何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ທ່ານ​ສີ​ຈິ້ນ​ຜິງຈຶ່ງ​ໃຫ້​ຄວາ​ມ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ອະ​ນຸ​ລັກ​ສາຍ​ພູ​ຊິນຫຼິງ

2020-04-27 17:40:55 CRI

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້​ໄປ​ສຳຫຼວດກວດກາ​ວຽກ​ງານຢູ່​ແຂວງ​ສ້ານ​ຊີ່, ບ່ອນ​ທຳ​ອິດ​ທີ່​ທ່ານ​ເລືອກ​ໄປ​ກໍ​ແມ່ນ​ສາຍ​ພູ​ຊິ​ນຫຼິງ, ທັງ​ໄດ້​​ໃຫ້​ຄະ​ຕິ​ເຕືອນ​ໃຈ​ວ່າ “ຈົ່ງເປັນ​ຜູ້​ປ້ອງ​ກັນ​ລະ​ບົບ​ນິ​ເວດ​ຂອງ​ສາຍ​ພູ​ຊິນ​ຫຼິງໃຫ້​ດີ” ແລະ ອື່ນໆ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຂອງ​ສາຍ​ພູ​ຊິນຫຼິງ.

图片默认标题_fororder_1125882569_15874038423211n

ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ທຳ​ອິດ​ໃນ​ການ​ສຳຫຼວດກວດ​ເບິ່ງ​ສາຍ​ພູ​ຊິນຫຼິງຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ຄັ້ງ​ນີ້, ​ແມ່ນ​ຮ່ອມ​ພູ​ງົວ​ປ່າ takinຢູ່​ເຂດ​ປ່າສະ​ຫງວນ​ທຳ​ມະ​ຊາດ​ລະ​ດັບ​ຊາດ​ນິວ​ເປີ້ຍ​ຫຼຽງ. ສຳ​ລັບ​ສາຍ​ພູ​ຊິນ​ລິງ​ຕອນ​ເຂດປ່າ​ສະ​ຫງວນ​ທຳ​ມະ​ຊາດ​ນິວ​ເປີ້ຍຫຼຽງ​ຕັ້ງ​ຢູ່​ນັ້ນ, ແມ່ນ​ເຂດ​ແຫຼ່ງ​ນ້ຳ​ຕົ້ນ​ຕໍ​ ໂຄງ​ການສົ່ງ​ນ້ຳສາຍ​ກາງ​ຈາກ​ພາກ​ໃຕ້​ໄປ​ສູ່​ພາກ​ເໜືອ​ຂອງ​ຈີນ.

 

ຕາມ​ຂ່າວ​ແຈ້ງວ່າ, ນັບ​ແຕ່​ວັນ​ທີ 12 ທັນ​ວາ​ປີ 2014 ຫາ​ຕົ້ນ​ເດືອນ​ທັນ​ວາ​ປີ 2019, ​ໂຄງ​ການ​ສົ່ງ​ນ້ຳ​ສາຍ​ກາງຈາກ​ພາກ​ໃຕ້​ສູ່​ພາກ​ເໜືອ​ທີ່​,u​ສາຍ​ພູ​ຊິນ​ຫຼິງ​ເປັນ​​ແຫຼ່ງ​ນ້ຳ​ນັ້ນ​ໄດ້​ສະ​ໜອງ​ນ້ຳ25,8 ຕື້​ແມັດ​ກ້ອນ, ເຊິ່ງ​ໄດ້ຫຼຸດ​ຜ່ອນ​ບັນ​ຫາ​ຂາດ​ນ້ຳ​​ຢູ່ນະ​ຄອນຫຼວງ​ປັກ​ກິ່ງ ນະ​ຄອນ​ທຽນ​ສິນ ແຂວງ​ເຫີ​ເປີຍ ແລະ ແຂວງ​ເຫີ​ນານ, ປະ​ຊາ​ຊົນປະ​ມານ 60 ລ້ານ​ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

