何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາຊົນ​ຈີນ​ທີ່​ສາ​ມັກ​ຄີ​ກັນ​ສູ້​ຊົນ​ສົມເປັນ​ວິ​ລະ​ຊົນ​ທີ່​ແທ້​ຈິງ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19

2020-05-01 17:14:35 CRI

ວັນທີ 1 ພຶດສະພາແມ່ນວັນກຳມະກອນສາກົນ ເປັນວັນບຸນຂອງ​ຊາວຜູ້ອອກແຮງງານ. ໃນໄລຍະ​​ທີ່ເກີດມີສະພາບພະຍາດໂຄວິດ-19, ວັນກຳມະກອນສາກົນປີນີ້​ຈຶ່ງມີຄວາມໝາຍທີ່ບໍ່ທຳມະດາ.

 

ຕັ້ງແຕ່ໄລ​ຍະ​ເບື້ອງ​ຕົ້ນ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນກໍໄດ້ກຳນົດ​ໃຫ້ບັ້ນປ້ອງກັນແລະຄວບຄຸມພະຍາດຄັ້ງນີ້ເປັນບັ້ນຮົບທົ່ວປວງຊົນໂດຍເນັ້ນວ່າ ຕ້ອງຖືຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນເປັນ​ສິ່ງສຳຄັນທີ່ສຸດ, ຕ້ອງອາໃສປະຊາຊົນຢ່າງແໜ້ນແຟ້ນເພື່ອເອົາຊະນະພະຍາດຄັ້ງນີ້. ໂດຍຜະເຊີນໜ້າກັບພະຍາດ​ດັ່ງ​ກ່າວ​ທີ່ເກີດຂຶ້ນ​ຢ່າງກະທັນຫັນ, ​ນັບ​ແຕ່ພະນັກງານແພດໝໍ​ຈົນຮອດພະນັກງານທີ່​ມີ​ສ່ວນ​ຮ່ວມ​ໃນການປ້ອງກັນແລະຄວບຄຸມພະຍາດ​​ຢູ່ໃນຂະແໜງການຕ່າງໆ, ຈາກ​ພະ​ນັກ​ງານກວດອະນາໄມຕາມຖະໜົນຫົນທາງ, ຜູ້ສົ່ງເຄື່ອງດ່ວນ​ຈົນຮອດກຳມະກອນຜະລິດອຸປະກອນ​ປ້ອງ​ກັນພະຍາດ, ປະຊາຊົນຜູ້ອອກແຮງງານເປັນພັນເປັນໝື່ນຄົນໄດ້ສຸມຄວາມພະຍາຍາມ ແລະອຸທິຕົນຢ່າງງຽບໆ​ຢູ່​ໃນ​ໜ້າ​ທີ່​ວຽກ​ງານຂອງຕົນ ເຊິ່ງໄດ້​ເຕົ້າ​ໂຮມກຳລັງແຮງທີ່ເຂັ້ມແຂງເພື່ອເອົາຊະນະພະຍາດ. ກ່ອນໜ້ານີ້, ທ່ານປະທານສີຈິ້ນຜິງໄດ້ສົນທະນາກັບຜູ້ນຳຕ່າງປະເທດຜ່ານທາງໂທລະສັບ ໂດຍກ່າວເນັ້ນວ່າ: “​ເພື່ອເອົາຊະນະພະຍາດຄັ້ງນີ້, ຜູ້ທີ່ໃຫ້ກຳລັງໃຈແລະຄວາມໝັ້ນໃຈແກ່ພວກຂ້າພະເຈົ້າກໍຄືປະຊາຊົນຈີນທັງ​ໄດ້ຍ້ອງຍໍວ່າ: “ປະຊາຊົນຈີນແມ່ນວິລະຊົນທີ່ແທ້ຈິງ”.

 

ທ່ານບຣູ ​ແອດ​ເວີດ ທີ່ປຶກສາລະດັບສູງຂອງຜູ້ອຳນວຍການໃຫຍ່ອົງການອະນາໄມໂລກກ່າວວ່າ: ​ອາສາສະໝັກຈີນໄດ້​ສູ້​ຊົນ​ຢູ່​ແນວ​ໜ້າ​ແຫ່ງ​ການ​ປ້ອງ​ກັນປະເທດຈີນແລະແຫ່ງຕ່າງໆຂອງໂລກຢ່າງແທ້ຈິງ.

 

ອີງຕາມແຜນການ, ປີນີ້ຈີນຈະເຮັດສຳເລັດໜ້າທີ່ລຶບລ້າງຄວາມທຸກຍາກເດັດຖານ, ບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ອີ່ມໜຳສຳລານ​ໃຫ້​ສຳ​ເລັດຢ່າງຮອບດ້ານ. ເຖິງວ່າສະພາບພະຍາດຄັ້ງນີ້ໄດ້​ເປັນສິ່ງທ້າທາຍໃຫ້ແກ່ການພັດທະນາເສດຖະກິດຂອງຈີນ, ແຕ່ຂໍແຕ່ວ່າປະຊາຊົນ​ຈີນ 1,4 ຕື້ຄົນສາມັກຄີກັນສູ້ຊົນຜ່ານ​ຜ່າ, ກໍຈະບໍ່ມີສິ່ງທ້າທາຍແລະຄວາມຫຍຸ້ງຍາກໃດທີ່ຈະບໍ່​ສາ​ມາດຜ່ານຜ່າໄດ້. ຜູ້ອອກແຮງງານເປັນພັນເປັນໝື່ນຄົນຈະເປັນກຳລັອັນໃຫຍ່ຫຼວງແລະເຂັ້ມແຂງ ​ທີ່ຈະຊຸກຍູ້ໃຫ້ປະເທດຈີນສືບຕໍ່ກ້າວເດີນໄປໜ້າຢ່າງເດັດ​ດ່ຽວໜຽວແໜ້ນ ເພື່ອບັນລຸເປົ້າໝາຍການພັດທະນາປະເທດຊາດ​ທີ່​ໄດ້ກຳນົດ​ໄວ້.

ຄຳ​ເຫັນ

0