尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

4 ໂທດກຳຂອງທ່ານ ໄມ ພົມເພວ ໄດ້ເສຍຫຼັກການພື້ນຖານຂອງຄວາມເປັນມະນຸດ

2020-04-29 17:04:25 cri

ໃນປະຫວັດສາດຂອງອາເມຣິກາບໍ່ເຄີຍໄດ້ເຫັນລັດຖະມົນຕີກະຊວງການ ຕ່າງປະເທດ​ທ່ານ​ໃດເປັນຄືທ່ານ ໄມ ພົມເພວ​ເລີຍ ທີ່ໄດ້ດຳເນີນການເຄື່ອນໄຫວທາງການທູດດ້ວຍວິທີ “ການຫຼອກລວງ, ການຂີ້ຕົວະ ແລະ ການລັກ” ທີ່ທ່ານເຄີຍໄດ້ກະທໍາໃນໄລຍະທີ່ເຮັດວຽກຢູ່ໃນອົງການຂ່າວລັບສູນກາງອາເມຣິກາ(CIA), ເປັນການສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບປະເທດຕົນໂດຍກົງ. ແຕ່ທ່ານບໍ່ໄດ້ພໍ​ໃຈ​ນຳ​ການ​ເປັນພຽງແຕ່ “ຜູ້ຊ່ຽວຊານເລື້ອງຂີ້ຕົວະ” ເທົ່ານັ້ນ, ນັບແຕ່ໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ການກະທຳຂອງທ່ານໄດ້ເສຍຫຼັກການພື້ນຖານຂອງຄວາມເປັນມະນຸດ.

图片默认标题_fororder_微信图片_20200429170159

 

ກ່ອນອື່ນ, ທ່ານໄມ ພົມເພວ ໄດ້ຊຸກຍູ້ໃຫ້ຢຸດຕິການໃຫ້ເງິນອຸດໜູນແກ່ອົງການອະນາໄມໂລກ, ນີ້ເປັນການທຳລາຍຄວາມຫວັງໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ ໂດຍສະເພາະແມ່ນທຳລາຍຄວາມຫວັງຂອງປະເທດດ້ອຍພັດທະນາ ແລະ ກຸ່ມຄົນທຸກຍາກ.
 

ໃນກອງປະຊຸມແຈ້ງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທຳນຽບຂາວທີ່ຈັດຂຶ້ນຫວ່າງກ່ອນນີ້ບໍ່ດົນ, ທ່ານໄມ ພົມເພວ ເຄີຍໄດ້ກ່າວຢ່າງບໍໍໍ່ຮູ້ສຶກອັບອາຍວ່າ: ອົງການອະນາໄມໂລກໄດ້ຮັບເງິນອຸດໜູນເຊິ່ງມາຈາກຜູ້​ເສຍພາສີຊາວອາເມຣິກາ, ສະນັ້ນກໍຄວນຮັບໃຊ້ຄົນອາເມຣິກາ ແລະ ຍັງໄດ້ກ່າວປະນາມອົງການອະນາໄມໂລກວ່າ “ບໍ່ໄດ້ເຮັດສຳເລັດໜ້າທີ່ທີ່ຄວນຈະສຳເລັດຂອງຕົນ”, ນອກນີ້ ຍັງໄດ້ກ່າວວ່າ: ອາເມຣິກາພວມກວດກາ​ຄືນ​ໃໝ່ກ່ຽວ​ກັບການ​ໃຫ້​ເງິນຊ່ວຍເຫຼືອອົງການອະນາໄມໂລກ. ຄຳເວົ້າດັ່ງກ່າວມີຄວາມອວດອົ່ງ ແລະຈອງຫອງທີ່​ສຸດ, ໄດ້ເອົາອົງການອະນາໄມໂລກທີ່ເປັນອົງການດ້ານວິຊາການໃນການປົກປັກຮັກສາຄວາມປອດໄພດ້ານສາທາລະນະສຸກຂອງໂລກມາເປັນເຄື່ອງມືໃນການປົກປັກຮັກສາຜົນປະໂຫຍດຂອງອາເມຣິກາ, ເປັນການສ້າງກະແສໃຫ້ຊາວໂລກຄຽດຊັງອາເມຣິກາ.
 

