尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພຶດຕິກຳທີ່ມີຊີວິດຊີວາຂອງຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ເອົາໃຈໃສ່ຊີວິດຂອງແຕ່ລະຄົນ

2020-04-30 19:36:00 cri

ໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານເລຂາທິການໃຫຍ່ສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງຖື​ເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນເປັນສິ່ງສຳຄັນອັນ​ດັບ​ໜຶ່ງ, ​ໃຫ້ວຽກງານການປິ່ນປົວ​ພະຍາດເປັນວຽກ​ງານສຳຄັນອັນ​ດັບ​ໜຶ່ງ. ປະຊາຊົນ​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ​ແລະ ຊີວິດເປັນສິ່ງສຳຄັນທີ່​ສຸດ, ​ໄດ້ກາຍເປັນເປົ້າໝາຍທີ່ສູງສົ່ງທີ່ຈີນສະແຫວງຫາໃນທົ່ວຂະບວນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ໃນການທົດສອບຄັ້ງນີ້, ຈີນບໍ່ໄດ້ຄິດຄ່າ​ໃຊ້​ຈ່າຍ​​ແຕ່​ຢ່າງ​ໃດ, ພະຍາຍາມ​ກອບ​ກູ້ຊີວິດຂອງຜູ້ເປັນພະຍາດ​ແຕ່ລະຄົນ ເຊິ່ງເປັນການສະແດງໃຫ້ເຫັນຄ່ານິຍົມທີ່​ໂດດເດັ່ນດ້ານວັດທະນະທຳຂອງຊົນ​ຊາດຈີນທີ່ວ່າ “ປະຊາຊົນເປັນຮາກຖານຂອງປະເທດ”.
 

图片默认标题_fororder_微信图片_20200430192039

ທ່ານ ເສີງຊຸ່ນເຊີ່ງ ປີນີ້ອາຍຸ 50 ປີ, ທ່ານ​ແມ່ນໜຶ່ງໃນຜູ້ເປັນພະຍາດທີ່ມີອາການສາຫັດທີ່ໄດ້ຮັບການປິ່ນປົວຢູ່ໂຮງໝໍຖົງຈີ້ສາຂາເຂດກວ່າງກູຂອງມະຫາວິທະຍາໄລວິທະຍາສາດເຕັກນິກຮວາຈົ່ງ. ເພື່ອສະກັດກັ້ນບໍ່ໃຫ້ອະໄວຍະວະຫຼາຍສ່ວນ​ຂອງ​ຮ່າງກາຍເສື່ອມໂຊມ, ລາວໄດ້ກາຍເປັນຜູ້ເປັນພະຍາດຜູ້ທຳ​ອິດ​ທີ່​ໄດ້ຮັບການປິ່ນປົວດ້ວຍລະບົບ ECMO ຢູ່ໂຮງໝໍດັ່ງກ່າວ. ຜ່ານການຕິດຕາມປິ່ນປົວຢ່າງໃກ້ຊິດຈາກແພດໝໍແລະພະຍາບານຕະຫຼອດ 24 ຊົ່ວໂມງໃນ 10 ມື້ລຽນຕິດ, ​ໃນ​ທີ່​ສຸດ​ກໍສາມາດ​ກອບ​ກູ້ເອົາຊີວິດຂອງລາວ​ໄດ້ຢ່າງສຳເລັດຜົນ.
 

