何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ​ “ຊິວ​ຊື້” ລົງ​ພິມ​ບົດ​ຄວາມ​ທີ່​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ທີ່ພາດຫົວ​ຂໍ້​ວ່າ“ຄຳ​ເຫັນ​ໃນ​ກອງ​ປ​ະ​ຊຸມ​​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເອົາ​ຊະ​ນະ​​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ”

2020-04-30 17:27:55 CRI

ວາ​ລະ​ສານ “ຊິວ​ຊື້” ສະ​ບັບ​ວັນ​ທີ 1 ພຶດ​ສະ​ພາ​ປີ2020 ຈະ​​ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນ​ະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ທີ່​ພາດຫົວ​ຂໍ້​ວ່າ “ຄຳ​ເຫັນ​ໃນ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ເອົາ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ”.

 

ໃນ​ບົດ​ຄວາມໄດ້​ເນັ້ນ​ວ່າ, ການ​ເອົາ​ຊະ​ນະ​​ໃນບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ​ແມ່ນ 1 ໃນ 3 ບັ້ນ​ສຳ​ຄັນ​ທີ່​ສະ​ເໜີ​​ອອກໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 19, ມີ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຢ່າງ​ຍິ່ງ​ຕໍ່​ການ​ສ້າງ​ສັງ​ຄົມທີ່​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ຕາມ​ເວ​ລາ​ກຳ​ນົດ ແລະ ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຂອງເຫດ​ການ​100ປີທຳ​ອິດຂອງ​ຈີນ. ຕ້ອງ​ມີ​ສະ​ຕິ​ຮັບ​ຮູ້​ຄວາມ​ລຳ​ບາກໃນ​ການ​ປະ​ຕິ​ບັດໜ້າ​ທີ່​ໃນ​ການ​ເອົາ​ຊະ​ນະ​​ໃນບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຮັບ​ຮູ້​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ໃນ​ພຶດ​ຕິ​ກຳ ແລະ ຄວາມ​ຮີບ​ດ່ວນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້, ຖື​​ເອົາການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄວ້​ຢູ່​ອັນ​ດັບ​ໜຶ່ງ, ສຸມ​ໃສ່​ເຂດ​ທຸກ​ຍາກ​ທີ່​ສຸດ, ຊຸກ​ຍູ້​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ.

 

ບົດ​ຄວາມ​ຊີ້​ອອກວ່າ, ໃນ​ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ຂອງ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ພວກ​ເຮົາ​ໄດ້​ສະ​ສົມ​ບົດ​ຮຽນອັນ​ລ້ຳ​ຄ່າ​ຢ່າງຫຼວງຫຼາຍ. ຄື: ໜຶ່ງ ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​ດ້ານ​ການ​ຈັດ​ຕັ້ງ. ສອງ, ຍຶດ​ໝັ້ນ​ໃນ​ແຜນ​​ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ​ກັບ​ເປົ້າ​ໝາຍ​ທີ່​ແນ່ນອນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ສາມ, ຍຶດ​ໝັ້ນ​​ໃນເພີ່ມ​ທະ​ວີ​ງົບ​ປະ​ມານ, ເພີ່ມ​ທະ​ວີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເງິນ​ທຶນ. ສີ່, ຍຶດ​ໝັ້ນ​​ໃນ​ການປຸກ​ລະ​ດົມ​ທາງ​ສັງ​ຄົມ, ເຕົ້າ​ໂຮມ​ກຳ​ລັງ​ຂອງ​ທຸກ​ຝ່າຍ. ຫ້າ, ຍຶດ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ​ຢ່າງ​ເຂັ້ມ​ງວດ, ຊຸກ​ຍູ້​ການ​ເຮັດ​ແທ້​ທຳ​ຈິງ. ຫົກ, ຍຶດ​ໝັ້ນ​​ໃນ​ການ​ຖື​ປະ​ຊາ​ຊົນ​ເປັນ​ກຳ​ລັງ​ຕົ້ນ​ຕໍ​, ກະ​ຕຸກ​ຊຸກ​ຍູ້​ກຳ​ລັງ​ພາຍ​ໃນ. ບົດ​ຮຽນ​​ເຫຼົ່າ​ນີ້ລ້ຳ​ຄ່າຫຼາຍ, ຕ້ອງ​ຍຶດ​ໝັ້ນ​ເປັນ​ເວ​ລາ​ຍາວ​ນານ ແລະ ປັບ​ປຸງ​​ໃຫ້ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້​ງ.

ຄຳ​ເຫັນ

0