ສອງ, ເພື່ອປົກປິດຄວາມຜິດພາດຂອງລັດຖະບານອາເມຣິກາໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານໄມ ພົມເພວ ໄດ້ຖິ້ມ​ຄວາມ​ຮັບຜິດຊອບ​ໃຫ້ຈີນ​ເລື້ອຍໆ, ຕັ້ງ​ແກ້ງສ້າງຄວາມຄຽດຊັງ​ແລະເປັນປໍລະປັກກັນ, ເປັນການທຳລາຍຄວາມພະຍາຍາມໃນການຮ່ວມມືກັນ​ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງໂລກອີກແລ້ວອີກຕື່ມ.
 

ຫວ່າງກ່ອນນີ້ບໍ່ດົນ, ທ່ານນາງ ຊຸຊານ ໄຣສ໌ ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາໄດ້ຕຳໜິທ່ານໄມ ພົມເພວໃນລາຍການວິທະຍຸລາຍການໜຶ່ງ ໂດຍກ່າວວ່າ: ການທີ່ທ່ານກ່າວຖ້ອຍຄວາມທີ່​ວ່າ  “ເຊື້ອພະຍາດອູຮັ້ນ” ນີ້ ​ເວົ້າ​ສຳລັບ​ອາ​ເມຣິກາ​ແລ້ວ​ແມ່ນຄວາມອັບປະຍົດທີ່ໃຫຍ່ຫຼວງ, ນີ້ບໍ່ແມ່ນການກະທຳໃນລັກສະນະຂອງຜູ້ນຳທີ່ສຳຄັນຂອງປະເທດໃຫຍ່ ຄື:ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຜູ້ນຳຄົນອື່ນໆ ທີ່ຄວນປະພຶດໃນໄລຍະນີ້.
 

ສາມ, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍໃຫ້ແກ່ທົ່ວມວນມະນຸດຢູ່​ແລ້ວ, ແຕ່ພາຍໃຕ້ການຊຸກຍູ້ຂອງທ່ານໄມ ພົມເພວ, ລັດຖະບານອາເມຣິກາໄດ້ສືບຕໍ່​ໃຊ້ “​ແຮງກົດດັນຢ່າງ​ສຸດ​ຂີດ” ຕໍ່ອີຣານ, ກູບາ ແລະ ປະເທດອື່ນໆ, ສົ່ງຜົນເຮັດໃຫ້​​ເກີດໄພພິບັດດ້ານມະນຸດສະທຳທີ່​ໜັກໜ່ວງ​ກວ່າ​ເກົ່າ​ອີກ.
 

ໜັງສືພິມວໍຊິງຕັນໂພສ໌ຂອງອາເມຣິກາໄດ້ພິມບົດວິເຄາະບົດໜຶ່ງເມື່ອບໍ່ດົນມານີ້ ໂດຍຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ​ໃນ​ຂະນະ​ທີ່ປະຊາຊົນອີຣານຈຳນວນ 80 ລ້ານຄົນທີ່ສົມຄວນໄດ້ຮັບການຊ່ວຍເຫລືອດ້ານມະນຸດສະທຳເມື່ອປະເຊີນກັບຄວາມຫຍຸ້ງຍາກ, ທ່ານໄມ ພົມເພວ ແລະ ນັກການເມືອງຄົນອື່ນໆຂອງອາເມຣິກາ​ໄດ້ປະຕິເສດຄວາມຮຽກຮ້ອງຈາກປະເທດຕາເວັນຕົກອື່ນໆ ເຊັ່ນ: ອັງກິດເປັນຕົ້ນທີ່ໃຫ້ໂຍະຍານການຂວໍ້າບາດຕໍ່ອີຣານ ​ແລະ ກັບຖືການສວຍໃຊ້ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນ​ໂອກາດທີ່ດີໃນການ​ໃຊ້ “​ແຮງກົດດັນຢ່າງສຸດ​ຂີດ”, ນີ້ອາດຈະເຮັດໃຫ້ປະຊາຊົນຜູ້ທີ່ບໍ່ມີໂທດກຳຫຍັງຈຳນວນຫຼວງຫຼາຍເສຍຊີວິດ,ມະນຸດສະທຳທີ່ອາເມຣິກາ​ແບບ​ອ້າງນັ້ນ​ແຮ່ງ​ເສຍ​ສັດທາ​ແລະ​ຈິດ​ໃຈຈາກຊາວໂລກອີກ.

