ທ່ານສີຈິ້ນຜິງມີສາຍຕາອັນແຫຼມຄົມແລະມີຄວາມສາມາດສູງໃນການຮັບຮູ້ແລະນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຄືທ່ານ ເຈຍຕ້າຊ່ານ, ໃນເວລາທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນການນຳຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ. ສິ່ງທີ່ໜ້າເສຍດາຍນັ້ນແມ່ນ, ທ່ານເຈຍຕ້າຊ່ານໄດ້ເສຍຊີວິດເນື່ອງຈາກເຈັບປ່ວຍໃນປີ 1997. ທ່ານເຈຍຢົງຮຸຍ ລູກຊາຍຂອງເພິ່ນໄດ້ຫວນຄືນກ່ຽວກັບເລື່ອງລາວຂອງພໍ່ ຕົນເອງວ່າ: ພໍ່ເປັນຄົນທີ່ອ່ອນນ້ອມຖ່ອມຕົວແລະຈຽມເນື້ອຈຽມຕົວ. ຕອນເພິ່ນວ່າງອອກເຮືອນໄປຕາມຫົນທາງກໍມັກຍ່າງກົ້ມໜ້າລຽບຕີນກຳແພງໄປ. ຜູ້ອື່ນເວົ້າວ່າ ເພິ່ນເປັນນັກປະພັນ, ແຕ່ເພິ່ນເວົ້າວ່າ ຕົນເອງພຽງແຕ່ໄດ້ອ່ານໜັງສືຈັກສອງສາມເຫຼັ້ມແລະຮູ້ໂຕໜັງສືຫຼາຍກວ່າຄົນທຳມະດາພຽງບໍ່ເທົ່າໃດໂຕເທົ່ານັ້ນ. ຕອນທີ່ທ່ານສີຈິ້ນຜິງໄປດຳລົງຕຳແໜ່ງເປັນການນຳຢູ່ເມືອງເຈີ້ງຕິ້ງ, ຜູ້ທຳອິດທີ່ທ່ານສີຈິ້ນຜິງໄປຢ້ຽມຢາມໃນເຮືອນນັ້ນແມ່ນພໍ່ຂອງຕົນ, ເພາະເຫັນວ່າ ຜູ້ມີຄວາມຮູ້ຄວາມສາມາດແມ່ນຫາຍາກ, ທ່ານສີຈິ້ນຜິງຈິ່ງຕົກລົງເລື່ອນຕຳແໜ່ງພໍ່ຈາກຮອງຫົວໜ້າຫໍວັດທະນະທຳ ເມືອງຂຶ້ນເປັນຫົວໜ້າພະແນກວັດທະນະທຳເມືອງ. ພາຍຫຼັງພໍ່ໄດ້ຮັບຕຳແໜ່ງແລ້ວ, ກໍໄດ້ປຸກສ້າງໂຮງລະຄອນສາງຊ່ານແຫ່ງໃໝ່,ປະຕິສັງຂອນຫໍຕ້າເປີ່ຍສະເພາະເພື່ອປະດິດສະຖານຮູບເຈົ້າແມ່ກ່ວນອິ່ນ,ອາລາມລິງຊ່ຽວ ແລະຫໍກອງວັດຄ່າຍຢວນ ກໍຄືອະນຸລັກຮັກສາວັດຖຸບູຮານທີ່ມີຊື່ສຽງອີກຈຳນວນຫຼວງຫຼາຍ.
ຈາກເລື່ອງລາວດັ່ງກ່າວພວກເຮົາສາມາດເຫັນໄດ້ວ່າ ເປັນຫຍັງທ່ານສີຈິ້ນຜິງມີຄວາມເກັ່ງກ້າເດັດຂາດປານນັ້ນໄດ້ແຕ່ງຕັ້ງທ່ານເຈ່ຍຕ້າຊ່ານໃນຕຳແໜ່ງແບບນັ້ນ, ກໍຍ້ອນວ່າເພິ່ນໄດ້ຮູ້ດີຢ່າງແທ້ຈິງວ່າ ຜູ້ມີຄວາມຮູ້ຄວາມສາມາດແມ່ນຫາຍາກແທ້ໆ ນີ້ຄືສາຍຕາເບິ່ງກວ້າງມອງໄກ,ຄວາມເກັ່ງກ້າເດັດຂາດແລະຈິດໃຈກວ້າງຂວາງຂອງຜູ້ທີ່ຮູ້ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ. ຈາກນີ້ກໍເຫັນໄດ້ວ່າ: ການໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ໄດ້ປະສິດທິຜົນຫຼືບໍ?ຖືກຕ້ອງຕາມຫຼັກວິທະຍາສາດຫຼືບໍ່?ສົມເຫດສົມຜົນຫຼືບໍ່? ທັງໝົດນີ້ຈະພົວພັນເຖິງການໃຊ້ຜູ້ມີຄວາມຮູ້ຄວາມສາມາດວ່າຈະປະສົບຜົນສຳເລັດຫຼືບໍ່?