图片默认标题_fororder_微信图片_20200430192045

ທ່ານໝໍ ໂຈ່ວໜິງ ຮອງຫົວໜ້າພະແນກພະຍາດຫຼອດ​ເລືອ​ດຫົວ​ໃຈຂອງໂຮງໝໍຖົງຈີ້ຂອງມະຫາວິທະຍາໄລວິທະຍາສາດເຕັກນິກຮວາຈົ່ງ ກ່າວວ່າ: “ຕາມຄວາມເຫັນຂອງຂ້ອຍ, ຊີວິດຂອງແຕ່ລະຄົນບໍ່​ສາມາດ​ນຳ​ມາປຽບທຽບກັນ​ໄດ້ແລະບໍ່​ສາມາດ​ທົດ​ແທນໄດ້, ຢູ່​ເບື້ອ​ງຫຼັງຊີວິດຂອງ​ປະຊາຊົນ​ແຕ່ລະຄົນ​ແມ່ນມີຄອບຄົວ, ເປັນພາກສ່ວນໜຶ່ງໃນສັງຄົມ, ການຖື​ເອົາຊີວິດຂອງຄົນເປັນສິ່ງສຳຄັນກວ່າ​ໝູ່ກໍເປັນແນວນີ້ແຫຼະ.”
 

​ກ່ອນ​ໜ້ານີ້ບໍ່​ດົນ, ຫຼັງໄດ້ຮັບການປິ່ນປົວຢູ່ໂຮງໝໍແລະຈຸດ​ແຍກ​ປ່ຽວ​ເປັນເວລາເກືອບ 80 ວັນ, ທ່ານ ເສີງຊຸ່ນເຊີ່ງ ຜູ້ເປັນພະຍາດທີ່ມີອາການສາຫັດ​ສາມາດ​ອອກ​ໂຮງໝໍ ​ແລະ ​ເດີນທາງ​ກັບ​ບ້ານໄດ້ໃນທີ່ສຸດ.

图片默认标题_fororder_微信图片_20200430192050

ນາງ ໄຕ້ຈຸ່ນຮວ່າ ເມຍຂອງທ່ານ ເສີງຊຸ່ນເຊີງ ເວົ້າກັບສາມີ​ຂອງ​ນາງວ່າ: “ເຈົ້າເປັນຄົນອັບໂຊກ, ແຕ່ກໍມີໂຊກດີ. ຂ້ອຍໄດ້ຍິນວ່າການໃຊ້ລະບົບ ECMO ປິ່ນປົວພະຍາດ​ແມ່ນ​ມີຄ່າ​ໃຊ້​ຈ່າຍແພງເອົາແທ້ເອົາວ່າ​ໄດ໋, ຖ້າບໍ່ມີການຊ່ວຍເຫຼືອຈາກລັດຖະບານ, ພວກເຮົາເຖິງຈະຂາຍເຮືອນຫາເງິນໄດ້, ກໍ່ບໍ່​ແນ່​ວ່າ​ຈະປິ່ນປົວພະຍາດຂອງເຈົ້າ​ໃຫ້ຫາ​ຍຂາດໄດ້.”
 

ໃນຖານະເປັນສະຖານທີ່ທີ່ສຳຄັນທີ່ສຸດ​ແລະ​ເປັນ​ບ່ອນ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ຊະນະໃນການຕໍ່ສູ້​ເພື່ອປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ​ໃນທົ່ວປະເທດ, ຢູ່ນະຄອນອູຮັ້ນ, ອັດຕາການປິ່ນປົວໃຫ້ຫາຍ​ຂາດໂດຍລວມໄດ້ກວມເຖິງ 94%, ຜູ້ເປັນພະຍາດທີ່ີມີອາການສາຫັດ​ເກືອບ 90% ສາມາດ​ປິ່ນປົວ​ໃຫ້​ຫາຍ​ຂາດ​ແລະກັບຄືນ​ໄປ​ດຳລົງຊີວິດຢ່າງເປັນປົກກະຕິ​ແລ້ວ.
 

ການຖື​ເອົາຊີວິດແລະສຸຂະພາບຂອງປະຊາຊົນເປັນສິ່ງສຳຄັນກວ່າ​ໝູ່ ໂດຍສະເພາະຕ້ອງໃຫ້ການຮັບປະກັນທີ່ເປັນບຸລິມະສິດແກ່ແມ່ມານ, ເດັກນ້ອຍ, ຜູ້ເຖົ້າ ແລະ ກຸ່ມຄົນອື່ນໆ. ກໍ່ແມ່ນການ​ຍຶດໝັ້ນ​ໃນ​ການສະແຫວງຫາບົນພື້ນຖານການທະນຸ​ຖະໜອມຊີວິດ, ປົກປ້ອງຊີວິດ ແລະ ເຄົາລົບຊີວິດ, ໃນການຕໍ່ສູ້ຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນອູຮັ້ນ ແຂວງຫູເປີຍ, ປະຊາຊົນຈີນໄດ້ສ້າງ “ຄວາມອັດສະຈັນ​ໃຫ້​ກັບຊີວິດ” ​ຄັ້ງ​ແລ້​ວຄັ້ງ​ອີກ.
 

