ບັດ​ໃຫ້​ແກ່ຕົນ​ເອງ​​ແມ່ນເປັນ​ອັນ​ດັບ​ໜຶ່ງ. ຊາວ​ພັກ​ກອມ​ມູນິດ​ຈີນ​ຍິ່ງ​ຄວນ​ເພີ່ມ​ຄວ​າມ​ເຂັ້ມ​ງວດ​ຕໍ່​ຕົນ​ເອງ, ​ເພີ່​ມທະ​ວີ​ການ​ຝຶກ​ຝົນ​ຄຸນ​ສົມ​ບັດ​ໃຫ້​ແກ່​ຕົນ​ເອງ, ພະຍາຍາ​ມກາຍ​ເປັນ​ແບບຢ່າງ​ທີ່​ດີ​ໃນ​ການ​​ເຂັ້ມ​ງວດ​ຕໍ່​ຕົນ​ເອງ​ໃຫ້​ມີຄວາມ​ປອ​ດ​ໃສ​ຂາວ​ສະອາດ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:
 

​ໄປ​ຄຽງ​ຄູ່​ກັບການ​ເພີ່ມ​ຂຶ້ນ​ຂອງ​ອາຍຸ​ພັກ,ສະຕິ​ພັກ ​ສະ​ຕິ​ຕື່ນ​ຕົວ​ທາງ​ແນວ​ຄິດ ​ແລະ​ຄຸນສົມບັດ​ຂອງ​ພະນັກງານ​ການ​ນຳ​ຈະ​ບໍ່ຍົກ​ສູງ​ຂຶ້ນ​ເອງ, ແລະ​ກໍຈະ​ບໍ່​ຍົກ​ສູງ​ຂຶ້ນ​ແບບ​ທຳ​ມະ​ຊາດ​ຕາມ​ຕຳ​ແໜ່​ງທີ່​ເລື່ອນ​ສູງ​ຂຶ້ນ, ຫາກ​ຕ້ອງ ​​ໄດ້ພະຍາຍາມຢູ່​ຕະຫຼອດ​ຊີວິດ. ຖ້າ​ຢາກ​ກາຍ​ເປັນ​ພະນັກງານ​ການ​ນຳ​ທີ່​ດີ, ກໍ​ຕ້ອງ​​ໄດ້ປັບປຸງ​ໂລກ​ອັດຕະວິ​ໄສ, ​​ເສີມ​ສ້າງ​ສະຕິ​ພັກ, ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​​ຄຸນ​ທາດຄຸນສົມບັດ​ຢ່າງ​ບໍ່​ຢຸດ​ຢັ້ງ. ພະຍາຍາມ​ເຮັດ​​ໃຫ້ໄດ້​ເຖິງ​ຂັ້ນ​ທີ່ “ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ເນື່ອງ​ຈາກ​ຜົນປະ​ໂຫຍດເລັກ​ນ້ອຍ, ບໍ່​ຫຼົງ​ໄຫຼ​ແສງ​ສີ​ລາບ​ຍົດ​ລໍ້​ໃຈ”, ​ເປັນ​ຄົນ​ຢ່າງຊື່ສັດບໍລິສຸດ, ​ເຮັດ​ວຽກ​ຢ່າງ​ໜັກ​ແໜ້ນ, ​ເປັນ​ເຈົ້າ​ໜ້າ​ທີ່​ທີ່​ປອດ​ໃສ​ຂາວ​ສະອາດ.
 

图片默认标题_fororder_恶竹斩万竿3
 

​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ການຈັດ​ຕັ້ງ​ທົ່ວ​ປະ​ເທດ​ທີ່ຈັດ​ຂຶ້ນ​​ໃນ​ວັນ​ທີ 28 ມິຖຸນາ​ປີ 2013
 

ສຳ​ນວນ​ດັ່ງ​ກ່າວ​ແມ່ນ​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ການຈັດ​ຕັ້ງ​ທົ່ວ​ປະ​ເທດ​ທີ່ຈັດ​ຂຶ້ນ​​ໃນ​ວັນ​ທີ 28 ມິຖຸນາ​ປີ 2013. ພະນັກງານ​ການ​ນຳ​ທີ່​ດີ​ຄວນ​ມີ​ມາດຕະຖານ​ແນວ​ໃດ? ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ຕ້ອງ​ “ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ເນື່ອງ​ຈາກ​ຜົນປະ​ໂຫຍດເລັກ​ນ້ອຍ, ບໍ່​ຫຼົງ​ໄຫຼ​ແສງ​ສີ​ລາບ​ຍົດ​ລໍ້​ໃຈ”. ຂົງຈື້ກໍ​ເຄີຍ​ກ່າວ​ວ່າ: “ຢ່າ​ສະ​ແຫວ​ງຫາ​ແຕ່​ຄວາມ​ໄວ, ຢ່າ​ເຫັນ​ແກ່​ຜົນ​ປະ​ໂຫຍດ​ເລັກ​ນ້ອຍ. ​ຢາກ​ສຳ​ເລັດ​ໄວ​ເກີນ​ໄປ​ກໍ​ຈະ​ບໍ່​ໄດ້ຜົນ, ​ເຫັນ​ແກ່​ຜົນ​​ປະ​ໂຫຍດ​ເລັກ​ນ້ອຍ​ກໍ​ຈະ​ບໍ່​ສາມາດ​​ເຮັດສຳ​ເລັດ​ພາລະກິດ​ຍິ່ງ​ໃຫຍ່​ໄດ້.” ​ເຊິ່ງມີ​ຄວາມ​ໝາຍວ່າ, ບໍ່​ວ່າ​ເຮັດ​ສິ່ງ​ໃດກໍ​ຕ້ອງ​ເຄົາລົບ​ກົດ​ເກນ​ພັດທະນາ​ທີ່​ປົກກະຕິ​ຂອງ​ທຸກ​ສິ່ງ​ຢ່າງ, ​ບໍ່​ຄວນ​ຄິດເອົາ​ປຽບ​ແມ່ນ​ແຕ່​ເລື່ອງ​ນ້ອຍ​ໆ​. ຜູ້​​ມັກ​ເອົ​າ​ລັດ​ເອົາ​ປຽບ​ຈະ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​​ທີ່ຍາວ​ໄກ​ໄດ້.
 