ຄັນຊັ້ນໃນທຸກມື້ນີ້ ພວກເຮົາຄວນໃຊ້ຜູ້ມີຄວາມຮູ້ຄວາມສາມາດແນວໃດ? ທ່ານສີຈິ້ນຜິງມີທັດສະນະວ່າ:
“ ‘ຢາກສ້າງພາລະກິດທີ່ຍິ່ງໃຫຍ່ແບບບໍ່ທຳມະດາໃຫ້ສຳເລັດໄດ້ແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດທີ່ຍິ່ງໃຫຍ່ບໍ່ທຳມະດາ’ ຄົນເປັນປັດໄຈສຳຄັນທີ່ສຸດໃນການປະດິດສ້າງດ້ານວິທະຍາສາດເຕັກນິກ, ພາລະກິດປະດິດສ້າງໃໝ່ຮຽກຮ້ອງຕ້ອງການຜູ້ມີຄວາມຮູ້ຄວາມສາມາດທີ່ມີການປະດິດສ້າງ. ການເຄົາລົບນັບຖືຜູ້ມີຄວາມຮູ້ຄວາມສາມາດເປັນມູນເຊື້ອທີ່ມີປະຫວັດສາດຍາວນານຂອງຊາດຈີນ.”
ສຳນວນດັ່ງກ່າວແມ່ນຄຳເຫັນຂອງທ່ານສີຈິ້ນຜິງທີ່ກ່າວໃນກອງປະຊຸມສະຖາບັນວິທະຍາສາດຈີນແລະສະຖາບັນວິສະວະກຳຈີນໃນວັນທີ 9 ມິຖຸນາປີ 2014. ໃນຄຳເຫັນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນຄຳບູຮານຈີນທີ່ວ່າ “ຢາກສ້າງພາລະກິດທີ່ຍິ່ງໃຫຍ່ແບບບໍ່ທຳມະດາໃຫ້ສຳເລັດໄດ້ແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດທີ່ຍິ່ງໃຫຍ່ບໍ່ທຳມະດາ” ເຊິ່ງຄຳນີ້ມີເຄົ້າເດີມມາຈາກປຶ້ມ “ຮັ້ນຊູ, ອູຕີ້ຈື້” ທີ່ຮຽບຮຽງໂດຍ ປ່ານກູ້ ນັກປະວັດສາດສະໄໝລາຊະວົງຮັ້ນຂອງຈີນ(ປີ25—ປີ220)ກ່ອນຄສປີ 106, ເຈົ້າຊີວິດຮັ້ນອູຕີ້ ລາຊະວົງຮັ້ນຕາເວັນຕົກໄດ້ອອກພະລາຊະໂອງການໃຫ້ອຳນາດການປົກຄອງບັນດາເມືອງໃນທົ່ວປະເທດສະເໜີຊື່ຜູ້ມີຄວາມຮູູ້ຄວາມສາມາດໂດຍລະບຸວ່າ: “ຢາກສ້າງພາລະກິດທີ່ຍິ່ງໃຫຍ່ແບບບໍ່ທຳມະດາໃຫ້ສຳເລັດໄດ້ແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດທີ່ຍິ່ງໃຫຍ່ບໍ່ທຳມະດາ”.