图片默认标题_fororder_微信图片_20200430192054

​ແອນ້ອຍທີ່ພວມຕັ້ງໃຈຟັງພໍ່ອ່ານປື້ມກາ​ຕຸູນຊື່ວ່າໜີ​ວໜີ​ວ, ມີນໍ້າໜັກ 6,5 ກິໂລ ຕຸ້ຍໜ້າຮັກ, ແຕ່ກ່ອນ​ໜ້າ​ນີ້ 2 ເດືອນກວ່າ, ລາວໄດ້ຕິດເຊື້ອພະຍາດໂຄວິດ-19 ຢ່າງໜ້າ​ສົງສານ ​ເພາະ​ລາວ​ຫາ​ກໍ​ມີ​ອາຍຸ​ພຽງ 17 ວັນ​ເທົ່າ​ນັ້ນ. ຍ້ອນເປັນໄຂ້, ເຮັດໃຫ້ມີອາການຫາຍໃຈຍາກ, ແພດໝໍໄດ້ດຳເນີນການປິ່ນປົວລາວ​ແບບສັງລວມ ​ເຊັ່ນ: ຕ້ານເຊື້ອພະຍາດ, ການ​ໃຫ້ທາດບໍາລຸງ ແລະອື່ນໆ, ແພດໝໍແລະພະຍາບານໄດ້ເບິ່ງແຍງປິ່ນປົວລາວຢູ່ຂ້າງຕູ້ຮັກສາອຸນຫະພູມຕະຫຼອດ 24 ຊົ່ວໂມງ, ຜ່ານການກອບກູ້ປິ່ນປົວເປັນເວລາ 3 ອາທິດກວ່າ, ​ແອນ້ອນຄົນ​ນີ້​ກໍປອດໄພ.

 

图片默认标题_fororder_微信图片_20200430192059

ທ່ານ ເສົາຈ້ຽນໂປ່ ຫົວໜ້າໂຮງໝໍເດັກນ້ອຍອູຮັ້ນເວົ້າວ່າ: “ຄຸນສົມບັດຂອງຊົນຊາດຈີນກໍ່ແມ່ນເຄົາລົບຜູ້ເຖົ້າແລະຮັກແພງເດັກນ້ອຍ. ​ແອນ້ອຍທີ່ຫາ​ກໍເກີດໃໝ່ແມ່ນຄວາມຫວັງຂອງມະນຸດເຮົາ. ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ພວກເຮົາໄດ້ເຫັນເດັກນ້ອຍ ໂດຍສະເພາະແມ່ນ​ແອນ້ອຍທີ່ຫາກໍເກີດໃໝ່, ພວກເຮົາກໍຮູ້ສຶກວ່າ ນະຄອນອູຮັ້ນ​ແມ່ນມີຄວາມຫວັງ.”
 

ມາຮອດວັນທີ 8 ເມສາຜ່ານມາ, ພຽງແຕ່ຢູ່ໂຮງໝໍເດັກນ້ອຍອູຮັ້ນພຽງ​ແຫ່ງ​ດຽວ ກໍໄດ້ຮັບປິ່ນປົວເດັກນ້ອຍ​ທີ່ຖືກບົ່ງມະຕິ ຫຼືື ຖືກສົງໄສເປັນພະຍາດໂຄວິດ-19 ມີຈໍານວນທັງໝົດ 779 ຄົນ ແລະ ສາມາດ​ປິ່ນປົວ​ໃຫ້ຫາ​ຍຂາດ, ສາມາດ​ຮັກສາ​ແອນ້ອຍ​ຫາ​ກໍ​ເກີດໃໝ່ຢ່າງປອດໄພຈຳນວນ 2.283 ຄົນ, ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ມີການຕິດແປດກັນລະຫວ່າງເດັກແລະແມ່ມານຢູ່ໃນໂຮງໝໍ.