图片默认标题_fororder_微信图片_20200429170204

ສີ່, ທ່ານໄມ ພົມເພວ ບໍ່ເອົາໃຈໃສ່ໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຕົນ, ທັງບໍ່ໃຫ້ຄວາມສົນໃຈຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ​ແລະ ສະແຫວງຫາແຕ່ຜົນປະໂຫຍດສ່ວນຕົວທາງການເມືອງ.
 

ກໍຄືກັນກັບຄຳຕຳໜິຈາກໜັງສືພິມ “ວໍຊິງຕັນໂພສ໌” ຂອງອາເມຣິກາທີ່ວ່າ: ທ່ານໄມ ພົມເພວ ເໝືອນດັ່ງ “ຄົນອຳ​ພາງ​ຕົວ” ໃນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ເປັນໜຶ່ງໃນລັດຖະມົນຕີກະຊວງການຕ່າງປະເທດທີ່ຂີ້ຮ້າຍທີ່ສຸດໃນປະຫວັດສາດອາເມຣິກາ. ໃນເວລາທີ່ອາເມຣິກາຂາດເຂີນວັດຖຸອຸປະກອນດ້ານການປ້ອງກັນພະຍາດໂຄວິດ-19, ປະຊາຊົນອາເມຣິກາກໍເກືອບວ່າບໍ່ໄດ້ເຫັນຄວາມພະຍາຍາມຂອງທ່ານ ໄມ ພົມເພວ ໃນການປະສານງານເພື່ອສະໜອງວັດຖຸອຸປະກອນດ້ານການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຈາກສາກົນ.

图片默认标题_fororder_微信图片_20200429170210

ການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນວິກິດການທີ່ໜັກໜ່ວງທີ່ສຸດທີ່ທົ່ວໂລກ​ໄດ້ປະເຊີນນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ປະຊາຊົນຈຳນວນຫຼວງຫຼາຍໄດ້ປະເຊີນກັບໄພຂົ່ມຂູ່ດ້ານຊີວິດ. ແຕ່ວ່າ: ສິ່ງນີ້ບໍ່ໄດ້ເຮັດໃຫ້ທ່ານໄມ ພົມເພວ ເກີດມີຄວາມຮູ້ສຶກເຫັນໃຈຈັກໜ້ອຍເລີຍ, ບໍ່ໄດ້ກະຕຸກຊຸກຍູ້ໃຫ້ທ່ານມີຄວາມຮູ້ສຶກຢາກຮັບຜິດຊອບແມ່ນແຕ່ໜ້ອຍດຽວ, ແຕ່ຫາກໄດ້ກາຍເປັນໂອກາດໃຫ້ກັບທ່ານທີ່ພະຍາຍາມປະພຶດໂຕ ​ເພື່ອ​ເອົາ​ໃຈອິດທິກຳລັງຝ່າຍອະນຸລັກນິຍົມພາຍໃນປະເທດອາ​ເມຣິກາ ແລະ ເປັນການສະສົມທຶນຮອນທາງການເມືອງຂອງຕົນ.
 

ການກະທຳຂອງທ່ານໄມ ພົມເພວ ໄດ້​ເສຍ​ຄວາມ​ໜ້າ​ເຊື່ອ​ຖື​ຕໍ່ປະຊາຊົນອາເມຣິກາ, ເປັນການທຳລາຍຊື່ສຽງທາງການທູດຂອງອາເມຣິກາ, ທຳລາຍການຮ່ວມມືສາກົນ​ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ກາຍເປັນສິ່ງອັບປະມຸງຄຸນແລະອັບປະຍົດທີ່ໃຫຍ່ຫຼວງຂອງອາເມຣິກາ. ທ່ານໄມ ພົມເພວ ບໍ່ສາມາດຫຼົບຫຼີກໂທດກຳເຫຼົ່ານີ້ໄດ້, ຄວນຖືກພິຈາລະນາໂທດກຳຈາກປະຊາຊົນອາເມຣິກາແລະປະຊາຄົມໂລກ.

ຄຳ​ເຫັນ

0