ຄວາມຈິງແລ້ວ, ສອງປະໂຫຍກດັ່ງກ່າວມີຄວາມເປັນມາຄືແນວນີ້: ປະມານກ່ອນຄສປີ 86, ຊືມາຊ້ຽງຢູ ນັກກະວິ,ນັກວັນນະຄະດີທີ່ມີຊື່ສຽງຂອງລາຊະວົງຮັ້ນຕາເວັນຕົກໄດ້ຂຽນສານກາບທູດໃຫ້ເຈົ້າຊີວິດຮັ້ນອູຕີ້ເພື່ອຄົ້ນຄວ້າບັນຫາການປ້ອງກັນເຂດຊາຍແດນພາກຕາເວັນຕົກສຽງໃຕ້ຂອງປະເທດ. ໃນສານກາບທູນສະບັບນີ້, ຊືມາຊ້ຽງຢູໄດ້ໃຊ້ຄຳວ່າ “ບໍ່ທຳມະດາ” ເຖິງ 5 ເທື່ອຄື: ໂລກນີ້ຕ້ອງມີຜູ້ເກັ່ງກ້າສາມາດທີ່ບໍ່ທຳມະດາສາກ່ອນ, ແລ້ວຈິ່ງຈະສາມາດເຮັດສິ່ງທີ່ບໍ່ທຳມະດາໃຫ້ສຳເລັດໄດ້, ເມື່ອເຮັດສິ່ງທີ່ບໍ່ທຳມະດາໃຫ້ສຳເລັດແລ້ວ,ຈຶ່ງຈະໄດ້ຮັບຜົນສຳເລັດທີ່ບໍ່ທຳມະດາ; “ບໍ່ທຳມະດາ” ໄດ້ແກ່ ຄວາມເກັ່ງກ້າສາມາດຕ່າງໝູ່. ໝາຍຄວາມວ່າ: ຢາກປະສົບຜົນສຳເລັດຍິ່ງໃຫຍ່ແມ່ນຕ້ອງອາໄສຜູ້ເກັ່ງກ້າສາມາດບໍ່ທຳມະດາ. “ບໍ່ທຳມະດາ” 5 ຄຳດັ່ງກ່າວໄດ້ຖືກໃຈເຈົ້າຊີວິດຮັ້ນອູຕີ້ເຊິ່ງພະອົງໄດ້ໃຫ້ຄວາມສຳຄັນຢ່າງສູງ. ຫຼັງຈາກນັ້ນ 20ປີ, ຄົນທັງຫຼາຍໄດ້ສະຫຼຸບສຳນວນດັ່ງກ່າວໃຫ້ເປັນສອງປະໂຫຍກຄື “ຢາກສ້າງພາລະກິດທີ່ຍິ່ງໃຫຍ່ແບບບໍ່ທຳມະດາໃຫ້ສຳເລັດໄດ້ແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດທີ່ຍິ່ງໃຫຍ່ບໍ່ທຳມະດາ”.
“ຢາກສ້າງພາລະກິດທີ່ຍິ່ງໃຫຍ່ແບບບໍ່ທຳມະດາໃຫ້ສຳເລັດໄດ້ແມ່ນຕ້ອງອາໄສຜູ້ມີຄວາມຮູ້ຄວາມສາມາດທີ່ຍິ່ງໃຫຍ່ບໍ່ທຳມະດາ”. ເວົ້າສຳລັບປະເທດຈີນແລ້ວ, ທຸກມື້ນີ້ເປັນເວລາທີ່ຈີນຫຍັບເຂົ້າໃກ້ທີ່ສຸດແລະມີຄວາມໝັ້ນໃຈແລະຄວາມສາມາດຫຼາຍກວ່າເວລາໃດໝົດໃນປະຫວັດສາດ ເພື່ອບັນລຸເປົ້າໝາຍທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊາດຈີນ. ຢາກປະສົບຜົນສຳເລັດທີ່ບໍ່ທຳມະດາແບບນີ້, ແນ່ນອນກໍຕ້ອງການຜູ້ມີຄວາມຮູ້ຄວາມສາມາດຫຼາຍກວ່າເກົ່າ. ຄັນຊັ້ນ, ກ່ຽວກັບເລື່ອງທີ່ວ່າຈະເຮັດແນວໃດເພື່ອນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດໃຫ້ດີ, ມີຫຼັກການ 3 ຂໍ້ແມ່ນສຳຄັນທີ່ສຸດຄື:
ໜຶ່ງ: ຍຶດໝັ້ນທິດທາງອັນຖືກຕ້ອງໃນການໃຊ້ຄົນ. ທ່ານສີຈິ້ນຜິງກ່າວວ່າ: ທິດທາງໃນການນຳໃຊ້ຄົນແມ່ນມີຄວາມສຳຄັນທີ່ສຸດ,ເປັນພື້ນຖານທີ່ສຸດ ແລະເປັນປະໂຫຍດທີ່ສຸດ. ເມື່ອເມືອງຕ່າງໆໄດ້ຮັບການປົກຄອງບໍລິຫານໃຫ້ດີ, ທົ່ວປະເທດຈະມີຄວາມສະຫງົບປອດໄພ. ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຢ່າງສູງຕໍ່ການສ້າງຖັນແຖວເລຂາຄະນະພັກເມືອງ. ປີ 2015, ສູນກາງພັກກອມມູນິດຈີນໄດ້ຍ້ອງຍໍເລຂາຄະນະພັກເມືອງ 102 ທ່ານ. ຫຼັງຈາກນັ້ນ, ມີເລຂາຄະນະພັກເມືອງຈຳນວນໜຶ່ງໃນຫັ້ນໄດ້ກ້າວຂຶ້ນຕຳແໜ່ງການນຳສູງກວ່າເກົ່າອີກຂັ້ນໜຶ່ງ, ໃນນີ້ມີທ່ານ ລ້ຽວຈຸ້ນໂປ່ ອະດີດຮອງເຈົ້າຄອງນະຄອນຜູ້ປະຈຳການຂອງນະຄອນນານຜິງແຂວງຟູຈ້ຽນ. ທ່ານລ້ຽງຈຸ້ນໂປ່ໄດ້ຫ່ວງໃຍເຖິງຄວາມທຸກສຸກຂອງປະຊາຊົນມາໂດຍຕະຫຼອດ,ທ່ານໄດ້ນຳພາສະມາຊິກພັກພະນັກງານການນຳທັງຫຼາຍປະຕິບັດໜ້າທີ່ວຽກງານຢ່າງດຸໝັ່ນແລະເຮັດແທ້ທຳຈິງ, ເພິ່ນເປັນຄົນຊື່ສັດສຸດຈະລິດ,ມີຈິດໃຈກວ້າງຂວາງ, ດຳລົງຕຳແໜ່ງເປັນການນຳທີ່ປອດໃສຂາວສະອາດ. ເພິ່ນຍັງໄດ້ສັ່ງສອນຄອບຄົວຕົນວ່າ: ຢ່າສູ່ສວຍໃຊ້ສິດອຳນາດພິເສດກວ່າຄົນອື່ນ, ຫາກຄວນປະກອບສ່ວນດ້ວຍເຫືອແຮງສະຕິປັນຍາໃຫ້ຫຼາຍ,ອຸທິດຕົນໃຫ້ຫຼາຍ. ແຕ່ວ່າ ສິ່ງທີ່ໜ້າເສຍໃຈນັ້ນຄື ວັນທີ 18 ມີນາປີ 2017, ທ່ານລ້ຽງຈຸ້ນໂປ່ໄດ້ປະສົບອຸບັດເຫດລົດຕຳໃນເວລາທ່ານຟ້າວເດີນທາງໄປຮ່ວມປະຊຸມຢ່າງຮີບດ່ວນ ແລ້ວເສຍຊີວິດຈາກອຸບັດເຫດຄັ້ງນັ້ນ. ແຕ່ວ່າ ທ່ານລ້ຽວຈຸ້ນໂປ່ໄດ້ສ້າງຄຸນງາມຄວາມດີທີ່ຍິ່ງໃຫຍ່ ເຊິ່ງໄດ້ຈາລຶກໄວ້ໃນຈິດໃຈຂອງພະນັກງານສະມາຊິກພັກທັງຫຼາຍ, ຈົນມາເຖິງປັດຈຸບັນ, ປະຊາຊົນ, ສະມາຊິກພັກພະນັກງານທັງຫຼາຍເມື່ອເວົ້າເຖິງທ່ານລ້ຽວຈຸ້ນໂປ່ກໍຍັງຮູ້ສຶກຄ້ອຍໃຈຫຼາຍ.