 

图片默认标题_fororder_微信图片_20200430192103

ຄົນທີ່ພວມກ່ອມ​ໃຫ້​ລູກ​ນອນ​ຢູ່ຜູ້ນີ້ຊື່ວ່າ ຫຼີຖີງ, ໃນທ້າຍເດືອນມັງກອນປີນີ້, ໃນເວລາພະຍາດໂຄວິດ-19 ແຜ່ລະບາດຢ່າງຮຸນແຮງຢູ່ນະຄອນອູຮັ້ນ,ນາງ ຫຼີຖີງ ທີ່ຖືພາ​ໄດ້ 33 ອາທິດ ​ໂຊກ​ບໍ່​ດີໄດ້ຕິດແປດພະຍາດໂຄວິດ-19, ເມື່ອຖືກບົ່ງມະຕິເປັນພະຍາດ ລູກໃນຄັນກໍມີອາການຂາດອັອກຊີເຊນ, ພາຍ​ໃນ​ຄັນມີຄວາມບໍ່ໝັ້ນທ່ຽງແລະມີອາການອື່ນໆ, ອາການມີຄວາມອັນຕະລາຍຫຼາຍ. ບໍ່ພຽງແຕ່ຕ້ອງປິ່ນປົວພະຍາດໂຄວິດ-19 ໃຫ້ນາງຫຼີຖີງເທົ່ານັ້ນ, ຍັງຕ້ອງຮັບປະກັນຄວາມປອດໄພ​ໃຫ້ເດັກໃນຄັນອີກ​ດ້ວຍ, ​ເຖິງ​ວ່າບໍ່ມີຕົວຢ່າງແບບນີ້ມາກ່ອນ, ແພດໝໍຂອງໂຮງໝໍເຊຍເຫີສາຂາຕົ່ງຊີ່ຫູຂອງມະຫາວິທະຍາໄລວິທະຍາສາດເຕັກນິກຮວາຈົ່ງ ກໍໄດ້ດຳເນີນການຜ່າຕັດ ໃຫ້ເດັກເກີດ, ແພດໝໍຢູ່ພະແນກທີ່ກ່ຽວຂ້ອງຈຳນວນໜຶ່ງກໍ່ໄດ້ຮັບເຊີນ​ໃຫ້ມາ​ປຶກສາການປິ່ນປົວ.

 

图片默认标题_fororder_微信图片_20200430192107

ນາງ ໄຕ້ຊູ່ຫຼານ ຫົວໜ້າພະແນກປະສູດຂອງໂຮງໝໍເຊຍເຫີສາຂາ​ເຂດຕົ່ງຊີ່ຫູຂອງມະຫາວິທະຍາໄລວິທະຍາສາດເຕັກນິກຮວາຈົ່ງ ກ່າວວ່າ: “ກ່ຽວກັບສະພາບການຜ່າຕັດ ແລະ ຫຼັງການຜ່າຕັດ ລວມທັງອາການຂອງເດັກ, ລ້ວນແຕ່ຕ້ອງວາງແຜນການລ່ວງໜ້າກ່ອນ, ຂະນະທີ່ຜ່າຕັດເອົາເດັກອອກຈາກຄັນແມ່ມານ, ຂ້ອຍຮູ້ສຶກມີຄວາມກັງວົນຫຼາຍ, ມືຂອງຂ້ອຍກໍ່ມື່ນຫຼາຍ. ສິ່ງທີ່ເຮັດໃຫ້ຄົນຮູ້ສຶກດີໃຈແມ່ນ ຊີ້ງໆທີ່ເກີດກ່ອນກຳນົດເວລາ 1 ເດືອນກວ່າມີສຸຂະພາບເປັນປົກກະຕິທຸກຢ່າງ ແລະ ບໍ່ມີ​ອາການຕິດເຊື້ອພະຍາດໂຄວິດ-19.”
 

