覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ເຖິງ​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ​ເນື່ອງ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ 1 ພຶດ​ສະ​ພາ

2020-05-01 09:52:15 cri

ເນື່ອງ​ໃນ​ໂອ​ກາດ​ວັນ​ກຳ​ມະ​ກອນ​ສາ​ກົນ 1 ພຶດ​ສະ​ພາ​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕອບ​ຈົດ​ໝາຍພະ​ນັກ​ງານ​ທຸກ​ຖ້ວນ​ໜ້າ​ຂອງ​ກຸ່ມ​ບໍ​ລິ​ສັດ​ຢວນ​ຟ່າງ​ນະ​ຄອນ​ເຈີ້ງ​ໂຈ່ວ​​ໃນ​ວັນ​ທີ 30 ເມ​ສາ​ຜ່ານ​ມາ ເພື່ອສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​​ເຖິງເຂົາ​ເຈົ້າ​ກໍ​ຄື​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​​ໃນ​ຂອບ​ເຂດທົ່ວ​ປະ​ເທດ.
 

ຈົດ​ໝາຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຂຽນ​ວ່າ: ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດCOVID-19​ແລ້ວ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຄະ​ນະ​ພັກ​ກຸ່ມ​ບໍ​ລິ​ສັດ, ພວກ​ທ່ານ​ໄດ້​ເຝົ້າ​ປະ​ຈຳ​ການ​ຕາມ​​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕ່າງໆ​ເຊັ່ນ:ວຽກ​ງານ​ອະ​ນາ​ໄມ, ບໍ​ລິ​ການ​ທີ່ກ່ຽວ​ຂ້ອງ​ເປັນ​ຕົ້ນ,​ພວກ​ທ່ານຈຳ​ນວນ​ບໍ່​ໜ້ອຍ​ໄດ້​ເປັນ​ເຈົ້າ​ການ​ສະ​ໝັກ​ໄປ​ຊ່ວຍ​ເຫຼືອ​ໂຮງ​ໝໍ​ແຫ່ງ​ຕ່າງໆ​​ຢ່າງ​ຮີບ​ດ່ວນເຊັ່ນ​:ອູ​ຮັ້ນ​ເປັນ​ຕົ້ນ​, ເຊິ່ງ​ໄດ້​ປະ​ກອບ​ສ່ວນໃນ​ການ​ຕ້ານ​ກັບ​ພະ​ຍາດ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ​ຂອງ​ຕົນ, ​ພວກ​ທ່ານ​ລຳ​ບາກ​ຫຼາຍ!
 

 ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ຄວາມ​ຍິ່ງ​ໃຫຍ່​ມາ​ຈາກ​ຄວາມ​ທຳ​ມະ​ດາ, ວິ​ລະ​ຊົນ​ມາ​ຈາກ​ປະ​ຊາ​ຊົນ. ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​​ຄັ້ງ​ນີ້, ​ຈາກພະ​ນັກ​ງານ​ແພດ​ໝໍ​ທີ່​ສູ້​ຊົນ​ຢູ່​ແນວ​ໜ້າ ຕະຫຼອດ​ຮອດ​​ບຸກ​ຄົນ​ຝ່າຍ​ຕ່າງໆທີ່​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ຈາກ​ກຳ​ມະ​ກອນ​ອະ​ນາ​ໄມ, ​ຜູ້ສົ່ງ​ສິ​ນ​ຄ້າ​ດ່ວນ​ຕະຫຼອດ​ຮອດ​ກຳ​ມະ​ກອນ​ຜະ​ລິດ​ວັດ​ຖຸ​ອຸ​ປະ​ກອນ​ປ້ອງ​ກັນ​ພະ​ຍາດ, ຜູ້​ອອກ​ແຮງ​ງານ​ນັບ​ເປັນ​ໝື່ນ​ເປັນ​ລ້ານ​ໄດ້​ຕັ້ງ​ໃຈ​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ອົດ​ທົນ​ແລະ​ອຸ​ທິ​ຕົນ​ຢ່າງ​ງຽບໆ​ຕາມ​ໜ້າ​ທີ່​​ວຽກ​ງານ​ຂອງ​ຕົນ ເຊິ່ງ​ໄດ້​ເຕົ້າ​ໂຮມ​ກຳ​ລັງ​ແຮງ​ອັນ​ເຂັ້ມ​ແຂງ​ໃນ​ການ​ເອົາ​ຊະ​ນະ​ພະ​ຍ​າດ. ຫວັງ​ວ່າ ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ອັນ​ໄພ​ສານ​ຈະ​ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ,ຮັກ​ສາ​ຄວາມ​ຫ້າວ​ຫັນ​ເຮັດ​ວຽກ​ແລະ​ເຊີດ​ຊູ​ຈິດ​ໃຈ​ອອກ​ແຮງ​ງານ, ຜ່ານ​ຜ່າ​ຄວາ​ມ​ຫຍຸ້ງ​ຍາກ​ແລ​ະ​ອຸ​ປະ​ສັກ​ຕ່າງໆ​ນາໆ, ສືບ​ຕໍ່​ສ້າງ​​ວິ​ລະ​ກຳ​ທີ່​ບໍ່​ທຳ​ມະ​ດາ​ໃນ​ໜ້າ​ທີ່​ວຽກ​ງານ​ທຳ​ມະ​ດາ​ຂອງ​ຕົນ, ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ເພື່ອ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ກໍ​ຄື​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ຄຳ​ເຫັນ

0