ຫຼັກການທີສອງຄື ການໃຊ້ຄົນຕ້ອງເສີມຂະຫຍາຍຈຸດດີຂະນະທີ່ຫຼີກເວັ້ນຈຸດອ່ອນຂອງຄົນ. ຈີນມີຄຳສຸພາສິດທີ່ໄດ້ເວົ້າວ່າ: “ທຸກສິ່ງຢ່າງຕ່າງມີຈຸດດີຈຸດອ່ອນຂອງໃຜມັນ, ໂລກນີ້ບໍ່ມີຄຳແທ້ຮ້ອຍສ່ວນຮ້ອຍ, ບໍ່ມີຄົນທີ່ຈົບງາມສົມບູນແບບ,” ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈະໃຊ້ຄົນແບບໃດ,ໃຫ້ດຳລົງຕຳແໜ່ງໃດ, ແມ່ນໃຫ້ສັບຊ້ອນໃຫ້ຖືກຕ້ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານນັ້ນເປັນຈຸດເລີ່ມຕົ້ນ, ເລືອກຄົນໃຫ້ຖືກັບວຽກ, ຫາກບໍ່ຄວນຖືຕຳແໜ່ງເປັນວິທີໃນການຍ້ອງຍໍພະນັກງານຢ່າງງ່າຍດາຍ. ທ່ານສີຈິ້ນຜິງຍັງໄດ້ຍົກເອົາບົດກະວີຂອງ ກູ້ຊືເສ ນັກກະວີລາລະວົງຊິ່ງຂອງຈີນມາກ່າວວ່າ: “ມ້າດີສາມາດແລ່ນຜ່ານແດນອັນຕະລາຍໄດ້ແຕ່ການໄຖນາບໍ່ທໍ່ຄວາຍດອກ, ລົດດີສາມາດບັນທຸກເຄື່ອງໜັກໄດ້ແຕ່ເວົ້າເລື່ອງຂ້າມນ້ຳພັດບໍ່ທໍ່ເຮືອ”. ເນຶ່ອງຈາກວ່າ ຕ່າງຄົນຕ່າງມີຈຸດດີຈຸດອ່ອນຂອງໃຜລາວ. ສະນັ້ນມີພຽງແຕ່ເສີມຂະຫຍາຍຈຸດດີຂອງຄົນ, ຈຶ່ງຈະສາມາດເສີມຂະຫຍາຍບົດບາດຂອງຜູ້ມີຄວາມຮູ້ຄວາມສາມາດໄດ້ຢ່າງເຕັມສ່ວນ,ຄັນບໍ່ຊັ້ນກໍຈະເກີດຜົນຮ້າຍອັນໜັກໜ່ວງທີ່ສຸດຕາມມາ.
ສາມ: ການໃຊ້ຄົນບໍ່ຄວນຈຳກັດແຕ່ມາດຕະຖານດຽວ. ນັບແຕ່ບູຮານນະການຈົນມາເຖິງປັດຈຸບັນ, ຜູ້ທີ່ມີສາຍຕາເບິ່ງກວາງມອງໄກລ້ວນແຕ່ມີທັດສະນະການໃຊ້ຄົນໂດຍບໍ່ຈຳກັດແຕ່ມາດຕະຖານດຽວ. ດັ່ງທີ່ພວກເຮົາເວົ້າກັນໃນທຸກມື້ນີ້ວ່າ: ການໃຊ້ຄົນບໍ່ຄວນເນັ້ນແຕ່ລະດັບການສຶກສາ, ຖານະຫຼືປະສົບການ, ຫາກຄວນມີຈິດໃຈເປີດກວ້າງ, ຂໍແຕ່ເປັນຜູ້ມີຄວາມຮູ້ຄວາມສາມາດກໍຄວນຮັບເອົາແລະນຳໃຊ້ຢ່າງກວ້າງຂວາງໂດຍບໍ່ຈຳແນກພູມລຳເນົາ.