ນາງ ຫຼີຖີງ ເວົ້າວ່າ: “ຖ້າບໍ່​ໄດ້​ຮັບ​ການເອົາໃຈໃສ່ທີ່ດີສຸດ​ຂີດຈາກແພດໝໍ, ບໍ່ວ່າການກູ້ເອົາຊີວິດຂອງຂ້ອຍ ຫຼືວ່າ ລູກຂອງຂ້ອຍ, ກໍ່ຈະເປັນໄປ​ໄດ້​ຍາກ​ທີ່​ສຸດ. ​ແຕ່ຄຳເວົ້າທີ່ງ່າຍໆຂອງແພດໝໍແລະພະຍາບານ​ໄດ້ເປັນການໃຫ້ກຳລັງໃຈທີ່ດີແທ້ໆ, ເວົ້າສຳລັບຜູ້ທີ່ເຄີຍເປັນພະຍາດໂຄວິດ-19 ຄືເຮົານີ້ແລ້ວ, ຄືວ່າ​ແມ່ນໄດ້ກິນຢາຍ້ອມໃຈ.”

图片默认标题_fororder_微信图片_20200430192111

​ແມ່​ເຖົ້າຫຼີຊີ້ງຈື່ ປີ​ນີ້ອາຍຸ​ໄດ້ 101​ ປີ​ແລ້ວ, ​ເພິ່ນເປັນໜຶ່ງໃນຜູ້ເປັນພະຍາດທີ່ມີອາຍຸ 100 ປີທີ່​ໄດ້ຮັບການປິ່ນປົວຢູ່ນະຄອນອູຮັ້ນ. ໃນຂະນະທີ່ນັກຂ່າວໄປສຳພາດເພິ່ນ, ເພິ່ນພວມຕາກແດດຢູ່ນອກປະຕູເຮືອນ.
 

​ແມ່​ເຖົ້າຫຼີຊີ້ງຈື່ ມີອາການທີ່ຖືກສົງໄສເປັນພະຍາດໂຄວິດ-19 ຄື: ໃນຕົ້ນເດືອນກຸມພາປີນີ້, ​ເພິ່ນເປັນໄຂ້​ເປັນ​ໄລຍະໆ, ບໍ່ມີແຮງ ແລະອື່ນໆ. ຫຼັງຈາກນັ້ນ​, ແມ່​ເຖົ້າໄດ້ຮັບການປິ່ນປົວຢູ່ໂຮງໝໍເຊຍເຫີ ສາຂາ​ເຂດຈ່ຽງໜານຂອງມະຫາວິທະຍາໄລວິທະຍາສາດເຕັກນິກຮວາຈົ່ງ. ທາງໂຮງໝໍໄດ້​ເອົາ​ໃຈ​ໃສ່ປິ່ນປົວຢ່າງຕັ້ງໜ້າ ເພື່ອໃຫ້ຖືກກັບອາການ, ທັງໄດ້ເບິ່ງແຍງແລະຮັກສາຊີວິດການເປັນຢູ່ຂອງ​ແມ່ເຖົ້າຈົນ​ສຸດ​ຄວາມ​ສາມາດ. ຜ່ານການ​ເອົາ​ໃຈ​ໃສ່ປິ່ນປົວເປັນເວລາ 9 ວັນ, ​ແມ່​ເຖົ້າ​ຄົນ​ນີ້​ສາມາດປິ່ນປົວ​ໃຫ້ຫາ​ຍຂາດ ແລະ ຟື້ນຟູສຸຂະພາບຮ່າງກາຍ​ໃຫ້ເປັນປົກກະຕິຢ່າງຮອບດ້ານ ແລະ ​ໄດ້ອອກໂຮງໝໍ​ໃນ​ທີ່​ສຸດ.