ສຳລັບ​ປະ​ໂຫຍ​ກທີ່​ວ່າ “ບໍ່​ຫຼົງ​ໄຫຼ​ແສງ​ສີ​ລາບ​ຍົດ​ລໍ້​ໃຈ”, ​ໃນ​ນີ້ ຄຳ​ວ່າ “ແສງສີ” ມີ​ເຄົ້າ​​ເດີມມາ​ຈາກ​ປຶ້ມ​ຕຳ​ລາ “ຕ້າວ​ເຕີ​ຈິ່ງ”ຂອງ​ເຫຼົາຈື, ປະ​ໂຫຍ​ກ​ເດີມ​ຄື “5 ສີ​ເຮັດ​ໃຫ້​ຄົນ​ຕາບອດ, 5ສຽງ​ເຮັດ​ໃຫ້​ຫູໜວກ, 5 ລົດ​ຊາດ​ເຮັດ​ໃຫ້​ຄົນ​ເສຍ​ຄວາມ​ສາມາດ​ຊິ​ມລົດ​ຊາດ.” ​ທີ່​ນີ້ ໃນ​ຄຳ​ວ່າ “5 ສີ”, “5ສຽງ”, “5 ລົດ​ຊາດ”, ຄຳ​ວ່າ “5” ບໍ່​ໄດ້​ໝາຍ​ເຖິງ​ຈຳ​ນວນ​ແນ່ນອນ,ຫາກ​ໝາຍ​ເຖິງ​ຊະ​ນິດ​ຕ່າງ​ໆ, ຄື ສີ​ສັນ​ຕ່າງໆ,ສຽງ​ຕ່າງໆ,ລົດ​ຊາດ​ຊິ​ນິດ​ຕ່າງໆ, ຄັນ​ຊັ້ນ,ໝົດ​ປະ​ໂຫຍດ​ດັ່ງ​ກ່າວ​ກໍ​ ໝາຍ​ຄວາມ​ວ່າ, ສິ່ງ​ທີ່​ງາມ​ຕາ ມ່ວນ​ຫູ ​ແລະ ​ແຊບ​ຊ້ອຍ​ນັ້ນ, ຖ້າ​ເອົາ​ຫຼາຍ​ເກີນ​ໄປ​ຈະ​ທຳລາຍ​ຄວາມ​ສາມາດ​ການ​ເບິ່ງ ການ​ຟັງ ​ແລະ ການ​ຊິ​ມລົດ​ຊາດ​ຂອງ​ຄົນ​ເຮົາ. ສະ​ນັ້ນ, ພວກ​ເຮົາ​ບໍ່​ຄວນ​ຖືກຍົວະ​ຍວນ ​ແລະ​ຖືກຫຼອກ​ລວງ​ຈາກ​ສິ່ງ​ເຫຼົ່າ​ນີ້. ນີ້​ກໍ​ຄື​ຄະຕິ​ເຕືອນ​ໃຈ​ຂອງ​ຄົນ​ບູຮານ​ຈີນທີ່​ວ່າ ”​ເຊີ້​ນ​ເວີ່​ຍ” ແປ​ວ່າ: “ລະມັດລະວັງ​ຈາກ​ສິ່ງ​ເລັກ​ນ້ອຍ”.
 

“ລະມັດລະວັງ​ຈາກ​ສິ່ງ​ເລັກ​ນ້ອຍ” ​ເປັນ​ຫຼັກການ​ຝຶກ​ຝົນ​ຄຸນ​ສົມ​ບັດຂອງ​ຕົນ​ ​ແລະການ​ຄົບ​ຄ້າ​ສະມາຄົມ​ທີ່​ສຳ​ຄັນ​ທີ່​ສຸດ​ສຳລັບ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ​ແລະ​ຂຸນ​ນາງໃນ​ສະ​ໄໝ​ບູຮານ​ຂອງ​ຈີນ. ຕົວຢ່າງ​ວ່າ ປາວ​​ປຸ່ນ​ຈິ້ງ ທີ່​ຄົນທັງຫຼາຍ​ຮັບ​ຮູ້​ດີ. ​ໃນ​ປະຫວັດສາດ, ປາວ​​ປຸ່ນຈິ້ງ​ເປັນ​ເຈົ້າ​ໜ້າ​ທີ່​ທີ່​ມີ​ຄວາມ​ປອດ​ໃສ​ຂາວ​ສະອາດທີ່​ຫາ​ຍາກ ​ເປັນ​ລູກ​ກະຕັນຍູ ທັງ​ເປັນ​ເສນາ​ອາມາດ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ເຈົ້າ​ຊີວິດ.

 

ຄຳ​ເຫັນ

0