ຢູ່ສູນສົ່ງດາວທຽມຊີ່ຊ່າງຂອງຈີນ, ມີພະນັກງານວິທະຍາສາດເຕັກນິກເພດຍິງຜູ້ໜຶ່ງຊື່ວ່າ ຈ່າງຢຸ້ນຫົງ
ຂໍຍົກຕົວຢ່າງໜຶ່ງ.ຄື ຢູ່ສູນສົ່ງດາວທຽມຊີ່ຊ່າງຂອງຈີນ, ມີພະນັກງານວິທະຍາສາດເຕັກນິກເພດຍິງຜູ້ໜຶ່ງຊື່ວ່າ ຈ່າງຢຸ້ນຫົງ. ນາງໄດ້ປະຕິບັດໜ້າທີ່ສົ່ງດາວທຽມຂຶ້ນສູ່ອະວະກາດມາໄດ້ຫຼາຍສິບຄັ້ງແລ້ວ, ນາງມີພື້ນຖານວິຊາການທີ່ໜັກແໜ້ນທີ່ສຸດ ຍັງມີປະສົບການຫຼາຍໃນການປະຕິບັດໜ້າທີ່ວຽກງານດ້ານນີ້. ທຳມະດາແລ້ວ, ຢູ່ສູນສົ່ງດາວທຽມສ່ວນຫຼາຍຈະເປັນພະນັກງານເພດຊາຍ, ແຕ່ເມື່ອເວົ້າເຖິງນາງຈ່າງຢຸ້ນຫົງ ໃຜໆກໍຍົກໂປ້ຍ້ອງຍໍນາງດ້ວຍຄວາມເຄົາລົບນັບຖືຢ່າງສູງ.
ນາງຈ່າງຢຸ້ນຫົງກ່າວວ່າ: ເປົ້າໝາຍແລະຄວາມໄຝ່ຝັນໃຫຍ່ທີ່ສຸດຂອງຕົນຄືຢາກເປັນຜູ້ບັນຊາການ 01 ເພດຍິງຄົນທຳອິດຂອງຖານສົ່ງດາວທຽມຂອງຈີນ. ທີ່ນີ້, ຄຳວ່າ ຜູ້ບັນຊາການ 01 ກໍໝາຍເຖິງຜູ້ນັບຖອຍຫຼັງສົ່ງດາວທຽມ,ຈະຫຼວດຫຼືຍານອະວະກາດຂຶ້ນສູ່ອະວະກາດ.
ເວລາ23ໂມງ57ນາທີ ຂອງວັນທີ 1 ພະຈິກ 2018, ຈະຫຼວດສົ່ງຍານ “ສາງເຈີ່ງ3B” ທີ່ບັນທຸກດາວທຽມນຳທາງເປີຍໂຕດວງທີ 41 ຖືກສົ່ງຂຶ້ນສູ່ວົງໂຄຈອນຢ່າງສຳເລັດຜົນ. ຢູ່ສູນສົ່ງດາວທຽມຊີ່ຊ່າງໄດ້ມີສຽງຜູ້ຍິງນັບຖອຍຫຼັງເພື່ອສົ່ງຈະຫຼວດຂຶ້ນສູ່ອະວະກາດເປັນເທື່ອທຳອິດ.ຄວາມໃຝ່ຝັນຂອງ ນາງຈ່າງຢຸ້ຍຫົງ ພະນັກງານການບິນອະວະກາດໄດ້ບັນລຸຜົນເປັນຈິງແລ້ວ ຄືນາງໄດ້ກາຍເປັນຜູ້ບັນຊາການ 01ເພດຍິງຜູ້ທຳອິດໃນແນວຮົບດ້ານການສົ່ງຍານອະວະກາດຂອງຈີນ.
ໃນຍຸກໃໝ່ຄືທຸກມື້ນີ້ຢູ່ຈີນ, ພາຍໃຕ້ສະພາບການລວມທີ່ຄັດເລືອກຜູ້ມີຄວາມຮູ້ຄວາມສາມາດໂດຍບໍ່ຈຳກັດມາດຕະຖານແຕ່ຢ່າງດຽວ, ນາງຈ່າງຢຸ້ຍຫົງໄດ້ບັນລຸຄວາມໃຝຝັນຂອງຕົນແລ້ວ. ສ່ວນໃນຍຸກໃໝ່ທີ່ຍິ່ງໃຫຍ່ຄືທຸກມື້ນີ້, ພວກເຮົາເຊື່ອໝັ້ນວ່າ ຖ້າມີຄວາມຮູ້ຄວາມສາມາດມື້ໜຶ່ງຕ້ອງໄດ້ນຳໃຊ້ຢ່າງແນ່ນອນ. ຄັນຊັ້ນ, ຂໍໃຫ້ທຸກທ່ານຈົ່ງພະຍາຍາມສູ້ຊົນຝຶກຝົນຫຼໍ່ຫຼອມແລະພັດທະນາຕົນເອງໃຫ້ກາຍເປັນຜູ້ມີຄວາມຮູ້ຄວາມສາມາດຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດກໍຄືຂອງຍຸກສະໄໝ.
ຄຳເຫັນ
0