ໃນຈຳນວນຜູ້ເປັນພະຍາດໂຄວິດ-19, ​ຜູ່ເຖົ້າມີກາ​ຍະ​ພາບບໍ່ຄ່ອຍ​ແຂງ​ແຮງ, ນອກ​ນີ້​ສ່ວນຫຼາຍຍັງມີພະຍາດປະຈຳ​ໂຕອື່ນໆ​ແຊກ​ຊ້ອນ, ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກໃນການປິ່ນປົວ ​ແລະ ຕ້ອງໃຊ້ຊັບພະຍາກອນດ້ານການປິ່ນປົວຢ່າງຫຼວງຫຼາຍ. ແຕ່ເພື່ອກູ້ເອົາຊີວິດ, ລັດຖະບານ​ບໍ່​ເຄີຍເສຍດາຍຄ່າ​ໃຊ້ຈ່າຍທຸກຢ່າງ. ພໍ່​ເຖົ້າ ຫຼູຈ່ຽງ ຜູ້ເປັນພະຍາດໂຄວິດ-19 ທີ່ມີອາຍຸ 70 ປີໃນປີນີ້ ໄດ້ຮັບການປິ່ນປົວເກືອບ 3 ເດືອນ, ໄດ້ໃຊ້ລະບົບ ECMO ສອງເທື່ອ, ຄ່າໃຊ້ຈ່າຍດ້ານການປິ່ນປົວລວມທັງໝົດເກືອບ 1,4 ລ້ານຢວນ, ລັດຖະບານ​ເປັນ​ຜູ້​​ແບກ​ຫາບ​ຄ່າ​ໃຊ້​ຈ່າຍ​ໃຫ້​ທັງ​ໝົດ, ໃນທີ່ສຸດກໍ​ສາມາດກູ້ເອົາຊີວິດ​ເພິ່ນ​ໄດ້ຢ່າງສຳເລັດຜົນ. ໃນຜູ້ເປັນພະຍາດທີ່​ໄດ້ຮັບການປິ່ນປົວແລະຟື້ນຟູສຸຂະພາບ​ໃຫ້ເປັນປົກກະຕິ ແລະ ສາມາດອອກໂຮງໝໍຢູ່ນະຄອນອູຮັ້ນນັ້ນ, ຜູ້ທີ່ມີອາຍຸຫຼາຍກວ່າ 80 ປີມີ​ເຖິງ 3.600 ກວ່າຄົນ, ອັດຕາການກອບກູ້ຊີວິດຢ່າງສຳເລັດຜົນກວມເກືອບ 70%.
 

图片默认标题_fororder_微信图片_20200430192116
ທ່ານ ຊິ່ນໝິງ ສາສະດາຈານຂອງໂຮງຮຽນພັກສູນກາງຈີນກ່າວວ່າ: “ພວກເຮົາໄດ້ມີ​ຄວາມ​ຮູ້ສຶກ​ເຖິງວັດທະນະທຳຊົນຊາດຈີນຂອງເຮົາຢ່າງເລິກເຊິ່ງ ຕໍ່ອັນທີ່ເອີ້ນວ່າ ປະຊາຊົນເປັນຮາກຖານຂອງປະເທດ. ມີແຕ່ປະຊາຊົນຈຶ່ງຈະແມ່ນພື້ນຖານທີ່​ແໜ້ນ​ແກ່ນທີ່ສຸດຂອງປະເທດໜຶ່ງ, ທັງແມ່ນກຳລັງທີ່ເຂັ້ມແຂງທີ່ສຸດຂອງປະເທດໜຶ່ງ.” ໃນຂະບວນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ຍຶດໝັ້ນ​ອັນ​ທີ່​ວ່າ ປະຊາຊົນ​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນ​ອັນ​ທີ່​ວ່າ ຊີວິດເປັນສິ່ງສຳຄັນທີ່​ສຸດຢ່າງສະເໝີຕົ້ນສະເໝີປາຍ ​ແລະ ຖື​ເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນເປັນສິ່ງ​ສຳຄັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ.”

ຄຳ​ເຫັນ

0