图片默认标题_fororder_1125882569_15874038421771n

ປະ​ຈຸ​ບັນ, ສາຍ​ພູ​ຊິນຫຼິງ​ບໍ່​ພຽງ​ແຕ່​​ເປັນ​ແຫຼ່ງ​ສະ​ໜອງ​ນ້ຳ​ກິນ​ໃຊ້​ໃຫ້ປະ​ຊ​າ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ແຫຼ່ງ​ສະ​ໜອງຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທຳ​ມະ​ຊາດ ເຊັ່ນ ເຫັດ​ຫູ​ໜູ ຢາ​ພື້ນ​ເມືອງ​ຈີນ ໃບ​ຊາ ແລະ ອື່ນໆ​ໄດ້​ກາຍ​ເປັນ​ແຫຼ່ງ​ລາຍ​ຮັບ​ທີ່​ພາ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ​ສາ​ມາດ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ແລະ ສ້າງ​ຄວາມ​ຮັ່ງ​ມີ, ເຊິ່ງ​ບໍ່​ພຽງ​ແຕ່​ມີ​ຄຸນ​ຄ່າ​ດ້ານ​ເສດ​ຖະ​ກິດ​ນິ​ເວດ​ອັນ​ໃຫຍ່ຫຼວງ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຫັນ​ເປັນ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ​ອີກ​ດ້ວຍ.

 

ປີ 2020 ແມ່ນ​ປີ​ສຸດ​ທ້າຍ​ທີ່​ຈີນ​ຕ້ອງ​ສຳ​ເລັດ​ເປົ້າ​ໝາຍ​ສຳ​ຄັນຫຼາຍ​ຢ່າງ, ທັງແມ່ນ​ປີ​ທີ່​ຈີນ ແລະ ທົ່ວ​ໂລກ​ຮ່ວມ​ກັນ​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດCOVID-19. ເຖິງວ່າ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ພົບ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ແຕ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັກ​ສາ​ຄວາມ​ເຂັ້ມ​ແຂງໃນ​ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ແມ່ນ​ແຕ່​ໜ້ອຍ​ດຽວ. ການ​ສຳຫຼວດກວດ​ເບິ່ງ​ສອງ​ເທື່ອ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ລ້ວນ​ແຕ່​ແມ່ນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ພາຍ​ໃຕ້​ຫົວ​ຂໍ້ “ການອະ​ນຸ​ລັກ​ລະ​ບົບ​ນິ​ເວດ”.

图片默认标题_fororder_0427述评1

ເມື່ອ 20 ກວ່າ​ມື້​ກ່ອນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດກວ​ດກາ​ວຽກ​ງານ​ຢູ່​ແຂວງ​ເຈີ້​ຈ່ຽງ, ໂດຍ​​ໄດ້ໄປກວດ​ເບິ່ງ​ທ່າ​ກຳ​ປັ່ນ ແລະ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ ນ້ອຍ​ກ່ອນ​ໝູ່, ​ຈາກ​ນັ້ນ​ຈຶ່ງ​ໄປ​ກວດ​​ເບິ່ງ​ບ້ານ​ອີ​ຊຸ່ນ​ເມືອງ​ອ່ານ​ຈີ ແລະ ໜອງ​ຊີ່​ຫູ. ໃນ​ນັ້ນ​ບ້ານ​ອີ​ຊຸ່ນ​ກໍ​ແມ່ນ​ບ່ອນ​ທີ່​ທ່ານ​ສີ​ຈິ້ນ​ຜິງດ້​ສະ​ເໜີ​ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2005.

 

ການ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ແຂວງ​ສ້ານ​ຊີ່​ຂອງທ່ານ​ສີ​ຈິ້​ນ​ຜິງ​​ໃນ​ຄັ້ງ​ນີ້, ​ເນື້ອ​ໃນ​ຕົ້ນ​ຕໍ​​ກໍແມ່ນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ແຕ່​ທ່ານ​ໄດ້​ເລືອກ​ໄປ​ກວດ​ເບິ່ງ​ສາຍ​ພູ​ຊິນຫຼິງ​ກ່ອນ​ໝູ່, ທັງ​ເນັ້ນ​ວ່າ “ຖ້າ​ວ່າມະ​ນຸດ​ບໍ່​ທຳ​ລາຍ​ພູ​ຜາ​ທຳ​ມະ​ຊາດ, ​ພູ​ຜາທຳ​ມະ​ຊາດ​ກໍ​ຈະ​​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ມວນມະ​ນຸດ​ແນ່ນອນ”, ນີ້ໄດ້​ສ່ອງ​ແສງ​ເຖິງ​ທັດ​ສະ​ນະ​​ການພັດ​ທະ​ນາ​ແບບ​ສີ​ຂຽວ, ​ທັງ​ບໍ່​ສ້າງ​ຜົນ​ກະ​ທົບ​ຕໍ່​ມະ​ນຸດ ແລະ ພູ​ຜ​າ​ທຳ​ມະ​ຊາດ​ທັງ​ສອງ.

ຄຳ​ເຫັນ

0