“ຖ້າເປັນຄຳຖາມກ່ຽວກັບບັນຫາເຊື້ອພະຍາດ ກໍຫັນໄປໂຈມຕີປະເທດຈີນແທນທັນທີ.”ຫວ່າງມໍ່ໆມານີ້, ເວັບໄຊ Politico ເຊິ່ງເປັນເວັບໄຊຂ່າວການເມືອງຂອງອາເມຣິກາໄດ້ເປີດເຜີຍບົດບັນທຶກຄວາມເຂົ້າໃຈຂອງຄະນະກຳມາທິການທົ່ວປະເທດສະພາສູງຂອງພັກສາທາລະນະລັດອາເມຣິກາທີ່ໄດ້ສົ່ງເຖິງໜ່ວຍງານຫາສຽງເລືອກຕັ້ງຂອງຕົນ ເຊິ່ງໄດ້ເຮັດໃຫ້ທົ່ວໂລກໄດ້ເຫັນບົດລະຄອນຕະຫຼົກແບບອາເມຣິກາອີກຄັ້ງໃໝ່. ບົດບັນທຶກຄວາມເຂົ້າໃຈສະບັບນີ້ຍາວເຖິງ 57 ໜ້າ, ໄດ້ສອນໃຫ້ຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະລັດຮັບມືກັບຄຳຖາມຂອງຜູ້ມີສິດເລືອກຕັ້ງແລະ ໂຍນຄວາມຄວາມຮັບຜິດຊອບໃຫ້ປະເທດຈີນທັງໝົດດ້ວຍທຸກວິທີທາງ. ຍ້ອນວ່າເຂົາເຈົ້າບໍ່ສາມາດອະທິບາຍໄດ້ວ່າ ເປັນຫຍັງເຈົ້າໜ້າທີ່ອາເມຣິກາຈຶ່ງເລີ່ມຜະເຊີນໜ້າກັບໄພຂົ່ມຂູ່ຂອງເຊື້ອພະຍາດໂຄວິດ-19 ໂດຍກົງພາຍຫຼັງທີ່ໄດ້ສິ້ນເປືອງເວລາ 70 ວັນ.
ສິ່ງທີ່ເຂົ້າໃຈງ່າຍກໍຄື ໃນສາກຫຼັງຂອງ “ບົດລະຄອນ” ດັ່ງກ່າວມີກົນອຸບາຍ 3 ຢ່າງແອບແຝງຢູ່ ນັ້ນກໍຄື: ໜຶ່ງ: ຫັນແຫຄວາມໂມໂຫຂອງສັງຄົມອາເມຣິກາທີ່ມີຕໍ່ລັດຖະບານພັກສາທາລະນະລັດທີ່ໄຮ້ຄວາມສາມາດໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19; ສອງ: ສ້າງທ່າທີແຂງກະດ້າງຕໍ່ປະເທດຈີນ ເພື່ອສ້າງບັນຍາກາດໃນການດຶງຫາງສຽງໃຫ້ແກ່ພັກຕົນໃນການເລືອກຕັ້ງທົ່ວໄປ; ສາມ: ສືບຕໍ່ສະແຫວງຫາຂໍ້ອ້າງໂຈມຕີປະເທດຈີນ ເພື່ອສະກັດກັ້ນການພັດທະນາຂອງຈີນ.
ທີ່ຈິງແລ້ວ, ຖ້າຫາກວ່າບໍ່ໄດ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19, ນັກການເມືອງອາເມຣິກາບາງຄົນກໍຈະຊອກຫາຂໍ້ອ້າງທີ່ບໍ່ມີຫຼັກຖານອ້າງອີງແຕ່ຢ່າງໃດເພື່ອມາໃສ່ຮ້າຍປ້າຍສີຈີນ ເພາະວ່າການສະກັດກັ້ນການພັດທະນາຂອງຈີນຈຶ່ງແມ່ນເປົ້າໝາຍທີ່ຍາວນານຂອງເຂົາເຈົ້າ.
ແຕ່ວ່າ, ຄຳຂີ້ຕົວະແລະຄວາມເປັນເຈົ້າໂລກບໍ່ສາມາດເອົາຊະນະເຊື້ອພະຍາດໄດ້. ບົດລາຍງານຜົນການກວດຫາເຊື້ອພະຍາດສະບັບຫຼ້າສຸດທີ່ພາກສ່ວນສາທາລະນະສຸກຂອງອົງການປົກຄອງເມືອງຊັນຕາ ຄລາຣາ (Santa clara) ລັດຄາລີຟໍເນຍອາເມຣິກາເປີດເຜີຍໃນວັນທີ 24 ເມສານີ້ ໄດ້ສະແດງໃຫ້ເຫັນວ່າ: ຢູ່ເມືອງດັ່ງກ່າວກໍມີຄົນເສຍຊີວິດຢູ່ແລ້ວຍ້ອນເປັນພະຍາດໂຄວິດ-19 ໃນວັນທີ 6 ກຸມພາປີນີ້, ທ່ານເຈັຟຣີ ສະມິສ, ຜູ້ວ່າການເມືອງດັ່ງກ່າວຊີ້ອອກວ່າ: ນີ້ສະແດງໃຫ້ເຫັນວ່າ, ຕັ້ງແຕ່ເດືອນມັງກອນຫຼືກ່ອນເດືອນມັງກອນປີນີ້, ເຊື້ອພະຍາດໂຄວິດ-19 ກໍໄດ້ແຜ່ລະບາດຢູ່ລັດຄາລີຟໍເນຍແລ້ວ.
ປັດຈຸບັນ, ວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນວຽກງານອັນຮີບດ່ວນທີ່ສຸດຂອງອາເມຣິກາ, ການຫລິ້ນລະຄອນຕະຫຼົກທີ່ໄຮ້ສາລະແບບອາເມຣິກາດັ່ງກ່າວຄວນສິ້ນສຸດລົງໂດຍໄວໄດ້ແລ້ວ, ຖ້າບໍ່ດັ່ງນັ້ນຈະມີປະຊາຊົນອາເມຣິກາຫຼາຍກວ່າເກົ່າກາຍເປັນເຫຍື່ອກົນອຸບາຍທາງການເມືອງຂອງພັກສາທາລະນະລັດອາເມຣິກາ.
ຄຳເຫັນ
0